ທະຍຸເອເຊຍເສລີ: 14 ເມສາ 2022
ໃນວັນທີ 12 ເມສາ ທີ່ຜ່ານມາ, ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ອອກບົດຣາຍງານກ່ຽວກັບສິດທິມະນຸສ ປະຈຳປີ2021.
ເນື້ອໃນບົດຣາຍງານ ເວົ້າເຖິງບັນຫາ ການລະເມີດສິດທິມະນຸສ ຂອງແຕ່ລະປະເທດໃນໂລກ ທັງໝົດ 198 ປະເທດ ລວມທັງ ເຂດປົກຄອງຕົນເອງ.
ບົດຣາຍງານສິດທິມະນຸສ ໄດ້ຍົກໃຫ້ເຫັນເຖິງບັນຫາສິດທິມະນຸສ ແລະ ປະຊາທິປະໄຕ ຖືກຄຸກຄາມ ຢູ່ປະເທດຕ່າງໆ ໂດຍສະເພາະ ເຈົ້າໜ້າທີ່ຣັຖ ໄດ້ກັກຂັງປະຊາຊົນແບບບໍ່ເປັນທັມ, ທໍຣະມານ, ຫຼື ສັງຫານນັກການເມືອງຝ່າຍຄ້ານ, ນັກເຄື່ອນໄຫວ, ນັກປົກປ້ອງສິດທິມະນຸສ ຫຼື ນັກຂ່າວ.
ການຖແລງຂ່າວ ວັນທີ 12 ເມສາ 2022 ທີ່ຜ່ານມາ, ເຈົ້າໜ້າທີ່ລະດັບສູງ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ຂອງນຶ່ງໃນປະເດັນ ການລະເມີດສິດທິມະນຸສ ທີ່ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໃຫ້ຄວາມສຳຄັນ ກໍຄື ຣັສເຊັຽເຂົ້າມາເຮັດສົງຄາມ ໃນປະເທດຢູເຄຣນນັ້ນ ນຳໄປສູ່ການລະເມີດສິດທິມະນຸສ.
ທ່ານ ແອນໂທນີ ບລິງເຄນ (Anthony J. Blinken) ຣັຖມົນຕຣີຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ຖແລງຕໍ່ສື່ມວນຊົນ ໃນວັນທີ12 ເມສາ 2022 ຕອນນຶ່ງວ່າ:
“ຣັສເຊັຽມາເຮັດສົງຄາມໂຫດໃນຢູເຄຣນ ນັ້ນຄືຄວາມຈິງ ໂດຍສະເພາະໃນຫຼາຍອາທິດມານີ້, ຍ້ອນວ່າ ທະຫານຣັສເຊັຽຖືກຜັກດັນໃຫ້ຖອຍອອກຈາກຕົວເມືອງ ທີ່ເຄີຍຢຶດຄອງ ຫຼື ປິດລ້ອມ, ຫຼັກຖານຄວາມປ່າເຖື່ອນ ກໍປະກົດໃຫ້ເຫັນ. ສິ່ງທີ່ພວກເຮົາເຫັນ ຈົນຕົກໃຈກໍຄື ສົບຄົນເສັຽຊີວິດ, ມີການມັດມື, ຢູ່ຖນົນ, ຢູ່ໂຮງລະຄອນ ແລະ ສຖານນີຣົຖໄຟ, ຕຶກອາຄານທີ່ພັງລົງມາ ທີ່ມີພົລເຮືອນຕິດຢູ່ໃນນັ້ນ. ພວກເຮົາໄດ້ຍິນຄຳໃຫ້ການ ຈາກແມ່ຍິງ ແລະ ເດັກຍິງ ທີ່ຖືກຂົ່ມຂືນ ແລະ ໄດ້ຍິນວ່າ ມີການປິດລ້ອມພົລເຮືອນໃຫ້ໜາວຕາຍ.”
ບົດຣາຍງານຍັງໄດ້ລະບຸວ່າ ຣັຖບານທີ່ການລະເມີດສິດທິມະນຸສ ເຫັນອັນດັບຕົ້ນໆຂອງໂລກ ລວມມີ ຣັສເຊັຽ, ຈີນ, ເກົາຫຼືເໜືອ, ນິຄາກວາ ແລະ ຊີເຣັຽ, ພະມ້າ, ເປຣາຣູສ, ຄິວບາ, ຮົງກົງ ແລະ ຊູດານ.
