The Inquirer: 02 September 2013
ຄວບຄຸມອຳນາດຜະເດັດການ
Restraining Leviathan: the Case of Sombath Sompone
ວໍເດນ ເບລໂລ (Walden Bello)*
ລັດເປັນສິ່ງມີຊີວິດທີ່ມັກຕີສອງໜ້າ,ໃນດ້ານໜຶ່ງຄືສິ່ງທີ່ຮຽກວ່າ “ໜ້າອ່ອນ” ໝາຍເຖິງການລວມເປັນກຸ່ມຂອງສະຖາບັນທີ່ເປັນຕົວແທນບຸກຄົນ ແລະ ໃຫ້ຄວາມຍຸຕິທຳ, ແຕ່ໃນຂະນະດຽວກັນລັດກໍມີ “ໜ້າແຂັງ” ເຊິ່ງໝາຍເຖິງໜ່ວຍງານຕ່າງໆ ທີ່ສຳຄັນທີ່ສຸດ ແລະ ເຮັດໜ້າທີ່ບໍລິຫານ, ຄວບຄຸມຄວາມໝັ້ນຄົງພາຍໃນ ແລະ ໝາຍເຖິງກອງທັບ.
“ລັດຊ້ອນລັດ” (deep state) ເປັນໂຄງສ້າງໜ່ວຍງານທີ່ມີຄວາມຂັດແຍ່ງກັນຫຼາຍທີ່ສຸດ ໃນດ້ານໜຶ່ງ ອຳນາດລັດແບບນີ້ເຮັດໜ້າທີ່ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ. ແຕ່ໃນອີກດ້ານໜຶ່ງກໍອາດຈະເປັນໄພຄຸກຄາມຫຼາຍທີ່ສຸດຕໍ່ສິດທິມະນຸດ, ສິດທິທາງການເມືອງ, ແລະ ສິທິຂອງພົນລະເມືອງ. ບໍ່ແມ່ນເລື່ອງຍາກທີ່ລັດຊ້ອນລັດຈະກ້າວຂ້າມເສັ້ນແບ່ງບາງໆ ລະຫວ່າງການເຮັດໜ້າທີ່ຮັກສາຄວາມເປັນລະບຽບຮຽບຮ້ອຍ ກັບການລະເມີດສິດທິຂອງປະຊາຊົນ.
ດັ່ງນັ້ນຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໂອບອ້ອມໜ່ວຍງານຮັກສາຄວາມສະຫງົບໃຫ້ຢູ່ໃນກອບຂອງລະບຽບ ແລະ ກົດໝາຍ ເພື່ອຈຳກັດ ຫຼື ປ້ອງກັນຢ່າງເຂັ້ມງວດບໍ່ໃຫ້ມີການໃຊ້ກຳລັງກັບປະຊາຊົນຂອງຕົນເອງ. ນີ້ແມ່ນເຫດຜົນທີ່ກົດໝາຍເຊັ່ນ Republic Act 10353 ເຊິ່ງເປັນກົດໝາຍປີ 2012 ວ່າດ້ວຍການຕໍ່ຕ້ານການບັງຄັບບຸກຄົນໃຫ້ສູນຫາຍໂດຍບໍ່ໃຈສະໝັກໃຈ (Anti-Enforced or Involuntary Disappearance Act) ຈຶ່ງຖືວ່າມີຄວາມສຳຄັນທີ່ສຸດ ເນື່ອງຈາກວ່າເປັນກອບໃນການຄວບຄຸມບໍ່ໃຫ້ລັດຜະເດັດການຂ້າມເສັ້ນແບ່ງລະຫວ່າງການປະຕິບັດຕາມກົດໝາຍໃນການປ້ອງກັນຄວາມສະຫງົບ ແລະ ການໃຊ້ອຳນາດລັດເພື່ອປາບປາມປະຊາຊົນ. ກົດໝາຍ Republic Act 10353 ເປັນໜຶ່ງໃນສາມກົດໝາຍປະຫວັດສາດສາມທີ່ຄອບຄຸມດ້ານສິດທິມະນຸດ ທີ່ໄດ້ຜ່ານການຕົກລົງເຫັນດີໃນສະໄໝປະຊຸມສະພາຄັ້ງທີ 15. ສ່ວນກົດໝາຍອີກສອງສະບັບ ກໍຄື ຮ່າງກົດໝາຍວ່າດ້ວຍການຈ່າຍຄ່າຊົດເຊີຍໃຫ້ຜູ້ຖືກເຄາະຮ້າຍຂອງລັດຖະບານມາກອດສ (Marcos Compensation Law) ແລະ ຮ່າງກົດໝາຍວ່າດ້ວຍສິດຂອງຊຸມຊົນອົບພະຍົບໃນປະເທດ (Bill on the Rights of Internally Displaced Communities). ໂຊກຮ້າຍທີ່ຮ່າງກົດໝາຍສອງສະບັບໄດ້ຖືກຍົກເລີກໂດຍປະທານປະເທດ ໂດຍໃຊ້ເຫດຜົນຫຼອກລວງ. Continue reading “ຄວບຄຸມອຳນາດຜະເດັດການ”