ແດ່ ລຸງສົມບັດ…ຈາກອາດິດອາສາສະໝັກມົດຂຽວ

ສະບາຍດີ ລຸງ ສົມບັດ,

sombath_fishing_skillsດົນແລ້ວທີ່ບໍ່ໄດ້ຂຽນຈົດໝາຍຫາລຸງຕັ້ງແຕ່ມື້ທີ່ລຸງຫາຍໂຕໄປມັນກໍກະທົບທາງພາຍໃນ(ຈິດໃຈ)ຂອງຫລານພໍສົມ ຄວນມັນເຮັດໃຫ້ຫລານຄິດວ່າຈະເຮັດແນວໃດຕໍ່ດີນໍກັບວຽກງານທີ່ກຳລັງເຮັດຢູ່ເພາະລຸງເປັນຕົ້ນແບບດ້ານການ ເຮັດວຽກພັດທະນາຂອງຫລານມາຕະຫລອດຕັ້ງແຕ່ຕອນຫລານເປັນອາສາສະໝັກຂອງສູນປາແດກຕອນທີ່ຮຽນ ຢູ່ມັດທະຍົມ.

ຫລານເຫັນລຸງຄັ້ງທຳອິດແມ່ນຕອນທີ່ລຸງອະທິບາຍວຽກໃຫ້ກັບອາສາໄວໜຸ່ມຂອງກຸ່ມຂ່າວສານທີ່ ມາຈາກມສວຽງຈັນເຊີ່ງຕອນນັ້ນແມ່ນມີເອື້ອຍປຸ້ຍ ດວງແຂ ເປັນຫົວໜ້າທີມໃນການເຕົ້າໂຮມໄວໜຸມອາສາຜູ້ທີ່ສົນ ໃຈຮຽນຮູ້ເລື່ອງສິ່ງແວດລ້ອມຢູ່ພູເຂົາຄວາຍ ໃນຄັ້ງນັ້ນພວກເຮົາໄດ້ເຕົ້າໂຮມກັນຢູ່ສວນໄຜ່ພັນກໍ ໂດຍລຸງ ແລະ ລຸງ ອຸທີນ ໄດ້ໃຫ້ໂອວາດກັບພວກຫລານກ່ອນທີ່ຈະຂຶ້ນໄປຈັດກິດຈະກຳຢູ່ເທິ່ງພູເຂົາຄວາຍ ຄຳເວົ້າຂອງລຸງໃນມື້ນັ້ນ ແມ່ນປະທັບໃຈຫລານຫລາຍ ລຸງເວົ້າວ່າ ຄົນຕ້ອງການປ່າ ແຕ່ປ່າບໍ່ຈຳເປັນຕ້ອງມີຄົນ ມັນເປັນຄຳເວົ້າທີ່ເຮັດໃຫ້ ຫລານຄິດໄດ້ວ່າຄົນຕ້ອງຮັກສາແລະຫວງແຫນປ່າເພາະວ່າພວກເຮົາຕ້ອງການມັນນັ້ນຈຶ່ງເປັນຈຸດເລີ່ມຕົ້ນຂອງການ ເດີນທາງເຂົ້າສູ່ການເປັນອາສາສະໝັກເພື່ອສິ່ງແວດລ້ອມເລີ່ມຈາກການເກັບຂີ້ເຫຍື້ອອອກຈາກຫ້ວຍນ້ຳຢູ້ເທີງປ່າສະຫງວນພູເຂົາຄວາຍໃນປີ 1996. ຈົດໝາຍສະບັບນີ້ຂຽນມາເພື່ອຖາມຫາວ່າລຸງເປັນແນວໃດ? ລຸງຍັງຈຶ່ຫລານຢູ່ບໍ່? ແລະ ລຸງໄປຢູ່ໃສ່ ແມ່ນໃຜເປັນຄົນເອົາລຸງໄປ?… ຄຳຖາມເລົ່ານີ້ຍັງບໍ່ມີຄຳຕອບ ແຕ່ເຖີງຢ່າງໃດຫລານກໍຍັງມີຄວາມເຊື່ອວ່າລຸງຍັງຢູ່ນຳພວກຫລານຢູ່ ເພາະສິ່ງທີ່ລຸງບອກສອນ ແລະ ຜົນງານຂອງລຸງຍັງເປັນທີຈົດຈຳຢູ່ຕະຫລອດ. Continue reading “ແດ່ ລຸງສົມບັດ…ຈາກອາດິດອາສາສະໝັກມົດຂຽວ”

