ສະບາຍດີ ລຸງ ສົມບັດ,
ດົນແລ້ວທີ່ບໍ່ໄດ້ຂຽນຈົດໝາຍຫາລຸງຕັ້ງແຕ່ມື້ທີ່ລຸງຫາຍໂຕໄປມັນກໍກະທົບທາງພາຍໃນ(ຈິດໃຈ)ຂອງຫລານພໍສົມ ຄວນມັນເຮັດໃຫ້ຫລານຄິດວ່າຈະເຮັດແນວໃດຕໍ່ດີນໍກັບວຽກງານທີ່ກຳລັງເຮັດຢູ່ເພາະລຸງເປັນຕົ້ນແບບດ້ານການ ເຮັດວຽກພັດທະນາຂອງຫລານມາຕະຫລອດຕັ້ງແຕ່ຕອນຫລານເປັນອາສາສະໝັກຂອງສູນປາແດກຕອນທີ່ຮຽນ ຢູ່ມັດທະຍົມ.
ຫລານເຫັນລຸງຄັ້ງທຳອິດແມ່ນຕອນທີ່ລຸງອະທິບາຍວຽກໃຫ້ກັບອາສາໄວໜຸ່ມຂອງກຸ່ມຂ່າວສານທີ່ ມາຈາກມສວຽງຈັນເຊີ່ງຕອນນັ້ນແມ່ນມີເອື້ອຍປຸ້ຍ ດວງແຂ ເປັນຫົວໜ້າທີມໃນການເຕົ້າໂຮມໄວໜຸມອາສາຜູ້ທີ່ສົນ ໃຈຮຽນຮູ້ເລື່ອງສິ່ງແວດລ້ອມຢູ່ພູເຂົາຄວາຍ ໃນຄັ້ງນັ້ນພວກເຮົາໄດ້ເຕົ້າໂຮມກັນຢູ່ສວນໄຜ່ພັນກໍ ໂດຍລຸງ ແລະ ລຸງ ອຸທີນ ໄດ້ໃຫ້ໂອວາດກັບພວກຫລານກ່ອນທີ່ຈະຂຶ້ນໄປຈັດກິດຈະກຳຢູ່ເທິ່ງພູເຂົາຄວາຍ ຄຳເວົ້າຂອງລຸງໃນມື້ນັ້ນ ແມ່ນປະທັບໃຈຫລານຫລາຍ ລຸງເວົ້າວ່າ ຄົນຕ້ອງການປ່າ ແຕ່ປ່າບໍ່ຈຳເປັນຕ້ອງມີຄົນ ມັນເປັນຄຳເວົ້າທີ່ເຮັດໃຫ້ ຫລານຄິດໄດ້ວ່າຄົນຕ້ອງຮັກສາແລະຫວງແຫນປ່າເພາະວ່າພວກເຮົາຕ້ອງການມັນນັ້ນຈຶ່ງເປັນຈຸດເລີ່ມຕົ້ນຂອງການ ເດີນທາງເຂົ້າສູ່ການເປັນອາສາສະໝັກເພື່ອສິ່ງແວດລ້ອມເລີ່ມຈາກການເກັບຂີ້ເຫຍື້ອອອກຈາກຫ້ວຍນ້ຳຢູ້ເທີງປ່າສະຫງວນພູເຂົາຄວາຍໃນປີ 1996. ຈົດໝາຍສະບັບນີ້ຂຽນມາເພື່ອຖາມຫາວ່າລຸງເປັນແນວໃດ? ລຸງຍັງຈຶ່ຫລານຢູ່ບໍ່? ແລະ ລຸງໄປຢູ່ໃສ່ ແມ່ນໃຜເປັນຄົນເອົາລຸງໄປ?… ຄຳຖາມເລົ່ານີ້ຍັງບໍ່ມີຄຳຕອບ ແຕ່ເຖີງຢ່າງໃດຫລານກໍຍັງມີຄວາມເຊື່ອວ່າລຸງຍັງຢູ່ນຳພວກຫລານຢູ່ ເພາະສິ່ງທີ່ລຸງບອກສອນ ແລະ ຜົນງານຂອງລຸງຍັງເປັນທີຈົດຈຳຢູ່ຕະຫລອດ.
