ສົມບັດ ທີ່ຮັກ…ຈາກ ຊຸຍເມັງ

ວິທະຍຸເອເຊຍເສລີ: 04 ມິຖຸນາ 2017

ສົມບັດ ທີ່ຮັກ,

ສຳລັບຫລາຍປະເທດ ໃນເອເຊັຽ ແລະ ອະເມຣິກາລາຕິ໋ນ, ສລອງວັນສາກົລ ເພື່ອຜູ້ຖືກບັງຄັບ ໃຫ້ຫາຍສາບສູນ ໃນສັປດານີ້. ຍ້ອນແນວນັ້ນ ຂ້ອຍຈຶ່ງຄຶດຮອດເຈົ້າ ຫລາຍຂຶ້ນຕື່ມ ໃນມື້ສຳຄັນ ຄືແນວນີ້.

ຄືນວານນີ້ ຂ້ອຍນອນຍາກ ເພາະຄຶດເຖິງເຈົ້າຫລາຍ, ແລະເຊົ້າມື້ນີ້ ຂ້ອຍຕື່ນຂຶ້ນມາ ແລະ ຮູ້ສຶກງຸດງິດໃຈ ຈົນບໍ່ເປັນອັນກິນອັນນອນ. ຂ້ອຍພຍາຍາມ ປອບໃຈໂຕເອງ ໂດຍການນັ່ງສະມາທິ ແຕ່ກໍຍາກ ທີ່ຈິດໃຈຂອງຂ້ອຍ ຈະຢູ່ໃນ ສະພາບສງົບ ປົກຕິ ບໍ່ກະວົນກະວາຍໄດ້ ເພາະວ່າ ມີສິ່ງທີ່ເຮັດໃຫ້ຂ້ອຍ ກັງວົນໃຈຢູ່. ຂ້ອຍເສົ້າໂສກ ແລະ ອາຣົມບໍ່ດີ ໃຈຮ້າຍ, ແລະ ທໍ້ແທ້ໃຈ. ຂ້ອຍຖາມໂຕເອງ ວ່າ ເຈົ້າເຮັດຫຍັງ… ສົມພອນ ຈຶ່ງໄດ້ຮັບ ຄວາມອະຍຸຕິທັມ ຄືແນວນີ້ ໃນເມື່ອ ທຸກສິ່ງທຸກຢ່າງ ທີ່ເຈົ້າເຮັດໄປ ທັງໝົດ ຄືຄວາມດີ, ເຈົ້າເປັນຄົນດີ, ທຸ້ມເທ ຄວາມຮູ້ ແລະ ຄວາມສຳນິສຳນານ ເຂົ້າໃນການປັບປຸງ ຊີວິດການເປັນຢູ່ ຂອງຊາວລາວ ທັມດາສາມັນ ແລະ ຊຸມຊົນລາວ ທົ່ວໄປ.
ຫລັງຈາກ ໄດ້ນັ່ງສະມາທິແລ້ວ ຈິດໃຈຂ້ອຍ ກໍເຢັນລົງ ແລະ ຮູ້ສຶກດີຂຶ້ນ ໜ້ອຍນຶ່ງ. ຂ້ອຍເຣີ່ມຄຶດເຖິງ ສິ່ງທີ່ເຈົ້າ ມັກເວົ້ານຳຂ້ອຍວ່າ ເຈົ້າບໍ່ເຄີຍພຍາຍາມ ທີ່ຈະປ່ຽນແປງໂລກ ຫຼື ປ່ຽນແປງຣັຖບານ ອັນເປັນສິ່ງທີ່ຢູ່ ນອກເໜືອ ໄປຈາກຄວາມສາມາດ ຂອງເຈົ້າ. ເຈົ້າເວົ້າວ່າ ເປົ້າໝາຍ ຂອງຊີວິດເຈົ້າ ມີພຽງແຕ່ຈະໄດ້ເຮັດສິ່ງ ເລັກໆນ້ອຍໆ ດ້ວຍວິທີການ ອັນນ້ອຍໆ ຄືນໃຫ້ ຄອບຄົວ ແລະ ຊຸມຊົນ ທີ່ໄດ້ລ້ຽງເຈົ້າ ໄດ້ເບິ່ງແຍງເຈົ້າ, ແລະ ສອນເຈົ້າ ໃຫ້ກາຍເປັນຄົນ ທີ່ເຈົ້າເປັນຢູ່ ໃນສູ່ມື້ນີ້. ແລະ ແນ່ນອນ ທັງໝົດນັ້ນ ເປັນສິ່ງທີ່ ເຈົ້າໄດ້ເຮັດ ຢູ່ເລື້ອຍໆ ຄື ແທນຄຸນງາມຄວາມດີ ໃຫ້ພວກເພິ່ນຄືນ ຢ່າງໝົດຈິດໝົດໃຈ ຖນອມທ່ອມຕົນ, ມ່ວນຊື່ນ ແລະ ໃຈກວ້າງ.

ຂ້ອຍໄດ້ເຫັນ ວິທີເຈົ້າເຮັດວຽກ ບໍ່ວ່າ ເຈົ້າຈະຢູ່ກັບ ຊາວນາທັມດາສາມັນ, ນາຍຄຣູ, ນັກຮຽນນັກສຶກສາ, ຄູ່ຮ່ວມພັທນາ ແລະ ເພື່ອນຮ່ວມງານ, ຫຼື ແມ່ນແຕ່ ຟັງເຈົ້າໜ້າທີ່ຂັ້ນສູງ ເຈົ້າກໍມັກ ປະຕິບັດ ຕໍ່ແຕ່ລະຄົນ ດ້ວຍຄວາມເຄົາຣົບ, ໃຫ້ກຽດ ແລະ ກ່ອນອື່ນໝົດ ເຈົ້າກໍພ້ອມ ທີ່ຈະຮັບຟັງ ຄົນອື່ນ ແລະ ມັກເວົ້າໜ້ອຍ. ນັ້ນເປັນວິທີ ທີ່ເຈົ້າ ມັກປະຕິບັດ ຕໍ່ຄົນອື່ນ ພ້ອມທັງ ເປີດຈິດເປີດໃຈ ແລະ ບໍ່ເຄີຍຖືໂຕເອງ ເປັນໃຫຍ່ຈັກເທື່ອ. ຂ້ອຍຄຶດວ່າ ຍ້ອນເປັນແນວນັ້ນ ເຈົ້າຈຶ່ງມີຄົນ ໃນຊຸມຊົນພັທນາ ແລະ ໃນບັນດາກຸ່ມຊາວໜຸ່ມ ຈຳນວນຫລາຍ ຢູ່ພາຍໃນປະເທດລາວ ແລະ ຕ່າງປະເທດ ປະຕິບັດຕາມ.

ໃນລະຍະສັປດານີ້ ຊຶ່ງເປັນສັປດາສາກົລ ເພື່ອຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ, ຂະນະທີ່ ພວກເຮົາ ຄຶດຮອດເຈົ້າ, ສົມບັດ, ແລະ ທຸກໆຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ, ຂ້ອຍພຍາຍາມ ທີ່ຈະລືມຄວາມທໍ້ແທ້ ເຫລືອໃຈ ແລະ ຄວາມໂສກເສົ້າ. ຂ້ອຍຈຶ່ງ ຈື່ຈຳ ຄວາມດີທັງໝົດ ທີ່ເຈົ້າໄດ້ເຮັດມາ. ຂ້ອຍເຊື່ອວ່າເຈົ້າ ຖືກບັງຄັບ ໃຫ້ຫາຍສາບສູນ ເນື່ອງຈາກວ່າ ເຈົ້າ ໄດ້ພຍາຍາມ ມີຊີວິດຕາມຫລັກການ ຂອງເຈົ້າແລະ ຄວາມຈິງໃຈ-ຊື່ສັດ ຂອງເຈົ້າ. ແລະນັ້ນ ຄືຄວາມດີ ຂອງເຈົ້າ ແລະ ແນວຄິດ ຂອງເຈົ້າ ທີ່ເອົາຜູ້ຄົນ ເປັນສູນກາງການພັທນາ ອັນປາກົດວ່າ ມັນເປັນ ສິ່ງທ້າທາຍ ຊຶ່ງໃນທີ່ສຸດ ກໍມີບາງຄົນ ປິດປາກເຈົ້າ ໂດຍໃຫ້ເຈົ້າ ຫາຍສາບສູນໄປ.

