“ໃນປີ 1980 ສົມບັດໄດ້ກັບໄປ ບ້ານເກີດ”

SB & Woman-005bຊີວິດໃນໄວເດັກຂອງ ສົມບັດ ສົມພອນ ຢູ່ທ່າມກາງຄວາມບໍ່ແນ່ນອນແລະຄວາມສັບສົນວຸ້ນວາຍຍ້ອນ ປະເທດ ລາວໃນຕອນນັ້ນໄດ້ຖືກຮຸກຮາມຈາກສົງຄາມອິນດູຈີນ. ສົມບັດລອດພົ້ນອອກຈາກເຫດການເຫຼົ່າ ນັ້ນໄດ້ຍ້ອນ ສອບເສັງຍາດໄດ້ທຶນການສຶກສາເພື່ອໄປຮຽນຢູ່ມະຫາວິທະຍາໄລຮາວາຍ (University of Hawaii) ແລະ ໄດ້ຮັບໃບປະກາດໃນດ້ານການສຶກສາແລະດ້ານກະສິກໍາ. ໃນປີ 1980 ສົມບັດໄດ້ກັບໄປ ບ້ານເກີດຂອງຕົນເອງ ອີກຄັ້ງໜຶ່ງ ແລະ ໃນປີດຽວກັນໄດ້ຊ່ວຍຈັດຕັ້ງໂຄງການການປູກເຂົ້າແບບປະສົມ ປະສານ (Rice-Based Integrated Farm System Project) ເພື່ອຊ່ວຍໃຫ້ຊາວນາບັນລຸ ຄວາມໝັ້ນຄົງ ດ້ານອາຫານ. ຫຼາຍປີຕໍ່ມາ ໄດ້ເຮັດໃຫ້ ສົມບັດກ້າວເຂົ້າສູ່ໂລກຂອງຊົນນະບົດໃນລາວ ແລະ ສູ່ອຸປະສັກທີ່ ສະຫຼັບຊັບຊ້ອນໃນໝູ່ບ້ານທີ່ ກະຈັດກະຈາຍໃນເຂດຫ່າງໄກສອກຫຼີກ ທີ່ກຳລັງລໍຖ້າ ນັກພັດທະນາທັງຫຼາຍເຂົ້າໄປຫາ.

ຈາກຄໍາຢົກຢ້ອງສໍາລັບການ ລາງວັນຣາມອນແມັກໄຊໄຊປີ 2005 ສາຂາຜູ້ນຳພາຊຸມຊົນ

ປະຊຸມອາຊຽນບໍ່ຄວນລືມ ທ.ສົມບັດ

ວິທະຍຸເອເຊຍເສລີ: 18 ກໍລະກົດ 2016

Human Rights Watch HRWທ່ານ ຟີລ ໂຣເບິດເຊິ້ນ PHIL ROBERTSON ຮອງ ຜູ້ອຳນວຍການ ອົງການ ສິ້ງຊອມ ດ້ານສິດທິ ມະນຸດ ປະຈຳ ຂົງເຂດ ເອເຊັຽ ປາຊິຝິກ ກ່າວຕໍ່ ເອເຊັຽເສຣີ ວ່າ, ອົງການ ສິ້ງຊອມ ດ້ານສິດທິ ມະນຸດ ຕ້ອງການ ຣົນນະຣົງ ເຣື້ອງການ ຖືກລັກພາຕົວ ຂອງ ທ່ານ ສົມບັດ ສົມພອນ ເພື່ອໃຫ້ຜູ້ນຳ ປະເທດອື່ນໆ ເວົ້າເຣື້ອງນີ້ ກັບ ຣັຖບານລາວ ຢູ່ ໃນກອງປະຊຸມ ນາໆຊາດ ແລະ ກົດດັນໃຫ້ ຣັຖບານ ລາວ ຍອມເປີດເຜີຍ ຂໍ້ມູນ ກ່ຽວກັບ ເຣື້ອງນີ້. ດັ່ງ ທ່ານກ່າວ ໃນຕອນນື່ງ ວ່າ:

“ຕ້ອງສອບສວນ ເອົາຈິງເອົາຈັງ ເພາະວ່າ ບໍ່ໄດ້ເຮັດ ການສອບສວນ ແບບໂປ່ງໄສ ແລ້ວກໍທົ່ວເຖີງ ເຮົາກໍເລີຍ ຈະເຮັດແບບ ຣົນນະຣົງ ເພື່ອໃຫ້ ຜູ້ນຳ ປະເທດອື່ນໆ ທີ່ຈະເດີນທາງໄປ ວຽງຈັນ ສໍາລັບ ກອງປະຊຸມ ອາຊຽນ ຍົກປະເດັນນີ້ ກັບ ທ່ານ ນາຍົກລາວ ເພື່ອຈະຂໍ ຂໍ້ມູນວ່າ ສົມບັດ ສົມພອນ ຢູ່ໃສ”.

ທ່ານ ກ່າວຕື່ມວ່າ ພາຍຫລັງ ທ່ານ ທອງລຸນຂຶ້ນເປັນ ນາຍົກ ຣັຖມົນຕຣີລາວ ຢ່າງເປັນ ທາງການ ໃນເດືອນ ເມສາ ປີ 2016 ຜ່ານມາ ທ່າທີ ຂອງຣັຖບານໃຫມ່ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ກໍບໍ່ມີ ການປ່ຽນແປງ ຫຍັງ ໃຫ້ດີຂຶ້ນ ທ່ານ ກ່າວ ເພີ້ມວ່າ:

“ບໍ່ ບໍ່ໄດ້ປ່ຽນ ມັນຄືເກົ່າ ຣັຖບານລາວ ກໍ່ເຮັດເຫມືອນ ມັນບໍ່ຮູ້ ບໍ່ເຫັນ ກໍປິດເຣື້ອງ ບໍ່ຢາກເວົ້າ ບໍ່ຢາກໃຫ້ ຄົນນອກ ຮູ້ເຣື້ອງ ສົມບັດ ສົມພອນ ຕ່າງປະເທດ ກໍເລີຍ ຍົກປະເດັນ ກໍບໍ່ຕອບໄປ ບໍ່ໃຫ້ ຕ່າງປະເທດ ຮູ້ເຣື້ອງ ສະຖານະການ ໃນລາວ”.

