5 ພະຈິກ 2015
ໃນຂະນະທີ່ບັນດາທ່ານກະກຽມກອງປະຊຸມໂຕະມົນລະດັບສູງ ໃນປີນີ້, ພວກຂ້າພະເຈົ້າຢາກຂໍໃຫ້ ທ່ານອ່ານ ແລະລະລຶກເຖິງບົດກ່າວທີ່ ສົມບັດ ສົມພອນ ໄດ້ຂຶ້ນສະເໜີໃນກອງປະຊຸມປະຊາຊົນ ອາຊຽນ ຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ສາມປີທີ່ຜ່ານມາ.
ການກ່າວຄັ້ງນັ້ນ ເປັນຄັ້ງສຸດທ້າຍຂອງສົມບັດ ກ່ອນທີ່ເພິ່ນຈະຖືກເອົາຕົວໄປຈາກຖະໜົນກາງເມືອງ ທີ່ບັນດາທ່ານຫຼາຍຄົນໃຊ້ເດີນທາງໄປວຽກຢູ່ທຸກມື້ທຸກວັນ.
ພວກຂ້າພະເຈົ້າຂໍໃຫ້ທ່ານ ກ່າວຄືນຄຳເວົ້າຂອງສົມບັດ ໃນການຂຶ້ນກ່າວຂອງທ່ານທີ່ກອງປະຊຸມ ໂຕະມົນ.
ທີ່ສຳຄັນກວ່ານັ້ນ, ພວກຂ້າພະເຈົ້າຂໍໃຫ້ທ່ານປະສານແນວຄວາມຄິດຂອງສົມບັດ ເຂົ້າໃນ ນະໂຍບາຍ ແລະໂຄງການຂອງພວກທ່ານໃນ ສປປ ລາວ ດ້ວຍ.
ຂອບອົກຂອບໃຈ
- ActionAid International
- Alliance Sud
- Asian Federation Against Involuntary Disappearances
- Asia Indigenous People’s Pact
- ASEAN Parliamentarians for Human Rights
- CCFD-Terre Solidaire
- Corner House
- Dharmajala
- Human Rights Watch
- Earth Rights
- Equality Myanmar
- Equitable Cambodia
- FIAN International
- FIAN Germany
- FIAN Netherlands
- Focus on the Global South
- Food First
- Forum Asia
- Friends of the Earth International
- Friends of the Earth USA
- Global Witness
- Indian Social Action Forum
- Institute for Advanced Sustainability Studies
- International Network of Engaged Buddhists
- Justice for Peace Foundation
- Lao Movement for Human Rights
- Ramon Magsaysay Award Foundation
- Re:Common
- Mekong Watch
- The School for Wellbeing
- The Sombath Initiative
- Social Action for Change
- Spirit in Education Movement
- Transnational Institute
- War on Want
- Walden Bello, former Representative, Akbayan Party, The Philippines
- Son Chhay, Member of Parliament, Cambodia
- Charles Chong, Member of Parliament, Singapore
- Kraisak Choonhavan, Former Senator, Thailand
- Paul‐Emile Dupret, Political Advisor, European United Left-Nordic Green Left
- Murray Hiebert, Center for Strategic & International Studies
- U Shwe Maung, Member of Parliament, Myanmar
- Lee Rhiannon, Senator for New South Wales, Australian Greens Party
- Charles Santiago, Member of Parliament, Malaysia
- Helmut Scholz, Member of the European Parliament for Germany
- Ng Shui Meng, Spouse of Sombath Somphone
- Mu Sochua, Member of Parliament, Cambodia
- Søren Søndergaard Member of Parliament, Denmark
—————————————
ສິ່ງທ້າທາຍຕໍ່ການຫຼຸດຜ່ອນຄວາມທຸກຍາກແລະການພັດທະນາແບບຍື ນຍົງ – ມຸມມອງຈາກປະເທດລາວ
ໂດຍ
ອາຈານ ສົມບັດ ສົມພອນ
ຜູ້ກໍ່ຕັ້ງແລະທີ່ປຶກສາໃຫ້ແກ່ສູນຝກຶ ອົບຮົມຮ່ວມພັດທະນາແບບມີສ່ວນຮ່ວມ (PADETC)
ກອງປະຊຸມເວທີພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9 16-19 ເດືອນຕຸລາປີ 2012
ທີ່ນະຄອນຫຼວງວຽງຈັນ, ສ.ປ.ປລາວ
ຮຽນພະນະທ່ານ. ດຣ. ທອງລຸນ ສີສຸລິດ, ຮອງນາຍຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ທີ່ນັບຖື;
ສະແດງຄວາມນັບຖືມາຍັງບັນດາຫມູ່ເພື່ອນ ແລະ ເພື່ອນຮ່ວມງານໃນ ສ.ປ.ປລາວ, ຈາກທະວີບອາຊີ ແລະ ເອີຣົບ;
ບັນດາທ່ານຍິງ ແລະ ທ່ານຊາຍທີ່ນັບຖືແລະຮັກແພງ!
