ຈາກ ຊຸຍມິງ, ເມຍຂອງ ສົມບັດ ສົມພອນ
ຕັ້ງແຕ່ ສົມບັດຫາຍຕົວໄປໃນຕອນແລງຂອງວັນທີ 15 ເດືອນທັນວາ ປີ 2012, ທັງຄອບຄົວແລະ ຂ້າພະເຈົ້າເອງ ແມ່ນປະທັບໃຈຕໍ່ຄວາມຮັກ, ຄວາມຫ່ວງໃຍແລະ ການສະໜັບສະໜູນ ຈາກໝູ່ຄູ່, ເພື່ອນຮ່ວມງານ, ອົງການຈັດຕັ້ງຕ່າງໆ ພາຍໃນຂົງເຂດແລະໃນລະດັບສາກົນ, ອົງກອນພາກສັງຄົມ, ຕົວ ແທນລັດຖະບານ ແລະ ຕົວແທນ ສື່ມວນຊົນ ທີ່ໄດ້ຮ່ວມມືກັນຮຽກຮ້ອງໃຫ້ ລັດຖະບານລາວ ສຸມກຳລັງ ແລະຄວາມອາດສາມາດທີ່ມີຢູ່ໃນການສືບສວນຊອກຫາວ່າ ສົມບັດຢູ່ບ່ອນໃດ ເພື່ອໃຫ້ໄດ້ກັບຄືນມາຫາຂ້າພະເຈົ້າ ແລະຄອບຄົວຢ່າງປອດໄພ. ພວກເຮົາຊາບຊຶ້ງ ແລະ ປະທັບໃຈທີ່ທຸກຄົນສະແດງຄວາມສາມັກຄີເປັນຫ່ວງຕໍ່ຄວາມປອດໄພຂອງ ສົມບັດ.
ໃນ ຂະນະດຽວກັນ ມີຫລາຍບົດເລື່ອງ ແລະ ຖະແຫຼງການທີ່ຂຽນກ່ຽວກັບການຫາຍຕົວໄປຂອງສົມບັດ ແລະ ຮຽກຮ້ອງເຖິງຄວາມປອດໄພແມ່ນເປັນປະໂຫຍດ, ມີບາງບົດລາຍງານສະແດງຄວາມຄິດເຫັນບາງຢ່າງທີ່ຂາດຂໍ້ມູນແທ້ຈິງ ຫຼື ເປັນການຄາດເດົາ. ສິ່ງທີ່ຂ້າພະເຈົ້າປາດຖະໜາ ແມ່ນຄວາມປອດໄພ ແລະຄວາມເປັນຢູ່ຂອງສົມບັດ ບໍ່ວ່າລາວຈະຢູ່ໃສ. ດ້ວຍ ເຫດຜົນນີ້ ຂ້າພະເຈົ້າຈິ່ງຂໍຮຽກຮ້ອງຜູ້ທີ່ປາດຖະໜາດີ ຢ່າເວົ້ານອກເໜືອຈາກຄວາມຈິງຫຼືເຮັດໃຫ້ຄົນເຂົ້າໃຈຜິດກ່ຽວກັບສົມບັດ ຫລື ວຽກຂອງລາວ.
ນີ້ຄືຂໍ້ມູນທີ່ແທ້ຈິງທີ່ຂ້າພະເຈົ້າຮູ້:
- ສົມບັດ ຖືກພົບເຫັນຄັ້ງສຸດທ້າຍ ເມື່ອວັນທີ 15 ເດືອນທັນວາ ເຊິ່ງຜູ້ກ່ຽວຂັບລົດຈີບຕາມຫຼັງຂ້າພະເຈົ້າມາເພື່ອກັບບ້ານກິນເຂົ້າແລງ ຂ້າພະເຈົ້າເຫັນລາວຄັ້ງສຸດທ້າຍຜ່ານແວ່ນລົດເບື້ອງຂ້າງເວລາ ປະມານ 6 ໂມງແລງ ໃກ້ກັບປ້ອມຕຳຫຼວດ ກິໂລແມັດທີ 3 ຢູ່ຖະໜົນທ່າເດື່ອ.