ທ່ານ ສົມບັດ ສົມພອນ ນັກພັທນາກອນ ຄົນສຳຄັນ ຂອງລາວ ຖືກລັກພາຕົວ ໃນກາງ ນະຄອນຫຼວງ ວຽງຈັນ ໃນ ເດືອນທັນວາ ປີ 2012 ຕໍ່ຫນ້າ ປອມຍາມ ຕຳຣວດ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຄວາມຄືບຫນ້າ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານ ແຕ່ຢ່າງໃດ.

ກອງປະຊຸມ ພາກປະຊາສັງຄົມ ບໍ່ຈັດ ຢູ່ລາວ

ວິທະຍຸເອເຊຍເສລີ: 14 ກໍລະກົດ 2016

Phil Robertson
ທ່ານ ຟີລ໌ ໂຣເບີຣດ໌ເຊິ໊ນ (Phil Robertson), ຮອງຜູ້ອຳນວຍການອົງການສິດທິມະນຸດ (Human Rights Watch) ປະຈຳພາກພື້ນເອເຊັຍຕາວັນອອກ

ຕາມທີ່ເຄີຍປະຕິບັດກັນມາ ຖ້າປະເທດໃດ ເປັນປະທານວຽນ ອາຊ່ຽນ ປະເທດນັ້ນ ຈະອະນຸຍາດ ໃຫ້ຈັດກອງປະຊຸມ ພາກປະຊາສັງຄົມຂຶ້ນ ໃນປະເທດຂອງຕົນ ພ້ອມໆກັບ ກອງປະຊຸມສຸດຍອດອາຊ່ຽນ. ແຕ່ປີນີ້ ຊຶ່ງສປປລາວ ເປັນປະທານວຽນອາຊ່ຽນ, ເຈົ້າໜ້າທີ່ ທາງການລາວ ໄດ້ຕັດສິນໃຈ ບໍ່ຍອມໃຫ້ ອົງການປະຊາສັງຄົມ ຈັດກອງປະຊຸມ ຢູ່ລາວ. ກອງປະຊຸມ ພາກປະຊາສັງຄົມ ເປັນກອງປະຊຸມ ຂອງຜູ້ຕາງໜ້າບັນດາ ອົງການຈັດຕັ້ງ ທາງສັງຄົມ ທັງໃນລາວ ໃນອາຊ່ຽນ ແລະ ໃນໂລກ, ຊຶ່ງສ່ວນຫລາຍນຶ່ງ ແມ່ນອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫຼື NGOs ມາປະຊຸມກັນ ກ່ຽວກັບ ບັນຫາຕ່າງໆ ທີ່ພວກເຂົາ ຢາກຮຽກຮ້ອງ ໃຫ້ຄະນະ ຜູ້ນຳອາຊ່ຽນ ພິຈາຣະຈາ ແກ້ໄຂ ຕົວຢ່າງ ບັນຫາການຍຶດທີ່ດິນ, ການປາບປາມປະຊາຊົນ ແລະ ການຈຳກັດ ສິດເສຣີພາບ ໃນການປາກເວົ້າ ອອກຂ່າວ.

ທ່ານ ໄມດົມ ຈັນທະນາສິນ, ປະທານ ຄະນະກັມມະການ ອົງການປະຊາສັງຄົມ ຂອງລາວ ໃຫ້ ເຫດຜົນຕໍ່ການຕັດສິນໃຈ ເມື່ອປີກາຍວ່າ ທາງການລາວ ບໍ່ອະນຸຍາດ ໃຫ້ຈັດກອງປະຊຸມ ພາກປະຊາສັງຄົມ ຢູ່ນະຄອນຫລວງວຽງຈັນ ໃນປີນີ້ ກໍເພາະ 5 ເຫດຜົນໃຫຍ່ໆ ຄື: Continue reading “ກອງປະຊຸມ ພາກປະຊາສັງຄົມ ບໍ່ຈັດ ຢູ່ລາວ”

ຈົດໝາຍເປີດ ເຖິງກອງປະຊຸມເອເຊຍ-ຢູໂຣບ 2016 (ASEM)

AEPF-2016-02ເນື່ອງໃນໂອກາດກອງປະຊຸມພາກປະຊາຊົນເອເຊຍ-ຢູໂຣບ ຄັ້ງທີ 11 ທີ່ອູລານ ບາຕໍ, ປະເທດມົງໂກເລຍ, ພວກຂ້າພະເຈົ້າຂໍຈື່ຈຳກອງປະຊຸມດຽວກັນຄັ້ງທີ 9 ທີ່ວຽງຈັນ, ນະຄອນຫຼວງຂອງ ສປປ ລາວ ໃນປີ 2012.

ໃນຖານະທີ່ເປັນກອງປະຊຸມອົງການຈັດຕັ້ງທາງສັງຄົມສາກົນທີ່ຈັດຂຶ້ນໃນປະເທດເປັນຄັ້ງທຳອິດ, ແລະຈາກການປຶກສາຫາລືຢ່າງກວ້າງຂວາງໃນທຸກແຂວງ, ກອງປະຊຸມຄັ້ງທີ 9 ຖືເປັນຫຼັກໝາຍອັນໜຶ່ງໃນວົງການອັງການຈັດຕັ້ງທາງສັງຄົມລາວ.

ແຕ່ໃນ 4 ປີມານີ້ ບໍ່ມີການຈັດກອງປະຊຸມແນວນັ້ນອີກເລີຍໃນ ສປປ ລາວ.

ພາຍຫຼັງຈາກກອງປະຊຸມຄັ້ງທີ 9 ໄດ້ບໍ່ດົນ, ສົມບັດ ສົມພອນ, ອາດີດປະທານກອງປະຊຸມ, ໄດ້ພະຍາຍາມຕິດຕາມຄວາມຄືບໜ້າກ່ຽວກັບການທີ່ເຈົ້າໜ້າທີ່ຂົ່ມຂູ່ຜູ່ເຂົ້າຮ່ວມໃນລະຫວ່າງກອງປະຊຸມ. ໃນວັນທີ 15 ທັນວາ, ເພິ່ນໄດ້ຖືກຕຳຫຼວດຢຸດໄວ້ທີ່ປ້ອມຍາມ ແລ້ວຖືກພາຕົວໄປ ດັ່ງທີ່ໄດ້ບັນທຶກໄວ້ໃນກ້ອງວົງຈອນປິດ.  Continue reading “ຈົດໝາຍເປີດ ເຖິງກອງປະຊຸມເອເຊຍ-ຢູໂຣບ 2016 (ASEM)”

ເປັນຫຍັງກອງປະຊຸມວິຊາການກ່ຽວກັບລາວ ຈິ່ງບໍ່ເຄີຍຈັດຢູ່ລາວ?

