ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສດີເດັ່ນ ຂອງລາວ ແລະ ເຈົ້າຂອງຣາງວັນ ແມັກໄຊໄຊ ອາວອຣ໌ດ ປີ 2005 ສາຂາການພັທນາຊຸມຊົນ. ທ່ານ ສົມບັດ ສົມພອນ ຖືກລັກພາໂຕໄປ ວັນທີ 15 ທັນວາ 2012 ຢູ່ ຕໍ່ໜ້າປ້ອມຍາມ ຕຳຣວດ ຖນົນທ່າເດື່ອ ເມືອງ ສີສັດຕະນາກ ນະຄອນຫລວງວຽງຈັນ, ທ່ານ ສົມບັດ ເກີດໃນປີ 1952 ເປັນລູກຊາຍກົກ ໃນຄອບຄົວຊາວນາ ຢູ່ແຂວງຄຳມ່ວນ ເຊິ່ງຄອບຄົວຂອງທ່ານ ດຳລົງຊີວິຕ ຢູ່ແຄມແມ່ນ້ຳຂອງ. ທ່ານ ເປັນຄົນສະຫຼາດ ມັກຮຽນຮູ້ ແລະ ໄດ້ຮັບໂອກາດເຂົ້າຮຽນ ໃນໂຮງຮຽນ ທີ່ໃຊ້ລະບົບການສຶກສາແບບຝຣັ່ງ .
ທ່ານ ສົມບັດ ສົມພອນ ໄດ້ຮັບທຶນໄປຮຽນຕໍ່ ຢູ່ມະຫາວິທະຍາໄລ ຮາວາຍ ຣັຖຮາວາຍ ສະສະຫະຣັຖ ອາເມຣິກາ ໃນປີ 1971 ແລະ ຕໍ່ມາ ກໍໄດ້ມີໂອກາດ ພົບກັບ ຍານາງ ອຶ້ງ ຊຸ່ຍເມັ້ງ ຜູ້ທີ່ເປັນພັນຣະຍາຂອງທ່ານ.
ຍານາງ ຊຸ່ຍເມັ້ງ ກ່າວວ່າ:
“ຂ້ອຍພົບກັບສົມບັດ ປະມານປີ 1976 ຫຼັງຈາກ ສົງຄາມວຽດນາມ ສິ້ນສຸດລົງ.”
ຫຼາຍຄົນ ທີ່ເຄີຍຮ່ວມງານ ກັບທ່ານສົມບັດ ກໍມີຄວາມປະທັບໃຈ ຍ້ອນວ່າ ທ່ານ ເປັນຄົນມີຫຼັກໝັ້ນ. ທ່ານ ບຣູສ ຊູເມັກເກີ ຜູ້ທີ່ເຄີຍຮ່ວມງານກັບ ທ່ານ ສົມບັດ ກ່າວວ່າ:
“ຄວາມປະທັບໃຈຄັ້ງແລກ ກ່ຽວກັບ ທ່ານ ສົມບັດ ກໍຄື ລາວ ມີຫຼັກໝັ້ນ, ເສັຍສະລະ ກັບຄືນມາລາວ ຂ້ອຍ ເຮັດວຽກ ກັບຄົນອົພຍົບ ອອກປະເທດ ແຕ່ ທ່ານ ສົມບັດ ພັດຕັດສິນໃຈ ກັບຄືນປະເທດ.”
ຍານາງ ອານາ ໂຊຟີ ຜູ້ທີ່ເຄີຍເຮັດວຽກ ດ້ານການພັທນາ ຢູ່ປະເທດລາວ ມາຫຼາຍປີ ໄດ້ກ່າວວ່າ:
“ທ່ານ ສົມບັດ ເຊື່ອວ່າປະເທດລາວ ສາມາດເປັນຕົວແບບ ໃນການພັທນາ ທີ່ຫລາກຫລາຍ ມີຫລາຍວິທີ ໃນການພັທນາ ເພື່ອຫລຸດຜ່ອນ ຄວາມທຸກຍາກ ແລະ ມັນຍັງຊ່ວຍໃຫ້ຄົນເຮົາ ພັທນາຕົນເອງ.”