ສົມບັດ, ໃນຂະນະທີ່ຂ້ອຍ ມີຄວາມເຈັບປວດ ເມື່ອຂາດ ເຈົ້າຢູ່ນີ້, ຂ້ອຍຮູ້ວ່າ ວຽກງານຂອງເຈົ້າ ແລະ ສິ່ງທີ່ເຈົ້າຍຶດໝັ້ນວ່າ ຈະກະທຳເພື່ອນັ້ນ ຈະຍັງມີ ຊີວິດຊີວາຕໍ່ໆໄປ ສຳລັບ ຜູ້ຄົນ ທັງຄົນລາວ ແລະ ບໍ່ແມ່ນຄົນລາວ. ຂ້ອຍຈະຮຽກຮ້ອງ ຫາຄວາມຈິງ ແລະ ຄວາມຍຸຕິທັມ ສຳລັບເຈົ້າ ເຖິງແມ່ນວ່າ ທຸກສິ່ງ ທີ່ຂ້ອຍໄດ້ຮັບ ຄື ຝາແຫ່ງຄວາມມິດງຽບ ກໍຕາມ.
ສົມບັດ, ທີ່ຮັກ, ຈົ່ງຢູ່ຢ່າງແຂງແຮງ ແລະ ຂ້ອຍກໍຄືກັນ ຈະຢູ່ຢ່າງແຂງແຮງ ເພື່ອເຈົ້າ ແລະ ເພື່ອທຸກຄົນທີ່ຖືກບັງຄັບ ໃຫ້ຫາຍສາບສູນ.

ຮັກເຈົ້າຫລາຍ, ຊຸຍເມັງ.

ວັນ​ທີ 31 ເດືອນ​ພຶ​ສ​ພາ 2017

ເຖິງລຸງສົມບັດ…ຈາກໄວໜຸ່ມທີ່ນັບຖື

OLYMPUS DIGITAL CAMERAເຖິງລຸງສົມບັດທີ່ນັບຖື,

ຫວັງວ່າລຸງຈະສະບາຍດີ, ຫ້າປີກ່ອນໜ້ານີ້ຫຼານໄດ້ເຂົ້າໄປຂໍຄຳປຶກສານຳລຸງຫຼາຍຄັ້ງໃນໄລຍະທີ່ຫຼານເລີ່ມວຽກ ໃໝ່ ແລະ ບໍ່ເຄີຍມີຈັກຄັ້ງເລີຍທີ່ລຸງຈະປະຕິເສດໃນການໃຫ້ຄຳປຶກສາ, ເຖິງວ່າລຸງຈະຄາວຽກຫຼາຍປານໃດກໍຕາມລຸງ ກໍຈະຫາເວລາໃຫ້ຫຼານສະເໝີ ແຕ່ມີຂໍ້ຫ້າມອັນດຽວຄື ຕ້ອງບໍ່ຖືກເວລາດຽວກັນກັບຊົ່ວໂມງນັດຕີປິງປອງຂອງລຸງກໍພໍ, ຫຼານຈື່ສະເໝີ ແລະ ຍິ້ມທຸກຄັ້ງທີ່ຄິດເຖິງປະໂຫຍກນີ້. ຜ່ານມາເຖິງວ່າຫຼານຈະບໍ່ໄດ້ພົວພັນວຽກ ໂດຍກົງກັບລຸງ ແຕ່ກັບໄດ້ຮັບຄຳປຶກສາໃນການແກ້ໄຂບັນຫາ ແລະ ຮູ້ສຶກໄດ້ຮັບການຊຸກຍູ້ເບື້ອງຫຼັງສະເໝີເມື່ອຕ້ອງການ.

ຜ່ານໄປສາມປີແລ້ວທີ່ຫຼານບໍ່ຮູ້ວ່າຕອນນີ້ລຸງຢູ່ໃສແຕ່ຫຼານຍັງຈື່ປະໂຫຍກໜຶ່ງເຊິ່ງເປັນປະໂຫຍກທີ່ລຸງໄດ້ບອກ ຫຼານໄລຍະທຳອິດທີ່ພົບລຸງຄື: “ໃຫ້ຫຼານເປັນນຳ້ເຄິ່ງຈອກ ຫຼື ເປັນນຳ້ເກືອບເຕັມຈອກສະເໝີ, ຢ່າເປັນນຳ້ເຕັມຈອກ”. ການເປັນນຳ້ບໍ່ເຕັມຈອກນີ້ແມ່ນເພື່ອໃຫ້ມີບ່ອນຫວ່າງເຫຼືອເພື່ອຮັບສິ່ງທີ່ເປັນປະໂຫຍດ ແລະ ເປີດກວ້າງຮັບສິ່ງທີ່ຖືກ ຕ້ອງ ແລະ ແນວຄວາມຄິດໃໝ່ເພື່ອຄວາມກ້າວໜ້າ ແລະ ສ້າງກຳລັງໃຈໃຫ້ຕົນເອງ, ສ່ວນສິ່ງທີ່ບໍ່ເໝາະສົມຫຼືບໍ່ຖືກ ຕ້ອງນັ້ນໃຫ້ຫຼານເທອອກເພື່ອບໍ່ໃຫ້ສືບຕໍ່ຜິດພາດ, ເພື່ອປັບປຸງຕົນເອງ ແລະ ເລີ່ມຕົ້ນສິ່ງໃໝ່ທີ່ດີກວ່າ. ຫຼານຈື່ປະ ໂຫຍກນີ້ໄດ້ດີ ແລະ ທົບທວນມັນສະເໝີໂດຍສະເພາະເວລາພົບບັນຫາ.

ຜ່ານໄປສາມປີແລ້ວສິ່ງທີ່ລຸງໄດ້ສັ່ງສອນນັ້ນບໍ່ພຽງແຕ່ຫຼານເທົ່ານັ້ນທີ່ຈື່ຈຳແຕ່ຍັງມີອີກຫຼາຍຄົນທີ່ຫຼານໄດ້ພົບ ແລະ ຫຼານກໍໄດ້ຟັງເລື່ອງລາວຂອງພວກເຂົາທີ່ເຕີບໂຕ ແລະ ພັດທະນາຈາກສິ່ງທີ່ລຸງໄດ້ໃຫ້ແນວຄິດໄວ້ ແລະ ພວກເຂົາກໍຈື່ຈຳເລື່ອງລາວເຫຼົ່ານັ້ນໄດ້ສະເໝີເຊັ່ນດຽວກັນ. ເວລາຜ່ານໄປນັ້ນບໍ່ໄດ້ເຮັດໃຫ້ວຽກງານທີ່ລຸງພັດທະນາໄວ້ ນັ້ນສູນຫາຍໄປ ແຕ່ວຽກງານດັ່ງກ່າວຍັງດຳເນີນຕໍ່ໂດຍຄົນລຸ້ນໃໝ່ທີ່ລຸງລົງເຫື່ອແຮງສ້າງ ແລະ ໃຫ້ໂອກາດໃນການພັດ ທະນາຕົນເອງຈົນພວກເຮົາເຂັ້ມແຂງ ແລະ ສາມາດດຳເນີນວຽກງານດ້ວຍຕົວຂອງພວກເຮົາເອງ.