- ເມື່ອລາວບໍ່ກັບມາບ້ານຄືນນັ້ນ, ພວກ ເຮົາໄດ້ໄປຊອກຫາທຸກຫົນແຫ່ງ ບ່ອນທີ່ລາວຖືກພົບເຫັນຄັ້ງສຸດທ້າຍ ແລະໄປຊອກຫາຕາມໂຮງໝໍ ດ້ວຍຄວາມຫວັງທີ່ຈະພົບເຫັນ ແຕ່ກໍ່ບໍ່ໄດ້ຫຍັງ.
- ມື້ວັນທີ 16 ເດືອນທັນວາ ພວກເຮົາໄດ້ໄປລາຍງານຕໍ່ບ້ານ, ເມືອງ ແລະ ເຈົ້າໜ້າທີ່ຕໍາຫຼວດ. ທາງຄອບຄົວໄດ້ສືບຕໍ່ຊອກຫາອີກຄັ້ງຕາມໂຮງໝໍຫຼາຍແຫ່ງໃນະຄອນຫຼວງວຽງຈັນ ແຕ່ກໍ່ບໍ່ມີຮ່ອງຮອຍໃດໆ.
- ວັນທີ 17 ເດືອນທັນວາ 2012 ໄດ້ຂໍຮ້ອງໄປຍັງຫ້ອງການຕຳຫຼວດນະຄອນຫຼວງວຽງຈັນເພື່ອເບິ່ງການບັນທຶກພາບຖ່າຍຈາກກ້ອງວົງຈອນປິດ (CCTV) ທີ່ຕິດຕັ້ງໄວ້ໃກ້ກັບປ້ອມຕຳຫຼວດ ບ່ອນທີ່ສົມບັດຖືກພົບເຫັນຄັ້ງສຸດທ້າຍ. ຕຳຫຼວດ ທີ່ເຂົ້າເຮັດວຽກຢູ່ໃນຂະນະນັ້ນໄດ້ໃຫ້ຄວາມຮ່ວມມືເປັນຢ່າງດີ ອະນຸຍາດໃຫ້ພວກເຮົາເບິ່ງຟິມທີ່ບັນທຶກໄວ້ຈາກກ້ອງ CCTV. ຈາກ ຟິມທີ່ບັນທືກໄວ້ ພວກເຮົາເຫັນຕຳຫຼວດຢຸດລົດສົມບັດຢູ່ປ້ອມຕຳຫຼວດ ແລະ ສົມບັດຍ່າງລົງຈາກລົດ ແລະເຂົ້າໄປໃນປ້ອມຕຳຫຼວດ.
- ຕໍ່ ມາມີຄົນຂີ່ລົດຈັກຄັນໜຶ່ງມາ ຈອດລົດໄວ້ໃກ້ກັບລົດຈີບແລ້ວແລ່ນເຂົ້າໄປໃນປ້ອມຕຳຫຼວດ ແລະຕໍ່ມາກໍອອກມາຂັບລົດສົມບັດອອກໄປ.
- ບໍ່ພໍເທົ່າໃດນາທີ ກໍ່ເຫັນລົດກະບະຄັນສີຂາວ ໃຊ້ໄຟສັນຢານຂໍທາງ ແລະຂັບມາຢຸດໄກ້ກັບປ້ອມຕຳຫຼວດ ແລະ ເຫັນສອງ ຫຼື ສາມຄົນຂຶ້ນລົດແລະຂັບລົດອອກໄປດ້ວຍຄວາມຟ້າວຝັ່ງ.
- ຂໍ້ມູນຂ້າງເທິງນີ້ຂ້າພະເຈົ້າໄດ້ລາຍງານໃນຈົດໝາຍ ລົງວັນທີ 17 ເດືອນທັນວາ 2012 ໄປຍັງຫົວໜ້າຫ້ອງການ ກະຊວງປ້ອງກັນຄວາມສະຫງົບ. ໃນວັນທີ 18 ເດືອນທັນວາຂ້າພະເຈົ້າກໍ່ໄດ້ຂຽນຈົດໝາຍອີກສະບັບໜຶ່ງໄປຫາທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກັບສຳເນົາຟີມບັນທຶກພາບຈາກກ້ອງ CCTV ແລະບົດບັນທຶກຂອງເຈົ້າໜ້າທີ່ຕຳຫຼວດທີ່ກ່ຽວຂ້ອງ. ຂ້າພະເຈົ້າໄດ້ຂໍຮ້ອງໃຫ້ທ່ານລັດຖະມົນຕີຊ່ວຍຕິດຕາມສືບສວນການຫາຍຕົວໄປຂອງສົມບັດ.
