ສິດທິມະນຸດບໍ່ແມ່ນຕົວປະກອບ

​ໂລກ​ນີ້​ຕ້ອງ​ຍຶດຖືຕາມຖະແຫຼງການສາກົນ ວ່າດ້ວຍ ສິດທິມະນຸດ (UDHR: Universal Declaration of Human Rights), ທີ່​ວ່າ​ສິດທິ​ມະນຸດ​ບໍ່​​ແມ່ນ​ສິ່ງ​ທີ່​ຢູ່​ພາຍ​ໃຕ້​ການ​ອະນຸມັດ​ຂອງ​ລັດຖະບານ … ສິດທິ​ມະນຸດ​​ເປັນ​ເລື່ອງ​ສາກົນ…ພວກ​ເຮົາ​ຕ້ອງ​ຊ່ວຍ​ກັນ​ກົດ​ດັນ​ປະ​ເທດ​ລາວ​ໃຫ້​ຊ່ວຍ​ຊອກ​ຫາ ສົມບັດ ສົມ​ພອນ ​ແລະ ພາລາ​ວກັບ​ມາ​ຢ່າງ​ປອດ​ໄພ … ສິ່ງ​ເຫຼົ່າ​ນີ້​ຈະ​ເປັນ​ຈຸດ​ເລີ່​ມໃນ​ການ​ເປີດ​ປະ​ເດັນ​ກ່ຽວ​ກັບ​ສິດທິຂອງ​ປະຊາຊົນ​ໃນ​ເຂດ​ພາກພື້ນ​ນີ້, ​ແຕ່​ພວກ​ເຮົາ​ບໍ່​ຄວນ​ລ່າ​ຊ້າ​ໄປ​ກວ່າ​ນີ້​ອີກ​ແລ້ວ.

ສິດທິ​ມະນຸດ​ສາກົນ​​​ແມ່ນ​ສິ່ງ​ທີ່ຄົນ​ທຸກ​ຄົນ​ໃນ​ໂລກ​ໃບ​​ນີ້​ລ້ວນ​ເປັນ​ເຈົ້າ​ຂອງ ​ແລະ ລັດຖະບານ​ຈະ​ຕ້ອງ​ຢຸດ​ທຳທ່າ​ສະ​ແດງ​ວ່າ​ສິ່ງ​ນີ້​​ແມ່ນ​ຢູ່​ໃນ​ອຳນາດ​ຂອງ​ພວກ​ເຂົາ​ ​ເພື່ອ​ເປັນ​ຂໍ້​ຍົກ​ເວັ້ນ​ໃຫ້​​ແກ່​ພວກ​ເຂົາ. ສິດທິ​ມະນຸດ​ບໍ່​ແມ່ນ​ສິ່ງ​ປະກອບ​ເພີ້​ມຕື່ມ ຫຼື ​ເປັນ​ສິ່ງ​ທີ່​ຕ້ອງ​ເຮັດ​ຫຼັງ​ຈາກ​ບັນຫາ​ອື່ນໆ ຖືກ​ແກ້​ໄຂ​ແລ້ວ; ມັນ​ແມ່ນ​​ຮາກ​ຖານ​ຂອງ​ການ​ເຕີບ​ໃຫຍ່ ​ແລະ ການວັດ​ແທກ​ການ​ປະພຶດ​ຕົວ​ຕໍ່​ກັນ​ແລະກັນ ​ແລະ ຕໍ່​ຕົວ​ເຮົາ​ເອງ. ​

Jack Healey, ​ຈາກ Huffington Post

ສະພາເອີຣົບ….