Logo-Speak Out-Points to Ponderກອງປະຊຸມວິຊາການສາກົນກ່ຽວກັບລາວ (International Conference on Lao Studies) ຄັ້ງທີ 5 ກຳລັງດຳເນີນຢູ່ທີ່ກຸງເທບ, ປະເທດໄທ ໃນວັນທີ 8-10 ກໍລະກົດນີ້. ກອງປະຊຸມນີ້ເຄີຍໄດ້ຈັດຂຶ້ນທີ່ຂອນແກ່ນ, ປະເທດໄທ, ແລະອີກ 3 ບ່ອນໃນສະຫະລັດ.

ເປັນຫຍັງກອງປະຊຸມວິຊາການກ່ຽວກັບລາວຈິ່ງບໍ່ເຄີຍຖືກຈັດຂຶ້ນໃນລາວ?

ລາວຈັດການກັບນັກວິຈານທາງສື່ສັງຄົມອອນລາຍ

Al Jazeera: 06 ມິຖຸນາ 2016 ໂດຍ Preeti Jha (unofficial translation)

ໃນການໂຈມຕີເທື່ອໃໝ່ ຕໍ່ກັບອິສະລະພາບໃນການປາກເວົ້າ, ລາວເຜີຍແຜ່ການຕັກເຕືອນຢ່າງໜັກ ຕໍ່ກັບຜູ້ຊົມໃຊ້ສື່ສັງຄົມອອນລາຍ.

Al Jazeera-June-2016
ສຸກັນ ໃຈທັດ ແລະ ສົມພອນ ພິມະສອນ ທາງໂທລະພາບແຫ່ງຊາດລາວ [Preeti Jha/Al Jazeera]
 ວຽງຈັນ, ລາວ – ປະຊາຊົນລາວ 3 ຄົນ ກົ້ມຫົວຂໍອະໄພຢ່າງງຽບໆ ຜ່ານໂທລະພາບແຫ່ງລັດ ຈາກການຫັກຫຼັງປະເທດໂດຍການໂພສ ຂໍ້ຄວາມຕໍ່ຕ້ານລັດຖະບານ ຜ່ານເຟສບຸກ, ເຊິ່ງເປັນການສະແດງໃຫ້ສາທາລະນະຊົນເຫັນ ຕໍ່ກັບການຍອມຮັບຜິດຢ່າງໂຈ່ງແຈ້ງ, ແລະເປັນການຈັດການກັບຄຳເຫັນຕໍ່ຕ້ານກັບລັດຖະບານຄອມມິວນິສ ຄັ້ງລ່າສຸດ.

ການເຜີຍແຜ່ທາງໂທລະພາບທີ່ມີບັນຍາກາດຫົດຫູ່ ໃນທ້າຍເດືອນພຶສະພາ ເປັນຂ່າວອັນທຳອິດຂອງທັງສາມ ສຳລັບຄອບຄົວທີ່ໃຈຈົດໃຈຈໍ່ລໍຖ້າຂ່າວວ່າພວກເຂົາຢູ່ໃສ ຕັ້ງແຕ່ທີ່ໄດ້ຖືກຈັບຕົວໃນເດືອນມີນາ.

“ແຕ່ນີ້ເປັນຕົ້ນໄປ ຂ້ານ້ອຍຈະປະຕິບັດຕົວດີ, ປ່ຽນແປງແນວຄິດ ແລະຍຸຕິທຸກກິຈະກຳທີ່ທໍລະຍົດຕໍ່ປະເທດຊາດ,” ທ້າວ ສົມພອນ ພິມະສອນ, ອາຍຸ 29 ປີ, ກ່າວຜ່ານໂທລະພາບລາວ.

ສົມພອນ ນັ່ງຢູ່ລະຫວ່າງກາງຂອງໝູ່ອີກສອງຄົນທີ່ຖືກກ່າວຫາ: ແຟນຂອງລາວ, ນາງ ລົດຄຳ ທຳມະວົງ, 30 ປີ, ແລະຊາຍອາຍຸ 32 ປີ ອີກຄົນໜຶ່ງ, ສຸກສັນ ໃຈທັດ, ເຊິ່ງແຕ່ລະຄົນໃສ່ຊຸດສີຟ້າ ສັນຍາລັກຂອງເຄື່ອງແບບນັກໂທດ.

ປະກົບໂດຍແຖວນາຍຕຳຫຼວດຫຼັງກົງ, ພາຍໃຕ້ປ້າຍຄຳຂວັນ “ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ”, ສຸກັນ ຢ້ຳວ່າການສາລະພາບຂອງພວກເຂົາ ບໍ່ໄດ້ຖືກເຈົ້າໜ້າທີ່ບັງຄັບ. Continue reading “ລາວຈັດການກັບນັກວິຈານທາງສື່ສັງຄົມອອນລາຍ”

ນັກຕໍ່ຕ້ານລັຖບານ ໓ ຄົນ ຖືກຈັບຕົວ ໂດຍບໍ່ມີການສືບສວນ, ແລະ ຖືກກັກຂັງໂດຍບໍ່ມີໃຜສາມາດຕິດຕໍ່ໄດ້

FIDH/LMHR: 06 ມິຖຸນາ 2016

FIDH-LMHR-June 2016

(ປາຣີ) ທາງການ ສປປລາວຕ້ອງປ່ອຍຕົວ ຢ່າງໂດຍດ່ວນ ແລະໂດຍບໍ່ມີເງື່ນໄຂ ຜູ້ຄົນທັງ ໓ ທີຖືກຈັບໂດຍບໍ່ມີການສືບສວນ ແລະ ຖືກກັກຂັງແບບບໍ່ມີໃຜສາມາດຕິດຕໍ່ໄດ້, ໃນຂໍ້ກ່າວຫາ ຕ້ອງຕິລັຖບານ, ນີ້ຄື ຖແລງການຮ່ວມ ຂອງ ສະຫະພັນສາກົນ ເພື່ອ ສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອສິດທິມະນຸດ (ຂລສມ).