ຈົດໝາຍເປີດຊອງຈາກ ນາໆຊາດ

ວິທະຍຸເອເຊຍເສຣີ:10 ພະຈິກ 2015   (ທ່ານສາມາດອ່ານຈົດຫມາຍທີ່ນີ້)

Sombath-RFA
ທ. ສົມບັດ ສົມພອນ ຕອນໃຫ້ສຳພາດ ກັບຍານາງ Ore Huiying ເດືອນສິງຫາປີ 2010. Screen captured from “On Greed and Nature” video   Sombath.org

ກ່ອນຈະເຖິງ ວັນເປີດ ກອງປະຊຸມ ໂຕະມົນ ຣະດັບສູງ ຄັ້ງທີ 12 ທີ່ ຈະມີຂຶ້ນ, ອົງການ ຈັດຕັ້ງ ສາກົນ ໄດ້ ສົ່ງ ຈົດໝາຍ ເປີດຊອງ ຮຽກຮ້ອງ ເຖິງ ຜູ້ເຂົ້າ ຮ່ວມ ໃຊ້ ເວລາ ຊົ່ວ ລະຍະ ນຶ່ງ ອ່ານ ຂໍ້ຄວາມ ວິສັຍທັສ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ຄົນສຳຄັນ ໃນລາວ ທີ່ ທ່ານ ໄດ້ ປາສັຍ ຄັ້ງ ສຸດທ້າຍ ຢູ່ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ເມື່ອ ປີ 2012.

ແລະ ມີການ ຮຽກຮ້ອງ ໃຫ້ ກອງປະຊຸມ ພິຈາຣະນາ ຮັບເອົາ ວິສັຍທັສ ດັ່ງກ່າວ ເຂົ້າໃນ ການ ວາງແຜນ ພັທນາ ເສຖກິດ-ສັງຄົມ ຂອງລາວ ໃນ ຖານະ ທີ່ ລາວ ເປັນ ປະເທດ ທີ່ ໄດ້ຮັບການ ຊ່ວຍເຫລືອ ຈາກ ຕ່າງປະເທດ. ແລະ ຜ່ານມາ ກໍມີ ບັນດາ ນັກການທູດ ຫຼາຍຄົນ ໄດ້ຍົກ ບັນຫານີ້ ຕໍ່ ຣັຖບານ ແລະ ບັນຫາ ໃນຄວາມ ເປັນຫ່ວງ ເຣື້ອງ ສິດທິ ມະນຸດ ອື່ນໆ.

ໃນ ຄຳ ປາສັຍ ຂອງ ທ່ານ ສົມບັດ ສົມພອນ ໃນ ປີ 2012 ສ່ວນ ໃຫຽ່ ຈະກ່າວເຖິ ງການ ພັທນາ ທີ່ ຍືນຍົງ ປາສຈາກ ການສົ່ງ ຜົລກະທົບ ຕໍ່ ສິ່ງແວດ ລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ຮ່ວມທັງ ການພັທນາ ທີ່ ປະຊາຊົນ ມີສ່ວນ ຮ່ວມນຳ, ຈົນເປັນ ສາເຫດ ເຮັດໃຫ້ ທ່ານ ຫາຍ ສາບສູນ ຫລັງຈາກ ນັ້ນ.

ກອງປະຊຸມ ໂຕະມົນ ຣະດັບສູງ ຄັ້ງທີ 12 ໃນ ລາວ ໃນ ປີນີ້ ທີ່ ຈະຈັດຂຶ້ນ ໃນ ວັນທີ 27 ພືສຈິກາ ທີ່ ນະຄອນຫຼວງ ວຽງຈັນ ກັບ ຄູ່ຮ່ວມ ພັທນາ ແລະ ບັນດາ ປະເທດ ໃຫ້ ການ ຊ່ອຍເຫລືອ ລາວ, ດັ່ງ ທະນາຄານ ໂລກ ທະນາຄານ ພັທນາ ເອເຊັຽ ອົງການ ຊ່ອຍເຫລືອ ສະຫະຣັດ ຫລື UNDP ສະຫະພາບ ຢູ່ໂຮບ ທູດ ຕ່າງ ປະເທດ ໃນລາວ ແລະ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຮ່ວມດ້ວຍ ອົງການ ເອກຣາດ ແລະ ບຸກຄົນ ທີ່ ສຳຄັນ ຫຼາຍທານ.

