ມື້ນີ້ ວັນທີ 30 ສິງຫາ ເປັນວັນລຳລຶກເຖິງຜູ້ທີ່ຕົກເປັນເຫຍື່ອຂອງການບັງຄັບບຸກຄົນໃຫ້ສູນຫາຍສາກົນ (International Day of the Disappeared) ອຶ້ງ ຊຸຍມິງໄດ້ເຜີຍແຜ່ຈົດໝາຍຕໍ່ໄປນີ້ກັບໝູ່ເພື່ອນ ແລະ ເພື່ອນຮ່ວມງານ ເພື່ອຮຽກຮ້ອງໃຫ້ເຫັນເຖິງຄວາມຮ້າຍແຮງຂອງບັນຫາດັ່ງກ່າວ
ມີກຸ່ມ ແລະ ໜ່ວຍງານສື່ຈຳນວນຫຼາຍທີ່ສຶກສາກໍລະນີການບັງຄັບບຸກຄົນໃຫ້ສູນຫາຍຫຼາຍກໍລະນີ ແລະ ຫຼາຍປະເພດທີ່ເກີດຂື້ນໃນລາວ ຖ້າຫາກທ່ານມີຂໍ້ມູນຫຼັກຖານທີ່ຈະແຈ້ງ ແລະ ສາມາດກວດສອບໄດ້ ຂໍເຊີນຊວນມາແບ່ງປັນໃຫ້ຄົນອື່ນໆ ໄດ້ຮັບຮູ້ນຳ
ຮຽນ ທຸກທ່ານ,
ວັນທີ 30 ສິງຫາ ເປັນວັນລຳລຶກເຖິງຜູ້ທີ່ຕົກເປັນເຫຍື່ອຂອງການບັງຄັບບຸກຄົນໃຫ້ສູນຫາຍສາກົນ ໃນຫຼາຍປະເທດໃນເອເຊຍມີການຈັດກິດຈະກຳເພື່ອໃຫ້ກຳລັງໃຈກັບບັນດາເຫຍື່ອການບັງຄັບບຸກຄົນໃຫ້ສູນຫາຍສາກົນ
ເຖິງວ່າປະເທດລາວຈະບໍ່ໄດ້ລົງນາມໃນອະນຸສັນຍາແຫ່ງສະຫະປະຊາຊາດວ່າດ້ວຍການຄຸ້ມຄອງບໍ່ໃຫ້ບຸກຄົນສູນຫາຍ (UN Convention Against Enforced Disappearances) ລວມທັງອະນຸສັນຍາ ແລະ ພິທີສານດ້ານສິດທິມະນຸດອື່ນໆ ອີກຫຼາຍສະບັບ ແລະ ເຖິງວ່າລາວຈະໄດ້ຮັບຄວາມຊ່ວຍເຫຼືອຢ່າງຫຼວງຫຼາຍຈາກໜ່ວຍງານດ້ານສິດທິມະນຸດອື່ນໆ ອີກຫຼາຍສະບັບ ແລະ ເຖິງວ່າລາວຈະໄດ້ຮັບຄວາມຊ່ວຍເຫຼືອຢ່າງຫຼວງຫຼາຍຈາກໜ່ວຍງານພັດທະນາ ເພື່ອຈັດກິດຈະກຳປູກຈິດສຳນຶກ ແລະ ເສີມທັກສະດ້ານສິດທິມະນຸດ ແຕ່ໃນປັດຈຸບັນຍັງມີການຮັບຮູ້ ຫຼື ຍອມຮັບບໍ່ຫຼາຍວ່າ ການບັງຄັບບຸກຄົນໃຫ້ສູນຫາຍເປັນປັນຫາສິດທິມະນຸດຢ່າງໜຶ່ງໃນລາວ
ໃນແງ່ມຸມຂອງສິດທິມະນຸດ ຖືໄດ້ວ່າການບັງຄັບບຸກຄົນໃຫ້ສູນຫາຍເປັນ “ສຸດຍອດຂອງການລະເມີດສິດທິມະນຸດທັງໝົດ” ເນື່ອງຈາກຜູ້ສູນຫາຍບໍ່ມີສະຖານະເປັນ “ບຸກຄົນ” ອີກຕໍ່ໄປ ແລະ ຈົນກວ່າຈະສືບຮູ້ເຖິງທີ່ຢູ່ຂອງຜູ້ກ່ຽວ ແລະ ຂໍ້ມູນທີ່ຢັ້ງຢືນການມີຊີວິດຢູ່ແລະອື່ນໆ ຄອບຄົວຂອງຜູ້ຕົກເປັນເຫຍື່ອຕ້ອງຕົກຢູ່ໃນສະພາວະໝົດຫັວງ ລໍຄອຍໂດຍບໍ່ມີໂອກາດທີ່ຈະໄດ້ “ຂໍ້ສະຫຼຸບທີ່ຊັດເຈນ” ລັງເລຢູ່ລະຫວ່າງຄວາມຫວັງ ແລະ ຄວາມໂສກເສົ້າ ບໍ່ມີໃຜສາມາດບັນຍາຍເຖິງຄວາມທຸກທໍລະມານໃຈທີ່ເກີດຂື້ນໃນທຸກນາທີຂອງແຕ່ລະວັນ ນອກຈາກຄົນທີ່ປະສົບກັບການລະເມີດສິດທິເຊັ່ນນີ້ເອງ ບຸກຄົນພາຍນອກບໍ່ມີວັນເຂົ້າໃຈຄວາມຮູ້ສຶກ ແລະ ອາລົມເຊັ່ນຮີ້ໄດ້