ຍານາງ ອຶ້ງ ຊຸ່ຍເມັ້ງ ພັນຣະຍາ ຂອງທ່ານ ສົມບັດ ກ່າວວ່າ:
“ຂ້ອຍໄດ້ພົບ ສົມບັດ ຢູ່ມະຫາວິໄລ ຮາວາຍພວກເຮົາ ຢູ່ກຸ່ມນັກສຶກສາວຽດນາມ, ກັມພູຊາ ບາງຄັ້ງ ສົມບັດ ມາເຂົ້າຮ່ວມກຸ່ມເຮົາ ແລະ ເຮົາພວກ ກໍກາຍເປັນໝູ່ກັນ. ຂ້ອຍໄດ້ຮັບທຶນ ການສຶກສາ ຈາກສະຖາບັນ ຢູ່ສິງກະໂປ ໃຫ້ມາຮຽນຕໍ່ປະລິນຍາເອກ ຢູ່ຮາວາຍ. ຂ້ອຍເລືອກຮຽນ ພາກວິຊາວຽດນາມ ສຶກສາ ເພື່ອເປັນຊ່ຽວຊານ ດ້ານນີ້ ເວລາກັບຄືນປະເທດ.”
ຍານາງ ຊຸ່ຍເມັ້ງ ກໍບໍ່ເຄີຍຄິດວ່າ ຈະຕົກລົງປົງໃຈກັບ ທ່ານ ສົມບັດ ແລະ ໃຊ້ຊີວິຕນຳກັນຈົນແກ່ເຖົ້າ
ໃນເວລານັ້ນ ທ່ານ ສົມບັດ ຮຽນຕໍ່ປະລິນຍາໂທ ໃນຂະແໜງກະສິກັມ, ທ່ານ ສົນໃຈເລື່ອງກະສິກັມ ແຕ່ໃດມາ ເພາະ ທ່ານເປັນຊາວນາແຕ່ຍັງນ້ອຍ. ທ່ານ ສົມບັດ ໃຫຍ່ຂຶ້ນມາ ໄດ້ສຳຜັດກັບຊີວິຕ ຜູ້ອົບພະຍົບ ຫລາຍຄັ້ງ ທ່ານເຫັນຄອບຄົວ ຂອງທ່ານ ໜີເສິກສົງຄາມ ຍ້ອນວ່າ ເປັນຄອບຄົວຊາວນາ ບໍ່ເລືອກຝ່າຍໃດໜຶ່ງ ບໍ່ວ່າຝ່າຍປະເທດລາວ ຫຼື ຝ່າຍຣາຊະອານາຈັກ.
ຍານາງ ຊຸ່ຍເມັ້ງ ແລະ ທ່ານ ສົມບັດ ເປັນກຸ່ມນັກຮຽນ ທີ່ຕ້ານສົງຄາມ ເຂົາເຈົ້າຊັງການຖິ້ມລະເບີດ ທີ່ກໍາລັງດໍາເນີນຢູ່ ເຂົາເຈົ້າຢາກເຫັນສັນຕິພາບ ກັບມາສູ່ປະຊາຊົນ ໃຫ້ເຂົາເຈົ້າມີເສຣີ ໃນການສ້າງສາປະເທດຂອງຕົນ.
ສົງຄາມວຽດນາມສິ້ນສຸດລົງ ເດືອນເມສາ 1975 ສະຫະຣັຖ ອາເມລິກາ ໄດ້ຖອນທະຫານ ອອກຈາກ ວຽດນາມ ເຖິງວ່າ ອາເມຣິກາ ມີອິດທິພົນ ຕໍ່ລາວຫລາຍ ແຕ່ເມື່ອຖອນຈາກວຽດນາມແລ້ວ ຈຳເປັນຕ້ອງອອກຈາກລາວ. ຫຼັງຈາກໄຊງ່ອນ ຫຼື ວຽດນາມໃຕ້ ລົ່ມສະຫຼາຍ ກຳລັງຝ່າຍປະເທດລາວ ທີ່ໄດ້ຮັບການສນັບສນຸນ ແລະ ນຳໂດຍ ພັກຄອມມຸນິສຕ໌ ອິນໂດຈີນ ຫຼື ວຽດນາມເໜືອ ກໍຍຶດອຳນາດ ໃນວັນທີ 2 ທັນວາ 1975 ແລະ ໄດ້ປະກາດສ້າງຕັ້ງ ສປປ ລາວ ແລະ ປົກຄອງແບບພັກດຽວ. ສິ້ນສຸດສົງຄາມວຽດນາມ, ຄົນລາວ ຄົນກັມພູຊາ ແລະ ຄົນວຽດນາມ ພາກັນໂຕນໜີ ຍ້ອນວ່າ ເຂົາເຈົ້າຢ້ານ ຄອມມຸນິສຕ໌ ສ່ວນວ່າ ນັກສຶກສາລາວ ວຽດນາມ ທີ່ສຶກສາຢູ່ນອກປະເທດ ກໍເປັນຫ່ວງສິ່ງທີ່ເກີດຂຶ້ນ ໃນປະເທດ. ນັກສຶກສາ ຈໍານວນນຶ່ງ ບໍ່ຢາກກັບໄປຫາ ລະບອບໃໝ່ ແຕ່ນັກສຶກສາຫົວເປັນກາງ ຕ້ອງເລືອກທາງໃດນຶ່ງ, ເຂົາເຈົ້າຄວນຈະກັບເມືອບ້ານ ຫລື ຈະຢູ່ຕ່າງປະເທດ.