ຂ້າພະເຈົ້າຮູ້ສຶກ ເປັນກຽດ ແລະ ມີຄວາມປິຕິຍິນດີ ເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບບັນດາທ່ານສູ່ປະເທດນ້ອຍໆຂອງພວກຂ້າພະເຈົ້າ ທີ່ມີປະຊາຊົນທີ່ມີນິໄສອ່ອນໂຍນ ແລະເຕັມດ້ວຍນ້ໍາໃຈອັນດີງາມ. ຂ້າພະເຈົ້າໄດ້ຮັບກຽດເປັນຕົວແທນຄົນລາວເຂົ້າຮ່ວມໃນກອງປະຊຸມພາກປະຊາຊົນ ອາຊີ- ເອີຣົບ ເພື່ອແລກປ່ຽນຄວາມຄິດເຫັນກັບບັນດາທ່ານ ໃນການເຮັດວຽກຮ່ວມກັນ ເພື່ອກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກ ແລະ ການສ້າງອະນາຄົດທີ່ຍືນຍົງເພື່ອພວກເຮົາເອງ ແລະເພື່ອລູກຫຼານ.
ເຖິງວ່າ ພວກເຮົາຈະມາຈາກປະເທດທີ່ນ້ອຍຫຼືໃຫຍ່ກໍຕາມ, ຈາກທະວີບອາຊີ ຫຼືເອີຣົບກໍດີ ພວກເຮົາລ້ວນແຕ່ເປັນມະນຸດ ຮ່ວມໂລກໃບດຽວກັນ. ດັ່ງນັ້ນ,ໃນນາມຄວາມເປັນມະນຸດ, ຂໍຈົ່ງມາສາມັກຄີປອງດອງ ແລະ ຮ່ວມມືປະສານກົມກຽວເປັນຈິດຫນຶ່ງໃຈດຽວ ເພື່ອຮຽນຮູ້ ເພື່ອແລກປ່ຽນ ແລະ ເພື່ອຊອກທາງເລືອກເຊີງປະຕິບັດ ແລະຊ່ວຍກັນບຸກທະລຸ ແກ້ບັນຫາທາງດ້ານການເມືອງການປົກຄອງ, ເສດຖະກິດ, ສັງຄົມ ແລະຈິດໃຈ ທີ່ກຳລັງທ້າທາຍຕໍ່ຄົນເຮົາ,ແລະ ໂດຍສະເພາະຕໍ່ປະຊາຊົນຜູ້ທຸກຍາກໃນທະວີບອາຊີແລະເອີຣົບຢູ່ທຸກມື້ນີ້.
ເວົ້າລວມແລ້ວ,ໃນສະຕະວັດທີ່ຜ່ານມາ ມະນຸດເຮົາ ໄດ້ພັດທະນກ້າວຫນ້າມະຫາສານ ຫລາຍຢ່າງ ທາງດ້ານວິທະຍາສາດແລະເຕັກໂນໂລຢີ. ພວກເຮົາໄດ້ສ້າງພື້ນຖານໂຄງລ່າງ, ລະບົບການສື່ສານ, ເອົານໍ້າຫລໍ່ລ້ຽງເຂົ້າທະເລຊາຍ, ສົ່ງມະນຸດໄປຍັງດວງເດືອນ, ວິທະຍາສາດທາງການແພດທີ່ກ້າວຫນ້າທີ່ນັບມື້ນັບດີຂຶ້ນກວ່າເກົ່າ,ແລະຍັງສາມາດຜະລິດອາວຸດ ສົງຄາມທີ່ສາມາດທຳລາຍລ້າງໂລກໃບນີ້ໃດ້,ຖ້າເຫັນວ່າຈຳເປັນ. ຄວາມຫນ້າດັ່ງກ່າວໄດ້ເຮັດໃຫ້ຊີວິດທາງດ້ານກາຍຍະພາບຂອງພວກເຮົາສະດວກ ແລະ ສະບາຍ ຂຶ້ນຫລາຍ. ທີ່ຈິງແລ້ວ ຍ້ອນມີເຮົາສະດວກ ສະບາຍຫລາຍໂພດ ມະນຸດເຮົາຈຶ່ງເລີ້ມອ່ອນແອທາງດ້ານຈິດວິນຍານ ແລະກໍພາໃຫ້ສຸກຂະພາບຂອງໂລກໃບນີ້ອ່ອນເພຍໄປນຳ. ແຕ່ໃນຄະນະດຽວກັນ ຍັງມີຄົນເກືອບ ນຶ່ງຕື້ຍັງຂາດເຂີນທາງດ້ານສະບຽງອາຫານຢູ່. ເຮົາອາດພັດທະນາສູງຈົນສາມາດຕໍ່ອາຍຸຄົນປ່ວຍໃດ້ ແຕ່ການບໍລິການທາງດ້ານສາທາລະນະສຸກຂັ້ນພື້ນຖານກໍຍັງບໍ່ທົ່ວເຖິງປະຊາຊົນທີ່ທຸກຈົນເທື່ອ. ການບໍລິການທາງດ້ານສຶກສາຂັ້ນພື້ນຖານ ທີ່ມີຄຸນນະພາບກໍມີລັກສະນະບໍ່ທົ່າເຖິງຄ້າຍຄືກັນ.