ຫຼານເອງຢາກຂອບໃຈລຸງອີກຄັ້ງຜ່ານຈົດໝາຍສະບັບນີ້ທີ່ໄດ້ໃຫ້ແນວຄວາມຄິດດີໆໄວ້ໃຫ້ກັບຫຼານ, ຂອບໃຈທີ່ ລຸງໄດ້ສ້າງຜົນງານທີ່ໜ້າປະທັບໃຈ ແລະ ເປັນປະໂຫຍດຕໍ່ສັງຄົມໄວ້ໃຫ້ຫຼານໄດ້ຮຽນຮູ້ເພື່ອປັບມານຳໃຊ້, ຂອບໃຈລຸງ ທີ່ໃຫ້ໂອກາດໄວໜຸ່ມໃນການພັດທະນາ ແລະ ຂອບໃຈທີ່ຫຼານໄດ້ມີໂອກາດໄດ້ພົບລຸງ. ສຸດທ້າຍນີ້, ຫຼານຫວັງວ່າສິ່ງທີ່ ລຸງສ້າງໄວ້ນັ້ນຈະສືບຕໍ່ຂະຫຍາຍຜົນກວ້າງຂຶ້ນເພື່ອປະກອບສ່ວນໃນການພັດທະນາສັງຄົມ ແລະ ຄົນລຸ້ນໃໝ່.

ດ້ວຍຄວາມນັບຖື ແລະ ຮັກແພງ,

ໄວໜຸ່ມທີ່ນັບຖືແນວຄວາມຄິດຂອງລຸງ

ແດ່ ລຸງສົມບັດ…ຈາກອາດິດອາສາສະໝັກມົດຂຽວ

ສະບາຍດີ ລຸງ ສົມບັດ,

sombath_fishing_skillsດົນແລ້ວທີ່ບໍ່ໄດ້ຂຽນຈົດໝາຍຫາລຸງຕັ້ງແຕ່ມື້ທີ່ລຸງຫາຍໂຕໄປມັນກໍກະທົບທາງພາຍໃນ(ຈິດໃຈ)ຂອງຫລານພໍສົມ ຄວນມັນເຮັດໃຫ້ຫລານຄິດວ່າຈະເຮັດແນວໃດຕໍ່ດີນໍກັບວຽກງານທີ່ກຳລັງເຮັດຢູ່ເພາະລຸງເປັນຕົ້ນແບບດ້ານການ ເຮັດວຽກພັດທະນາຂອງຫລານມາຕະຫລອດຕັ້ງແຕ່ຕອນຫລານເປັນອາສາສະໝັກຂອງສູນປາແດກຕອນທີ່ຮຽນ ຢູ່ມັດທະຍົມ.

ຫລານເຫັນລຸງຄັ້ງທຳອິດແມ່ນຕອນທີ່ລຸງອະທິບາຍວຽກໃຫ້ກັບອາສາໄວໜຸ່ມຂອງກຸ່ມຂ່າວສານທີ່ ມາຈາກມສວຽງຈັນເຊີ່ງຕອນນັ້ນແມ່ນມີເອື້ອຍປຸ້ຍ ດວງແຂ ເປັນຫົວໜ້າທີມໃນການເຕົ້າໂຮມໄວໜຸມອາສາຜູ້ທີ່ສົນ ໃຈຮຽນຮູ້ເລື່ອງສິ່ງແວດລ້ອມຢູ່ພູເຂົາຄວາຍ ໃນຄັ້ງນັ້ນພວກເຮົາໄດ້ເຕົ້າໂຮມກັນຢູ່ສວນໄຜ່ພັນກໍ ໂດຍລຸງ ແລະ ລຸງ ອຸທີນ ໄດ້ໃຫ້ໂອວາດກັບພວກຫລານກ່ອນທີ່ຈະຂຶ້ນໄປຈັດກິດຈະກຳຢູ່ເທິ່ງພູເຂົາຄວາຍ ຄຳເວົ້າຂອງລຸງໃນມື້ນັ້ນ ແມ່ນປະທັບໃຈຫລານຫລາຍ ລຸງເວົ້າວ່າ ຄົນຕ້ອງການປ່າ ແຕ່ປ່າບໍ່ຈຳເປັນຕ້ອງມີຄົນ ມັນເປັນຄຳເວົ້າທີ່ເຮັດໃຫ້ ຫລານຄິດໄດ້ວ່າຄົນຕ້ອງຮັກສາແລະຫວງແຫນປ່າເພາະວ່າພວກເຮົາຕ້ອງການມັນນັ້ນຈຶ່ງເປັນຈຸດເລີ່ມຕົ້ນຂອງການ ເດີນທາງເຂົ້າສູ່ການເປັນອາສາສະໝັກເພື່ອສິ່ງແວດລ້ອມເລີ່ມຈາກການເກັບຂີ້ເຫຍື້ອອອກຈາກຫ້ວຍນ້ຳຢູ້ເທີງປ່າສະຫງວນພູເຂົາຄວາຍໃນປີ 1996. ຈົດໝາຍສະບັບນີ້ຂຽນມາເພື່ອຖາມຫາວ່າລຸງເປັນແນວໃດ? ລຸງຍັງຈຶ່ຫລານຢູ່ບໍ່? ແລະ ລຸງໄປຢູ່ໃສ່ ແມ່ນໃຜເປັນຄົນເອົາລຸງໄປ?… ຄຳຖາມເລົ່ານີ້ຍັງບໍ່ມີຄຳຕອບ ແຕ່ເຖີງຢ່າງໃດຫລານກໍຍັງມີຄວາມເຊື່ອວ່າລຸງຍັງຢູ່ນຳພວກຫລານຢູ່ ເພາະສິ່ງທີ່ລຸງບອກສອນ ແລະ ຜົນງານຂອງລຸງຍັງເປັນທີຈົດຈຳຢູ່ຕະຫລອດ. Continue reading “ແດ່ ລຸງສົມບັດ…ຈາກອາດິດອາສາສະໝັກມົດຂຽວ”

ອອກສຽງ!

Logo-Speak Out

 

ບໍ່ມີຫຍັງທີ່ຈະສ້າງຄວາມເຂັ້ມແຂງໃຫ້ກັບ ອຳນາດການປົກຄອງ ໄດ້ດີເທົ່າກັບ ຄວາມງຽບ (ຂອງປະຊາຊົນ).

ລີໂອນາໂດ ດາ ວິນຊີ

ໃນຂະນະທີ່ອຳນາດການປົກຄອງໄດ້ປິດສຽງຂອງສົມບັດ, ຂໍຄວາມກະລຸນາທຸກຄົນມາຊ່ວຍປະຄັບ ປະຄອງສຽງ ແລະວິໄສທັດຂອງເພິ່ນໄວ້ ເພື່ອປະເທດ ແລະປະຊາຊົນຂອງເພິ່ນ.

ທ່ານສາມາດຂຽນຈົດໝາຍເຖິງສົມບັດ. ລາຍລະອຽດສາມາດເບິ່ງໄດ້ທີ່ນີ້, ແລະຕົວຢ່າງທີ່ນີ້. ຂໍ້ຄວາມ ສັ້ນກໍ່ສາມາດສົ່ງໄດ້, ຄືດັ່ງຕົວຢ່າງເຫຼົ່ານີ້ທີ່ໄດ້ສົ່ງໃຫ້ ຕົ້ນໄມ້ບັນດານໃຈ.

ຈົດໝາຍ ແລະຂໍ້ຄວາມສັ້ນ ຄວນເປັນສິ່ງທີ່ກ່ຽວກັບສົມບັດ, ວຽກຂອງເພິ່ນ, ແນວຄວາມຄິດຂອງ ເພິ່ນ, ຫຼືຄວາມໝາຍຂອງສິ່ງເຫຼົ່ານີ້ສຳລັບທ່ານ. ການຂຽນອາດເປັນພາສາລາວ ຫຼືອັງກິດ. ຈົດໝາຍ ສາມາດຍາວໄດ້ເຖິງ 500 ຄຳ, ຂໍ້ຄວາມສັ້ນ 50 ຄຳ.

ຈົດໝາຍ ແລະຂໍ້ຄວາມສັ້ນຄວນສ່ອງແສງເຖິງວິທີການເຮັດວຽກຂອງສົມບັດ: ຂໍ້ຄວາມດ້ານບວກທີ່ ສະແດງເຖິງຄວາມເອົາໃຈໃສ່ ຈະໄດ້ຮັບການພິຈາລະນາເປັນພິເສດ ກວ່າອັນທີ່ເປັນດ້ານລົບ ຫຼືກ່າວ ໂທດ.