  • ສະ​ແດງ​ຄວາມ​ເປັນ​ກັງ​ວົງ​ຢ່າງ​​ເລິກ​ເຊິ່ງຕໍ່​ການ​ຫາຍ​ຕົວ​ໄປ, ຄວາມ​ປອດ​ໄພ ​ແລະ ການ​ເປັນ​ຢູ່​ຂອງ​ສົມບັດ​ ສົມ​ພອນ;
  • ຮຽກຮ້ອງ​​ໃຫ້​ເຈົ້າ​ໜ້າ​ທີ່​ລາວ​ດຳ​ເນີນການ​ສືບສວນ​ສອບ​ສວນຢ່າງ​ຮີບ​ດ່ວນ, ​ໂປ່​ງ​ໃສ, ທົ່ວ​ເຖິງ ​ໂດຍສອດ​ຄ່ອງ​ກັບ​ພາລະ​ໜ້າ​ທີ່​ຂອງ​ຕົນ​ພາຍ​ໃຕ້​ກົດໝາຍ​ສິດທິ​ມະນຸດ​ລະຫວ່າງ​ປະ​ເທດ​ຢ່າງ​ເຕັມທີ່, ​ໃຫ້​ຄວາມ​ຮ່ວມ​ມື​ກັບ​ໜ່ວຍ​ງານ​ຂອງ​ສະຫະ​ປະຊາ​ຊາດ ​ເຊັ່ນ ຄະນະ​ເຮັດ​ວຽກ​ກ່ຽວ​ກັບ​ການ​ບັງຄັບ​ຫຼືການ​ເຮັດ​ໃຫ້​ສູນ​ຫາຍ​ຕົວ​ບໍ່​ສະໝັກ​ໃຈ ​ແລະ ​ເພື່ອ​ຮັບປະກັນ​ວ່າ​ສົມບັດ​ ສົມ​ພອນ​ຈະ​ໄດ້​ກັບ​ຄືນ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ ​ແລະ ​​ໂດຍ​ດ່ວນ;
  • ສືບ​ຕໍ່​ຮຽກຮ້ອງ​ຕໍ່​ຜູ້​ແທນ/ຮອງ​ປະທານ​ຂັ້ນ​ສູງ ຂອງ​ຄະນະ​ກຳມະການ​ໃນ​ການກວດ​ສອບ​ລັດຖະບານ​ລາວຢ່າງ​ໃກ້ຊິດກ່ຽວ​ກັບ​ການ​ສືບສວນ​ສອບ​ສວນ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ສົມ​ພອນ;
  • ​ເນັ້ນ​ຢໍ້າວ່າ​ເຈົ້າ​ໜ້າ​ທີ່​ລາວ​ຄວນ​ດຳ​ເນີນ​ການ​ທຸກ​ຂັ້ນ​ຕອນ​ທີ່​ຈຳ​ເປັນ​ທັງ​ໝົດເພື່ອຍຸ​ດຕິ​ການ​ຈັດ​ບກຸມ​ໂດ​ຍພະລະການ ​ແລະ ການ​ຄຸມ​ຂັງ​ແບບ​ປິດ​ລັບ; ຮຽກຮ້ອງ​ໃຫ້​ທາງ​ການ​ລາວ​ໃຫ້​ສັດຕະ​ຍາ​ບັນຕໍ່​ອະນຸ​ສັນຍາ​ລະຫວ່າງ​ປະ​ເທດ​ວ່າ​ດ້ວຍ​ການ​ຄຸ້ມ​ຄົງ​ບຸກຄົນ​ທຸກ​ຄົນ​ຈາກ​ການ​ບັງຄັບ​ໃຫ້ຫາ​ຍສາບ​ສູນ;​
  • ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ​ເຄົາລົບ​ຕໍ່​ສິດ​ເສລີພາບ​ໃນ​ການສະ​ແດງ​ອອກ ​ແລະ ການ​ສະມາຄົມ ​ແລະ ສິດທິ​ຂອງ​ຊົນ​ເຜົ່າ​ນ້ອຍ, ​ແລະ ​ເພື່ອ​ປົກ​ປ້ອງ​ສິດທິ​​ເສລີພາບ​​ໃນ​ການ​ນັບຖື​ສາສະໜາ ຫຼື ຄວາມ​ເຊື່ອ;

​​ເອກະສານ​ສະບັບ​ເຕັມທີ່​ຮັບຮອງ​ໂດຍ​ສະພາ​ເອີຣົບ ​ໃນ​​ເມື່ອ​ວັນ​ທີ 16 ມັງກອນ 2014, ສາ​ມາດ​ອ່ານ​ໄດ້​ທີ່​ນີ້.

ສະພາສະຫະພາບເອີຣົບ

…ປາກົດວ່າ ທ່ານ ສົມບັດ ສົມພອນ ຊຶ່ງເປັນຜູ້ມີບົດບາດສຳຄັນໃນການພັດທະນາ ສັງຄົມ ຕະຫຼອດ ຈົນການສຶກສາຂອງເຍົາວະຊົນ. ໄດ້ຫາຍຕົວໄປໃນວັນທີ່ 15 ທັນວາ ພສ 2555 ໃນນະຄອນ ຫຼວງວຽງຈັນ…

…ປະກົດວ່າມີການລະເມີດເສລິພາບຂັ້ນພື້ນຖານໂດຍສະເພາະຢ່າງຍິ່ງກ່ຽວກັບເສລິພາບ ທາງສື່ມວນຊົນ, ເສລີພາບທາງສາສະໜາ, ເສລະພາບໃນການຊຸມນຸມ, ເສລິພາບໃນທາງວິຊາ ການ ແລະ ສິດທິຂອງ ປະຊາຊົນກຸ່ມນ້ອຍໃນປະເທດລາວ…