ໃນເວລາດຽວກັນນັ້ນ ເຫັນວ່າ ນຳ້ໃຈຂອງມະນຸດເຮົານັ້ນເກີດມີລັກສະນະຫລຸດນ້ອຍຖອນລົງ. ພວກເຮົາເກີດມີຄວາມໂລບມາກໂລພາ, ການສໍ້ລາດບັງຫຼວງ, ໃຈຄັບແຄບ ແລະ ບໍ່ເພື່ອແຜ່, ແລະ ຄວາມຮຸນແຮງ ປາກົດຂຶ້ນຫຼາຍໃນບາງພາກສ່ວນຂອງອາຊີແລະເອີຣົບ. ຄວາມສະດວກສະບາຍທາງດ້ານກາຍນັ້ນ ໃດ້ເຮັດໃຫ້ເຮົາອ່ອນແອທາງດ້ານຈິດວິນຍານຂອງຄວາມເປັນມະນຸດ. ພວກເຮົາຫ່ວງໃຍກັນຫນ້ອຍລົງ,ຄວາມເມດຕາຕໍ່ກັນຫຼຸດລົງ,ແລະ ເຫັນແກ່ຕົວຫຼາຍຂຶ້ນ. ພວກເຮົາມັກຕັດສິນໃຈ ໂດຍອິງໄສ່ອາລົມ ແທນທີ່ຈະອິງໄສ່ສະຕິປັນຍາ. ພວກເຮົາປ່ອຍໃຫ້ຕັນຫາ ແລະຄວາມສຸກສະເພາະຫນ້າ ເຂົ້າມາປິດຫບູ ັງຕາພວກເຮົາໄວ້ບໍ່ໃຫ້ເຫັນວ່າສິ່ງໃດກັນແທ້ທີ່ສຳຄັນແລະຈຳເປັນແທ້ຕໍ່ຄວາມຢູ່ດີ ມີສຸກແບບຍາວນານຂອງຄອບຄົວແລະສັງຄົມ. ອັນນີ້ແມ່ນມີຄວາມແຕກຕ່າງກັນຫຼາຍກັບຄົນຍຸກເກົ່າ. ແຕ່ກ່ອນ ເພີ່ນມີຊີວິດທີ່ຫຍຸ້ງຍາກລຳບາກ,ແຕ່ພວກເພີ່ນຍັງມີນຳ້ໃຈສະມັກຄີແຮງກ້າຕໍ່ການສ້າງຄວາມຜາ ສຸກແບບລວມຫມູ່,ຮູ້ຈັກຖະນຸຖະຫນອມຕໍ່ທໍາມະຊາດ,ແລະມີຈັນຍາບັນຕໍ່ກັນແລະກັນ.
ພວກເຮົາມາຮອດຈຸດນີ້ໄດ້ແນວໃດ?
ມີສອງປັດໃຈ, ອັນທີນຶ່ງ ແມ່ນຍ້ອນວທິ ີການສຶກສາຂອງພວກເຮົາມີຄຸນນະພາບຕໍ່າ ແລະອັນທີສອງ ແມ່ນຮູບແບບການພັດທະນາພວກເຮົາທີ່ບໍ່ມີຄວາມສົມດຸນດີ. ລະບົບການສຶກສາທີ່ທັນສະໄຫມຂອງພວກເຮົາໃນປະຈຸບັນ ມັນເປັນໂຮງສອນ ບໍ່ແມ່ນໂຮງຮຽນ ແລະປະຕິບັດແບບໂດດດ່ຽວ ແຍກຕົວອອກຈາກຊຸມຊົນ. ສອນແບບແຍກເປັນລາຍວິຊາ ເນັ້ນໄສ່ເຕັກນິກ ມັນບໍ່ເປັນອົງລວມ, ບ່ໍໄດ້ເອົາໃຈໃສ່ໃນການພັດທະນາທັກສະການຄິດ ແລະການວິເຄາະໃຫ້ພໍຄວນ. ຄູອາຈານສ່ວນຫຼາຍແມ່ນສົນໃຈສອນໃຫ້ຈົບຫຼັກສູດ ແລະການເສັງຜ່ານ ແທນທີ່ຈະນໍາພານັກຮຽນໃຫ້ຮູ້ຄິດ, ໃຫ້ຮູ້ວິເຄາະແລະຮຽນຮູ້ບັນດາທັກສະຕ່າງໆທີ່ກ່ຽວຂ້ອງກັບສັງຄົມ, ວັດທະນາທໍາ ແລະທໍາມະຊາດ. ດັ່ງນັ້ນ ຊາວຫນຸ່ມເຍົາວະຊົນທີ່ຈົບຈາກລະບົບໂຮງຮຽນຕ່າງໆໃນປະຈຸບັນນີ້ມີຄວາມຮູ້ຫຼາຍກ່ຽວກັບຂໍ້ມູນ ເທົ່ານັ້ນ ແລະອາດຈະມີສີມືທັກສະໃຊ້ສື່ທັນສະໄຫມ,ແຕ່ໂດຍສ່ວນໃຫຍ່ແລ້ວ ພວກເຂົາເຈົ້າແມ່ນມີຄວາມຮູ້ທີ່ແຄບຫຼາຍແລະຕື້ນ. ເຂົາເຈົ້ານັບມື້ນັບກາຍເປັນຄືກັນກັບຫຸ່ນຍົນທີ່ຮູ້ພຽງແຕ່ຜະລິດແລະບໍລິໂພກເທົ່ານັ້ນເອງ. ເຖິງຢ່າງໃດກໍ່ຕາມການສຶກສາທີ່ດີ ຕ້ອງຊ່ວຍພັດທະນາ ຄວາມອາດສາມາດດ້ານສະຕິປັນຍາຂອງເດັກໃຫ້ເຕັມສ່ວນໄດ້. ແລະເປັນການພັດທະນາ ຄວາມອົດທົນພະຍາຍາມ ແລະຄວາມເມດຕາກະລຸນນາໄປພ້ອມໆກັນ. ເມື່ອຄົນເຮົາມີຄວາມພາກພຽນ ພະຍາຍາມ ສູ້ຊົນ ແລະມີເມດຕາທຳ ຄວາມສຸກອັນແທ້ຈິງກໍຈະຕາມມາ ຊີວິດຈະມີຄຸນຄ່າເພີ້ມຂື້ນ ຄວາມຫມັ້ນໃຈກໍມີສູງ. ເຊິ່ງທັງຫມົດນີ້ ຈະຊວ່ຍບັນເທົາເອົາຄວາມກົດດັນ, ຄວາມກັງວົນ, ຄວາມໂຮດຮ້າຍແລະຄວາມກຽດຊັງ ອອກຈາກຕົວເຮົາໄດ້.
