ຂຽນໂດຍ Kearrin Sims
ການນຳສະເໝີຄວາມເປັນມາ
ປີ 2016 ຈະເປັນປີທີ່ຄົບຮອບ 20 ປີນັບຕັ້ງແຕ່ລັດຖະບານແຫ່ງ ສປປ ລາວ (ລັດຖະບານລາວ) ປະກາດເຖິງເປົ້າຫມາຍຂອງຕົນເປັນຄັ້ງທຳອິດທີ່ຈະບຸກບືນໃຫ້ຕົນເອງພົ້ນຈາກສະຖານະພາບການເປັນປະເທດດ້ອຍພັດທະນາ (LDC) ພາຍໃນປີ 2020.1 ໃນເວລານັ້ນ, ມີຫລາຍອັນໃດ້ປ່ຽນແປງ. ໂດຍມີຂໍ້ຍົກເວັ້ນໃນສອງສາມປີໃນຊ່ວງ 1977 ທີ່ເກີດວິກິດທາງການເງິນອາຊີ, ຫຼັງຈາກນັ້ນມາ ເສດຖະກິດຂອງລາວກໍ່ມີການຂະຫຍາຍຕົວຢ່າງເຂັ້ມແຂງ ແລະ ໃນປີ 2011 ທະນາຄານໂລກໄດ້ຍົກສະຖານະຂອງປະເທດລາວຂຶ້ນຈາກສະຖານະການເປັນປະເທດທີ່ມີລາຍໄດ້ຕ່ຳມາເປັນປະເທດທີ່ມີລາຍໄດ້ຕຳ່ປານກາງ.2 ການລົງທຶນຕ່າງປະເທດກໍ່ໄດ້ຂະຫຍາຍຕົວຢ່າງໄວວາ ແລະ ເປົ້າຫມາຍການພັດທະນາສະຫັດສະວັດຂອງປະເທດ (MDG) ກໍ່ມີຄວາມຄືບຫນ້າຢ່າງເຂັ້ມແຮງ. ຍ້ອນເຫດຜົນທີ່ວ່ານີ້ ອົງການ UNDP ໄດ້ຈັດປະເທດລາວໃຫ້ເປັນປະເທດທີ່ສົບຜົນສໍາເລັດຫຼາຍທີ່ສຸດເປັນອັນດັບທີ 6 ທີ່ມີການປັບປຸງ ແລະ ພັດທະນາຊັບພະຍາກອນມະນຸດໃນໄລຍະ 40 ປີທີ່ຜ່ານມາ.3
ຄຽງຄູ່ກັບຄວາມຄືບຫນ້າທາງເສດຖະກິດທີ່ກ່າວມານັ້ນ, ມັນກໍ່ຍັງມີຫລາຍເລື່ອງທີ່ຈະນຳມາສະເໜີໃຫ້ຮັບຮູ້ກ່ຽວກັບການພັດທະນາຢູ່ໃນ ສປປ ລາວ ນຳອີກ. ສິ່ງທີ່ກ່ຽວຂ້ອງນັ້ນກໍ່ແມ່ນເລື່ອງຂອງຄວາມບໍ່ເທົ່າທຽມໃນສັງຄົມທີ່ແຜ່ຂະຫຍາຍ, ຄວາມເຊື່ອມໂຊມຂອງສິ່ງແວດລ້ອມຢ່າງຮ້າຍແຮງ, ມີການລ່ວງລະເມີດສິດທິມະນຸດ, ມີການສໍ້ລາດບັງຫຼວງໃນຂະແຫນງການຂອງລັດ ແລະ ເອກະຊົນ, ອັດຕາການຕາຍຂອງແມ່ ແລະ ການຂາດສານອາຫານແມ່ນຍັງສູງ, ມີການເວນຄືນທີ່ດິນ, ບັງຄັບໃຫ້ປະຊາຊົນໃຫ້ຍົກຍ້າຍຖິ່ນຖານ ແລະ ກໍ່ມີຄວາມຂັດແຍ່ງກັບປະເທດເພື່ອບ້ານ ເນື່ອງຈາກບັນຫາການສ້າງເຄື່ອນໄຟຟ້າໃນແມ່ນຳ້ຂອງ.4 ສິ່ງທີ່ກ່າວມານັ້ນແມ່ນຕິດພັນກັບບັນຫາທີ່ຈະພາໃຫ້ເກີດຄວາມທຸກຍາກໃນຮູບແບບໃຫ່ມ ແລະ ສ້າງຊື່ສຽງໃນທາງລົບໃຫ້ແກ່ປະເທດຊາດ.