“ການທີລັຖບານ ສປປລາວ ທຳການປາບປາມ ແຕ່ລະຄັ້ງ ທີມີການເຄື່ອນໄຫວ ໂດຍສັນຕິວິທີ ໄດ້ຊໍ່ສະແດງ ໃຫ້ເຫັນເຖີງ ຄວາມແຕກຕ່າງອັນມະຫັນ ລະຫວ່າງ ຄຳຫມັ້ນສັນຍາ ທີທາງການວຽງຈັນ ໄດ້ໃຫ້ຕໍ່ ປະຊາຄົມສາກົນ ແລະ ມາດຕາການ ອັນຮຸນແຮງ ຂອງຕົນ. ເຖີງແກ່ເວລາແລ້ວ ທີ ລັຖບານຕ່າງປະເທດ ແລະ ບັນດາປະເທດ ທີໃຫ້ການຊ່ວຍເຫລືອ ຕໍ່ ສປປລາວ ຈະຕ້ອງ ຂື້ນສຽງ ຕໍ່ການລະເມີດ ສິດທິມະນຸດ ໄນ ລາວ ເພື່ອທວງໃຫ້ ທາງການວຽງຈັນປ່ຽນທ່າທີ.” ກາຣີມ ລາຣີດຈີ, ສະຫະພັນສາກົນ ເພື່ອ ສິດທິມະນຸດ.

ນາງລອດຄຳ ທັມມະວົງ ອາຍຸ ໓໐ປີ, ທ້າວສົມພອນ ພິມມະສອນ ອາຍຸ ໒໙ປີ , ທ້າວ ສຸກັນ ໃຈທາດ ອາຍຸ ໓໒ປີ,ຖືກ ຈັບຕົວ ເມື່ອເດືອນມີນາ ໒໐໑໖ ພາຍຫລັງທີທັງສາມ ໄດ້ກັບຄືນ ຈາກ ປະເທດໄທຍ ໃນວັນທີ ໑໘ ກຸມພາ ໒໐໑໖. ທັງ ໓ ຄືນສູ່ປະເທດ ເພື່ອຂໍ ອະນຸຍາດຕໍ່ອາຍຸໃບເດີນທາງ

ນາງລອດຄຳ ທັມມະວົງ ອາຍຸ ໓໐ປີ, ທ້າວສົມພອນ ພິມມະສອນ ອາຍຸ ໒໙ປີ, ທ້າວ ສຸກັນ ໃຈທາດ ອາຍຸ ໓໒ປີ,ຖືກ ຈັບຕົວ ເມື່ອເດືອນມີນາ ໒໐໑໖ ພາຍຫລັງທີທັງສາມ ໄດ້ກັບຄືນ ຈາກ ປະເທດໄທຍ ໃນວັນທີ ໑໘ ກຸມພາ ໒໐໑໖. ທັງ ໓ ຄືນສູ່ປະເທດ ເພື່ອຂໍ ອະນຸຍາດຕໍ່ອາຍຸໃບເດີນທາງ ເພື່ອ ຈະສາມາດ ກັບໄປເຮັດວຽກຢູ່ປະເທດໄທຍ ໂດຍ ຖືກຕ້ອງຕາມກົດຫມາຍ.

ເມື່ອວັນທີ ໕ ມີນາ ໒໐໑໖, ລອດຄຳ ແລະສົມພອນ ຖືກ ເຈົ້າຫນ້າທີ່ຕຳລວດຈັບຕົວ, ທີ່ບ້ານພັກ ຂອງຄອບຄົວ ຂອງນາງລອດຄຳ, ທີ່ບ້ານ ວັງໄຕ້, ເມືອງຫນອງບົກ, ແຂວງຄຳມ່ວນ. ນາງລອດຄຳ ເຮັດວຽກ ເປັນ ແມ່ບ້ານ ທີ່ ກຸງເທບ. ສ່ວນທ້າວສົມພອນ ເຮັດວຽກ ເປັນຫນ່ວຍຮັກສາ ຄວາມປອດພັຍ. ທັງສອງ ຖືກກັກຂັງ ໃນຂັ້ນຕົ້ນ ທີ່ຄຸກ ຂອງ ແຂວງຄຳມ່ວນ, ກ່ອນທີຈະ ຖືກສົ່ງຕົວ ໄປ ຄຸກແຫ່ງນື່ງ ຂອງ ແຂວງວຽງຈັນ ເມື່ອຕົ້ນເດືອນ ພຶສພາ ໒໐໑໖. ສ່ວນທ້າວສຸກັນ, ທີ່ ເຮັດວຽກ ເປັນຄົນ ຄັບລົດສົ່ງຂອງ ຢູ່ກູງເທບ, ອາດຖືກຈັບຕົວໃນວັນທີ ໒໒ ພຶສພາ ໒໐໑໖ ທີ່ ຫ້ອງການ ຮັກສາ ຄວາມປອດພັຍ ສາທາຣະນະຊົນ(ກປສ) ທີ່ແຂວງສວັນນະເຂດ ໃນຂະນະ ທີ່ຜູ້ກ່ຽວໄປຂໍຕໍ່ອາຍຸໃບເດີນທາງ.

ໃນວັນທີ ໒໕ ພຶສພາ ໒໐໑໖, ໂທຣະພາບແຫ່ງຊາດ ໄດ້ອອກອາກາດ ເຖິງການກັກຕົວຂອງ ນາງລອດຄຳ, ທ້າວສົມພອນ ແລະ ທ້າວສຸກັນ ທີ່ ຫ້ອງການ ຕຳລວດ ທີ່ ນະຄອນຫຼວງວຽງຈັນ. ສື່ມວນຊົນ ປະກາດ ວ່າ ທັງ ໓ ຖືກຈັບຕົວ ໃນຂໍ້ຫາ ຫວັງທຳລາຍ ຄວາມປອດພັຍ ຂອງ ປະເທດ ໂດຍ ໃສ່ຮ້າຍ ປ້າຍສີ ຕໍ່ລັຖບານ ທາງເຄືອຄ່າຍ internet. ບໍ່ມີໃຜຊາບວ່າ ຮູບພາບຂອງທັງ ໓ ໃນ ເຫດການດັ່ງກ່າວນີ້,ຖືກຖ່າຍເມື່ອໃດ ແລະ ບໍ່ມີຊາບເ ຊາຕາກັມ ຂອງ ເຂົາເຈົ້າ.