ສະພາສະຫະພາບເອີຣົບ

…ລັດທະບານແຫ່ງສະຫະພາບເອີຣົບ ສະແດງຄວາມເປັນຫ່ວງເປັນໄຍຢ່າງຍິ່ງ ຕໍ່ຄວາມປອດ ໄພໃນຊີວິດ ຈາກກໍລະນີການຫາຍຕົວໄປຂອງ ທ່ານ ສົມບັດ ສົມພອນ…

…ມີຄວາມກັງວົນກ່ຽວກັບຄວາມລ່າຊ້າ ແລະ ການຂາດຄວາມໂປ່ງໃສ່ໃນຂະບວນ ການສອບ ສວນໃນ ກໍລະນີດັງກ່າວ: ຮຽກຮ້ອງໃຫ້ຕຳຫຼວດຂອງປະເທດລາວໃຫ້ ດຳເນີນການໂດຍດ່ວນ ຢ່າງໂປ່ງໃສ່ ໃນຂະບວນການສອບສວນ ພາຍໃຕ້ພັນທະ ສັນຍາລະຫວ່າງປະເທດກ່ຽວກັບ ສິດທິມະນຸດທີ່ ປະເທດລາວຜູກພັນ ແລະ ໃຫ້ຄວາມໝັ້ນໃຈໃນຄວາມປອດໄພ ແລະ ການນຳທ່ານ ສົມບັດ ສົມພອນ ກັບຄືນມາໂດຍດ່ວນ…

…ຕັ້ງຄຳຖາມກັບຜູ້ມີອຳນາດຂອງປະເທດລາວໃຫ້ຢືນຍັນອີກຄັ້ງຕໍ່ປະຊາຊົນເຖິງຫຼັກຄວາມ ເປັນທຳດ້ວຍ ກົດໝາຍ ແລະ ຄວາມເປັນທຳໃນການເຮັດວຽກເພື່ອການພັດທະນາ ແບບຍືນຍົງ ແລະ ຄວາມຍຸດຕິທຳ ໃນສັງຄົມເພື່ອທີ່ຈະຕໍ່ສູ້ຕ້ານການຂົ່ມຂູ່ທີ່ຈະ ເຮັດໃຫ້ມີການຫາຍຕົວໄປ ຢ່າງເຊັ່ນ: ກໍລະນີ ທ່ານ ສົມບັດ ສົມພອນ…

…ຮຽກຮ້ອງໃຫ້ສະຫະພາບເອີຣົບ ຕັ້ງປະເທດລາວໄວ້ທ່າມກາງກຸ່ມສິດທິ ລະດັບກ່ອນ ໃນການປະຊຸມ ຄະນະລັດຖະມົນຕີສິດທິມະນຸດແຫ່ງຊາດຄັ້ງທີ່ 22…

…ຮຽກຮ້ອງໃຫ້ລັດຖະບານແຫ່ງປະເທດລາວເຄົາລົບຕໍ່ສິດທິໃນການສະແດງຄວາມຄິດເຫັນ ແລະ ມີ ສ່ວນຮ່ວມໃນກິດຈະກຳຕ່າງໆ, ສິດທິຂອງຊຸມຊົນກຸ່ມນ້ອຍ ແລະ ປົກປ້ອງ ເສລີພາບ ໃນການນັບຖື ສາສະໜາ ຫຼື ຄວາມເຊື່ອຕະຫຼອດຈົນຂໍ້ກຳຈັດໃດໆໃນ ເສລີພາບດັ່ງກ່າວຕາມ ທີ່ໄດ້ຮັບການແນະນຳ ຈາກລາຍງານທົບທວນສະຖານະ ການສິດທິມະນຸດຕໍ່ອົງການສະຫະປະ ຊາຊາດໃນວັນທີ່ 21 ກັນຍາ 2010…

ຈາກ ຂໍ້ຕົກລົງຂອງສະພາສະຫະພາບເອີຣົບ ວັນທີ 6 ກຸມພາ 2013

ເສຣີພາບໃນລາວ ຈະງອກງາມບໍ່ໄດ້

ວິທາຍຸ ເອເຊັຍເສຣີ: 09 ກໍລະກົດ 2012

ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ແບບຍືນຍົງ

ທ່ານ ສົມບັດ ສົມພອນ ຖືກຈັບ ຫລື ຖືກລັກພາຕົວ ກໍຍ້ອນ ພຍາຍາມ ປູກຝັງ ແນວຄິດ ທີ່ມີ ເສຣີພາບ ໃຫ້ຊາວໜຸ່ມ ວັຍລຸ້ນ ລາວ.