ຈົດໝາຍ ແລະຂໍ້ຄວາມ ຄວນສົ່ງຫາ [email protected]. ຖ້າເປັນໄປໄດ້, ກະລຸນາສົ່ງຊື່ເຕັມຂອງ ທ່ານມາພ້ອມ. ແຕ່ທ່ານກໍ່ສາມາດສົ່ງມາແບບນິລະນາມ ຫຼືໃສ່ນາມປາກກາກໍ່ໄດ້ຖ້າຈຳເປັນ.

ຈົດໝາຍ ແລະຂໍ້ຄວາມສັ້ນທີ່ຖືກຄັດເລືອກຈະໄດ້ຖືກນຳລົງເວັບໄຊ Sombath.org. ແຕ່ລາຍລະອຽດຂອງທ່ານຈະບໍ່ໄດ້ຖືກ ເອົາລົງ.

ເຖິງ ສົມບັດ… ຈາກ ພາບໂລ ໂຊລອນ (Pablo Solón)

ເຖິງສົມບັດ,

Logo-Speak Outມື້ນີ້ເປັນມື້ທີ່ຂ້ອຍເດີນທາງອອກມາຈາກທະວີບອາ​ເຊຍ ໜຶ່ງໃນຄວາມຊົງຈຳຂອງ ຂ້ອຍທີ່ຊັດເຈນທີ່ສຸດ ແລະ ຝັງ​ເລິກທີ່ສຸດກໍແມ່ນເຫດການທີ່ເກີດຂື້ນກັບເຈົ້າ. ພວກເຮົາພົບກັນບໍ່ດົນ ທີ່ນະຄອນຫຼວງວຽງຈັນ ລະ​ຫວ່າງກອງປະຊຸມ ພາກປະຊາຊົນ ອາຊີ-ເອີຣົບ ເມື່ອປີ 2012 ຕອນນັ້ນພວກເຮົາໄດ້ຈັບມືທັກທາຍ ສະບາຍດີກັນ ແລະ ລົມກັນວ່າຈະສານຕໍ່ການສົນທະນາຂອງເຮົາ ແຕ່ມັນບໍ່ໄດ້ ເກີດຂື້ນອີກຫຼັງ​ຈາກ​ນັ້ນ. ຫຼາຍເດືອນຕໍ່ມາ ມີຄົນພົບເຫັນເຈົ້າຄັ້ງສຸດທ້າຍ ຢູ່ຕໍ່ໜ້າປ້ອມຕຳຫຼວດ ແລ້ວຫຼັງຈາກນັ້ນ ເຈົ້າໜ້າທີ່ລາວກໍບໍ່ເຄີຍໃຫ້ຄຳກະຈ່າງ ແຈ້ງວ່າເກີດຫຍັງຂື້ນກັບເຈົ້າ.

ສາມປີກ່ອນຂ້ອຍໄດ້ເດີນທາງມາທະວີບເອເຊຍ ຕອນນັ້ນຂ້ອຍຫາກໍສຳເລັດການຂຽນປື້ມກ່ຽວກັບອ້າຍຂ້ອຍ ທ້າວ ໂຈເຊ ຄາລອສ ທຣູຈິໂລ ໂອໂຣຊາ ເຊິ່ງລາວໄດ້ຖືກບັງຄັບໃຫ້ຫາຍຕົວໄປໃນປີ 1972 ຊ່ວງທີ່ ມີການປົກຄອງແບບຜະເດັດການ ຂອງ ບານເຊີ (Banzer) ເຊິ່ງຂ້ອຍສາມາດຂຽນປື້ມໃຫ້ແລ້ວກ່ອນທີ່ແມ່ຂ້ອຍຈະເສຍຊີວິດ ຫຼັງຈາກທີ່ຄົ້ນຫາອ້າຍຂອງ ຂ້ອຍຕະຫຼອດໄລຍະ 40 ປີ. ຂ້ອຍຕ້ອງຍອມຮັບວ່າຕອນທີ່ຂ້ອຍນຳສະເໜີກ່ຽວກັບປື້ມດັ່ງກ່າວ ຂອ້ຍຄິດວ່າການບັງ ຄັບບຸກຄົນໃຫ້ຫາຍຕົວໄປມັນເປັນພຽງຝັນຮ້າຍທີ່ເກີດຂື້ນກັບລະບອບປົກຄອງແບບຜະເດັດການໃນສະ​ໄໝອະດີດ ຕະການເທົ່ານັ້ນ ຂ້ອຍບໍ່ເຄີຍຄິດມາກ່ອນວ່າຈະໄດ້ເຫັນເຫດການຄ້າຍຄືກັນນີ້ເກີດຂື້ນອີກ ໂດຍສະເພາະໃນທະວີບ​ເອ​ເຊຍ. Continue reading “ເຖິງ ສົມບັດ… ຈາກ ພາບໂລ ໂຊລອນ (Pablo Solón)”

ເຖິງສົມບັດ…ຈາກ ຊຸຍມິງ (7)

ອ້າຍສົມບັດທີ່ແສນຮັກ,

ມື້ນີ້ ວັນທີ 17 ເດືອນ ກຸມພາ ເປັນມື້ວັນເກີດຂອງອ້າຍ. ມັນເປັນປີທີ 3 ທີ່ອ້າຍບໍ່ໄດ້ ສະຫລອງວັນເກີດກັບນ້ອງ. ບໍ່ໄດ້ສະຫລອງວັນເກີດກັບນ້ອງກໍແມ່ນມີຄວາມຍາກຫລາຍ ແລ້ວ; ແຕ່ວ່າ ບໍ່ມີອ້າຍສົມບັດຢູ່ກັບ ຊຸຍມິງ ໃນມື້ພິເສດນີ້ ກໍຍັງເປັນການເສົ້າໃຈທີ່ ອົດທົນໄດ້ຍາກ.

17 February 2015ເພື່ອເປັນການລະນຶກເຖິງມື້ວັນເກີດນັ້ນ, ພີ່ນ້ອງ ຄອບຄົວຂອງອ້າຍສົມບັດແລະນ້ອງເອງໄດ້ໄປ ເຄນອາຫານ ຢູ່ວັດປ່ານາຄູນນ້ອຍໃຫ້ພຣະສົງ ຊຶ່ງເປັນວັດທີ່ເຈົ້າໄດ້ມີການພົວພັນ ຢ່າງໃກ້ຊິດ. ເປັນວັດທີ່ເຈົ້າໄດ້ເລີ່ມຕັ້ງ ໂຄງການ ພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພ) ເປັນຄັ້ງທຳອິດ ຢູ່ໃນຄວາມອຸປະຖັມຂອງ ພຣະອາຈານຊາລີ ຮອງປະທານ ຂອງອົງການ ພຸດທະສາສະໜາ ສຳພັນລາວ. ຢູ່ໃນ ຄ.ພ.ພ ເຈົ້າຍັງສາມາດໄດ້ສະເໜີ ຕໍ່ ພຣະສົງຈຳນວນນຶ່ງ ແນວຄິດຂອງພຸດທະສາສະໜາທີ່ຕ້ອງເອົາຈິງເອົາຈັງ ເປັນລະບົບ ຂອງການສິດສອນພຸດທະສາສະໜາ ແລະພາກປະຕິບັດທີ່ຈຸງໃຈໃຫ້ພຣະສົງອອກຈາກ ຂອບເຂດຂອງວັດວາອາຮາມແລະມີພັນທະຫລາຍຂຶ້ນກັບບັນຫາ ທີ່ກະທົບຕໍ່ຊຸມຊົນທົ່ວໄປ ແລະໃນສັງຄົມ. Continue reading “ເຖິງສົມບັດ…ຈາກ ຊຸຍມິງ (7)”

ເຖິງສົມບັດ…ຈາກ ຊຸຍມິງ (6)