ຍາງນາງ ຊຸຍເມັງ ກ່າວວ່າ:
“ທ່ານ ສົມບັດ ເປັນຄົນຮັກຊາຕ ແຕ່ມີແນວຄິດເປັນກາງ, ທ່ານ ພູມໃຈຫລາຍ ທີ່ເປັນຄົນລາວ ຂ້ອຍຈື່ໄດ້ ຕອນທີ່ໄປຢາມເພິ່ນ ຢູ່ມະຫະໄລ ຮາວາຍ, ທ່ານ ຕິດທຸງຊາດຕລະບົບໃໝ່ ຢູ່ເທິງຝາຫ້ອງນອນ ສິ່ງທີ່ເຮັດໃຫ້ຂ້ອຍແປກໃຈອີກ ກໍຄື ເພິ່ນແຕ້ມຮູບເພິ່ນເອງ ຄືກັບຮູບ ໄກສອນ ພົມວິຫານ.”
ທ່ານ ສົມບັດ ກັບຄືນມາປະເທດລາວ ໃນປີ 1978. ຣັຖບານ ຊື້ປີ້ຍົນໃຫ້ທ່ານ ແລະ ຣັຖບານ ລະດົມນັກສຶກສາລາວ ໃຫ້ກັບຄືນປະເທດ ໂດຍສະເພາະ ນັກສຶກສາຄົນລາວ ຢູ່ສະຫະຣັຖອາເມຣິກາ ແລະ ປະເທດຝຣັ່ງ.
ຫຼັງຈາກກັບມາ ສປປ ລາວ ໄດ້ປະມານ 3 ເດືອນ, ບັນດານັກສຶກສາ ທີ່ກັບມາຖືກສົ່ງໄປຮຽນ ທິສດີມາຣ໌ກ-ເລນິນ ນັ້ນເປັນສິ່ງທີ່ຣັຖບານລະບອບໃໝ່ ຕ້ອງການ ແລະ ເປັນເປົ້າໝາຍ ສູ້ຊົນ ຂອງຣັຖບານ.
ຍານາງ ຊຸ່ຍເມັ້ງ ກ່າວວ່າ:
“ທ່ານ ສົມບັດ ເລົ່າປະສົບການ ໃຫ້ຂ້ອຍຟັງ ລາວວ່າ ມັນເປັນເຣ່ື່ອງທີ່ໜ້າເບື່ອ ຍ້ອນ ເຈົ້າໜ້າທີ່ພານັກສຶກສາ ມາຢູ່ຫ້ອງຮຽນ ເຈົ້າໜ້າທີ່ ອ່ານທິສດີມາຣ໌ກ-ເລນິນ ໃຫ້ຟັງ ຜູ້ມາເຜີຍທິສດີ ມີໜ້າທີ່ອ່ານໃຫ້ຟັງ ຢ່າງດຽວ ເຂົາເຈົ້າ ບໍ່ເຂົ້າໃຈ ໃນສິ່ງທີ່ຕົນເອງອ່ານ.”
ທ່ານ ສົມບັດ ຢາກກັບມາ ຢູ່ປະເທດລາວ ແຕ່ບໍ່ຄິດວ່າ ຍານາງ ຊຸ່ຍເມັ້ງ ຈະຕັດສິນໃຈ ມາຮ່ວມຊີວິດຕ ຢູ່ປະເທດລາວ.