- ວັນທີ 19 ເດືອນທັນວາ 2012 ລັດຖະບານລາວໄດ້ອອກຖະແຫຼງການວ່າ ເຈົ້າໜ້າທີ່ໄດ້ຢຸດລົດຂອງສົມບັດແທ້ຕາມເຫັນໃນການບັນທຶກພາບຂອງກ້ອງ CCTV ແຕ່ເປັນການກວດກາເອກະສານລົດຕາມປົກກະຕິ. ຕໍ່ມາກໍ່ໄດ້ເວົ້າວ່າ ບຸກຄົນທີ່ຂຶ້ນລົດກະບະຄັນສີຂາວບໍ່ສາມາດຢັ້ງຢືນວ່າ ມີສົມບັດໃນກຸ່ມຄົນດັ່ງກ່າວ. ຖະແຫຼງການກ່າວຕໍ່ໄປວ່າ ສົມບັດອາດຖືກລັກພາຕົວ ຍ້ອນເຫດຜົນການຄັດແຍ່ງສ່ວນຕົວ ຫຼື ການຄັດແຍ່ງທາງທຸລະກິດ. ຖະ ແຫຼງການກ່າວຕອນທ້າຍວ່າລັດຖະບານຈະເອົາໃຈໃສສືບສວນຢ່າງຈິງຈັງ ເພື່ອຊອກຫາສົມບັດ ແລະສົ່ງ ລາວກັບຄືນຫາຄອບຄົວດ້ວຍຄວາມປອດໄພ.
- ວັນທີ 26 ເດືອນທັນວາ 2012 ຂ້າພະເຈົ້າໄດ້ຖືກເຊີນໄປຫ້ອງການຕຳຫຼວດນະຄອນຫຼວງວຽງຈັນ ແລ້ວຖືກສອບຖາມກ່ຽວກັບຊີວະປະຫວັດຂອງສົມບັດ, ຄອບຄົວ ແລະ ວຽກຂອງລາວ, ຊີວະປະຫວັດ ແລະ ວຽກງານຂອງຂ້າພະເຈົ້າ. ຫຼານສາວ, ນ້ອງສະໄພ້ຂອງຂ້າພະເຈົ້າ ແລະ ເພື່ອນຮ່ວມງານຂອງສົມບັດທີ່ເຮັດວຽກຢູ່ສູນອົບຮົມຮ່ວມພັດທະນາ ກໍ່ຖືກຕຳຫຼວດເອີ້ນໄປສອບຖາມເຊັ່ນກັນ.
- ມື້ວັນທີ 4 ເດືອນມັງກອນ 2013, ເອກອັກຄະລະທູດ ສປປ ລາວ ທີ່ນະຄອນ ຈີນິວາ, ທ່ານຍົງ ຈັນທະລັງສີ ໄດ້ຖະແຫຼງການການອີກຄັ້ງໜຶ່ງວ່າ ສົມບັດບໍ່ໄດ້ຖືກຕຳຫຼວດກັກຕົວ ແລະກ່າວຢໍ້າວ່າ ສົມບັດ ອາດຖືກລັກພາຕົວ.