ຈຸດປະສົງ ຂອງ ກອງປະຊຸມ ດັ່ງກ່າວ ແມ່ນ ເພື່ອ ສະທ້ອນ ຄວາມເຫັນ ຂອງ ຄູ່ຮ່ວມ ພັທນາ ແລະ ອົງການ ຊ່ອຍເຫລືອ ຈາກ ຕ່າງຊາດ ຕໍ່ການ ພັທນາ ເສຖກິດ ແລະ ສັງຄົມ ໃນ ລາວ.

ລາງວັນພິເສດສຳລັບ ສົມບັດ

SB in Japan 2008bມື້ນີ້ຂ້າພະເຈົ້າຢືນຢູ່ຕໍ່ໜ້າບັນດາທ່ານດ້ວຍຄວາມເຄົາລົບ ແລະ ດ້ວຍຄວາມໂສກເສົ້າເລັກນ້ອຍທີ່ເປັນ ຂ້າພະເຈົ້າຜູ້ທີ່ມາຮັບ ລາງວັນພິເສດເພື່ອສິດທິມະນຸດນີ້ ແທນທີ່ຈະເປັນ ສົມບັດ ຜູ້ເປັນສາມີຂອງຂ້າພະເຈົ້າ ເຊິ່ງໂອກາດແບບນີ້ຈະເຕັມປ່ຽມໄປ ດ້ວຍຄວາມສຸກ ແລະ ມີກຽດຫງ່າທີ່ສຸດຖ້າຫາກສົມບັດ ໄດ້ ມາຮັບລາງວັນນີ້ດ້ວຍຕົວລາວເອງ ແຕ່ກໍໜ້າເສຍດາຍທີ່ ສະຖານະການບໍ່ເອື້ອອຳນວຍ. ສົມບັດໄດ້ຖືກບັງຄັບໃຫ້ຫາຍ ຕົວໄປຕໍ່ໜ້າປ້ອມຕຳຫຼວດເມື່ອສອງປີກ່ອນ…

…ສົມບັດ ​ເວົ້າ​ຕະຫຼອດ​ວ່າການ​ພັດທະນາ ​ແລະ ຄວາມ​ກ້າວໜ້າ​ບໍ່​​ສາມາດ​ເກີດ​ຂື້ນ​ໄດ້​​ໂດຍ​ການ​ນຳ​ໃຊ້​ແຕ່ ຄວາມ​ຮູ້​ທາງ​ວິຊາ​ການ ​ແລະ ວິທະຍາສາດ​​ເທົ່າ​ນັ້ນ ​ແຕ່​ຕ້ອງ​ມີຮາກ​ຖານ​ມາຈາກ​ຄຸນຄ່າ​ທາງ​ຈິດ​ໃຈ ກໍ​ຄື​ຄວາມມີ​ເມ​ດຕາ, ຈິດ​ໃຈ​ທີ່ອ່ອນ​ໂຍນ, ການ​ເຄົາລົບນັບຖື​ຕໍ່​ສິ່ງຊີວິດຕ່າງໆ (ທັງ​ມະນຸດ ​ແລະ ສັດ) ​ແລະ ​ຕໍ່​ທຳ​ມະ​ຊາດ.

​ຈາກ ບົດ​ກ່າວ​ຂອງ ນາງ ອຶງ ຊຸຍ​ມິ​ງ ໃນ​ງານ​ມອບ​-ຮັບ ລາງວັນ​ກວາງ​ຈູ ​ຈາກມູນ​ນິທິ​ສິບ​ແປດ​ພຶດສະພາ

ທ. ສົມບັດໄດ້ຮັບຣາງວັນ ກຽດຕິຄຸນ

ວິທະຍຸເອເຊຍເສຣີ: 12 ພຶດສະພາ 2015
On Economics and Developmentຄນະ ກັມມະການ ເພື່ອ ສິດທິ ມະນຸດ ທີ່ ມີ ຊື່ວ່າ ຫວັງຈູ ທີ່ ມີ ຫ້ອງການ ຢູ່ ປະເທດ ເກົາຫລີ ໃຕ້ ໄດ້ ມອບ  ຣາງວັນ ກຽດຕິຄຸນ ໃຫ້ ບຸກຄົນ ທີ່ ເຮັດວຽກ ດ້ານ ສິດທິ ມະນຸດ ທີ່ ດີເດັ່ນ ປະຈໍາ ປີ 2015.