ຄ້າຍຄຽງກັນນີ້ແມ່ນຮູບແບບການພັດທະນາທີ່ບໍ່ສົມດຸນ, ບໍ່ເຊື່ອມໂຍງແລະບໍ່ເປັນອົງລວມ. ພວກເຮົາສຸມໃສ່ການຈະເລີນເຕີບໂຕດ້ານເສດຖະກິດຫຼາຍໂພດແລະບໍ່ໄດ້ຄໍານຶງເຖິງຜົນກະທົບ ທາງລົບຕໍ່ດ້ານສັງຄົມ, ສິ່ງແວດລ້ອມແລະຈິດໃຈ. ຮູບແບບການພັດທະນາທີ່ບໍ່ສົມດຸນນີ້ ເປັນສາເຫດພາໃຫ້ເກີດຄວາມບໍ່ສະເຫມີພາບ, ຄວາມບໍ່ຍຸຕິທໍາ, ວິກິດການທາງດ້ານການເງິນ, ພາວະໂລກຮ້ອນ, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການສູນເສຍຂອງຊີວະນາໆພັນນໍາໄປສູ່ການສູນເສຍຄວາມເປັນມະນຸດ ແລະຈິດໃຈວິນຍານ. ຍົກຕົວຢ່າງ,ພວກເຮົາຕ່າງກໍ່ຮູ້ວ່າພາວະໂລກຮ້ອນແລະການສູນເສຍຄວາມຫຼາກຫຼາຍທາງດ້ານ ຊີວະນາໆພັນແມ່ນຢູ່ໃນລະດັບເຕືອນໄພ,ແລະ ຢູ່ໃນພາວະຄວາມສ່ຽງສູງ. ແຕ່ບັນດາຜູ້ນຳຂອງບັນດາປະເທດທັງຫລາຍ ກໍຍັງບໍ່ສາມາດຕົກລົງກັນພາກັນແກ້ຮ່ວມກັນເປັນເອກະພາບກັນ ຍັງບໍ່ໃດ້ເທື່ອ. ອັນນີ້ມັນຢັ້ງຢືນ ເຖີງຄວາມອ່ອນແອທາງດ້ານປັນຍາແລະຄວາມເປັນມະນຸດ. ພວກເຮົາຖືກຄອບງໍາໂດຍອໍານາດຂອງເງິນແລະປ່ອຍໃຫ້ບັນດາບໍລິດສັດໃຫຍ່ໆຄອບງຳໂລກ. ພວກເຂົາມີອໍານາດເຫນືອລັດຖະບານ. ພົນລະເມືອງທົ່ວໄປແລະການຈັດຕັ້ງທາງສັງຄົມແມ່ນບໍ່ມີສຽງເວົ້າໄດ້. ຄວາມຄິດເຫັນຂອງເຂົາປະຊາຊົນບໍ່ຄ່ອຍໄດ້ຖືກຮັບຟັງໂດຍລັດຖະບານແລະບັນດາບໍລິສັດ. ໃນກອງປະຊຸມສຸດຍອດຂອງໂລກໃນຫົວຂໍ້ສິ່ງແວດລ້ອມທີ່ Rio de Janerio ໃນປີ 1992, ເດັກນ້ອຍຍິງອາຍຸ 16 ປີໄດ້ກ່າວຕໍ່ຜູ້ນໍາໂລກວ່າ: “ຖ້າວ່າພວກທ່ານບໍ່ຮູ້ປົວແປງໂລກ ພວກທ່ານຄວນຢຸດທຳລາຍມັນຕໍ່ໄປອີກ”. ເປັນເວລາ 20 ປີຜ່ານມາແລ້ວ,ຜູ້ນໍາໂລກຂອງພວກເຮົາຍັງບໍ່ສາມາດປົວແປງໂລກໄດ້ເທົ່າໃດ ແຕ່ເຫັນຊັດເຈນວ່າຍັງບໍ່ໄດ້ຢຸດຍັ້ງການທໍາລາຍມັນເທື່ອ. ປະຈຸບັນນີ້ພວກເຮົາບໍລິໂພກຫຼາຍກວ່າ 150% ຂອງສິ່ງທີ່ໂລກສາມາດ ສ້າງຟື້ນຄືນມາໃຫມ່ໄດ້. ຫມາຍຄວາມວ່າປະຈຸບັນນີ້ພວກເຮົາຊົມໃຊ້ຫນຶ່ງຫນ່ວຍໂລກເຄິ່ງ. ອັນນີ້ມັນບໍ່ຍືນຍົງແທ້,ແລະ ພວກເຮົາຈະມີຫຍັງປະໄວ້ໃຫ້ຄົນຮຸ່ນຕໍ່ໄປ. ເພາະພວກເຮົາມີໂລກພຽງແຕ່ໃບດຽວເທົ່ານັ້ນ. ນະໂຍບາຍເບິ່ງຄືວ່າຟ້າວກອບໂກຍເອົາສິ່ງທີ່ເຮົາສາມາດເອົາໄດ້ດຽວນີ້ ແລ້ວປ່ອຍໃຫ້ລູກຫຼານແກ້ບັນຫາດ້ວຍເຂົາເອງໃນອະນາຄົດ!