​ເຖິງ ສົມບັດ ທີ່​ຮັກ​​​,​

​ເປັນ​ເວລາ 2 ປີ ​​ເຕັມໆ ​​ນັບ​ຕັ້ງ​ແຕ່ຄືນ​ວັນ​ທີ15 ທັນວາ 2012 ທີ່​ເຈົ້າ​ຖືກ​ເອົາ​ຕົວ​ໄປຈາກ​ຂ້ອຍຢ່າງ​​ໄຮ້​ມາລະຍາດ. ຂ້ອຍ​​ຢາກ​ໃຫ້​ເຈົ້າ​ຮູ້​ວ່າ​​ໄລຍະ 2 ປີທີ່​ຜ່ານ​ມາ ຄຳ​ເວົ້າ​ຂອງ​ເຈົ້າທີ່ເວົ້າວ່າ “​ໄປ໋ ​ເມືອ​​ເຮືອນ” ​ດັງຢູ່ໃນຫົວຂ້ອຍຊໍ້າ​ແລ້ວ​ຊ້ຳ​ອີກບໍ່​ຮູ້​ເທົ່າ​ໃດ​ເທື່ອ ​​ຕອນນັ້ນ​​ເຈົ້າ​ມາ​ຫາ​ຂ້ອຍ​ທີ່​ຮ້ານ​ຊາວບ້ານ ​​​ແລ້ວ​ຂ້ອຍຈື່​ໄດ້​ວ່າຂ້ອຍ​ຕອບ “​ໂອ​ເຄ” ​ແລ້ວ​ຂ້ອຍກໍ​ໄປ​ເອົາ​ກະ​ເປົາ ​ເພື່ອ​ຍ່າງ​ໄປ​ເອົາ​ລົດ​ຄົນ​ລະ​ຄັນ​ເພື່ອ​ກັບ​ບ້ານ. ຕັ້ງ​ແຕ່​ມື້​ນັ້ນ ​ເຈົ້າ​ບໍ່​ໄດ້ກັບ​ມາເຮືອນ​ອີກ​ເລີຍ.

ສົມບັດ​ເອີຍ,​​​ສອງ​ປີຜ່ານມາ​ນີ້ ຂ້ອຍຕັ້ງ​ຄຳ​ຖາມ​ໃນ​ໃຈ​ຕະຫຼອດ​ວ່າ​​ເຫດການຕ່າງໆ ຈະ​ແຕກ​ຕ່າງ​​ໄປ​ຈາກນີ້​ບໍ່ ຖ້າ​ຫາກ​ຂ້ອຍ​ບໍ່​ໄດ້​​ເອົາ​ລົດ​ຂອງ​ເຮົາ​​​ໄປ​ກ່ອນ​ໃນ​ເຊົ້າ​ມື້​ນັ້ນ ​ເຮັດ​ໃຫ້​ເຈົ້າ​ຕ້ອງ​ໄດ້​​​​ຂັບລົດ​ຈິບ​​ເກົ່າໆ ຂອງ​ເຈົ້າ​ເພື່ອ​ໄປ​ຕີ​ປິງປ໋ອງ​ໃນ​ຕອນ​ແລງມື້​ນັ້ນ? ​ເຈົ້າ​ອາດ​ຈະ​ໄດ້ຢູ່​ໃນລົດ​ຄັນ​ດຽວ​ກັນ​ກັບ​ຂ້ອຍ ​ເຖິງ​ວ່າ​ມື້​ນັ້ນ​ພວກ​ເຮົາ​ອາດ​ຈະ​ຖືກ​ເອົາ​ຕົວ​ໄປ​ພ້ອມ​ກັນ ​ແຕ່​ຢ່າງ​ໜ້ອຍ​ພວກ​ເຮົາ​ກໍ​ຍັງ​ໄດ້​ຢູ່​ນຳ​ກັນ. ຫຼື​ວ່າ ຈະ​ເກີດ​ຫຍັງ​ຂື້ນ​ຖ້າ​ພວກ​ເຮົາ​ຊວນ​ກັນ​ໄປນັ່ງ​ດື່ມ​​ເບຍ​ກ່ອນ​ກັບ​ບ້ານ​ໃນ​ມື້​ນັ້ນ ຄື​ດັ່ງ​ທີ່​ພວກ​ເຮົາ​​ເຮັດ​ເປັນ​ປະຈຳ​ໃນ​ຊ່ວງ​ທ້າຍ​ອາທິດ. ​ເຊິ່ງອາດ​ຈະ..ອາດ​ຈະ.. ​ເຮັດ​ໃຫ້​ຄົນ​ທີ່​ລໍຖ້າ​ເອົາ​ຕົວ​ເຈົ້າ​ ອິດ​ເມື່ອຍກັບ​ການ​ລໍຖ້າຢູ່​ທີ່​ປ້ອມ​ຕຳຫຼວດ ພວກ​ເຂົາ​ອາດ​ຈ​ະ​ເມືອ​​ເຮືອນ​ກ່ອນ​ທີ່​ເຈົ້າ​ຈະ​ມາ​ເຖິງ​ປ້ອມ​ຕຳ​ຫຼວດ. ​ແນວ​ໃດ​ກໍ​ຕາມ ມື້​ນັ້ນ​​ແມ່ນ​ແລງ​ວັນ​ເສົາ ​ແລະ ຕຳຫຼວດ​ສ່ວນ​ຫຼາຍ​ກໍ​ກັບ​​ເລີກ​ວຽກ​ໄວ​ເພື່ອ​ກັບ​ບ້ານ. ​ເຈົ້າ​ອາດ​ຈະ​ລອດ​ຈາກ​ຊະ​ຕາ​ກຳ​ທີ່​ຮ້າຍ​ແຮງດັ່ງກ່າວ.

ສົມບັດ ຂ້ອຍ​ຮູ້​ວ່າບໍ່​ມີ​ປະ​ໂຫຍ​ດຫຍັງ​ທີ່​ຈະ​ຄິດ​ແບບ​ນີ້ ​ແຕ່​ຂ້ອຍ​ບໍ່​ສາມາດ​ອອກ​ຈາກ​ຄວາມ​ຄິດ​ນີ້​ໄດ້ ມັນ​ກັບ​​ເຂົ້າ​ມາ​ໃນ​ຫົວ​ຂ້ອຍ​ຊໍ້າ​ແລ້ວ​ຊ້ຳ​ອີກ.. ມັນ​ອາດ​ຈະ​ຢູ່ດັງ​ຢູ່​​ໃນ​ຫົວ​ຂ້ອຍ​​ໄປຕະຫຼອດ​ ຈົນ​ຮອດ​ມື້​ຕາຍ​. Continue reading “ເຖິງສົມບັດ…ຈາກ ຊຸຍມິງ (6)”

ເຖິງສົມບັດ…ຈາກ ເບັນ ເອັດເວີດ

​ເຖິງ​ສົມບັດ,

ຂ້ອຍ​​ໄດ້​ລົມກັບ​ຊຸຍ​ມິ​ງມື້ວານ​ນີ້ກ່ຽວ​ກັບ​ແນວ​ຄວາມ​ຄິດ​ຂອງ​ເຈົ້າ​​​ເລື່ອງ​ການ​ສຶກສາ​ແບບ​ອົງ​ລວມ, “ການ​ສຶກສາ​ທີ່​ຈິດ​ໃຈ” ​​ເຊິ່ງ​ເປັນ​ພື້ນຖານ​ຂອງ​ການ​​ເສີມ​ສ້າງ​ລັດຖະບານ​ທີ່​​ແຂງ​ແຮງ; ​ເສີມ​ສ້າງ​ຄຸນ​ນະ​ທຳ​ໃນ​ໂຕ​ຄົນ ​ແລະ ຄວາມ​​ປະສານ​ກົມກຽວ, ​ແນວ​ຄວາມ​ຄິດ​ຂອງ​ບຸກຄົນ ​ແລະ ສັງຄົມ​ ກ່ຽວ​ກັບ​ການ​ເປັນ​ພົນລະ​ເມືອງ​ທີ່​ມີ​ຄວາມ​ຕື່ນ​ຕົວ, ​ແລະ ການ​​ເກື້ອ​ໜຸນ​ກັບ​ທຳ​ມະ​ຊາດ​​ແວດ​ລ້ອມ, ຄອບຄົວ, ​ແລະ ຊຸມ​ຊົນ ​ແລະ ສັງຄົມ. ​ແນວ​ຄວາມ​ຄິດ​ເຫຼົ່າ​ນີ້ ​ໄດ້​ສືບ​ຕໍ່​ເປັນ​ແຮງ​ຈູງ​ໃຈ ​ແລະ ​ຊີ້​ທິດ​ເປັນ​ແນວທາງໃນ​ການ​ຈັດການ​ສຶກສາ​ສຳລັບຂ້ອຍ​ໃນ​ນາມ​​ເປັນ​ອາຈານສອນໜັງສື. ດຽວ​ນີ້ ຂ້ອຍຍ້າຍ​ມາ​ຢູ່​ຮ່ອງ​ກົງ (Hong Kong) ​ແລະ ຮູ້ສຶກດີ​ຫຼາຍ​ທີ່​ໄດ້​ເຫັນ​ຄົນ​ຮຸ່ນ​​ໃໝ່ມີ​ຄວາມ​ຕື່ນ​ຕົວ ​​ມີ​ສ່ວນ​ຮ່ວມ​ໃນ​ນາມພົນລະ​ເຮືອນ​ທີ່​ມີ​ຄວາມ​ກະຕືລື​ລົ້ນ ​ແລະ ການ​ທີ່​ລະບົບ​ການ​ສຶກສາ ທັງ​ໃນ​ ​ແລະ ນອກ​ລະບົບ ​ໄດ້​ສິດ​ສອນ​ໃຫ້​ຄົນ​ໃຫ້ຮັບ​ຮູ້, ​ເປັນ​ກັງ​ວົນ, ​ແລະ ຕື່ນ​ຕົວ​ໃນ​ທຸກໆ​ດ້ານ​ຂອງ​ສັງຄົມ.