ການທີ ລອດຄຳ, ສົມພອນ ແລະສຸກັນ ຖືກຈັບຕົວ ມີສ່ວນກ່ຽວຂ້ອງ ກັບ ການທີທັງສາມ ກ່າວ ຕ້ອງຕິຢ່າງເນື່ອງນິດ ຕໍ່ ລັຖບານ ສປປລາວ ໃນ ຂະນະທີ ທຳງານ ທີ່ປະເທດໄທຍ. ເຂົາເຈົ້າ ໄດ້ ສົ່ງສານ ຜ່ານ Facebook ກ່າວຊັກທອດ ການສໍ້ຮາຊບັງຫຼວງ, ການຕັດໄມ້ ແລະ ການລ່ວງລະເມີດ ສິດທິມະນຸດ. ເມື່ອວັນທີ ໒ ທັນວາ ໒໐໑໕ ສົມພອນ ແລະ ສຸກັນ ໄດ້ ເຂົ້າຮ່ວມ ຂະບວນປະທ້ວງ ຕໍ່ຮັຖບານ ຕໍ່ຫນ້າສະຖານທຸດ ສປປລາວ ທີ່ ບາງກອກ ໂດຍ ມີຜູ້ເຂົ້າຮ່ວມປະທ້ວງປະມານ ໓໐ ຄົນ.

“ເປັນໜ້າວິຕົກທີ່ສຸດ ທີຊາບວ່າ ລອດຄຳ,ສົມພອນ ແລະສຸກັນ ອາດຈະຖືກຈຳຄຸກ ເປັນເວລາ ຫລາຍປີ ໃນຄຸກ ອັນໜ້າຢ້ານກົວ ຂອງ ສປປລາວ, ພາຍຫຼັງທີ ເຂົາເຈົ້າ ໄດ້ກ່າວ ຊັກທອດເຖີງ ສຖານະພາບ ອັນໜ້າວິຕົກ ທາງດ້ານ ສິດທິມະນຸດ ແລະ ການຂາດ ບໍຣິຫານດີ ໃນປະເທດ.ທາງການສປປລາວ ຈະຕ້ອງແຈ້ງເຖີງ ຊາຕາກັມ ຂອງ ເຂົາເຈົ້າ,ຈະຕ້ອງ ປ່ອຍຕົວ ເຂົາເຈົ້າ ຢ່າງໄວ ແລະໂດຍ ບໍ່ມີເງື່ນໄຂ.“ ວະນິດາ ເທບສຸວັນ, ປະທານຂະບວນການລາວ ເພື່ອສິດທິມະນຸດ

ການຈັບຕົວຜູ້ທີຕໍ່ຕ້ານລັຖບານ ໂດຍບໍ່ມີການສືບສວນ ບໍ່ແມ່ນເລື່ອງໃໝ່ ໃນປະວັດສາດ ອັນໄກ້ໆ ຂອງ ສປປລາວ. ໃນວັນທີ ໒໖ ຕຸລາ ໑໙໙໙, ຕຳລວດ ໄດ້ຈັ ບຕົວ ຄນະຂະບວນການນັກສືກສາ ເພື່ອປະຊາທິປະໄຕ ທີ່ນະຄອນວຽງຈັນ, ທ່ານທອງປະເສີດ ເກື້ອກຸນ,ບົວວັນ ຈັນມະນິວົງ, ຄຳພູວຽງ ສີສະອາດ ແລະແກ້ວໃຈ, ໃນຂນະຕຽມ ການປະທ້ວງ ໂດຍສັນຕິ ວິທີ ເພື່ອ ຮຽກທວງ ເອົາ ປະຊາທິປະໄຕ, ຄວາມຍຸດຕິທັມ ດ້ານສັງຄົມ ແລະ ການເຄົາຣົບສິດທິມະນຸດ. ທັງ ໕ ຖືກຕັດສີນຄະດີ ຈຳຄຸກ ໒໐ປີ ໃນຂໍ້ຫາ ‘’ສ້າງຄວາມ ປັ່ນປ່ວນ ແລະ ນາບຂູ່ ຕໍ່ຄວາມປອດພັຍ ຂອງ ປະເທດ.“ ທ່ານ ທອງປະເສີດ ແລະ ແສງອາລຸນ ຍັງຄົງ ຖືກກັກຂັງ ແບບໂດດດ່ຽວ ທີ່ຄຸກຊໍ້າເຄ້ ນະຄອນວຽງຈັນ. ສ່ວນຄຳພູວຽງ ໄດ້ເສັຽຊິວິດ ແລ້ວ ເມື່ອດືອນກັນຍາ ໒໐໐໑ ໃນຄຸກຊໍ້າເຄ້ ພາຍຫຼັງທີຜູ້ກ່ຽວຖືກຫ້າມບໍ່ໃຫ້ກີນເຂົ້າ ແລະ ບັງຄັບ ໃຫ້ ຢືນຕາກແດດຮອ້ນ ເປັນເວລາໂດນນານ. ມາເຖີງປະຈຸບັນ, ບໍ່ມີໃຜຊາບເຖີງ ຊາຕາກັມ ຂອງບົວວັນ ແລະ ແກ້ວໃຈ. ເຖີງແມ່ນວ່າ ທາງການ ສປປ ລາວ ຈະໄດ້ ຢືນຢັນວ່າ ແກ້ວໃຈ ຖືກປ່ອຍຕົວແລ້ວ ພາຍຫຼັງທີໄດ້ພົ້ນໂທດໃນປີ ໒໐໐໒ ແລະວ່າ ໄດ້ສົ່ງຕົວຜູ້ກ່ຽວໄປໃຫ້ ‘’ຜູ້ປົກຄອງ ເພື່ອດັດສ້າງໃຫ້ເປັນພົລະເມືອງດີ“.