ພວກເຮົາຈະອອກຈາກສະພາບນີ້ໄດ້ແນວໃດ?
ທີ່ຈິງແລ້ວການຕໍານິຖົກຖຽງກັນ ຈະບໍ່ນໍາພາພວກເຮົາໄປສູ່ການເຮັດວຽກຮ່ວມກັນໄດ້. ການຮຽກຮ້ອງໃຫ້ບັນດາປະເທດທີ່ພັດທະນາແລ້ວເຊິ່ງປະຈຸບັນໄດ້ໃຊ້ຊັບພະຍາກອນໂລກເຖິງ 3-5 ຫນ່ວຍໂລກຢູ່ນັ້ນ ໃຫ້ມາຊ່ວຍເຫຼືອເບິ່ງແຍງແບ່ງປັນກັນແມ່ນຄົງຈະເປັນໄປໄດ້ຍາກ. ພວກເຂົາຄຸ້ນເຄີຍກັບວີຖີຊີວິດແບບຟູມເຟືອຍມາດົນໂພດແລ້ວ ແມ່ນຈະປ່ຽນໃດ້ຍາກຫລາຍ. ແລະຖ້າຈະມາຮຽກຮ້ອງຈາກບັນດາປະເທດທີ່ກໍາລັງພັດທະນາຢຸດຈື້ງ ກໍບໍ່ໄດ້ ເພາະເຂົາເຈົ້າ ກໍຢາກໃດ້ຢາກໃດ້ຄວາມສະດວກ ສະບາຍຄືກັນ.
ເພື່ອຜີກຕົວໃຫ້ຫຼູດພົ້ນອອກຈາກສະພາບດັ່ງກ່າວ ມັນຮຽກຮ້ອງໃຫ້ມີການປ່ຽນແປງສາມຢ່າງ. ອັນທໍາອິດແມ່ນຈໍາເປັນຕ້ອງມີການປັບສາຍພົວພັນທາງດ້ານອໍານາດໃນປະຈຸບັນ. ພວກເຮົາບໍ່ຄວນປ່ອຍໃຫ້ບໍລິສັດໃຫຍ່ສືບຕໍ່ບັນຊາແລະບົ່ງບອກລັດຖະບານທາງດ້ານການລົງທຶ ນ. ລັດຖະບານບໍ່ຄວນສືບຕໍ່ຮັບໃຊ້ຮັບຟັງອໍານາດຂອງເງິນ ຫລາຍກວ່າຟັງພໍ່ແມ່ປະຊາຊົນແລະການຈັດຕັ້ງທາງສັງຄົມ. ທັງສາມຝ່າຍເຊິ່ງລວມມີລັດຖະບານ, ບໍລິສັດແລະການຈັດຕັ້ງທາງສັງຄົມຄວນເຮັດວຽກນໍາກັນດ້ວຍຄວາມສະເຫມີພາບ ແລະໃຫ້ກຽດນັບຖືເຊິ່ງກັນແລະກັນແລະຂັບເຄື່ອນທິດທາງຂອງການພັດທະນາໄປສູ່ທິດທາງທີ່ ສົມດູນຍິ່ງຂຶ້ນ.
ພວກເຮົາສາມາດເລີ່ມຕົ້ນດ້ວຍການສ້າງເຄືອຄ່າຍຂອງບັນດາອົງການຈັດຕັ້ງທາງສັງຄົມໃນລະ ດັບທ້ອງຖິ່ນ, ພາກພື້ນ ແລະສາກົນ. ພວກເຮົາຕ້ອງຈັບມືຮ່ວມງານ ກັບຄົນບຸກຄົນຜູ້ດີ ໃນລັດຖະບານແລະໃນບໍລິສັດຕ່າງໆ ທີມີຄວາມສົນໃຈໃນຄວາມຢູ່ດີມີສຸກຂອງສັງຄົມໃນໄລຍະຍາວ.