ຢູ່ໃນປະເທດລາວ, ບັນຫາການບັງຄັບໃຫ້ບຸກຄົນຫາຍສາບສູນ, ການສັງຫານຊາວມົ້ງ ແລະ ສະພາບຄ້າຍຄຸມຂັງ ທີ່ຂາດຫຼັກອະນາໄມ ຍັງເປັນບັນຫາອັນພົ້ນເດັ່ນ ທີ່ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ລະບຸ ຢູ່ໃນບົດຣາຍງານ ບັນຫາສິດທິມະນຸສ.
ບົດຣາຍງານ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ລະບຸວ່າ ໃນເດືອນເມສາ ຜູ້ຣາຍງານພິເສດ ສະຫະປະຊາຊາດຫຼາຍທ່ານ ໄດ້ຂຽນຈົດໝາຍສະແດງຄວາມເປັນຫ່ວງ ຕໍ່ຣັຖບານລາວ ກ່ຽວກັບການສັງຫານ ທ່ານ Chue Youa Vang (ຈື ຢົວ ວ່າງ) ທີ່ເປັນຍາດພີ່ນ້ອງ ຂອງຊາວມົ້ງ 2 ຄົນໃນຈຳນວນຊາວມົ້ງ 4 ຄົນ ທີ່ຫາຍສາບສູນໃນເດືອນ ມີນາ 2020 ທີ່ຜ່ານມາ.
ເນື້ອໃນຈົດໝາຍ ຍັງລະບຸວ່າ ທ່ານ ຈື ຢົວ ວ່າງ ຖືກຍິງ ແລະ ສັງຫານ ໂດຍທະຫານ ເພື່ອເປັນການແກ້ແຄ້ນ ທີ່ ທ່ານ Chue Youa Vang ແລະ ສະມາຊິກຄອບຄົວ ຂອງລາວ ໄດ້ປະກາດທວງຖາມຫາຍາດພີ່ນ້ອງ ຜູ້ທີ່ຫາຍສາບສູນໄປ.
ເຈົາໜ້າທີ່ທາງການລາວ ບໍ່ມີການຣາຍງານຄວາມຄືບໜ້າ ກ່ຽວກັບບຸກຄົນທີ່ຫາຍສາບສູນ ແບບຖືກບັງຄັບ.
ກໍລະນີ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສດີເດັ່ນ ຂອງລາວ ທີ່ຖືກບີບບັງຄັບໃຫ້ຫາຍສາບສູນ ໃນປີ 2012. ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ຢູ່ຕໍ່ໜ້າປ້ອມຍາມຕຳຣວດ ຢູ່ນະຄອນຫລວງວຽງຈັນ ໂດຍ ມີເຈົ້າໜ້າທີ່ໄດ້ຢຸດຣົຖຂອງທ່ານ.
ອົງການຈັດຕັ້ງພາກປະຊາສັງຄົມທັງຫຼາຍ ໃຫ້ຄວາມສົນໃຈຕໍ່ກໍຣະນີ ທ່ານ ສົມບັດ ສົມພອນ ໃນຂະນະທີ່ ນັກການທູດຫຼາຍປະເທດ ກໍໄດ້ທວງຖາມ ຣັຖບານລາວ ກ່ຽວກັບຄວາມຄືບໜ້າ ການຊອກຫາໂຕ ທ່ານ ສົມບັດ ສົມພອນ.
ນອກຈາກນີ້ ໃນເດືອນ ພຶສຈິກາ ທີ່ຜ່ານມາ ພັລຍາຂອງທ່ານ ສົມບັດ ຄື ຍານາງ ອິງຊຸຍເມັງ ກໍໄດ້ຮັບແຈ້ງຈາກເຈົ້າໜ້າທີ່ ວ່າເຈົ້າໜ້າທີ່ ອາຍັດ ຊັບສິນຂອງ ທ່ານ ສົມບັດ ສົມພອນ ເອົາໄວ້ຈົນກະທັ້ງ ທ່ານ ສົມບັດ ໄດ້ຫາຍສາບສູນເປັນເວລາຮອດ 10 ປີ ເຊິ່ງເຈົ້າໜ້າທີ່ ອ້າງວ່າ ເຮັດໄປຕາມຂັ້ນຕອນຂອງກົດໝາຍ, ແຕ່ ທະນາຍຄວາມຂອງພັລຍາ ທ່ານ ສົມບັດ ໄດ້ຣາຍງານວ່າ ເຂົາເຈົ້າບໍ່ເຫັນກົດໝາຍ ມາດຕຣາໃດທີ່ກຳນົດໄວ້ແນວນັ້ນ.