ມໍ່ໆ​ນີ້ກຸ່ມ​ນັກຮຽນ​ປີ​ທີ 9 ກຳລັງ​ເຮັດ​​ໂຄງການ​ວິ​​​ໄຈ​ກ່ຽວ​ກັບປະ​ເທດ​ລາວ ​ແລະ ສ່ວນ​ໃຫຍ່​ຂອງ​ບົດ​ນຳ​ສະ​ເໜີ​ຂອງ​ພວກ​ເຂົາ​ແມ່ນ​ກ່ຽວ​ກັບ​ວຽກ​ງານ​ຂອງ​ເຈົ້າ​ໃນ​ດ້ານ​ການ​ສຶກສາ ​ແລະ ພາກ​ປະ​ຊາ​ສັງຄົມ. ​ແນວ​ຄວາມ​ຄິດ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້​ໄດ້​​ເປັນ​ແຮງ​ບັນດານ​ໃຈ​ໃຫ້​ພວກ​​ເຂົາ​ຢາກ​ຊອກ​ຮູ້​ເພີ້​ມຕື່ມ, ​ເພື່ອ​ໃຫ້​ເຂົ້າ​ໃຈ​ວ່າພວກ​ເຂົາ​ພິ​ເສດ​ແນວ​ໃດ​ໃນ​ປະ​ເທດ​ຮ່ອງ​ກົງ ທີ່​ປະ​ເທດ​ອື່ນໆ ກຳລັງດີ້ນຮົນ​ເພື່ອ​ໃຫ້​ໄດ້ສິ່ງ ​ເຊິ່ງ​ເປັນ​ສິ່ງ​ທີ່​ພວກ​ເຂົາ​ມີ​ຢູ່​ໃນ​ປະ​ເທດ​ນີ້, ​ແລະ ພວກ​ເຂົາ​ກຳລັງ​ວາງ​ແຜນ​​ເຮັດ​ໂຄງການ​ເພີ້​ມຕື່ມ​ເພື່ອ​ເປັນ​ການຕິດຕາມ. ພວກ​ເຮົາ​ຈະ​ເດີນທາງ​​ໄປ​ປ​ະ​ເທດ​ລາວ​ໃນ​ລະດູ​ໃບ​​ໄມ້​ຫຼົ່ນ​ນີ້ ​ແລະ ​ໄດ້​ອອກ​ແບບ​ໂຄງການ “ການ​ອອກ​ແບບ​ເພື່ອ​ການ​ປ່ຽນ​ແປງ” (Design for Change) ​​ເພື່ອ​​ເປັນ​ກິດຈະກຳ​ຫຼັງ​ເລີກ​ຮຽນ​ໃນ​ໂຮງຮຽນ​ຂອງ​ພວກ​ເຮົາ ​ແລະ ພວກ​ເຂົາ​ຍັງ​ຈະ​ພາກັນ​ສ້າງ​ຄວາມ​ເຂົ້າ​ໃຈ ​ແລະ ລະດົມ​ທຶນ​ສຳລັບ​ UXO ຜູ້​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ໃນ​ປະ​ເທດ​ລາວ. ຂ້ອຍ​ຫວັງ​ວ່າ​ມັນ​ຈະ​ຊ່ວຍ​​ໃຫ້​ເຈົ້າຈະ​ຮູ້ສຶກອຸ່ນ​ໃຈ ວ່າ​ເຈົ້າ​ຍັງ​ຄົງ​ສືບ​ຕໍ່​​ເປັນ​ແຮງ​ບັນດານ​ໃຈ​ໃຫ້​ກັບ​ພວກ​ເຮົາ ​ແລະ ​ແນວ​ຄວາມ​ຄິດ​ຂອງ​ເຈົ້າ​ມີ​ຄວາມ​ໝາຍ​ຫຼາຍ ​ແລະ ​ເປັນ​ແນວທາງ​ສຳລັບ​ຄົນ​ຮຸ່ນ​ໃໝ່​ໃນ​ການ​ໃຊ້​ຊີວິດ​ປະຈຳ​ວັນ ​ແລະ ການ​ເຮັດ​ວຽກ, ທີ່ຢູ່​ເໜືອ​ຂອບ​ເຂດຊາຍ​ແດນ​ປະ​ເທດ​ລາວ.

ຂ້ອຍ​ລໍຖ້າ​ມື້ທີ່​ຈະ​ໄດ້​ລົມ​ກັບ​ເຈົ້າ​ກ່ຽວ​ກັບ​​ແຜນ​ເຫຼົ່າ​ນີ້​​ໃນມໍ່ໆ, ​ເພື່ອ​ສະ​ແດງ​ໃຫ້​ເຈົ້າ​ເຫັນ​ວ່າ​ໄວ​ໜຸ່ມ​ໄດ້​ເຮັດ​ຫຍັງ​ແດ່​ທີ່​ເປັນ​ຜົນ​ມາ​ຈາກ​ແຮງ​ບັນດານ​ໃຈ​ຈາກຂອງ​ເຈົ້າ ​ແລະ ຢາກ​ຈະ​ສົນທະນາ​ນຳ​ເຈົ້າ​ກ່ຽວ​ກັບ​ໂຄງການ​ທີ່​ໜ້າ​ຕື່ນ​ເຕັ້ນ​ອື່ນໆ ທີ່​ພວກ​ເຮົາ​ໄດ້​ວາງ​ແຜນ​ໄວ້.