ອັນທີສອງພວກເຮົາຕ້ອງປ່ຽນແນວຄວາມຄິດແລະສ້າງຮູບແບບການພັດທະນາໃຫມ່ທີ່ແຕກຕ່າງ. ຮູບແບບການພັດທະນາໃຫມ່ນີ້ຄວນຈະສຸມໃສ່ຄວາມສົມດູນແລະຄວາມກ່ຽວພັນກັນລະຫວ່າງບັນ ດາອົງປະກອບຂອງສີ່ເສົາຄໍ້າຂອງການພັດທະນາ,ທີ່ເອີ້ນກັນວ່າ:ເສດຖະກິດ, ສິ່ງແວດລ້ອມ, ສັງຄົມແລະການເມືອງ (ຫຼືການປົກຄອງ ເຊິ່ງໃນນັ້ນກວມເອົາເທິງການເປັນຕົວແບບ ຫລືການປົກຄອງຕົນເອງທີ່ດີພ້ອມ). ການພັດທະນາຂອງເສົາຄໍ້າອັນຫນຶ່ງບໍ່ຄວນມີຜົນກະທົບທາງລົບໃຫ້ແກ່ເສົາຄໍ້າອື່ນໆ. ຖ້າວ່າການພັດທະນາຂອງເສົາຄ້ໍາໃດຫນຶ່ງສົ່ງຜົນກະທົບທາງລົບແລະສ້າງຄວາມເສຍຫາຍໃຫ້ກັ ບເສົາຄໍ້າອື່ນ, ຄວາມເສຍຫາຍດັ່ງກ່າວແມ່ນຈໍາເປັນຕ້ອງ ຄິດໄລ່ເຂົ້າເປັນຕົ້ນທຶນເພີ່ມ.
ອັນທີສາມພວກເຮົາຕ້ອງເປີດກວ້າງໃຫ້ປະຊາຊົນທໍາມະດາທົ່ວໄປ,ແລະຄົນຮຸ່ນໃຫມ່ໄດ້ເຂົ້າຮ່ວມ ເປັນຕົວຂັບເຄື່ອນໃນການປັບປ່ຽນ. ເຮົາຄວນຄໍານຶງເຖິງຄວາມຕ້ອງການຂອງເຂົາເຈົ້າຄືກັນ.ການຮັບຟັງຄວາມຄິດເຫັນຄວາມຕ້ອງ ການຂອງຊາວຫນຸ່ມເຍົາວະຊົນແມ່ນມີຄວາມສໍາຄັນ. ເພາະວ່າຊາວຫນຸ່ມເຍົາວະຊົນ ມີພະລັງຫລາຍທີ່ຕ້ອງລະບາຍອອກ ເຂົາຢາກມີສ່ວນຮ່ວມໃນການພັດທະນາສັງຄົມຢູ່ແລ້ວ. ຄວາມຄິດເຫັນ ແລະສຽງຂອງເຂົາຈະມີຄຸນຄ່າ ເພາະເຂົາເຈົ້າຕ້ອງເປັນຜູ້ສ້າງອານາຄົດຂອງເຂົາເຈົ້າເອງ. ເພື່ອສ້າງອະນາຄົດຊາວຫນຸ່ມເຍົາວະຊົນຈໍາເປັນຕ້ອງໄດ້ມີສ່ວນຮ່ວມໃນການວາງແຜນໃນປະຈຸບັ ນແລະຮຽນຮູ້ຈາກຄວາມສໍາເລັດແລະຂໍ້ບົກຜ່ອງໃນອາດີດ ແລະຈາກຜູ້ໃຫຍ່ຜູ້ທີ່ມີປະສົບການ.
ຟັງສຽງຂອງປະຊາຊົນລາວ
ສ.ປ.ປລາວໄດ້ເລີ່ມດຳເນີນບາດກ້າວທຳອິດເພື່ອກ້າວເຂົ້າສູ່ທິດທາງໃຫມ່ນີ້. ເພື່ອຊຸກຍູ້ຄວາມສາມັກຄີຕ້ານຄວາມທຸກຍາກແລະເພື່ອການພັດທະນາແບບຍືນຍົງໃນສ.ປ.ປ ລາວແລະເພື່ອເປັນສ່ວນຫນຶ່ງຂອງການກະກຽມກອງປະຊຸມພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9, ບັນດາອົງການຈັດຕັ້ງທາງສັງຄົມໃນລາວໄດ້ລວມກຸ່ມກັນກັບລັດຖະບານແລະອົງການຈັດຕັ້ງມະ ຫາຊົນຈັດຕັ້ງກອງປະຊຸມປຶກສາຫາລືຂຶ້ນໃນທົ່ວທຸກແຂວງໃນສ.ປ.ປລາວ. ການລົງພື້ນທີ່ຮ່ວມກັນຄ່ອຍໆເພີ່ມຄວາມເຊື່ອຫມັ້ນລະຫວ່າງອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງມະຫາຊົນແລະທໍາລາຍກໍາແພງກັ້ນລະຫວ່າງບັນດາຕົວແທນຈາກກຸ່ມຄົນທາງສັງ ຄົມແລະລັດຖະບານ. ເຂົາເຈົ້າໄດ້ຮຽນຮູ້ນໍາກັນວ່າ ຄວາມທຸກຍາກແມ່ນບັນຫາທີ່ສັບຊ້ອນແລະການພັດທະນາແບບຍືນຍົງແມ່ນເປັນແນວຄວາມຄິ ດທີ່ຂ້ອນຂ້າງທີ່ເຂົ້າຍາກສໍາລັບພົນລະເມືອງທົ່ວໄປ. ຜ່ານການຄິດອອກແບບທີ່ດີ ແລະການນໍາໄຊ້ຄຳຊັບ ທີ່ເຫມາະສົມ ແລະງ່າຍດາຍ ປະຊາຊົນ ກໍເລີ່ມເຂົ້າໃຈ ແລະຮ່ວມມືນຳໄດ້. ຄວາມທຸກຍາກແລະການພັດທະນາແບບຍືນຍົງ ມີຄວາມກ່ຽວພັນກັນ. ຄົນລາວເຂົ້າໃຈຄວາມທຸກໃນລັກສະນະທີ່ເປັນພາບລວມເຊິ່ງຄວາມທຸກມີຢູ່ສາມປະເພດ ຄື: ທຸກທາງກາຍ,ທຸກທາງໃຈ ແລະທຸກປັນຍາ. ຄໍາກົງກັນຂ້າມຂອງຄວາມທຸກນັ້ນແມ່ນ “ຄວາມສຸກ” ຫລືຄວາມເພິ່ງພໍໃຈ. ຄົນລາວມັກຈະປຽບທຽບຄວາມສຸກແລະຄວາມເພິ່ງ ພໍໃຈ ຄືກັນກັບ ການພັດທະນາແບບຍືນຍົງ. ທິດສະດີເວົ້າວ່າ ການພັດທະນາແບບຍືນຍົງສາມາດເກີດຂຶ້ນໄດ້ ໃນເມື່ອມີຄວາມສົມດູນກັນລະຫວ່າງສີ່ເສົາຄ້ໍາຂອງການພັດທະນາຄືດ້ານເສດຖະກິດ, ດ້ານສິ່ງແວດລ້ອມ, ດ້ານສັງຄົມແລະດ້ານການເມືອງ (ຫຼືການປົກຄອງ).