ຜູ້ຣາຍງານພິເສດ ສະຫະປະຊາຊາດ ໃນເດືອນເມສາ ໄດ້ອອກຈົດໝາຍ ສະແດງຄວາມເປັນຫ່ວງ ກ່ຽວກັບການດຳເນີນຄະດີ ແລະ ຄຳໃຫ້ການທີ່ເວົ້າເຖິງ ກໍຣະນີການທໍຣະມານ, ການລະເມີດສິດທິມະນຸສຮຸນແຮງ, ການລະເມີດທາງເພດ ທີ່ທະຫານຂອງທາງການລາວ ເປັນຜູ້ກະທຳ ຢູ່ໃນ ເຂດແຂວງຊຽງຂວາງ ບ່ອນທີ່ມີຊາວມົ້ງອາສັຍຢູ່ຫຼາຍ.
ມີການຣາຍງານວ່າ ປັດຈຸບັນ ຍັງບໍ່ມີສະຖິຕິຈຳນວນ ຜູ້ທີ່ໄດ້ຮັບການຝາກ (ຫຼື ພາກໂທດຕາມຄຳເວົ້າຂອງທາງການ). ກົມສືບສວນຂອງກະຊວງປ້ອງກັນຄວາມສງົບ ຍັງຄົງອະນຸຍາດໃຫ້ ປະຊາຊົນຂຽນຄໍາຮ້ອງທຸກ ສົ່ງຜ່ານທາງເວັບໄຊທ໌ ແລະ ຕູ້ຮັບຄຳຮ້ອງທຸກ ຢູ່ໃນທົ່ວປະເທດ, ແຕ່ວ່າຍັງບໍ່ມີຣາຍລະອຽດການໃຊ້ຂໍ້ມູນດັ່ງກ່າວ ຜ່ານທາງເວັບໄຊທ໌ ແລະ ຕູ້ຮັບຄຳຮ້ອງທຸກ.
ຣັຖບານລາວ ບໍ່ມີການເປີດເຜີຍຂໍ້ມູນ ກ່ຽວກັບການດໍາເນີນງານ ຂອງອົງການສືບສວນ-ສອບສວນ, ການສວຍໃຊ້ອຳນາດ ຂອງເຈົ້າໜ້າທີ່ຄວາມສງົບ.
ນອກຈາກນີ້ ສະພາບຄຸກ, ສູນກັກກັນ ມີຄວາມແຕກຕ່າງກັນ ແລະ ຄຸກບາງແຫ່ງ ມີອາຫານບໍ່ພຽງພໍ, ມີສະພາບແອອັດ, ຂາດຫຼັກອະນາໄມທີ່ເໝາະສົມ.
ຄຸກມີສະພາບແອອັດ ບໍ່ມີຕຽງນອນຄວາມກວ້າງ ບໍ່ເກີນເຄິ່ງແມັດ. ມີຣາຍງານວ່າ ມີການຂັງນັກໂທດທີ່ເປັນເຍົາວະຊົນ ປົນກັບນັກໂທດຜູ້ໃຫຍ່ ເຖິງວ່າຈະບໍ່ມີການຣາຍງານໂຕເລກ ຢ່າງເປັນທາງການກ່ຽວກັບ ຈຳນວນນັກໂທດທັງໝົດ ລວມທັງເຣື່ອງການແຍກເພດ ຂອງນັກໂທດ ຍ້ອນວ່າສຖານທີ່ບໍ່ພຽງພໍ ສະນັ້ນ ຜູ້ທີ່ຖືກຂັງ ລໍຖ້າສານຕັດສິນ ແລະ ນັກໂທດທີ່ຖືກສານຕັດສິນ ຈຶ່ງຖືກນຳມາໄວ້ລວມກັນໝົດ.