​ເບັນ ​ເອັດ​ເວີ​ດ (Ben Edwards)

ແດ່ ສົມບັດ… ຈາກ ບຣິດເຈັດ ຊີ

​ເຖິງ​ສົມບັດ,

ຈົດໝາຍ​ນີ້​ຂ້ອຍ​ຮ່າງ​ຂື້ນ​ຫຼາຍ​ຄັ້ງ​ໃນຄວາມ​ຄິດ​ຂອງ​ຂ້ອຍ. ມັນ​ເປັນ​ຈົດໝາຍ​ທີ່​ຂຽນ​ຍາກ, ຂ້ອຍ​ຢາກ​ບອກ​ເຈົ້າ​ດ້ວຍ​ໂຕຂ້ອຍ​ເອງ​ຖ້າ​ເປັນ​ໄປ​ໄດ້. ຂ້ອຍ​ບໍ່​ຈື່​ ວ່າ​ເຮົາ​ພົບ​ກັນ​ຄັ້ງ​ທຳ​ອິດ​ຕອນ​ໃດ,​​ ​ແຕ່​ຂ້ອຍ​ຈື່​ວ່າ​ເຮົາ​ນັ່ງ​ກິນ​ກາ​ເຟນຳ​ກັນ​ຫຼາຍ​ເທື່ອ​ຢູ່​ລະບຽງ​​ແຄມ​ທະ​ເລຢູ່​ທີ່​ພັກຂອງ​ຊຸຍ​ມິ​ງທີ່​​ເມືອງດິລີ (Dili) ​ເຊິ່ງ​ເປັນ​ບ່ອນ​ທີ່​ເຈົ້າ​ແລກປ່ຽນ​ພູມ​ປັນຍາ​ຂອງ​ເຈົ້າ​ໃຫ້​ຂ້ອຍ​ຟັງ​. ​ເຈົ້າ​ເລົ່າ​ໃຫ້​ຟັງ​ກ່ຽວ​ກັບສູ​ນປາ​ແດກ (PADETC) ​ແລະ ວຽກ​ງານ​ທີ່​ເຈົ້າ​ໄດ້​ເຮັດ​ຜ່ານ​ມາ. ຮອຍ​ຍິ້ມທີ່​ສະຫງົບ​​ ​- ​​​ແບບຄລາສິກ ສົມບັດ​ໃນ​ມາດ​​ສຸຂຸມ- ສື່​ໃຫ້​ເຫັນ​ເຖິງ​ຄວາມ​ອ່ອນ​ໂຍນ​ ​ແຕ່​ເຕັມ​ປ່ຽມ​ດ້ວຍຄວາມ​​ໜັກ​ແໜ້ນ​​ຂອງ​ເຈົ້າ​ທີ່​ມີ​ຕໍ່​ມຸມ​ມອງ​ກ່ຽວ​ກັບ​ຊີວິດ. ​ຕອນ​ນັ້ນລົມ​ຈາກ​ທະ​ເລ​ໄດ້​ພັດ​​ເອົາຊາຍ​ມາ​ຕິດ​ຢູ່​ປາກ​ຂອງ​ພວກ​ເຮົາ ຈື່​ໄດ້ວ່າ​ຕອນ​ນັ້ນເຈົ້າກຳລັງ​ນັ່ງ​ຮ່າງ​ແນວ​ຄິດ​ກ່ຽວ​ກັບ​ຄວາມສຸກ: ຫຼັງຄາ​ຂອງ​ຄວາFour Pillarsມສຸກ​ຕ້ອງ​ຢູ່​ເທິງ​ເສົາ​ຂອງ​ຈິດ​ໃຈ, ​ເສດຖະກິດ, ວັດທະນະທຳ, ​ແລະ ສິ່ງ​ແວດ​ລ້ອມ ​ໂດຍ​ມີ​ພື້ນຖານ​ສະ​ໜັບສະ​ໜູນ​​​ແມ່ນ​ການ​ສຶກສາ, ​ແນວ​ຄິດ​ນີ້​ເຮັດ​ໃຫ້​ເຈົ້າ​ໄດ້​ອຸທິດ​ຊີວິດ​ທີ່​ເຫຼືອ​ໃຫ້​ກັບ​ເພື່ອ​ນຮ່ວມ​ຊາດ​ລາວ​ຂອງ​ເຈົ້າ ​ເຊິ່ງ​ເຈົ້າກໍ​ໄດ້​ຮັບ​ໂອກາດ​ນັ້ນ. ​ເຈົ້າ​ເປັນຄົນ​ຂອງ​ແຜ່ນດິນ. ສິ່ງ​​ເຫຼົ່າ​ນີ້ ຊາວຕິ​ມໍ (Timorese) ສາມາດ​ຮັບ​ຮູ້​ໄດ້ທຸ​ກຄັ້ງ​ທີ່​ເຈົ້າ​ມາ​ຢາມ​ພວກ​ເຮົາ​ທີ່​ດິລີ (Dili). ຂ້ອຍ​ເປັນ​ລູກສິດ​ທີ່​​ໄດ້​ຮັບ​ສິດທິ​ພິ​​ເສດ ​ໂຊກ​ດີ​ທີ່​ຂ້ອຍ​ເປັນ​ຄົນ​ເປີດ​ຫູ ​​ແລະ ​ເປີດ​ໃຈ, ຂອບ​ໃຈ​ທີ່​ສຸດ.

ຫຼັງ​ຈາກ​ນັ້ນ ຂ້ອຍ​ໄດ້​​ເດີ​ນທາງ​ໄປ​ຢູ່​ປະ​ເທດ​ລາວ​ໜຶ່ງ​ເດືອນ ​ເພື່ອ​ສ້າງ​ສື່​ກ່ຽວ​ກັບ​ວຽກ​ງານ​ຂອງ​ສູນ​ປາ​ແດກ (PADETC) ​ເຊິ່ງ​ເປັນ​ໂອກາດ​ທີ່​ຂ້ອຍ​ໄດ້​​ເຂົ້າ​ໃຈ​ກ່ຽວ​ກັບປັດ​ສະຍາ​ຂອງ​ເຈົ້າ​ເລິກ​ເຊິ່ງຂື້ນ. ​ເລື່ອງ​ພູມ​ປັນຍາ​ທ້ອງ​ຖິ່ນ ​ເຈົ້າ​ໄດ້​ສົ່ງ​ເສີມ​​​​ໃນ​ສິ່ງ​ທີ່​ຈະ​ຊ່ວຍ​ໃຫ້​ຊຸມ​ຊົນໜຶ່ງໆ ພັດທະນາ​ຕົນ​ເອງ​ໄປ​ສູ່​ຄວາມ​ຍືນ​ຍົງ. ຂ້ອຍ​​ເຫັນ​ໃບ​ໜ້າຍີ້ມ​ແຍ້ມ​ເຈົ້າ​ແຈ່ມ​ໃສ​ຢ່າງ​ພາກພູມ​ໃຈ​​ໃນ​ຕອນ​ທີ່​ເຈົ້າ​ແນະນຳ​​ໃຫ້​ຮູ້ຈັກ​ກັບພະນັກງານ​ຄົນ​ຮຸ້ນ​ໃໝ່ ​ແລະ ອາສາ​ສະໝັກ​ໄວ​ໜຸ່ມ​ຂອງ​ເຈົ້າ. ພວກ​ເຂົາ​ແມ່ນ​ບັນດາ​ບຸກຄົນ​ທີ່​ເຈົ້າມີ​ຄວາມ​ຫວັງ​ວ່າ​ຈະ​ສາມາດ​ເຮັດ​ໃຫ້​ປະ​ເທດ​ລາວ​ເປັນ​ບ່ອນ​ທີ່​ໜ້າ​ຢູ່​ຫຼາຍ​ຂື້ນ.

