29 ສິງຫາ 2017: OHCHR
(ຂໍ້ສັງເກດ: ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາສອງຄັ້ງແລ້ວວ່າຈະໃຫ້ສັດຕະຍາບັນ ໃນການທົບທວນສາກົນເປັນໄລຍະ, ແຕ່ຍັງບໍ່ໄດ້ລົງມືປະຕິບັດເທື່ອ.)
ໃນເວລາທີ່ການບັງຄັບຫາຍສາບສູນ ເປັນສິ່ງທີ່ປະຕິບັດກັນທຸກພາກພື້ນ, ແລະກຳລັງແຜ່ຫຼາຍໃນຫຼາຍປະເທດ, ກຸ່ມຊ່ຽວ ຊານດ້ານສິທິມະນຸດຂອງອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ປະເທດສະມາຊິກ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າ ດ້ວຍການປົກປ້ອງທຸກບຸກຄົນຈາກການບັງຄັບສູນຫາຍ.
ເພື່ອເປັນການລຳລຶກເຖິງວັນຜູ່ຖືກເຄາະຮ້າຍຈາກການບັງຄັບຫາຍສາບສູນ ສາກົນ, ຊ່ຽວຊານອົງການສະຫະປະຊາຊາດ ເນັ້ນວ່າ: “ມັນເປັນສິ່ງທີ່ຮັບບໍ່ໄດ້ທີ່ຈົນຮອດປີ 2017 ແລ້ວ ການບັງຄັບຫາຍສາບສູນຍັງເປັນສິ່ງທີ່ເກີດຂຶ້ນຢູ່. ທຸກວັນ ເຮົາ ໄດ້ຂ່າວກໍລະນີບຸກຄົນຖືກຫາຍສາບສູນຈາກທົ່ວໂລກ. ເມື່ອສິ່ງນີ້ເກີດຂຶ້ນ, ຊີວິດຂອງຄົນທັງຄອບຄົວແຕກສະຫຼາຍເປັນ ຊິ້ນໆ, ແລະອົງປະກອບຂອງສັງຄົມກໍ່ຖືກທຳລາຍ. ສິ່ງນີ້ຕ້ອງຢຸດ, ແລະໂດຍການໃຫ້ສັດຕະຍາບັນຕໍ່ສົນທິສັນຍານີ້ ປະເທດສະມາຊິກຈະສາມາດເລີ່ມປູທາງໃຫ້ກັບການບັນລຸເປົ້າໝາຍອັນນີ້.”
“ບໍ່ມີຂໍ້ແກ້ຕົວໃດທີ່ຖືກ ທີ່ສົນທິສັນຍານີ້ຈະບໍ່ໄດ້ຮັບສັນຕະຍາບັນຈາກທົ່ວໂລກ” ທ່ານ ຊູເອລາ ຈານີນາ, ຮອງປະທານ ຄະນະກຳມະການ ຕ້ານການບັງຄັບສູນຫາຍ ກ່າວ. “ຫຼັງຈາກການໃຫ້ສັດຕະຍາບັນແລ້ວ, ປະເທດຕ່າງໆ ຄວນສ້າງນິຕິກຳ ໃໝ່ ແລະຮັບປະກັນການຈັດຕັ້ງປະຕິບັດໃນຕົວຈິງ.”
ສົນທິສັນຍານີ້ ເປັນພື້ນຖານໃຫ້ບັນດາປະເທດ ໃນການກໍ່ສ້າງກອບກົດໝາຍອັນແໜ້ນແກ່ນ ໃນຂົງເຂດການປ້ອງກັນ, ໃສ່ ໂທດ, ຊົດເຊີຍ, ແລະປ້ອງກັນການເກີດຂຶ້ນຄືນ ການບັງຄັບຫາຍສາບສູນ, ພ້ອມທັງໃຫ້ເຄື່ອງມືເພື່ອປົກປ້ອງຜູ່ທີ່ຫາຍສາບ ສູນ ແລະຄອບຄົວຂອງເຂົາ.
“ໂດຍການໃຫ້ສັດຕະຍາບັນຕໍ່ສັນຍາ, ແຕ່ລະປະເທດຈະໄດ້ສ້າງບາດກ້າວໜຶ່ງຕໍ່ການຍຸຕິອາຊະຍາກຳທີ່ໜ້າຢ້ານກົວນີ້, ຮັບປະກັນຄວາມຍຸຕິທຳ ໃຫ້ແກ່ຜູ່ຖືກເຄາະຮ້າຍ ແລະຕໍ່ສູ້ຕ້ານການບໍ່ຖືກໂທດ. ເປົ້າໝາຍຂອງເຮົາແມ່ນການເພີ່ມຈຳນວນ ປະເທດສະມາຊິກຂອງສົນທິສັນຍານີ້ໃນ 5 ປີຕໍ່ໜ້າໃຫ້ໄດ້ທົບໜຶ່ງ,” ທ່ານ ຊູເອລາ ຈານີນາ ໄດ້ກ່າວເພີ່ມ.