ບັນຫາອັນລ່າສຸດ ຫຼື ມັນອາດເປັນສິ່ງທີ່ທາງສາກົນໄດ້ປະນາມ ແລະ ຕໍ່ຕ້ານຫຼາຍທີ່ສຸດກໍ່ຄືບັນຫາການຫາຍສາບສູນຂອງທ່ານສົມບັດສົມພອນໃນເດືອນທັນວາ 2012 ຜູ້ທີ່ໄດ້ຮັບລາງວັນດີເດັ່ນ Ramon Magsaysay ໃນຜົນການເປັນນັກພັດທະນາຊຸມຊົນທີ່ເດັ່ນ. ເຫດການດັ່ງກ່າວແມ່ນເກີດຂຶ້ນໃນປ້ອມຕຳຫຼວດໃນນະຄອນຫລວງວຽງຈັນທີ່ກ້ອງວົງ ຈອນປິດສາມາດບັນທຶກວິດີໂອໄວ້ໄດ້. ການລັກພາຕົວທ່ານ ສົມບັດ ແລະ ຄວາມລົ້ມເຫລວຢ່າງຕໍ່ເນື່ອງຂອງລັດຖະບານລາວທີ່ບໍ່ສາມາດໃຫ້ຄຳຕອບກ່ຽວກັບການຫາຍຕົວໄປຂອງທ່ານ ສົມບັດແມ່ນໄດ້ເຮັດໃຫ້ລັດຖະບານປະເທດຕ່າງໆ, ບັນດາອົງການຈັດຕັ້ງສິດທິມະນຸດ, ນັກວິຊາການ ແລະ ອົງການຈັດຕັ້ງສື່ມວນຊົນທົ່ວໂລກໄດ້ໃຫ້ການຕຳນິ ສປປ ລາວ.5 ຜົນທີ່ຕາມມາກໍ່ຄື ສປປ ລາວ ແມ່ນບໍສາມາດສະມັກຍາດຊິງທີ່ນັ່ງໃນສະພາສິດທິມະນຸດຂອງອົງການສະຫະປະຊາຊາດໃນເດືອນຕຸລາ 2015 ໄດ້.
ການຫາຍຕົວໄປຂອງທ່ານສົມບັດສົມພອນຍັງຄົງເປັນບັນຫາສຳຄັນທີ່ລັດຖະບານລາວຕ້ອງໄດ້ແກ້ໄຂ. ຢ່າງໃດກໍຕາມ, ສິ່ງທີ່ສຳຄັນບໍ່ພຽງແຕ່ໃຫ້ການນຳສະເໜີບັນຫານີ້ແບບເຈາະເລິກ, ບົດຄວາມສັ້ນທີ່ຂຽນຂື້ນມານີ້ແມ່ນໄດ້ສຸມໃສ່ບັນດາໂຄງການກ່ຽວກັບການຮຽນຮູ້ຊຸມຊົນທີ່ຖືກສ້າງຕັ້ງຂຶ້ນໂດຍທ່ານສົມພອນ ແລະ ຄວາມເຂົ້າໃຈທີ່ມີຄຸນຄ່າຕໍ່ຊຸມຊົນທີ່ທ່ານສົມບັດໄດ້ນຳສະເໜີເພື່ອການພັດທະນາແບບຍືນຍົງໃນ ສປປ ລາວ.