ຂ້າພະເຈົ້າບໍ່ເຄີຍໂຕ້ແຍ້ງຄຳຖະແຫຼງການຂອງລັດຖະບານ. ໃນທຸກບົດສຳພາດຂອງຂ້າພະເຈົ້າຕໍ່ສື່ ແລະໃນການເວົ້າຕໍ່ສາທາລະນະ ຂ້າພະເຈົ້າໄດ້ຮ້ອງຂໍໃຫ້ລັດຖະບານລາວສືບສວນຊອກຫາ ສົມບັດ ເພື່ອຮັບປະກັນຄວາມປອດໄພຂອງຜູ້ກ່ຽວ ແລະໃຫ້ລາວໄດ້ກັບມາຫາຂ້າພະເຈົ້າ ແລະຄອບຄົວດ້ວຍຄວາມປອດໄພ. ຂ້າພະເຈົ້າຍັງໄດ້ບອກວ່າ ສົມບັດມີບັນຫາສຸຂະພາບ ເຊິ່ງຕ້ອງການກິນຢາທຸກໆ ມື້ ແລະເມື່ອໃດລາວກັບມາ, ຂ້າພະເຈົ້າຈະພາລາວໄປປິ່ນປົວຢູ່ຕ່າງປະເທດຈົນກວ່າຈະຫາຍເປັນປົກກະຕິ.
ວຽກຂອງສົມບັດ:
ຕະຫຼອດ 30 ປີ ຜ່ານມາ ສົມບັດເຮັດວຽກຢ່າງເປີດເຜີຍໃນການສະໜັບສະໜູນ ນະໂຍບາຍຂອງລັດຖະບານ ໂດຍເລັ່ງໃສ່ວຽກງານເພີ່ມການຮັບປະກັນທາງດ້ານ ສະບຽງອາຫານ ແລະປັບປຸງຊີວີດການເປັນຢູ່ຂອງປະຊາຊົນ ເຂດຊົນນະບົດ, ສົ່ງເສີມ ການໃຊ້ ເທັກໂນໂລຢີ ທີ່ເໝາະສົມໃນວຽກງານຈັດຫານ້ຳສະອາດ ແລະ ສຸຂະອະນາໄມ, ປັບປຸງການຮຽນການສອນ ໃນໂຮງຮຽນ, ສະໜັບສະໜູນການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນ ວຽກງານໄວໜຸ່ມ ໂດຍການຝືກອົບອົບຮົມທັກສະການເປັນຜູ້ນຳພາກິດຈະກຳ ແລະ ການລົງບໍລິການຊຸມຊົນ. ໃນຊຸມປີຫລັງໆ ມານີ້ ລາວໄດ້ເຮັດວຽກຢ່າງ ໃກ້ຊິດກັບອົງການພຸດທະສາດສະໜາ ໃນການຝືກອົບຮົມພະສົງ ເພື່ອສະໜັບສະໜູນ ຕໍ່ວຽກງານລັດຖະບານໃນການແກ້ໄຂບັນຫາຢາເສບຕິດ ແລະການຟື້ນຟູຜູ້ຕິດຢາ. ໃຫ້ການຊ່ວຍເຫຼືອຜູ້ຕິດເຊື້ອແລະຜູ້ໄດ້ຮັບຜົນກະທົບຈາກບັນຫາໂລກເອດ.