ບໍ່ມີຂໍ້ມູນກ່ຽວກັບ ການເສັຽຊີວິດຂອງນັກໂທດ ຢູ່ໃນຄຸກ ຫຼື ຢູ່ໃນສູນກັກຂັງພາງ. ສະພາບແອອັດຂອງຄຸກ ເປັນເຫດເຮັດໃຫ້ ມີນັກໂທດຫຼາຍ 100 ປາຍຄົນ ຕິດໂຄວິດ-19 ຢູ່ ແຂວງສວັນນະເຂດ.
ນັກໂທດ ຕ້ອງຈ່າຍເງິນ ເສັຽເງິນຊື້ອາຫານ-ການກິນ ເພື່ອໃຫ້ເອົາເຂົ້າມາກິນ ຢູ່ໃນຄຸກໄດ້. ໂດຍທົ່ວໄປແລ້ວ ຄຸກຢູ່ປະເທດລາວ ສນອງອາຫານການກິນ ທີ່ບໍ່ເໝາະສົມ ສະນັ້ນ ຄອບຄົວ ແລະ ໝູ່ເພື່ອນຂອງນັກໂທດ ຈະຕ້ອງໄດ້ຈ່າຍເພີ່ມ ເພື່ອຊື້ອາຫານການກິນໃຫ້ນັກໂທດ.
ກົດໝາຍຫ້າມບໍ່ໃຫ້ມີການຈັບກຸມ ແລະ ກັກຂັງ ກໍຣະນີທີ່ມີຂໍ້ພິພາດກັນ, ແຕ່ ເຈົ້າໜ້າທີ່ຣັຖບາງຄົນ ບໍ່ເຄົາຣົບກົດໝາຍ ແລະ ມີການສັ່ງຈັບ ແລະ ກັກຂັງທີ່ພົວພັນກໍຣະນີພິພາດກັນ. ກົດໝາຍໄດ້ໃຫ້ສິດຜູ້ທີ່ຖືກກັກຂັງ ໄດ້ຕໍ່ສູ້ຄະດີ, ແຕ່ວ່າ ບໍ່ປະກົດມີກໍຣະນີດັ່ງກ່າວ.
ເຈົ້າໜ້າທີ່ຕຳຣວດ ແລະ ທະຫານ ໄດ້ມີອຳນາດໃນການຈັບກຸມປະຊາຊົນ ເຖິງວ່າ ໂດຍທົ່ວໄປແລ້ວ ມີພຽງແຕ່ເຈົ້າໜ້າທີ່ຕຳຣວດເທົ່ານັ້ນ ທີ່ສາມາດຈັບກຸມໄດ້. ໃນກົດໝາຍລະບຸວ່າ ເຈົ້າໜ້າທີ່ດຳເນີນການ ຈັບກຸມແລ້ວ ຈະຕ້ອງແຈ້ງຂໍ້ກ່າວຫາພາຍໃນເວລາ 24 ຊົ່ວໂມງ, ແຕ່ໃນໂຕຈິງບໍ່ເປັນແນວນັ້ນ ໂດຍສະເພາະຢູ່ເຂດທີ່ຢູ່ຫ່າງໄກສອກຫຼີກ.
ບົດຣາຍງານ ຍັງລະບຸເຖິງການຈຳກັດສິດທິ ການສະແດງຄວາມຄິດເຫັນ ໂດຍ ສະເພາະເຈົ້າໜ້າທີ່ທາງການລາວ ໄດ້ຈັບໂຕ ນາງ ຮ່ວຍເຮືອງ ໄຊຍະບູລີ ຫຼື ນາງ ໝວຍ ໃນປີ 2019 ແລະ ຕັດສິນຈຳຄຸກເປັນເວລາ 5 ປີ ໃນຂໍ້ຫາໃສ່ຮ້າຍປ້າຍສີປະເທດຊາດ ໂດຍ ທີ່ ນາງ ໝວຍໄດ້ອອກມາ ວິພາກວິຈານຣັຖບານ ຜ່ານທາງເຟສບຸກຄ໌.