​ແຕ່​ວ່າ​ມັນ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ເວົ້າ​ໄວ້​ສະ​ເໝີ​ໄປ. ຢູ່​ເຮືອນ​ຂອງ​ເຈົ້າ​ຂ້ອຍ​ເຄີຍ​ນັ່ງ​ຢູ່​ໂອນ​ຊາ​ເກົ່າໆ ​ແລະ​ຫັນ​ໜ້າ​ໄປ​ຫາ​ແມ່​ນ້ຳຂອງ ພ້ອມ​ທັງ​ເບິ່ງ​​ເພື່ອນ​ບ້ານ​ຂອງ​ເຈົ້າ​ກຳລັງ​ຫວ່ານ​ແຫ​ຈັບ​ປາ​ຢູ່​ທ່າມກາງ​ແສງ​ອາທິດ​ກຳລັງ​ຕົກ​ດິນ, ​ເຈົ້າ​​ເລົ່າ​ເຖິງ​ນ້ອງ​ທີ່​ເຈົ້າ​ເຄີຍ​ລ້ຽງດູ ​ແລະ​ຊ່ວຍ​ເຫຼືອ​ມາ. ​ເຈົ້າ​ເລົ່າ​ເຖິງຊີວິດ​ຂອງ​ເຈົ້າ​ຕອນ​ຢູ່ອີສ​ເວສ​ເຊັນ​ເຕີ (East West Centre) ​ເຊິ່ງ​ເປັນ​ບ່ອນທີ່​ຂ້ອຍ​ເອງ ຄັ້ງ​ໜຶ່ງກໍ​ເຄີຍ​ໄປ​ຮຽນ​ຢູ່​ທີ່​ນັ້ນ​ຄື​ກັນ. ຢູ່​ສະ​ຖານ​ທີ່​ດັ່ງກ່າວ ​ທີ່​ເຈົ້າ​ໄດ້​ພົບ​ກັບ​ຊຸ​ຍມິ​ງ ​ແລະ ຕົກ​ຫຼຸມ​ຮັກ​ກັບ​ລາວ. ​ເມື່ອ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ທັງ​ສອງ​ຢູ່​ນຳ​ກັນ ຂ້ອຍ​ມັກ​ຈະ​ເວົ້າ​ຢອກ​ເລື່ອງ​ຜົມຫງອກຂອງ​ພວກ​ເຈົ້າທັງ​ສອງ ​ແລະ ຢອກ​ກັນ​ໄປ​ມາ ​ແລະ ຊຸຍ​ມິ​ງສະ​ແດງ​ອອກ​ດ້ວຍ​ຄວາມ​ຮັກ​​. ​ຕອນ​ທີ່​ລູກ​ຊາຍ​ຂອງ​ຂ້ອຍ​ໄດ້​ພົບ​ກັບ​ພວກ​ເຈົ້າ​ສອງ​ຄົນ​ຢູ່​ທີ່ສວນ​ລາບຣາດໍ​ (Labrador Park) ທີ່​ສິງກະ​ໂປ, ລາວ​ເອີ້ນ​ເຈົ້າ​ວ່າ “ລຸງ ຊົມ​ບັດ (Uncle Zombat)” ​ແລະ ​ເມຍ​ຂອງ​ເຈົ້າ “ປ້າ​ວໍ​ເຕີ (auntie Water).” ພວກ​ເຮົາ ​ຕົບ​ທ້າຍ​ການ​ທ່ຽວ​ຂອງ​ເຮົາ​ດ້ວຍ​ກະ​ແລ້​ມ ທີ່​ເປັນ​ນ້ຳ​ແຂັງ​ແຫ້ງ​ນຸ້ມໆ​ແຕ່​ມີ​ສີສັນ ​ແລະ ພວກ​ເຮົາ​ກໍ​ສັນຍາ​ວ່າ​ຈະ​ມາ​ພົບ​ກັນ​ອີກ. ຄຳ​ສັນຍາ​ນັ້ນ​ຍັງ​ຄົງ​ຢູ່. ພວກ​ເຂົາ​ອະທິຖານ​ວ່າ​ລຸງ​ຊົມ​ບັດ (Zombat) ຈະ​ກັບ​ມາ​ບ້ານ ​ປ້າ​ວໍ​ເຕີ​ຈະ​ບໍ່​ໄດ້​ຮ້ອງ​ໄຫ້​ອີກ​ຕໍ່​ໄປ. ພວກ​ເຮົາ​ຮັກ​ເຈົ້າ, ສົມບັດ.

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

ບຣິດ​ເຈດ, ນໍ​ແມນ & ​ເວລ (Bridgette, Norman & Val)

 

ເຖິງ ສົມບັດ…ຈາກ ຊູຍມິງ (3)

ສົມບັດ​ທີ່​ຮັກ​,

SB-MOຂ້ອຍ​ຂຽນ​ເຖິງ​ເຈົ້າ​ເພື່ອ​ແຈ້ງ​ຂ່າວເສົ້າ ສະຫຼົດ​ໃຈ​ ມື້​ເຊົ້າ​ນີ້​ແມ່​ຜູ້​ເປັນ​ທີ່​ຮັກ​ແລະ​ເຄົາລົບ​ຂອງ​ເຈົ້າ​ໄດ້​​ເສຍ​ຊີວິດ​ແລ້ວ. ​ເປັນ​ເວລາ​ຫຼາຍ​ກວ່າ 6 ​ເດືອນທີ່​ສຸຂະພາບ​ຂອງ​ລາວ​​ຊຸດ​ໂຊມ​ ​ແລະ​ ​ເຖິງ​ວ່າ​ລາວ​ຈະ​​ອ່ອນ​ເພຍ ​ແຕ່​ລາວ​ໄດ້​ພະຍາ​ມຕໍ່ສູ້​ເພື່ອ​ໃຫ້​ມີ​ລົມ​ຫາຍ​ໃຈ​ຢູ່​ຕໍ່ ​​ຕັ້ງ​ຕາລໍ​ຖ້າ​​ເພື່ອ​ໃຫ້ໄດ້​ພົບ​​ເຈົ້າ​ຈົນ​ຮອດ​ນາ​ທີ​ສຸດ​ທ້າຍ.

​ແມ່​ຂອງ​ເຈົ້າ​ເປັນ​ໜຶ່ງ​ໃນ​ບັນດາບຸກຄົນ​ທີ່​ມີ​ຈິດ​ໃຈ​ດີ ​ແລະ ມີ​ເມດ​ຕາ​ທີ່​ສຸດ​ເທົ່າ​ທີ່​ຂ້ອຍ​ເຄີຍຮູ້ຈັກມາ ​ແລະ ມັນ​ກໍ​ຊັດ​ເຈນວ່າ​​ເຈົ້າ​ກັບ​ລາວ​ມີ​ສາຍ​​ໄຍ​ພິ​ເສດ​​ນີ້​. ຫຼາຍ​ຄັ້ງ​ທີ່​ຂ້ອຍ​ເຈົ້າ​​ເບີກ​ບ້ານ ​ເມື່ອ​ພວກ​ເຈົ້າ​ໄດ້ພົບ​ກັນ. ​ເນື່ອງ​ຈາກ​​ເຈົ້າ​ເປັນ​ລູກ​ຄົນ​ທຳ​ອິດ​ຂອງ​ລາວ ​​ແນ່ນອນ​ວ່າ​ເຈົ້າ​​ເປັນ​ແກ້ວຕາ​ດວງ​ໃຈ​ຂອງ​ລາວ​. ​​​ໃນ​ນາມ​ລູກ​ຊາຍ​ກົກ ​ເຈົ້າ​ເຫັນວ່າ​ມັນ​ແມ່ນໜ້າ​ທີ່​ຈະ​ຕ້ອງ​ແບ່ງ​ເບົາ​ຄວາ​ມທຸກຍາກ​ໃຫ້​ແກ່​ພໍ່​ແມ່​ໃຫ້​​ໄດ້ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​​ໄດ້. ​ເຈົ້າ​​ເລົ່າ​ໃຫ້​ຂ້ອຍ​ຟັງ​ເປັນ​ປະ​ຈຳວ່າແມ່​ເຈົ້າ​ຕ້ອງ​ເຮັດ​ວຽກ​ໜັກ​ສຳ່​ໃດ ​ໄປ​ພ້ອມໆ ກັບ​ລ້ຽງ​ດູລູກໆ. ​​​ເຈົ້າ​ເວົ້າ​ເຖິງ​ລາວ​ດ້ວຍ​ຄວາມ​ຮັກ​ແລະ​ເຄົາລົບ ​ແລະ​ເວົ້າ​ໃຫ້​ຟັງ​ເລື້ອຍໆ​ວ່າລາວ​ບໍ່​ເຄີຍ​ຈົ່ມ​ເຖິງ​​ແມ່ນ​ວ່າ​ຕົນ​ເອງ​ພົບ​ກັບ​ຄວາມ​ຍາກ​ລຳບາກຫຼາຍ​ສ່ຳໃດ ​ເຈົ້າ​ຄົງຈະ​ຊືມຊັບ​ເອົາ​​ລັກ​ຊະນະພິ​ເສດ​ຂອງ​ລາວ ກໍ​ຄື ຈິດທີ່​ອ່ອນ​ໂຍນ, ຄວາມມີ​ເມດ​ຕາ, ຄວາມອົດ​ທົດ,​​ແລະ ​ການ​​ເອົາ​ໃຈ​ໃສ່​ໃນ​ວຽກ​ງານ . Continue reading “ເຖິງ ສົມບັດ…ຈາກ ຊູຍມິງ (3)”