ໃນ ຫຼາຍບົດຄວາມ ແລະຖະແຫຼງການຫວ່າງມໍ່ໆ ມານີ້ ທີ່ກ່ຽວກັບການຫາຍຕົວໄປຂອງສົມບັດ ບາງຄັ້ງໄດ້ໃຫ້ນາມລາວວ່າ ເປັນຜູ້ປົກປ້ອງສິດທິມະນຸດຫຼື ນັກຕໍ່ສູ້ທາງດ້ານສັງຄົມ. ຄຳສັບດັ່ງກ່າວນີ້ບໍ່ໄດ້ສະແດງເຖິງຕົວຕົນຂອງສົມບັດ ຫລື ວຽກຂອງລາວຢ່າງແທ້ຈິງຢ່າງໃດເລີຍ. ແມ່ນແທ້ທີ່ ສົມບັດ ກໍ່ຄືຜ່ານວຽກງານຂອງລາວ ໄດ້ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍເພື່ອພັດທະນາ ຊັບພະຍາກອນມະນຸດ ແລະ ຊ່ວຍເຫຼືອ ປະຊາຊົນທີ່ທຸກຍາກໃນເຂດຊົນນະບົດໃຫ້ມີຄວາມເປັນຢູ່ທີ່ດີ. ແຕ່ວຽກຂອງສົມບັດບໍ່ເຄີຍທ້າທາຍຫຼືເປັນປໍລະປັກຕໍ່ນະໂຍບາຍລັດຖະບານ. ທຸກ ໂຄງການ ທຸກກິດຈະກຳ ທີ່ສົມບັດຈັດຕັ້ງປະຕິບັດລ້ວນແລ້ວ ແຕ່ໄດ້ຮັບການອະນຸມັດຈາກຂະ ແໜງການຂອງລັດ ແລະໄດ້ຮັບການຮ່ວມມືຈາກອຳນາດການປົກຄອງທ້ອງຖິ່ນ ເຊິ່ງສົມບັດມີຄວາມເຊື່ອຢ່າງໜັກແໜ້ນວ່າ ແຜນງານການພັດທະນາທີ່ມີປະສິດທິພາບ ແລະທີ່ຈະສົ່ງຜົນກະທົບໃນທາງບວກ ໃນໄລຍະຍາວນັ້ນ ຈະຕ້ອງເປັນການຮ່ວມມືກັນກັບຫລາຍພາກສ່ວນໃນສັງຄົມລາວ ເຊັ່ນ ພາກລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງບໍ່ສັງກັດລັດ, ພໍ່ແມ່, ຄູ ອາຈານ, ຊາວໜຸ່ມ, ຜູ້ເຖົ້າຜູ້ແກ່ ຕະຫຼອດຮອດຊາວບ້ານ. ນີ້ແມ່ນຫຼັກການພື້ນຖານທີ່ເປັນແນວທາງໃນການເຮັດວຽກຂອງລາວ ຕະຫຼອດໄລຍະ 30 ປີ.
ປັດ ສະຍາການພັດທະນາຂອງສົມບັດແມ່ນສົ່ງເສີມການພັດທະນາໃຫ້ມີຄວາມສົມ ດູນແລະຍືນຍົງ ສົມບັດບໍ່ເຄີຍມີແນວຄິດຄັດຄ້ານການພັດທະນາດ້ານເສດຖະກິດ ແຕ່ລາວຢາກຊັກຊວນໃຫ້ຄຳນຶງເຖິງການພັດທະນາດ້ານເສດຖະກິດໃຫ້ມີຄວາມ ສົມດູນໄປພ້ອມໆກັບການພັດທະນາດ້ານຈິດໃຈ-ຄວາມຢູ່ດີມີສຸກ, ດ້ານສິ່ງແວດລ້ອມ ແລະ ດ້ານວັດທະນະທຳ. ສົມບັດເຊື່ອວ່າ ການພັດທະນາໂດຍຄຳນຶງເຖິງຄວາມສົມດູນໃນ 4 ດ້ານນີ້ແມ່ນວິທີທາງທີ່ດີທີ່ສຸດ, ຈະສົ່ງຜົນສຳເລັດໃນໄລຍະຍາວໃນການກ້າວໄປສູ່ສັງຄົມທີ່ສະຫງົບສຸກ, ເສດຖະກິດທີ່ມີຄວາມໝັ້ນຄົງ, ແລະ ສິ່ງແວດລ້ອມທີ່ຍືນຍົງ. ແນວ ຄວາມຄິດດັ່ງກ່າວບໍ່ແມ່ນສິ່ງໃໝ່ແຕ່ມັນກໍນອນຢູ່ໃນນະໂຍບາຍດ້ານ ການພັດທະນາຂອງລັດຖະບານເຊັ່ນກັນ ເຊິ່ງກໍແມ່ນເງື່ອນໄຂພື້ນຖານທີ່ຈຳເປັນໃນການຫຼຸດຜ່ອນຄວາມທຸກຍາກ, ເພື່ອບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ ແລະເຮັດໃຫ້ລາວຫຼຸດພົ້ນຈາກການເປັນປະເທດດ້ອຍພັດທະນາໃນປີ 2020.
ຂໍຂອບໃຈ
ວຽງຈັນ, ວັນທີ 13 ມັງກອນ 2013