ໃນ ນັ້ນ ທ່ານ ສົມບັດ ສົມພອນ ນັກ ພັທນາ ອາວຸໂສ ດີເດັ່ນ ຂອງລາວ ທີ່ ຖືກ ລັກພາຕົວ ໄປ ໃນ ວັນທີ 15 ທັນວາ 2012 ກໍ ເປັນ ຜູ້ນຶ່ງ ທີ່ ຖືກ ຄັດເລືອກ ໃຫ້ ໄດ້ຮັບ ຣາງວັນ ກຽດຕິຄຸນ ໃນ ຄັ້ງນີ້.

ຢູ່ໃນ ຈົດໝາຍ ຂອງ ຄນະ ກັມມະການ ດ້ານ ສິດທິ ມະນຸດ ຂອງ ຫວັງຈູ ໄດ້ ແຈ້ງວ່າ: ທ່ານ ສົມບັດ ສົມພອນ ໄດ້ ໃຊ້ ເວລາ 30 ປີ ເພື່ອ ສົ່ງເສີມ ແລະ ໃຫ້ການ ຝຶກ ອົບຮົມ ແກ່ ໄວໜຸ່ມ ໃນ ດ້ານ ການ ສຶກສາ, ການ ພັທນາ ຊົນນະບົດ ແບບ ຍືນຍົງ.

ແລະ ໃນ ຕອນທ້າຍ ຈົດໝາຍ ຂອງ ຄນະ ກັມມະການ ໄດ້ເວົ້າ ໄວ້ວ່າ ຣາງວັນ ພິເສດ ດັ່ງກ່າວ ນີ້ ຈະ ປະກອບ ສ່ວນ ຍົກສູງ ເຣື້ອງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ແລະ ຊອກຫາ ຕົວ ທ່ານ ແລະ ໃຫ້ ທ່ານ ກັບ ມາຫາ ຄອບຄົວ ຢ່າງ ປອດໄພ. ອົງການ ທີ່ ເຮັດວຽກ ດ້ານ ສິດທິ ມະນຸດ ຫວັງຈູ ຖືກສ້າງຕັ້ງ ຂຶ້ນ ໃນປີ 1994 ຢູ່ ປະເທດ ເກົາຫລີ ໃຕ້ ໂດຍ ມີ ຈຸດປະສົງ ເພື່ອ ເຮັດວຽກ ສົ່ງເສີມ ສິດທິ ມະນຸດ ແລະ ການສ້າງ ສັນຕິພາບ ໃນ ທົ່ວໂລກ.

ລາວເປັນຜູ້ຟັງທີ່ດີ…

Castan Centreລາວ​ເປັນຍັງ​ເປັນ​ຄົນ​ທີ່​ມີ​ຄວາມ​ເຄົາ​ນົບ​ຖື​ເປັນ​ຢ່າງ​ສູງ​ຕໍ່​ວິຖີ​ຊີວິດ​ທ້ອງ​ຖິ່ນ ​ແລະ ພູມ​ປັນຍາ​ທ້ອງ​ຖິ່ນ. ລາວ​ເຊື່ອມາຕະຫຼອດ​ວ່າ​​ເຮົາບໍ່​ສາມາດ​​ເອົາ​ຕົວ​ລອດ​ໄດ້​ໃນ​​ເລື່ອງ​ການ​​ປູກຝັງຖ້າ​ເຮົາ​ບໍ່​ວ່າ​ຈະ​ລົງມື​ເຮັດ​ແນວ​ໃດ.

ເຊິ່ງ​ແຕກ​ຕ່າງ​ຈາກຜູ້​ຊ່ຽວຊານ​ດ້ານ​ກະ​ສິກຳ​ຫຼາຍໆ​ຄົນ​​ໃນ​ປັດ​ຈຸ​ບັນ​ທີ່ມັກ​ຈະ​ຍ່າງ​ເຂົ້າ​ໄປ​ຫາ​ປະ​ເທດ​ກຳລັງ​ພັດທະນາ ​ແລ້ວ​ເວົ້າ​ວ່າ ‘​ເຮົາ​ສາມາດ​ສອນ​ເຈົ້າວ່າ​ຄວນ​ຈະ​ເຮັດ​ແນວ​​ໃດ.’​

ສົມບັດ​ ບໍ່​ເຄີຍ​ເຮັດ​ແນວ​ນັ້ນ. ທຸກໆ​ຄັ້ງ​ລາວ​ພະຍາຍາມ​ຮຽນ​ຮູ້ ​ແລະ ຮັບຟັງ​ກ່ອນ, ​ແລະ ມັນ​ກໍ​ເປັນ​ແນວທາງ​ການ​ເຮັດ​ວຽກ​ຂອງ​ລາວ​ຕັ້ງ​ແຕ່​ໃດ​ມາ​ ​ໃນ​ການ​ເຮັດ​ວຽກ​ກັບ​ຄົນ​ອື່ນ. ລາວ​ບໍ່​ເວົ້າ​ຫຼາຍ, ​​ລາວ​ຟັງ​ກ່ອນ.