ຍານາງ ຊຸ່ຍເມັ້ງ ກ່າວວ່າ:
“ຂ້ອຍກໍຮຽນຈົບ ແລະ ກັບໄປສິງກະໂປ ແຕ່ ພວກເຮົາ ຍັງຂຽນຈົດໝາຍ ຫາກັນຢູ່.”
ທ່ານ ສົມບັດ ແລະ ຍານາງ ຊຸ່ຍເມັ້ງ ແຕ່ງງານກັນ ຢູ່ຮາວາຍ, ເຂົາເຈົ້າ ຕັດສິນໃຈ ກັບມາຢູ່ລາວ ໃນຊຸມປີ 1980.
ຍານາງ ຊຸ່ຍເມັ້ງ ຕ້ອງໃຊ້ເວລາ ໃນການປັບຕົວ ທຳອິດ ມັນບໍ່ງ່າຍເລີຍ ວຽງຈັນ ເປັນເມືອງນ້ອຍ ມີຮ້ານເຝີ 2 ຮ້ານ, ໄຟຟ້າ ກໍມາບໍ່ປົກກະຕິ, ບໍ່ມີຫຍັງເປັນໜ້າ ເປັນຕາ ໃຫ້ລະບອບຄອມມຸນິສຕ໌ ເປີດໂທລະໂຄ່ງ-ກະຈ່າຍສຽງ ທັງເຊົ້າ ທັງແລງ ແຕ່ ບໍ່ສົ່ງຜົນຫຍັງ ຕໍ່ຊີວິຕຂອງຄົນ.
ເຂົາເຈົ້າທັງສອງ ພົບວ່າ ມັນບໍ່ງ່າຍ ໃນການດຳເນີນຊີວິດຕ ປົກກະຕິ ຢູ່ ສປປ ລາວ ນັບແຕ່ ສົງຄາມສິ້ນສຸດລົງ ແນວຄິດສັງຄົມນິຍົມ ແມ່ນສ້າງເສຖກິຈຮາກຖານ.
ຊຸມປີ 1980 ປະເທດລາວປ່ຽນແປງ ຈາກໜ້າມື ເປັນຫລັງມື. ທ່ານ ສະຈວດ ຟອກສ໌ ນັກຂຽນປວັດສາຕລາວ ໄດ້ກ່າວວ່າ: “ປະເທດລາວ ຖືກປົກຄອງ ແບບພັກດຽວ ເລັງໃສ່ສ້າງເສຖກິຈ ແບບສັງຄົມນິຍົມ ແລະ ລັດຖເປັນຜູ້ຄວບຄຸມ ອຸດສາຫະກັມ ທຸກຢ່າງ ການບໍລິການ ເສຖກິຈ ການຕລາດ ແລະ ອື່ນໆ. ໃນຂະແໜງກະສິກັມ ປະເທດລາວ ຕ້ອງເຮັດແບບ ໂຊວຽດ ແລະ ວຽດນາມ.”
ປະມານ 1985 ສະຫະກອນລວມໝູ່ ຢູ່ປະເທດລາວຫລົ້ມລະລາຍ ຜົນຜລິດ ໃຊ້ການບໍ່ໄດ້ ລາວບໍ່ສາມາດ ເດີນຕາມ ແນວທາງລັດທິມາຣ໌ກ-ເລນິນ. ຄົນລາວ ບໍ່ຍອມມອບຊັບສິນທີ່ດິນ ເຂົ້າເປັນຂອງລວມໝູ່.
ຍານາງ ຊຸຍ ເມັງ ກ່າວວ່າ:
“ທ່ານ ສົມບັດ ບໍ່ມີວຽກເຮັດ ຕອນທຳອິດທີ່ເພິ່ນກັບມາຄິດວ່າ ຮຽນກະສິກັມມາ ເພິ່ນຈະໄດ້ຢູ່ ກະຊວງກະສິກັມ ເຊິ່ງມັນຍາກສຳລັບເພິ່ນທີ່ຈົບ ຈາກສະຫະຣັຖ ອາເມຣິກາ. ລັຖບານ ບໍ່ເຊື່ອຄົນທີ່ຮຽນຈົບ ຈາກ ສະຫະຣັຖອາເມຣິກາ ເພາະວ່າ ລັຖບານ ຍັງລະແວງ ຕໍ່ແນວທາງຂອງອາເມຣິກາ.”