ປີ 2016 ຈະເປັນປີທີ່ ສປປ ລາວ ຈະສະແດງບົດບາດເປັນປະທານອາຊຽນອິກຄັ້ງໜຶ່ງນັບຕັ້ງແຕ່ປີ 2004 ເປັນຕົ້ນມາ. ໃນຖານະທີ່ ສປປ ລາວ ກຳລັງດຳເນີນການພັດທະນາປະເທດເພື່ອຄວາມໝັ້ນຄົງໃນອານາຄົດ, ປັດຊະຍາເພື່ອການພັດທະນາຂອງທ່ານ ສົມພອນກໍ່ໄດ້ນຳສະເຫນີແນວທາງທີ່ເປັນປະໂຫຍດເພື່ອການພັດທະນາໃນອານາຄົດໄວ້.
ວຽກງານຂອງທ່ານສົມບັດ ສົມພອນ
ທ່ານ ສົມບັດສົມພອນເກີດໃນປີ 1952, ຢູ່ໃນບ້ານເຂດຊົນນະບົດນ້ອຍໆໃນພາກໃຕ້ຂອງປະເທດລາວ. ເຊັ່ນດຽວກັນກັບຄອບຄົວອື່ນໆໃນທ້ອງຖິ່ນດັ່ງກ່າວ, ພໍ່ແມ່ຂອງທ່ານ ສົມບັດກໍ່ແມ່ນຊາວກະສິກຳທີ່ດຳລົງຊີວິດແບບພໍພຽງ. ຢ່າງໃດກໍຕາມ, ພໍ່ແມ່ຂອງທ່ານສົມບັດສົມພອນຍັງມີອາຊີບເສີມຈາກການເປັນຊາວກະສິກໍາດ້ວຍການປະກອບທຸລະກິດນ້ອຍໆເສີມໄປນຳ. ທຸລະກິດດັ່ງກ່າວແມ່ນໄດ້ເຮັດໃຫ້ພໍ່ແມ່ຂອງລາວຕ້ອງເດີນທາງອອກຈາກບ້ານເປັນປະຈຳ ແລະ ທ່ານສົມບັດໃນຕອນນັ້ນກໍ່ແມ່ນມີໜ້າທີ່ຕ້ອງເບິ່ງແຍງນ້ອງໆຂອງລາວແທນພໍ່ແມ່. ໃນຊ່ວງເວລານັ້ນ, ມັນອາດເປັນຊ່ວງໄວເດັກທີ່ມີຄວາມຫຍຸ້ງຍາກ, ແຕ່ວ່າມັນໄດ້ສອນໃຫ້ທ່ານສົມບັດຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງດ້ານຄຸນຄ່າ ແລະ ຄວາມເຂັ້ມແຂງຂອງຊຸມຊົນຢູ່ໃນເຂດຊົນນະບົດ ພ້ອມທັງສອນໃຫ້ຮູ້ທັກສະ ແລະ ຄວາມສະຫລາດໃນການເອົາໂຕລອດສຳຮັບຄວບຄົວທີ່ມີລາຍໄດ້ຕ່ຳ.