ນັກການທູດ ຕ່າງປະເທດ ໃນ ນະຄອນຫລວງ ວຽງຈັນ ຜູ້ ຂໍສງວນຊື່ ເປີດເຜີຍຕໍ່ RFA ໂດຍ ອ້າງອີງໃສ່ ການ ສົນທະນາ ຢ່າງບໍ່ເປັນ ທາງການ ກັບ ເຈົ້າໜ້າທີ່ ຂັ້ນສູງ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ທີ່ໄດ້ເວົ້າ ເຖິງສາເຫດ ສໍາຄັນ ທີ່ເຮັດໃຫ້ ການນຳ ຂອງ ພັກ-ຣັຖ ສປປລາວ ບໍ່ໄວ້ວາງໃຈ ທ່ານ ສົມບັດ ສົມພອນ ທີ່ທ່ານ ພຍາຍາມ ປູກຝັງ ແນວຄິດ ທີ່ມີ ເສຣີພາບ ໃຫ້ແກ່ ເຍົາວະຊົນ ລາວ ລຸ້ນໃໝ່.

ແລະໃນ ກໍຣະນີ ທີ່ຖືເປັນ ການທ້າທາຍ ຕໍ່ອຳນາດ ແລະ ການນຳຂອງພັກ ຢ່າງຈະແຈ້ງ ທີ່ສຸດ ກໍຄືເຣື່ອງ ທີ່ທ່ານ ສົມບັດ ສົມພອນ ໄດ້ ຂຽນຈົດໝາຍ ໃນນາມ ປະທານ ກອງປະຊຸມ ພາກ ປະຊາສັງຄົມ ເຊື້ອເຊີນ ມາດາມ ອອງຊານຊູຈີ ຜູ້ນຳພັກ ສັນນິບາດ ແຫ່ງຊາດ ເພື່ອ ປະຊາທິປະຕັຍ ພະມ້າ ໃຫ້ມາຮ່ວມ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ຄັ້ງທີ 9  ໃນຊ່ວງ ທ້າຍ ປີ 2012.

ແລະການທີ່ ທ່ານ ສົມບັດ ສົມພອນ ມີຄວາມໃກ້ຊິດ ກັບ ອົງການ ອະນຸຮັກ ສິ່ງແວດລ້ອມ ແລະ ທັມມະຊາດ ທັງໃນ ປະເທດໄທ ແລະ ຣະດັບ ສາກົລ ຊຶ່ງມີບົດບາດ ສຳຄັນ ໃນການ ຄັດຄ້ານ ແຜນການ ສ້າງ ເຂື່ອນໃສ່ ແມ່ນໍ້າຂອງ ໃນລາວ ແລະ ໄດ້ປະທ້ວງ ແຜນການ ກໍ່ສ້າງ ເຂື່ອນ ໄຊຍະບູລີ ໃນໂອກາດ ທີ່ ສປປລາວ ເປັນເຈົ້າພາບ ກອງປະຊຸມ ອາເຊັມ ນັ້ນ ກໍຍິ່ງ ເຮັດໃຫ້ ການນຳຂອງ ພັກ ປະຊາຊົນ ປະຕິວັດ ລາວ ເກີດຄວາມ ຣະແວງ ສົງສັຍ ໃນບົດບາດ ຂອງ ທ່ານ ສົມບັດ ຫລາຍຂຶ້ນ.

ເຣື່ອງ ດັ່ງກ່າວ ເປັນທີ່ມາ ຂອງ ການລັກພາຕົວ ທ່ານ ສົມບັດ ສົມພອນ. ພ້ອມກັນນັ້ນ ນັກການທູດ ທ່ານນີ້ ຍັງໃຫ້ ທັສນະວ່າ ວິທີການ ທີ່ ທາງການລາວ ພວມດໍາເນີນ ຢູ່ນີ້ ຄືເຮັດໃຫ້ ເຣື່ອງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຄ່ອຍໆ ຈາງຫາຍໄປ ຈາກ ຄວາມສົນໃຈ ຂອງ ສັງຄົມ ພາຍໃນລາວ ຄືກັບ ກໍຣະນີ ການຈັບ ນັກສຶກສາ ແລະ ປັນຍາຊົນ ລາວ ທີ່ເຄີຍ ພຍາຍາມ ຮວມຕົວ ຮຽກຮ້ອງ ປະຊາທິປະຕັຍ ໃນລາວ ໃນປີ 1999.