ອີກຢ່າງນຶ່ງທີ່ທຸກຄັ້ງທີ່ຄິດຮອດລຸງ ແມ່ນຫລານຈະຄິດຮອດການພຽນອະທິບາຍຮູບແບບການພັດທະນາແບບຢືນ ຍົງທີລຸງໄດ້ນໍາສະເໜີຕະຫລອດມາ ມັນຄືຮຸບແບບການພັດທະນາແບບ ເຮືອນສີ່ເສົາ. ຫລານໄດ້ຟັງຄັ້ງທຳອິດແມ່ນຕອນເປັນອາສາສະໝັກມົດຂຽວຂອງປາແດກ ເວລາລຸງເວົ້າຮອດເຮືອນສີ່ເສົາ ແລະ ມີຮູບແຕ້ມປະກອບເປັນຮູບເຮືອນທີ່ມີຫລັງຄາແຫ່ງຄວາມສຸກ ແລະ ມີເສົາສີ່ຕົ້ນ ທີ່ສະແດງເຖີງຄວາມດຸ່ນດຽງຂອງການພັດທະນາດ້ານ ເສດຖະກິດ, ວັດທະນະທຳ, ສິ່ງແວດລ້ອມ ແລະ ຈິດໃຈ ມັນເປັນເສົາທີ່ມີຄຸນຄ່າຫລາຍແຕ່ວ່າຈະໃຫ້ເສົາທັ່ງສີ່ຕົ້ນນີ້ດຸ່ນດ່ຽງສົມບູນກໍ່ຕ້ອງມີພື້ນທີ່ໝັ້ນຄົງທີ່ສາມາດຮອງຮັບກັບໄພພິບັດທຸກປະການໄດ້ເປັນຢ່າງດີ ລຸງໄດ້ສະແດງໃຫ້ເຖີງຖານທີ່ໝັ້ນຄົງຂອງເຮືອນຫລັງນີ້ຄວນປະກອບມາຈາກ ການສຶກສາທີ່ມີຄຸນນະພາບທີ່ແທ້ຈິງ ແລະ ການຄຸ້ມຄອງທີ່ມີຄວາມໂປ່ງໃສ່ ແລະ ມີວິໄສທັດທີ່ຈະແຈ້ງ ເຮືອນໃດທີ່ປະກອບດ້ວຍ ພື້ນທີ່ດີ ແລະ ໝັ້ນຄົງ, ເສົາທີ່ດຸ່ນດ່ຽງ ຫລັງຄາທີ່ເປັນຮົມເງົາ ທຸກຄົນໃນເຮືອນໃຫ້ຄວາມເມດຕາ ກະລຸນາຕໍ່ກັນ ກໍຈະເຮັດໃຫ້ທຸກຄົນມີຄວາມສຸກກາຍ ແລະ ສະບາຍໃຈ ແບບຫລີກລ້ຽງບໍ່ໄດ້.
ລຸງ ຈົດໝາຍສະບັບນີ້ແມ່ນສະບັບທຳອິດທີຫລານຂຽນຫາລຸງຫລັງຈາກທີ່ລຸງໄດ້ຫາຍຕົວໄປ ມັນກໍເກືອບ 3 ປີແລ້ວ, ແນ່ນອນມັນຈະບໍ່ແມ່ນສະບັບສຸດທ້າຍ ຖ້າມີໂອກາດດີຫລານກໍຈະຂຽນມາຫາລຸງອີກເລື້ອຍໆ ເພາະເຖີງຢ່າງໃດຫລານກໍຍັງມີຄວາມຫວັງວ່າມື້ນຶ່ງລຸງຈະໄດ້ອ່ານຈົດໝາຍສະບັບນີ້ບໍ່ມື້ໃດກໍ່ມື້ນຶ່ງເນາະ.
ດ້ວຍຄວາມຮັກແພງ ລຸງ ສົມບັດ ສົມພອນ ຕະຫລອດເວລາ
ອາດິດອາສາສະໝັກມົດຂຽວ