ນອກຈາກນີ້, ທ່ານສົມບັດຍັງເປັນນັກສຶກສາຜູ້ທີ່ກະຕືລືລົ້ນ ແລະ ເປັນນັກຮຽນເກ່ງຢູ່ໃນຫ້ອງຈົນເຮັດໃຫ້ທ່ານສົມບັດໄດ້ຮັບທຶນການສຶກສາສອງທຶນໄປຮຽນຢູ່ໃນສະຫະລັດອາເມລິກາ; ຄັ້ງທຳອິດແມ່ນທຶນການສຶກສານັກຮຽນ ອາຍຸ 16 ປີ ໃນລະດັບຊັ້ນມັດທະຍົມ ແລະ ຕໍ່ມາກໍ່ຮຽນຕໍ່ໃນມະຫາວິທະຍາໄລຢູ່ຮາວາຍ. ຫຼັງຈາກສຳເລັດການສຶກສາລະດັບປະລິນຍາໂທຢູ່ຮາວາຍແລ້ວ, ທ່ານສົມບັດກໍ່ໄດ້ປະກອບອາຊີບດ້ານຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການກະຊິກຳແບບຍືນຍົງຢູ່ໃນ ສປປ ລາວ ແລະ ປະເທດກຳປູເຈຍກ່ອນທີ່ຈະມີໂອກາດເລີ່ມສ້າງຕັ້ງອົງການຂອງຕົນເອງໃນນະຄອນຫຼວງວຽງຈັນທີ່ມີຊື່ວ່າ ສູນຝຶກອົບຮົມເພື່ອການພັດທະນາແບບມີສ່ວນຮ່ວມ (ຊື່ແບບຫຍໍ້ແມ່ນອົງການປາແດກ).6
ອົງການດັ່ງກ່າວແມ່ນຖືກສ້າງຕັ້ງຂື້ນໃນປີ 1996 ທີ່ນຳໃຊ້ປັດສະຍາການພັດທະນາຕາມແບບທ່ານ ສົມບັດ ແລະ ພາຍໄຕ້ການນຳພາຂອງທ່ານ. ອົງການດັ່ງກ່າວແມ່ນລິເລີ່ມຈາກພະນັກງານຮ່ວມກໍ່ຕັ້ງພຽງ 5 ທ່ານ ແລະ ເຕີບໂຕຈົນມີພະນັກງານເຖິງ 50 ທ່ານ ແລະ ມີອາສາສະມັກຄົນໜຸ່ມຫລາຍກ່ວາ 2000 ຄົນ. ແນວຄວາມຄິດ ແລະ ຄວາມເຂົ້າໃຈຂອງທ່ານສົມບັດກໍ່ຄືວ່າເລື່ອງການພັດທະນາແບບມີສ່ວນຮ່ວມບໍ່ວ່າຢູ່ໃນ ສປປ ລາວ ແລະ ບ່ອນອື່ນໆ, ການໃຫ້ຄວາມສຳຄັນດ້ານວັດທະນາທຳ ແລະ ຄວາມສາມະຄີໃນຊຸມຊົນແມ່ນມັນຈະພາໃຫ້ມີການພັດທະນາແບບຢືນຍົງໃນສັງຄົມໄດ້. ຫຼັກການທີ່ວ່ານີ້ກໍ່ແມ່ນມີຫຼາຍໜ່ວຍງານໄດ້ນຳເອົາໄປຈັດຕັ້ງປະຕິບັດ ແລະ ໄດ້ກາຍເປັນວັດທະນາທຳໃນການປຶກສາຫາລືກ່ຽວກັບການພັດທະນາແບບຍືນຍົງ. ເຖິງຢ່າງໃດກໍ່ດີ, ມີຫລາຍອົງການທີ່ນຳໃຊ້ຫຼັກການດັ່ງກ່າວກໍໄດ້ປະຊົບຜົນສຳເລັດແບບດຽວກັນກັບອົງການປາແດກໃນການປະຕິຮູບເອົາແນວຄວາມຄິດການພັດທະນາເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ.
ເພື່ອນຳໃຊ້ຫຼັກການໃນການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາແບບຢືນຍົງໃນລັກສະນະທີ່ມີຄວາມອ່ອນໄຫວທາງວັດທະນະທຳ, ຍຸດທະສາດການພັດທະນາຂອງທ່ານສົມບັດໄດ້ວາງໃຫ້ການຮຽນຮູ້ກ່ຽວກັບຊຸມຊົນເປັນຈຸດໃຈກາງຂອງໂຄງຮ່າງໃນການພັດທະນາ. ທ່ານສົມບັດເປັນຄົນຄົ້ນຄິດດ້ານການພັດທະ ນາຊຸມຊົນໃຫ້ເປັນ ‘ຊຸມຊົນທີ່ໜ້າຢູ່’ ໂຄງການການຮຽນຮູ້ຂອງອົງການປາແດກໄດ້ວາງໃຫ້ວັດທະນາທຳເປັນໜຶ່ງໃນສີ່ເສົາຫຼັກທີ່ສຳຄັນໃນການພັດທະນາແບບຍືນຍົງ-ສິ່ງທີ່ທ່ານໄດ້ອະທິບາຍໄວ້ກໍ່ຄື: ກາພັດທະນາດ້ານ ‘ຫົວ’ (ຄວາມສະຫຼາດ), ‘ໃຈ’ (ສິນລະທຳ/ອາລົມ) ແລະ ‘ມື’ (ການກະທຳ).