ຂ້າພະເຈົ້າຂຽນຈົດໝາຍສະບັບນີ້ບໍ່ແມ່ນເພື່ອລະບາຍອາລົມ ແຕ່ເພື່ອຮຽກຮ້ອງໃຫ້ທຸກທ່ານທີ່ເຮັດວຽກໃນດ້ານການພັດທະນາ ແລະ ການສົ່ງເສີມສິດທິມະນຸດໃຫ້ພະຍາມຫຼາຍຂື້ນເພື່ອປູກຝັງຈິດສຳນຶກກ່ຽວກັບປະເດັນຄົນຫາຍໃນບໍລິບົດສິດທິມະນຸດຂອງລາວ
ກໍລະນີຄົນຫາຍເກີດຂື້ນຫຼາຍຄັ້ງໃນລາວ ແຕ່ມັກບໍ່ຄ່ອຍມີການຍອມຮັບກັນ ເຫດຜົນຍ້ອນວ່າສະມາຊິກຄອບຄົວຂອງເຫຍື່ອມີຄວາມຢ້ານກົວ ບໍ່ກ້າຮຽກຮ້ອງຫຼືຕິດຕໍ່ຂໍຄວາມຊ່ວຍເຫຼືອ ເມື່ອມໍ່ໆ ມານີ້ ຂ້າພະເຈົ້າໄດ້ພະຍາຍາມຕິດຕາມຂໍ້ມູນກ່ຽວກັບກໍລະນີຄົນຫາຍກໍລະນີໜຶ່ງທີ່ໄດ້ມີການລາຍງານໄປເຖິງຄະນະເຮັດວຽກວ່າດ້ວຍການບັງຄັບບຸກຄົນໃຫ້ສູນຫາຍໂດຍບໍ່ສະໝັກໃຈ (Working Group on Enforced or Involuntary Disappearances) ແຕ່ໄດ້ຮັບການແຈ້ງວ່າທາງຄອບຄົວຕ້ອງການເກັບເລື່ອງນີ້ໃຫ້ເປັນຄວາມລັບ ສະທ້ອນໃຫ້ເຫັນລະດັບຄວາມຢ້ານເປັນເຫດໃຫ້ຜູ້ກະທຳຜິດໃນລາວຍັງຄົງລອຍນວນ ບໍ່ຕ້ອງຮັບໂທດ ພວກເຂົາຮູ້ວ່າຈະເຮັດຫຍັງກໍໄດ້ໂດຍບໍ່ຕ້ອງຮັບຜົນ ຫຼື ບໍ່ໄດ້ຮັບຜິດຊອບຕໍ່ຜົນທີ່ເກີດຂື້ນຢ່າງໃດເລີຍ
ຂ້າພະເຈົ້າໃຊ້ເວລາທັ້ງຊີວິດການເຮັດວຽກດ້ານການພັດທະນາໃນລາວ ແລະ ໃນປະເທດອື່ນໆ ເພື່ອຍົກລະດັບຄຸນນະພາບຊີວິດ ແລະ ສິດຂອງຄົນທຸກຍາກ ແລະ ດ້ອຍໂອກາດ ຂ້າພະເຈົ້າຮູ້ສຶກພູມໃຈທີ່ໄດ້ເຮັດສິ່ງເຫຼົ່ານີ້ ຂ້າພະເຈົ້າຈຶ່ງຂໍກະຕຸ້ນໃຫ້ທຸກທ່ານເຊິ່ງເປັນເພື່ອນຮ່ວມງານການພັດທະນາໃຫ້ສະແດງຈຸດຢືນທີ່ເຂັ້ມແຂງຫຼາຍຂື້ນໃນປະເດັນຄົນຫາຍ ຮ່ວມກັບເຄືອຂ່າຍເພື່ອນຮ່ວມງານຂອງທ່ານໃນລາວ ທັງໃນລະດັບປະເທດ ແລະ ລະດັບທ້ອງຖິ່ນ ຢ່າງນ້ອຍໆ ຂ້າພະເຈົ້າມີສຽງທີ່ຈະເວົ້າອອກມາໄດ້ ຈຶ່ງຈະຂໍເຊີນຊວນໃຫ້ທ່ານເປັນປາກເປັນສຽງ ແລະ ສະແດງຈິດສຳນຶກແທນປະຊາຊົນລາວ ເຊິ່ງບໍ່ມີສຽງ ແລະ ຍັງຄົງຢ້ານກົວດັ່ງທີ່ກ່າວມາ
ຂໍສະແດງຄວາມນັບຖື
ອຶ້ງ ຊຸຍມິງ