ເຊັ່ນດຽວກັນ ບໍ່ມີໃຜ ຊາບເຖີງ ຊາຕາກັມ ຂອງ ນັກຕໍ່ຕ້ານອີກ ໙ຄົນຄື: ນາງກິ່ງແກ້ວ, ສົມຈີດ, ທ້ານສະບີນ, ສວນ, ສີງປະສົງ, ຄຳສອນ, ໜູ, ສົມຄິດ ແລະສຸຣິຍາ ທີ ຖືກຂັງຕົວ ເມື່ອເດືອນພຶສະຈິກາ ໒໐໐໙ ໃນຂນະຕຽມການ ປະທ້ວງ ເພື່ອປະຊາທິປະໄຕ ທີ່ນະຄອນວຽງຈັນ.

ກໍຣະນີທີໄດ້ກ່າວມານີ້, ສ່ວນໃຫຍ່ ຈະເປັນ ກໍຣະນີຫາຍສາບສູນ ແບບຖືກບັງຄັບ. ມາດຕຣາທີ ໒ ຂອງ ສົນທິສັນຍາ ສາກົນ ວ່າດ້ວຍ ປົກປ້ອງບຸກຄົນຕໍ່ການຫາຍສາບສູນ ແບບຖືກບັງຄັບ, ໃຫ້ຄວາມຫມາຍວ່າ “ແມ່ນການຈັບຕົວ,ການກັກຂັງ,ການລັກພາຕົວໄປ ຫຼື ການຕັດອິສະຣະພາບ ດ້ວຍວິທີໃດ ວິທີນື່ງ ໂດຍພະນັກງານຂອງລັດ ຫຼື ໂດຍບຸກຄົນ ທີປະພືດດ້ວຍການອະນຸຍາດ,ການໜຸນຫຼັງ ຫລືການຍີນຍອມຂອງລັດ, ຕິດຕາມດ້ວຍການປະຕິເສດບໍ່ຮັບຮູ້ວ່າ ມີການຕັດເສຣິພາບ, ຫຼື ມີການເຊື່ອງຊ້ອນ ຊາຕາກັມ ຂອງ ຜູ້ຫາຍສາບສູນ,ແລະ ຜູ້ຫາຍສາບສູນ ບໍ່ໄດ້ ຮັບ ການປົກປ້ອງ ທາງດ້ານກົດໝາຍ“. ເຖີງແມ່ນວ່າ ສປປລາວ ຈະໄດ້ລົງນາມ ເຊັນຮັບເອົາສົນທິສັນຍາສະບັບນີ້ ໃນວັນທີ ໒໖ ກັນຍາ ໒໐໐໘ ກໍຕາມ, ແຕ່ກໍຍັງບໍ່ໄດ້ສັດຕະຍາບັນເທື່ອ ມາເຖີງປະຈຸບັນ.

ສະຫະພັນສາກົນ ເພື່ອສິດທິມະນຸດ ແລະ ຂະບວນການລາວ ເພື່ອສິດທິມະນຸດ ຈື່ງຮຽກທວງອີກຄັ້ງໃໝ່ ຕໍ່ທາງການ ສປປລາວ ໃຫ້ທຳການສືບສວນ ຢ່າງຮີບດ່ວນ ຢ່າງລົງເລີກ ແລະບໍ່ອ່ຽງ ເຖີງທຸກໆກໍຣະນີ ຫາຍສາບສູນ ແບບຖືກ ບັງຄັບ ນີ້, ແລະລົງໂທດຜູ້ກໍ່ກັມ ຕາມກົດໝາຍ. ນອກຈາກນັ້ນ, ທັງສອງ ອົງການ ຍັງຮຽກຮ້ອງ ຕໍ່ ລັຖບານ ສປປລາວ ໃຫ້ ເລັ່ງລັດ ການສືບສວນ ເຖີງກໍຣະນີ ທ່ານສົມບັດ ສົມພອນ, ຜູ້ນຳຊື່ດັງດ້ານສັງຄົມພົລເຮືອນ ທີໄດ້ ປະກົດຕົວເປັນຄັ້ງສຸດທ້າຍ ທີ່ ປ້ອມຍາມຕຳລວດ ທີ່ນະຄອນວຽງຈັນ ເມື່ອແລງ ວັນທີ ໑໕ ທັນວາ ໒໐໑໒.

ໃນວັນທີ ໒໓ ມິຖຸນາ ໒໐໑໕, ເນື່ອງໃນໂອກາດ ການຕວດສອບ ຂອງ ອົງການສະຫະປະຊາຊາດ ສປປລາວ ໄດ້ປະຕິເສດ ບ່ຍອມຮັບ ຂໍ້ສະເນີ ຂອງອົງການສາກົນ ທີສເນີໃຫ້ ສປປລາວ ສືບສວນ ເຖີງ ກໍຣະນີຫາຍສາບສູນ. ທາງການ ສປປລາວ ຕີລາຄາວ່າ “ບໍ່ມີມູນຄວາມຈີງ“. ລັຖບານ ສປປລາວ ຮັບຮູ້ ເຖີງການ ຫາຍສາບສູນຂອງ ທ່ານສົມບັດ, ແຕ່ ຍອມຮັບຂໍ້ ສະເນີ ພຽງ ໔ ຂໍ້ ໃນຈຳນວນທັງໝົດ ໑໐ ຂໍ້.

ຣັຖບານລາວບໍ່ສົນໃຈ ສິດທິ ມະນຸດ

ວິທະຍຸເອເຊັຍເສລີ: 26 ເມສາ 2016

Phil Robertson-RFA
ທ່ານ Phil Robertson ຮອງ ຫົວໜ້າ ອົງການ ສິດທິມະນຸດ ປະຈຳເຂດ ເອເຊັຽ RFA

ອົງການ ສິດທິມະນຸດ ເຂດ ເອເຊັຽ ວ່າ ຣັຖບານ ຊຸດໃໝ່ ທີ່ ຫາກໍ ປະກອບຂຶ້ນນີ້ ກໍບໍ່ແຕກຕ່າງ ຫຍັງກັບ ເຫລົ້າເກົ່າ ຢູ່ ໃນຂວດ ໃໝ່ ເພາະວ່າ ຣັຖບານ ຊຸດນີ້ ນອກຈາກ ຈະບໍ່ເອົາ ຫົວຊານໍາ ເຣື້ອງ ສິດທິມະນຸດ ສິດ ເສຣີພາບ ພື້ນຖານ ຂອງ ປະຊາຊົນ ແລ້ວ ຍັງຈະສືບ ຕໍ່ ຈໍາກັດ ຮັດແຄບ ສິດ ເສຣີພາບ ຂອງ ປະຊາຊົນ ຕໍ່ໄປ. ດັ່ງ ທ່ານ Phil Robertson ຮອງ ຜູ້ອໍານວຍການ ອົງການ ສິ້ງຊອມ ສິດທິ ມະນຸດ HRW ເຂດ ເອເຊັຽ ໄດ້ກ່າວ:

“ຂ້ອຍຄິດວ່າ ຣັຖບານ ຊຸດໃໝ່ ບໍ່ມີການ ປ່ຽນແປງ ຫຍັງເຣື້ອງ ນະໂຍບາຍ ສິດທິ ມະນຸສຍາຊົນ ກ່າເລີຍ ຂີ້ຮ້າຍ ຄືເກົ່າ, ຄືວ່າ ເຣື້ອງ ສິດທິ ເສຣີພາບ ໃນການ ອອກຄວາມ ຄິດເຫັນ ການຮວມຕົວ ເປັນກຸ່ມ ທີ່ບໍ່ໄດ້ຮັບ ການອານຸຍາດ ຈາກ ຣັຖບານ ຫລືວ່າ ການໂຮມ ຊຸມນຸມ ກໍບໍ່ມີ ຄືເກົ່າ. ຕອນນີ້ ລາວ ກ່າເປັນ ປະທານ ອາຊຽນ ແຕ່ວ່າ ແອັນຈີໂອ ຣະດັບ ພູມີພາກ ບໍ່ກ້າໄປ ປະຊຸມ ຢູ່ລາວ ເພາະວ່າ ມັນ ບໍ່ປອດພັຍ ສໍາລັບ ຄົນລາວ ທີ່ ໄປຮວມກັນ ໃນ ແອັນຈີໂອ ພູມີພາກ. ຄິດວ່າ ຣັຖບານລາວ ອາດຈະ ທໍາຮ້າຍ ປະຊາຊົນລາວ ທີ່ເຂົ້າຮ່ວມ ການປະຊຸມ ເໝືອນ ທ່ານ ສົມບັດ ສົມພອນ ທີ່ ສູນຫາຍ ໄປ”. Continue reading “ຣັຖບານລາວບໍ່ສົນໃຈ ສິດທິ ມະນຸດ”

ພັນທະທີ່ສໍາຄັນຂອງລັດພາຄີພາຍໃຕ້ສົນທິສັນຍາການຕ້ານການຖືກບັງຄັບໃຫ້ຫາຍສາບສູນ…ມີຫຍັງແດ່?

“ປະກົດການການຖືກບັງຄັບໃຫ້ຫາຍສາບສູນແມ່ນຖືວ່າເປັນການລະ

ເມີດທາງສິດທິມະນຸດທີ່ຮຸນແຮງທີ່ສຸດ.ການລະເມີດດັ່ງກ່າວຍັງເປັນບັນຫາທີ່ທ້າທາຍໃຫ້ແກ່ການໃຫ້ນິຍາມແນວຄວາມຄິດດ້ານສິດທິມະນຸດ, ເປັນການປະຕິເສດຮັບຮູ້ສິດຂອງມະນຸດໃນການຢູ່ລອດ ແລະ ສິດທິ ຄວາມເປັນມະນຸດ. ການຖືກບັງຄັບໃຫ້ຫາຍສາບສູນແມ່ນການປ່ຽນຄວາມເປັນຄົນໃຫ້ການເປັນສິ່ງທີ່ບໍ່ມີຊິວິດ.ການຖືກບັງຄັບໃຫ້ຫາຍສາບສູນແມ່ນກໍ່ແມ່ນສ່ວນໜຶ່ງຂອງການສໍ່ລາດບັງຫລວງ, ການສວຍໃຊ້ອຳນາດເກີນໜ້າທີ່ເພື່ອອະນຸຍາດໃຫ້ບຸກຄົນໃດໜຶ່ງລະເມີດກົດໝາຍ ແລະ ລະບຽບ ການຕ່າງໆເພື່ອເຮັດໃນສິ່ງທີ່ບໍ່ຖືກຕ້ອງ ແລະ ລົງມືກໍ່ອາດສະຍາກຳທີ່ຊົ່ວຮ້າຍ.” ທ່ານ Niall MacDermot, ເລຂາທິການໃຫຍ່ຂອງຄະນະກຳມາທິການກົດໝາຍສາກົນ.

Logo-What is

ບົດສະເໜີ

ການຖືກບັງຄັບໃຫ້ຫາຍສາບສູນເປັນການລະເມີດສິດທິມະນຸດທີ່ຮ້າຍແຮງທີ່ສຸດ. ບຸກຄົນທີ່ຖືກບັງຄັບໃຫ້ ຫາຍສາບສູນແມ່ນຕົກຍູ່ໃນກຳມືຂອງຜູ້ດຳເນີນການ ແລະ ບໍ່ມີໂອກາດເຂົ້າເຖິງການປົກປ້ອງທາງດ້ານກົດໝາຍເລີຍ.

ທາງຄອບຄົວ ແລະ ໝູ່ເພື່ອນຂອງຜູ້ຖືກເຄາະຮ້າຍແມ່ນມີຄວາມທົນທຸກທໍລະມານຢ່າງເຈັບປອດທີ່ບໍ່ສາມາດຮູ້ຂໍ້ມູນຂ່າວສານວ່າຜູ້ເຄາະຮ້າຍນັ້ນຍັງມີຊິວິດ ຫຼື ວ່າໄດ້ຕາຍໄປແລ້ວ ຫຼື ບໍ່ສາມາດຮູ້ໄດ້ເລີຍວ່າຜູ້ກ່ຽວນັ້ນເປັນຕາຍຮ້າຍດີແນວໃດແດ່.

ຕາມປົກກະຕິແລ້ວການລັກພາໂຕແມ່ນຈະເກີດຂື້ນທີ່ບ້ານ ຫຼື ຕາມຖະໜົນຫົນທາງ, ບາງຄັ້ງກໍ່ເກີດໃນຍາມກາງເວັນ ແລ້ວຖືກນຳພາໄປບ່ອນລີ້ຊ້ອນ. ຜູ້ເຄາະຮ້າຍສ່ວນຫລາຍແມ່ນຈະຖືກທໍລະມານ ແລະ ຖືກຂ້າ.

