ເຖິງສົມບັດ,
ມື້ນີ້ເປັນມື້ທີ່ຂ້ອຍເດີນທາງອອກມາຈາກທະວີບອາເຊຍ ໜຶ່ງໃນຄວາມຊົງຈຳຂອງ ຂ້ອຍທີ່ຊັດເຈນທີ່ສຸດ ແລະ ຝັງເລິກທີ່ສຸດກໍແມ່ນເຫດການທີ່ເກີດຂື້ນກັບເຈົ້າ. ພວກເຮົາພົບກັນບໍ່ດົນ ທີ່ນະຄອນຫຼວງວຽງຈັນ ລະຫວ່າງກອງປະຊຸມ ພາກປະຊາຊົນ ອາຊີ-ເອີຣົບ ເມື່ອປີ 2012 ຕອນນັ້ນພວກເຮົາໄດ້ຈັບມືທັກທາຍ ສະບາຍດີກັນ ແລະ ລົມກັນວ່າຈະສານຕໍ່ການສົນທະນາຂອງເຮົາ ແຕ່ມັນບໍ່ໄດ້ ເກີດຂື້ນອີກຫຼັງຈາກນັ້ນ. ຫຼາຍເດືອນຕໍ່ມາ ມີຄົນພົບເຫັນເຈົ້າຄັ້ງສຸດທ້າຍ ຢູ່ຕໍ່ໜ້າປ້ອມຕຳຫຼວດ ແລ້ວຫຼັງຈາກນັ້ນ ເຈົ້າໜ້າທີ່ລາວກໍບໍ່ເຄີຍໃຫ້ຄຳກະຈ່າງ ແຈ້ງວ່າເກີດຫຍັງຂື້ນກັບເຈົ້າ.
ສາມປີກ່ອນຂ້ອຍໄດ້ເດີນທາງມາທະວີບເອເຊຍ ຕອນນັ້ນຂ້ອຍຫາກໍສຳເລັດການຂຽນປື້ມກ່ຽວກັບອ້າຍຂ້ອຍ ທ້າວ ໂຈເຊ ຄາລອສ ທຣູຈິໂລ ໂອໂຣຊາ ເຊິ່ງລາວໄດ້ຖືກບັງຄັບໃຫ້ຫາຍຕົວໄປໃນປີ 1972 ຊ່ວງທີ່ ມີການປົກຄອງແບບຜະເດັດການ ຂອງ ບານເຊີ (Banzer) ເຊິ່ງຂ້ອຍສາມາດຂຽນປື້ມໃຫ້ແລ້ວກ່ອນທີ່ແມ່ຂ້ອຍຈະເສຍຊີວິດ ຫຼັງຈາກທີ່ຄົ້ນຫາອ້າຍຂອງ ຂ້ອຍຕະຫຼອດໄລຍະ 40 ປີ. ຂ້ອຍຕ້ອງຍອມຮັບວ່າຕອນທີ່ຂ້ອຍນຳສະເໜີກ່ຽວກັບປື້ມດັ່ງກ່າວ ຂອ້ຍຄິດວ່າການບັງ ຄັບບຸກຄົນໃຫ້ຫາຍຕົວໄປມັນເປັນພຽງຝັນຮ້າຍທີ່ເກີດຂື້ນກັບລະບອບປົກຄອງແບບຜະເດັດການໃນສະໄໝອະດີດ ຕະການເທົ່ານັ້ນ ຂ້ອຍບໍ່ເຄີຍຄິດມາກ່ອນວ່າຈະໄດ້ເຫັນເຫດການຄ້າຍຄືກັນນີ້ເກີດຂື້ນອີກ ໂດຍສະເພາະໃນທະວີບເອເຊຍ.
ສິ່ງທີ່ລັດຖະບານລາວເຮັດນັ້ນ ບໍ່ພຽງແຕ່ເປັນການກະທຳແບບປ່າເຖື່ອນກັບເຈົ້າ ແລະ ຄອບຄົວຂອງເຈົ້າ ແຕ່ມັນຍັງເປັນ ອາຊະຍາກຳຕໍ່ມະນຸດຊາດເຊິ່ງເປັນການໃສ່ຮ້າຍປ້າຍສີສະພາບຄວາມເປັນມະນຸດ ຫຼັງຈາກຜ່ານໄປສອງປີ ທີ່ຂ້ອຍຄິດໃນ ແງ່ບວກວ່າເຈົ້າໜ້າຂັ້ນສູງຂອງລາວມີຄວາມບໍລິສຸດ ບໍ່ມີສ່ວນກ່ຽວຂ້ອງໃນກໍລະນີການຫາຍຕົວໄປຂອງເຈົ້າ. ມັນເປັນ ໄປໄດ້ແນວໃດ ທີ່ປະເທດທີ່ສັງຄົມມີການຄວບຄຸມໂດຍລັດ ແລ້ວບຸກຄົນທີ່ມີຊື່ສຽງຄືດັ່ງເຈົ້າຫາຍຕົວໄປຫຼັງຈາກຖືກ ຕຳຫຼວດເອີ້ນໃຫ້ຈອດລົດ? ພ້ອມທັງລົດທີ່ເຈົ້າຂັບໃນມື້ນັ້ນກໍຫາຍໄປເຊັ່ນກັນ ໂດຍທີ່ບໍ່ມີການສືບສວນ-ສອບສວນຢ່າງ ເປີດເຜີຍ ບໍ່ໄດ້ໃຫ້ຄອບຄົວໄດ້ມີສ່ວນຮ່ວມຢ່າງເຕັມທີ່ ແລະ ກໍຍັງບໍ່ເຫັນມີການກັກຂັງຕົວບຸກຄົນໃດເລີຍ.