ໃນການປຽບທຽບກັບອົງການຈັດຕັ້ງອື່ນໆ, ການດຳເນີນງານຂອງທ່ານສົມບັດແມ່ນໄດ້ສ້າງຮູບແບບທີ່ວາງເປົ້າໝາຍເພື່ອກໍສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຫຼາຍກ່ວາທີ່ຈະເນັ້ນພຽງຊອກຫາຂໍ້ບົກພຜ່ອງ ແລະ ບັນຫ່າຕ່າງໆ. ອັນນີ້ແມ່ນລະບົບການຮຽນຮູ້ຊຸມຊົນທີ່ໃຫ້ວັດທະນາທຳເປັນສູນກາງຂອງການພັດທະນາດ້ວຍການໃຫ້ຊຸມຊົນເປັນຜູ້ນຳໃນການຄົ້ນຄິດ ແລະ ພັດທະນາຍຸດທະສາດໃນການຫຼຸດຜ່ອນຄວາມທຸກຍາກ. ທ່ານ ສົມບັດໄດ້ກ່າວວ່າ ອັນນີ້ມັນເປັນພື້ນຖານທີ່ມີຄຸນຄ່າຜ່ານຄົນລຸ້ນໜຸ່ມທີ່ຢູ່ໃນວັດທະນາທຳ, ປະເພນີ ແລະ ສິ່ງທີ່ຄຸນຄ່າທີ່ພວກເຮົາຢາກເຫັນກຸ່ມຄົນເຫລົ່ານັ້ນໄດ້ຮັບຮູ້ ແລະ ໃຫ້ການເຄົາລົບອາດິດ, ມີຄວາມເຂົ້າໃຈໃນປະຈຸບັນ, ເຫັນຄຸນຄ່າ ແລະ ປົກປ້ອງອານາຄົດ.7 ດັ່ງນັ້ນ, ສິ່ງທີ່ທ່ານສົມບັດໄດ້ຄົ້ນຫາກໍ່ແມ່ນເພື່ອວາງຫຼັກການການພັດທະນາ ແລະ ໃຫ້ການສຶກສາທີ່ກ່ຽວຂ້ອງທັງທັກສະການດຳລົງຊີວິດທີ່ເປັນປະໂຫຍດໂດຍລວມ ແລະ ກໍ່ກ່ຽວຂ້ອງກັບປະຊົບການໃນການດຳລົງຊີວິດ, ພ້ອມທັງລວບລວມໄຫວພິກຄວາມສະຫຼາດຂອງຊຸມຊົນ, ຄວາມຮູ້ແບບດັ້ງເດີມ ແລະ ຄຸນຄ່າທາງວັດທະນາທຳທີ່ເໝາະສົມຕໍ່ຊຸມຊົນໃນການຈັດຕັ້ງປະຕິບັດແບບມີວິທະຍາສາດ.8
ກ່ຽວກັບການລິເລີ່ມນະໂຍບາຍແບບສະເພາະ, ທ່ານສົມບັດ ແລະ ເພື່ອນຮ່ວມງານຢູ່ໃນອົງການປາແດກໄດ້ສ້າງຍຸດທະສາດແບບໃຫມ່ສຳລັບການຮຽນຮູ້ຊຸມຊົນ ແລະ ການພັດທະນາທີ່ເລີ່ມຈາກການກະສິກຳອິນຊີ, ການຈັດການກັບສິ່ງເສດເຫຼືອເພື່ອການຜະລິດພະລັງງານແບບຍືນຍົງ ແລະ ກໍ່ເພື່ອເປັນການສະຫນັບສະຫນູນວິສາຫະກິດຂະຫນາດນ້ອຍ ແລະ ຂະຫນາດກາງໄດ້.