ສົນທິສັນຍານີ້ ຍັງໄດ້ສ້າງຂໍ້ຜູກມັດກັບບັນດາປະເທດ ວ່າຕ້ອງກັກຂັງບຸກຄົນໃນສະຖານທີ່ກັກຂັງທາງການ, ຕ້ອງເຜີຍແຜ່ ຂໍ້ມູນກ່ຽວກັບບ່ອນຢູ່ທີ່ແນ່ນອນ ກ່ຽວກັບສະຖານທີ່ກັກຂັງໃຫ້ກັບຄອບຄົວ, ຜູ່ໃຫ້ຄຳປຶກສາ, ຫຼືຄົນອື່ນທີ່ກ່ຽວຂ້ອງກັບ ຜູ່ກ່ຽວໄດ້ຮັບຮູ້.
ປະທານກຸ່ມເຮັດວຽກ, ທ່ານ ຮູຣີອາ ເອສ໌-ສລາມີ ໄດ້ເນັ້ນວ່າ: “ຄອບຄົວມີສິດ ຄືກັນກັບຜູ່ຖືກເຄາະຮ້າຍ ທີ່ຈະຮູ້ຄວາມຈິງ ກ່ຽວກັບສະພາບຄວາມເປັນຈິງຂອງການບັງຄັບສູນຫາຍ, ບ່ອນຢູ່ຂອງຄົນອັນເປັນທີ່ຮັກ, ຄວາມຄືບໜ້າ ແລະຜົນຂອງການ ສອບສວນ, ແລະສຸດທ້າຍ ໂຊກຊາຕາຂອງຜູ່ທີ່ສູນຫາຍ.”
ຊ່ຽວຊານອົງການສະຫະປະຊາຊາດ ຍັງໄດ້ສະແດງຄວາມເປັນຫ່ວງຕໍ່ພື້ນທີ່ທີ່ຄ່ອຍຫຼຸດໜ້ອຍຖອຍລົງທາງດ້ານປະຊາ ທິປະໄຕ ຂອງຄອບຄົວ ແລະຜູ່ທີ່ຕໍ່ສູ້ເພື່ອ ສິທິມະນຸດໃນດ້ານການບັງຄັບສູນຫາຍ, ເຊິ່ງເປັນການເນັ້ນຂໍ້ຜູກມັດຂອງ ປະເທດ ເພື່ອຮັບປະກັນວ່າເຂົາເຈົ້າສາມາດເຮັດວຽກໄດ້ຢ່າງມີປະສິທິພາບ ແລະປາສະຈາກຄວາມຢ້ານກົວ.
“ພວກເຮົາມີຄວາມກັງວົນຢ່າງຍິ່ງ ທີ່ເຮົາສືບຕໍ່ໄດ້ຮັບການລາຍງານກ່ຽວກັບການຂົ່ມຂູ່, ຄຸກຄາມ, ປະນາມ, ແລະແກ້ແຄ້ນ ຕອບແທນ ຕໍ່ບຸກຄົນທີ່ເຮັດວຽກເພື່ອເຍືອງແສງສະຫວ່າງຕໍ່ກໍລະນີບັງຄັບສູນຫາຍ. ພວກເຂົາຄວນໄດ້ຮັບການຊ່ວຍເຫຼືອ ແລະປົກປ້ອງ, ແທນທີ່ຈະເປັນການນາບຂູ່,” ທ່ານ ຮູຣີອາ ເອສ໌-ສລາມີ ເນັ້ນ.
“ພວກເຮົາຢືນຢັນຄວາມເປັນເອກະພາບ ແລະການສະໜັບສະໜຸນຕໍ່ຜູ່ຖືກເຄາະຮ້າຍຈາກການບັງຄັບຫາຍສາບສູນ, ຕໍ່ ຄອບຄົວ ແລະບຸກຄົນທີ່ຊ່ວຍພວກເຂົາໃນການຕໍ່ສູ້ເພື່ອຄວາມຍຸຕິທຳ ແລະຄວາມຈິງ. ຄະນະກຳມະການ ແລະກຸ່ມ ເຮັດວຽກ ຈະສືບຕໍ່ວຽກງານຢ່າງມີມະຕິ ແລະມຸ່ງໝັ້ນ ເພື່ອຊ່ວຍຜູ່ຖືກເຄາະຮ້າຍ ໃນການຊອກຫາບຸກຄົນອັນເປັນທີ່ຮັກ,” ຊ່ຽວຊານໄດ້ກ່າວສະຫຼຸບ.