ຜົນຈາກການປຶກສາຫາລືກັບປະຊາຊົນອອກມາວ່າ ຄວາມປາດຖະຫນາຂອງເຂົາເຈົ້າ ໃນສີ່ດ້ານການພັດທະນາ – ເສດຖະກິດ, ສັງຄົມ, ສິ່ງແວດລ້ອມແລະການເມືອງ (ຫຼືການປົກຄອງ),ມີດັ່ງນີ້:
ດ້ານເສດຖະກິດ: ພັດທະນາຊີວິດການເປັນຢູ່ຂອງຄອບຄົວແລະເສດຖະກິດທ້ອງຖິ່ນສຸມໃສ່ການສ້າງລາຍ ໄດ້, ການສ້າງວຽກເຮັດງານທໍາແລະສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດແບບກຸ້ມຕົນເອ ງທີ່ຍືນຍົງ. ການພັດທະນາເສດຖະກິດບໍ່ຄວນນໍາໄປສູ່ການກໍ່ໂຕຂອງຫນີ້ສິນທີ່ເປັນສາເຫດຕົ້ນຕໍກໍ່ໃຫ້ ເກີດຄວາມທຸກຍາກ. ການພັດທະນາເສດຖະກິດແລະການຊຸກຍູ້ການລົງທຶນບໍ່ຄວນມີຜົນກະທົບຕໍ່ກໍາມະສິດທີ່ດິ ນຂອງປະຊາຊົນເຊິ່ງຖືເປັນພື້ນຖານໃນການຄໍ້າປະກັນທາງດ້ານສະບຽງອາຫານ, ເສດຖະກິດຄອບຄົວແລະທ້ອງຖິ່ນແບບຍືນຍົງ.
ດ້ານສັງຄົມ: ການຮັກສາສະຖຽນລະພາບທາງສັງຄົມແລະການພັດທະນາ ຈໍາເປັນຕ້ອງເລັ່ງໃສ່ການປັບປຸງການເຂົ້າເຖິງການບໍລິການສຸຂະພາບທີ່ດີ, ມາດຕະຖານການສຶກສາທີ່ດີກວ່າ ແລະສ້າງຄວາມເຂັ້ມແຂງທ້າງດ້ານຄວາມສາມັກຄີໃນສັງຄົມ. ເອົາໃຈໃສ່ຕື່ມໃນການຕໍ່ສູ້ກັບບັນຫາປະກົດການຫຍໍ້ທໍ້ຕ່າງໆເຊັ່ນຄວາມແຕກແຍກພາຍ ໃນຄອບຄົວ ແລະການເຊື່ອຄຸນຄ່າທາງສິນລະທຳເຊິ່ງນຳໄປສູ່ການຕິດສານເສບຕິດ, ການພະນັນແລະຄວາມສ່ຽງທີ່ຈະຕິດເຊື້ອໂລກເອດສ HIV/AIDS ເປັນຕົ້ນແມ່ນຊາວຫນຸ່ມເຍົາວະຊົນ.
ດ້ານສິ່ງແວດລ້ອມ: ເລັ່ງໃສ່ການປ້ອງກັນແລະປົກປັກຮັກສາຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມຂ ອງລາວ ດ້ວຍການຫຼຸດຜ່ອນການທຳລາຍປ່າ, ການປ້ອງກັນແຫຼ່ງຊັບພະຍາກອນນຳ້ແລະຫຼີກລ້ຽງການປ່ອຍສານເຄມີທີ່ເປັນພິດເຈືອປົນ ລົງດິນ, ນຳ້ແລະອາກາດຈາກການພັດທະນາອຸດສາຫະກຳແລະຕົວເມືອງທີ່ບໍ່ຖືກລະບຽບກົດຫມາຍ .