ນອກນີ້, ພວກເຂົາຍັງໄດ້ພັດທະນາສະຖານີວິທະຍຸໄວຫນຸ່ມເພື່ອສົ່ງເສີມການມີສ່ວນຮ່ວມໃນການເປັນກະບອກສຽງຂອງຊຸມຊົນ ແລະ ໃຫ້ການສຶກສາແບບເພື່ອນຕໍ່ເພື່ອນທີ່ກ່ຽວກັບບັນຫາດ້ານສິດທິຂອງເດັກນ້ອຍຈົນເຖິງບັນຫາການໃຊ້ສານເສບຕິດຂອງເດັກ. ດັ່ງທີ່ເປັນການຮັບຮູ້ແລ້ວວ່າການກຶກສາ ແລະ ຄວາມຮູ້ແມ່ນບໍ່ຈຳວ່າຕ້ອງໄດ້ມາຈາກໂຮງຮຽນແຕ່ຢ່າງດຽວ, ດັ່ງນັ້ນ ທ່ານສົມບັດຈຶ່ງໄດ້ມີຈຸດປະສົງຈະນຳໃຊ້ສູນການຮຽນຮູ້ໃນທົ່ວ ສປປ ລາວ ໃຫ້ມີການຮ່ວມມືກັບຄູອາຈານ, ພໍ່ແມ່, ການຈັດຕັ້ງສັງຄົມພົນລະເຮືອນ ແລະ ຊຸມຊົນອື່ນໆ.
ສະຫຼຸບ
ສປປ ລາວ ມີການບັນທຶກແບບລວມໆທີ່ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາ. ໃນຂະນະທີ່ຕົວຊີ້ວັດການພັດທະນາຈຳນວນຫນຶ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາທີ່ດີຂື້ນ, ຊັບພະຍາກອນທຳມະຊາດກໍ່ໄດ້ຖືກນຳໃຊ້ຈົນຫມົດຢ່າງໄວວາ, ປະຊາຊົນສ່ວນຫຼາຍໃນທົ່ວປະເທດແມ່ນໄດ້ຖືກບັງຄັບໃຫ້ເວນຄືນທີ່ດິນເພື່ອນຳໃຊ້ໃນໂຄງການການພັດທະນາຂອງເອກະຊົນ ແລະ ທາງລັດຖະບານລາວກໍຍັງໄດ້ມີການລະເມີດສິດທິມະນຸດຕໍ່ກັບປະຊາຊົນຢ່າງຫຼວງຫຼາຍ. ເຖິງແມ່ນວ່າເສດຖະກິດຂອງ ສປປ ລາວ ຍັງຄົງເຕີມໂຕຢ່າງຕໍ່ເນື່ອງ, ແຕ່ຄວາມສາມາດທີ່ຈະເຮັດໃຫ້ປະເທດລຸດອອກຈາກການເປັນປະເທດດ້ອຍພັດທະນາພາຍໃນປີ 2020 ແລະ ສືບຕໍ່ພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຖືວ່າຍັງເປັນຄຳຖາມຢູ່-ສິ່ງທີ່ວ່ານີ້ມັນຍັງຕ້ອງການການປ່ຽນແປງຫຼາຍຢ່າງທີ່ ສປປ ລາວ ຈະມີວິທີການແບບໃດໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາປະເທດຊາດ.