Continue reading “ພັນທະທີ່ສໍາຄັນຂອງລັດພາຄີພາຍໃຕ້ສົນທິສັນຍາການຕ້ານການຖືກບັງຄັບໃຫ້ຫາຍສາບສູນ…ມີຫຍັງແດ່?”

ການຖືກບັງຄັບໃຫ້ຫາຍສາບສູນ…ແມ່ນ​ຫຍັງ?

ນິຍາມ

Logo-What isການຖືກບັງຄັບໃຫ້ຫາຍສາບສູນແມ່ນການຫາຍສາບສູນໄປຂອງບຸກຄົນແບບລັບໆໂດຍມີການຮູ້ເຫັນ ແລະ ໃຫ້ການສະໜັບສະໜູນຈາກພາກລັດ ຫຼື ໜ່ວຍງານອື່ນໆ. ການຫາຍສາບສູນນັ້ນແມ່ນທາງການລັດຈະປະຕິເສດຮັບຮູ້ ເຖິງການມີສ່ວນກ່ຽວຂ້ອງ ຫຼື ບໍ່ມີຂໍ້ມູນໃດໆໃຫ້ກ່ຽວກັບການຫາຍສາບສູນ, ຫຼື ບໍ່ມີຂໍ້ມູນວ່າຜູ້ທີ່ຫາຍສາບສູນັ້ນອາດ ຕົກຢູ່ບ່ອນໃດໜຶ່ງ. ຜົນທີ່ໄດ້ຈາກການຫາຍສາບສູນກໍ່ຄືວ່າຜູ້ທີ່ຫາຍສາບສູນນັ້ນຖືກປະຕິເສດການໃຫ້ການປົກປ້ອງ ແລະ ການຊ່ວຍເຫືອທາງດ້ານສິດທິຕ່າງໆຕາມກົດໝາຍ.

ການຖືກບັງຄັບໃຫ້ຫາຍສາບສູນແມ່ນຖືວ່າເປັນໜຶ່ງໃນບັນດາອາດສະຍາກຳທີ່ຮ້າຍແຮງ ແລະ ປ່າເຖື່ອນດ້ວຍ ເຫດຜົນຫຼາຍປະການຄື:

  • ທາງຄອບຄົວ ແລະ ເພື່ອນຮ່ວມງານຂອງຜູ້ເຄາະຮ້າຍແມ່ນມີທາງເລືອກທາງກົດໝາຍຈຳກັດ. ນອກນັ້ນ ບັນດາຫຼັກຖານຕ່າງໆກໍ່ມີໜ້ອຍ, ເຈົ້າໜ້າທີ່ກໍ່ໃຫ້ການປະຕິເສດທີ່ຈະຊ່ວຍເຫຼືອໃນການສືບສວນສອບສວນ ຫຼື ຊອກຫາຫຼັກຖານເພາະວ່າບັນດາເຈົ້າໜ້າທີ່ເຫລົ່ານັ້ນບໍ່ໄດ້ຮັບຮູ້ເຖິງການຫາຍສາບສູນດັ່ງກ່າວ.
  • ຄວບຄົວຂອງຜູ້ເຄາະຮ້າຍນັ້ນບໍ່ພຽງແຕ່ບໍ່ສາມາດໄດ້ຂໍ້ມູນ ແລະ ຊອກຫາຜູ້ເຄາະຮ້າຍທີ່ຫາຍສາບສູນໄປ, ແຕ່ພວກເຂົາກໍ່ຍັງມີຄວາມຢ້ານກົວທີ່ຈະມີຜົນກະທົບແນວບໍ່ດີໃຫ້ແກ່ຕົນ ແລະ ຄອບຄົວໄດ້ຖ້າຫາກຈະເຜີຍ ແຜ່ຂໍ້ມູນການຫາຍສາບສູນນັ້ນສູ່ພ່າຍນອກ. ດ້ວຍເຫດຜົນນີ້ ຄອບຄົວຂອງຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນກໍ່ ເລີຍກາຍເປັນຜູ້ເຄາະຮ້າຍໄປນຳ.
  • ການຖືກບັງຄັບໃຫ້ຫາຍສາບສູນຍັງເຮັດໃຫ້ບັນດາເພື່ອນມິດສະຫາຍ, ເພື່ອນຮ່ວມງານ ແລະ ໜ່ວຍງານທີ່ ເປັນຄູ່ຮ່ວມ ງານມີຄວາມຢ້ານກົວຕໍ່ເຫດການດັ່ງກ່າວ. ເຫດຜົນກໍ່ຍ້ອນວ່າພວກເຂົາເຈົ້າບໍ່ມີຂໍ້ມູນເຫດຜົນ ຂອງການຫາຍສາບສູນ ມັນຈຶ່ງເຮົດໃຫ້ເກີດຄວາມຢ້ານກົວທີ່ຈະຕໍ່ສູ້ເພື່ອຊອກຫາຄວາມເປັນຈິງ. ຕາມເຫດ ຜົນທີ່ກ່າວມານີ້ ການຖືກບັງຄັບໃຫ້ຫາຍສາບສູນມັນຈຶ່ງເຮັດໃຫ້ເກີດຄວາມຢ້ານກົວໃນສັງຄົມວົງກວ້າງໄປຕື່ມ.
  • ໃນຄະນະດຽວກັນ ການຖືກບັງຄັບໃຫ້ຫາຍສາບສູນກໍ່ຍັງເຮັດໃຫ້ຄົນໃນສັງຄົມມີຄວາມຕົກສະທ້ານຢ້ານກົວ. ຍ້ອນຂາດຫຼັກຖານຫຼາຍຢ່າງ ແລະ ບໍ່ມີການດຳເນີນຄະດີທາງກົດໝາຍ, ຄົນໃນສັງຄົມຈຶ່ງພາກັນແກ້ງເຮັດ ວ່າມັນບໍ່ມີຫຍັງເກີດຂື້ນ ແລະ ສະພາບການຕ່າງແມ່ນເປັນປົກກະຕິດີ.

Continue reading “ການຖືກບັງຄັບໃຫ້ຫາຍສາບສູນ…ແມ່ນ​ຫຍັງ?”