ດ້ານການເມືອງ (ຫຼືການປົກຄອງ): ເລັ່ງໃສ່ການເພີ່ມຄວາມເຂົ້າໃຈຂອງຄົນໃນດ້ານກົດຫມາຍ ສິດທິ ແລະບົດບາດຄວາມຮັບຜິດຊອບ ຂອງເຂົາເຈົ້າ ເພື່ອເພີ່ມຄວາມເຂັ້ມແຂງທາງດ້ານການປົກຄອງແລະປະຕິບັດລະບຽບກົດຫມາຍ ເຊິ່ງນີ້ຕ້ອງດຳເນີນໄປຄຽງຄູ່ກັບການສ້າງຄວາມເຂັ້ມແຂງທາງດ້ານການປະຕິບັດຕົວບົດ ກົດຫມາຍເພື່ອຫຼີກລ້ຽງການລະເມີດສິດທິຕ່າງໆ. ພວກເຮົາຄວນເພີ່ມການຮັກສາ ຄວາມສະຫງົບສຸກ ແລະພັດທະນາຄວາມໂປ່ງໃສ ດ້ວຍການຊຸກຍູ້ໃຫ້ມີການມີສ່ວນຮ່ວມຈາກທຸກພາກສ່ວນກ່ຽວຂອ້ງ ໃນການຕັດສິນບັນຫາ, ການຕິດຕາມ ແລະການລາຍງານກິດຈະກໍາພັດທະນາທັງຫລາຍ.
ທີ່ເວົ້າມານີ້ ພຽງເປັນບາງຕົວຢ່າງຂອງຄວາມຫວັງຂອງປະຊາຊົນເທົ່ານັ້ນ. ການຟັງສຽງຂອງປະຊາຊົນແມ່ນບາດກ້າວທໍາອິດໃນການໄຕ່ເຕົ້າໄປສູ່ຄວາມສະເຫມີພາບ ດ້ານສາຍພົວພັນ ລະຫວ່າງ ລັດ ບໍລິສັດ ແລະປະຊາຊົນ. ໃນ ສປປ ລາວ ພວກເຮົາໄດ້ເພີ່ມພູນຄວາມເຂັ້ມແຂງຄວາມສາມັກຄີລະຫວ່າງອົງການຈັດຕັ້ງທາງສັງຄົມ,ອົງກາ ນຈັດຕັ້ງມະຫາຊົນແລະບັນດາຜູ້ຕາງຫນ້າຈາກລັດຖະບານ.
ຄຳຖາມກໍຄືວ່າ ພວກເຮົາຈະເຮັດໃຫ້ຄວາມຫວັງຂອງປະຊາຊົນນີ້ ເກີດເປັນຕົວຈິງໃດ້ແນວໃດ? ພວກເຮົາຫວັງວ່າສິ່ງທີ່ພວກເຮົາໄດ້ເຮັດໃນສ.ປ.ປລາວຈະກາຍເປັນແນວຄິດ ເພື່ອກະຕຸ້ນໃຫ້ເກີດການສົນທະນາໃນກອງປະຊຸມຄັ້ງນີ້. ໃນ ສາມມື້ຕໍ່ຫນ້ານີ້ ພວກເຮົາຈະມີໂອກາດແລກປ່ຽນຄວາມຄິດຄວາມເຫັນ, ຮັບຟັງແລະຮຽນຮູ້ປະສົບການທີ່ຫຼາກຫຼາຍຈາກເພື່ອນຮ່ວມງານຂອງພວກເຮົາທີ່ເດີນທາງມາຈາ ກຫຼາຍປະເທດທັງໃນທະວີບອາຊີແລະເອີຣົບ. ນີ້ແມ່ນໂອກາດທີ່ພວກເຮົາຈະໄດ້ສ້າງຄວາມສາມັກຄີການເຮັດວຽກຮ່ວມກັນ, ເພື່ອກ້າວໄປສູ່ການຫຼຸດຜ່ອນຄວາມທຸກຍາກແລະການສ້າງໂລກທີ່ຍືນຍົງ. ການນຳໃຊ້ປະສົບການ ການປະສານປັນຍາ ຈະເປັນພະລັງອັນໃຫມ່ໃຫ້ແກ່ສັດຕະວັດທີ 21. ພວກເຮົາຕອ້ງພາກັນເຮັດໃຫ້ເກີດໃດ້. ຄວນເຮັດໃຫ້ກອງປະຊຸມພາກປະຊາຊົນຢູ່ນະຄອນວຽງຈັນເປັນຈຸດຫມາຍປະວັດສາດຂອງຫົວຄິ ດປະດິດສ້າງອັນໃຫມ່ນີ້. ພວກເຮົາມາຮອດຈຸດທີ່ຕ້ອງຕໍ່ຍອດຈາກ MDG ໃຫ້ກ້າວຂື້ນເປັນ SDG (ເປົ້າຫມາຍຂອງການພັດທະນາແບບຍືນຍົງ). ພວກເຮົາຄວນເອົາ ຄວາມສຸກ ມາເປັນແກ່ນສານຂອງ SDG ແລະຂອງສັດຕະວັດທີ 21.
ຂໍສະແດງຄວາມຂອບອົກຂອບໃຈມາຍັງບັນດາທ່ານທີ່ເຂົ້າຮ່ວມຟັງໃນກອງປະຊຸມນີ້. ແລະຂໍໃຫ້ບັນດາທ່ານຈົ່ງມີຄວາມມ່ວນຊື່ນຕະລອດໄລຍະຢ້ຽມຢາມສ.ປ.ປລາວໃນຄັ້ງນີ້.