ໃນປີ 2016 ສປປ ລາວ ຈະເປັນປະເທດທຳອິດທີ່ຈະເປັນປະທານອາຊຽນໃນຫົວຂໍ້ເສດຖະກິດປະຊາຄົມອາຊຽນແບບໃໝ່. ສິ່ງນີ້ແມ່ນເປັນຄວາມຮັບຜິດຊອບອັນໃຫຍ່ຫຼວງສຳລັບລັດຖະບານລາວທີ່ຈະດຶງດູດເອົາຄວາມສົນໃຈຈາກສາກົນ ແລະ ຈະເຮັດໃຫ້ລາວມີໂອກາດທີ່ຈະສະແດງໃຫ້ເຫັນຄຳຫມັ້ນສັນຍາທີ່ເຂັ້ມແຂງໃນຫຼັກການພື້ນຖານຂອງການພັດທະນາດ້ານວັດທະນະທຳທີ່ລະອຽດອ່ອນໃຫ້ຍືນຍົງ. ປະເທດລາວໃນຖານະມີບາດກ້າວທີ່ສຳຄັນໃນການພັດທະນາເພື່ອອະນາຄົດ, ມັນຄົງຈະເປັນການດີໃນການໃຫ້ຄວາມສົນໃຈຫຼາຍຂື້ນໃນແຜນການພັດທະນາ ແລະ ແນວຄິດການພັດທະນາຂອງທ່ານສົມບັດ. ແນ່ນອນແລ້ວຖ້າຫາກສິ່ງທີ່ກ່າວມານີ້ເກີດຂື້ນຈິງ ມັນຈະເປັນສິ່ງສຳຄັນວ່າ ລັດຖະບານລາວໄດ້ສະແດງໃຫ້ເຫັນຄຳຫມັ້ນສັນຍາທີ່ແທ້ຈິງໃນການຄົ້ນຫາຄຳຕອບກ່ຽວກັບການລັກພາຕົວທ່ານ ສົມບັດສົມພອນ.
Kearrin Sims
ສຳລັບລະອຽດເພີ່ມເຕີມກ່ຽວກັບວຽກຂອງ ທ່ານ ສົມບັດ ສົມພອນ ແລະ ຄວາມສໍາຄັນຕໍກັບວາລະຂອງການພັດທະນາຫຼັງປີ 2015 ໃຫ້ຕິດຕາມທີ່: Sims, K., 2015, ‘Culture, Community-oriented Learning and the Post-2015 Development Agenda: A View from Laos’, Third World Quarterly, 36(10), 1922-1943.
- Government of Laos, 2004, Lao People’s Democratic Republic National Growth and Poverty Eradication Strategy, Government of Laos, Vientiane, Laos.
- Vaenkeo, S 2011, Laos exceeds five-year ODA Target, Vientiane Times, 10 March 2011, p.3.
- Times Reporters 2010, UNDP ranks Laos among world’s top 10 movers, Vientiane Times, November 15, B1.
- Creak, S., 2014, Laos in 2013: International Controversies, Economic Concerns and the Post-Socialist Rhetoric of Rule, Southeast Asian Affairs, 2014(1), 149-71; Baird, I.G., 2011, Turning Land into Capital, Turning People into Labour: Primitive Accumulation and the Arrival of Large-Scale Economic Land Concessions in the Lao People’s Democratic Republic, New Proposals: Journal of Marxism and Interdisciplinary Inquiry, 5(1), 10-26; Howe & Sims, 2011, Human Security and Development in the Lao PDR: Freedom from Fear and Freedom from Want, Asian Survey, 51(2), 333-55.
- Sims, K. & Arvanitakis, J. 2013, Why A Missing Lao Activist Should Concern Us All , New Matilda.
- Ramon Magsaysay Award Foundation, 2005, Somphone, Sombath | Biography .
- Somphone, S., 2008b, Interdependencies between Education and Sustainable Development, Conference Presentation at the 10th Asia-Pacific Programme of Educational Innovation for Development (APEID) in Bangkok, Thailand.
- Sims, K., 2015, Culture, Community-oriented Learning and the Post-2015 Development Agenda: A View from Laos, Third World Quarterly, 36(10), 1922-1943.