ນາງ ອຶງ ຊຸຍ​ມິ​ງ, ກ່າວ​ໃນ ງານ​ຄາ​ສຕານ: ການ​ບັງຄັບ​ໃຫ້ຫາ​ຍສາບ​ສູນ​ໃນ​ອາຊີ: ກໍລະນີ ສົມບັດ​ສົມ​ພອນ (Castan Event: Enforced Disappearances in Asia: the case of Sombath Somphone), ​​ຈັດ​ຂື້ນ​ທີ່ມະຫາວິທະຍາ​ໄລ​ໂມ​ນາຊ, ​ເມ​ວບອນ, ອົດ​ສະ​ຕາ​ລີ ​ໃນ​ວັນ​ທີ 6 ມີນາ 2014

ການສຶກສາແບບມີສ່ວນຮ່ວມ

ຟີມປີ 2012, ກິ​ດຈະ​ກຳ​ນອກ​​ໂມງ​ຮຽນ​ຂອງ​ນັກ​ຮຽນ​ມັດ​ທະ​ຍົມ​ປາຍ​ແຂວງ​ຊຽງ​ຂວາງ (​​ໝວດເດັກ​ອາສາ​​ໃນ​ໂຄງການຕ້ານ​ຢາ​ເສບ​ຕິດຂອງ​ກົມ​ສິນລະປະ​ ແລະ​ພະ​ລະສຶກສາ) ​ລົງເກັບ​ກຳ​ຂໍ້​ມູນ  ພ້ອມ​ທັງວິ​ເຄາະ​ວິ​​ໄຈທ່າ​ແຮງ ​ແລະ ​ບັນຫາ​​ໃນ​ຊຸມ​ຊົນ​ຕົນ​ເອງ ​ໃນ​ດ້ານ​ວັດທະນະທຳ-ສັງຄົມ,​ ທຳ​ມະ​ຊາດ, ​ເສດຖະກິດ ​​ແລະ ຄວາມສຸກ ​(ກອບ​ 4 ​ເສົາການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ທ່ານ ສົມບັດ ສົມ​ພອນ) ເພື່ອ​ນຳ​ໄປ​ສູ່ການ​ເຂົ້າ​​ໃຈ​ຊຸມ​ຊົນ​ຕົນ​ເອງ ​ແລະ ການຈັດ​ບູລິ​ມະ​ສິດ​ບັນຫາ​ທີ່​ຕ້ອງ​ໄດ້​ແກ້​ໄຂ​ຮ່ວມ​ກັນ. ​ບັນຫາ​ທີ່​ພົ້ນ​ເດັ່ນ​ ຕ້ອງ​ໄດ້​ມີ​ການ​ແກ້​ໄຂ​ຮີບ​ດ່ວນຈາກ​ການ​ວິ​ເຄາະຮ່ວມ​ກັນ​ຂອງຊຸມ​ຊົນ​​ໃນ​ ຟີມ​ນີ້ ​​ແມ່ນຄວາມ​ບໍ່ຊັດ​ເຈນ​​ເລື່ອງຂອບ​ເຂດ​ຊາຍ​ແດນທີ່​ດິນລະຫວ່າງ​ບ້ານ​ກັບ​ບ້ານ ​ ຍ້ອນບໍ່​ມີ​​ເອກະສານ​ອ້າງ​ອີງ ​ແລະບໍ່​ມີ​ຄົນໃຫ້​ຄວາມ​ກະ​ຈ່າງ​ແຈ້​ງ. ທ້າ​ຍທີ່​ສຸດ ຂະ​ບວນການ​ໄດ້​ນຳ​ໄປ​ສູ້​ການ​​ເຊື້ອ​ເຊີນ​ວິ​ຊາ​ການສະ​ເພາະດ້ານ​ການຈັດ​ສັນ​ ທີ່​ດິນ​​ຈາກ​ພາກ​ລັດ​ເຂົ້າ​ມາ​ຊ່ວຍ​ແກ້​ໄຂ​ບັນຫາດັ່ງກ່າວ​ຮ່ວມ​ກັນ.