ຂີ້ແພ້ເອີ້ຍ! ສົມບັດ ຂໍໂທດຫຼາຍໆ ເລືອດລາຕິນ-ອາເມລິກັນຂອງຂ້ອຍມັນແຮງ ຂ້ອຍບໍ່ສາມາດຫາຄຳອື່ນມາແທນຄວາມຮູ້ສຶກຂອງຂ້ອຍໄດ້ ແລະຂ້ອຍຮູ້ສຶກວ່າຄວາມຈິງຈະປາກົດອອກມາໃຫ້ເຫັນກໍຕໍ່ເມື່ອວ່າພວກເຮົາເວົ້າຄວາມຈິງກ່ຽວກັບພວກເຂົາ: ພວກຂີ້ແພ້ທີ່ໃຊ້ອຳນາດເພື່ອກຳຈັດຄົນອື່ນທີ່ມີຄວາມແຕກຕ່າງຈາກຕົນເອງ!
ອີກບໍ່ດົນ ບັນດາເຈົ້າໜ້າທີ່ຜູ້ອອກຄຳສັ່ງໃຫ້ເອົາຕົວເຈົ້າໄປ, ຜູ້ຄົນທີ່ປົກປິດກ່ຽວກັບເຈົ້າ ແລະ ບັນດາເຈົ້າໜ້າທີ່ຜູ້ດຳເນີນການຕາມຄຳສັ່ງ ພວກເຂົາຈະຕ້ອງໄດ້ເຂົ້າສູ່ລະບົບຄວາມຍຸດຕິທຳ ມື້ໃດມື້ໜຶ່ງ ຄວາມຢ້ານທີ່ປົກຄຸມຢູ່ໃນລາວຈະຫາຍໄປ ພວກເຂົາບໍ່ສາມາດຫຼົບຫຼີກລະບົບຄວາມຍຸດຕິທຳໄປໄດ້ຕະຫຼອດກາລະນາດອກ.
ອາຊະຍາກຳເຫຼົ່ານີ້ໄດ້ເສຍໄຊຊະນະໄປແລ້ວ ແມ່ນຢູ່ວ່າພວກເຂົາສາມາດເຮັດໃຫ້ຮ່າງກາຍຂອງເຈົ້າຫາຍໄປ ແຕ່ພວກເຂົາບໍ່ມີອຳນາດທີ່ຈະກຳຈັດຄວາມຊົງຈຳຂອງຜູ້ຄົນທີ່ມີກ່ຽວກັບເຈົ້າ ຈິດວິນຍານຂອງເຈົ້າມີຊີວິດຂື້ນຫຼາຍກວ່າເກົ່າ ແລະ ສ່ວນເລັກນ້ອຍຂອງເຈົ້າໄດ້ບິນມາປະເທດໂບລິເວຍນຳຂ້ອຍ ແລະ ຂ້ອຍສາມາດແນະນຳໃຫ້ແມ່ ແລະ ອ້າຍຂອງຂ້ອຍໄດ້ຮູ້ຈັກກັບເຈົ້າ ໃນລະຫວ່າງການສົນທະນາທຸກຄັ້ງພາຍໃຕ້ພະອາທິດກຳລັງຕົກດິນ ໃນເມືອງ ລາປາສ ໃນຂອບເຂດພື້ນທີ່ນ້ອຍໆ ຂອງການບັງຄັບບຸກຄົນໃຫ້ຫາຍຕົວໄປ ດ້ວຍຄວາມຊົງຈຳກ່ຽວກັບ ໂຈເຊ ຄາລອສ ແນວໃດກໍດີ ຂ້ອຍເຫັນ ຊຸຍມິງ ພັນລະຍາຂອງເຈົ້າແລ້ວ ເຮັດໃຫ້ຂ້ອຍຄິດຮອດຜູ້ເປັນແມ່ຂອງຂ້ອຍຫຼາຍ ໂດຍສະເພາະຄວາມກ້າຫານ ແລະ ຄວາມມຸ່ງມານະຂອງລາວ ທີ່ຈິງແລ້ວ ຄົນຄື ພວກເຂົານັ້ນແຫຼະທີ່ໃຫ້ພວກເຮົາມີຄວາມຫວັງກ່ຽວກັບອະນາຄົດຂອງມວນມະນຸດເຮົາ.
ດ້ວຍຄວາມຮັກແພງ ແລະ ພົບກັນອີກໃນອະນາຄົດອັນມໍ່ໆ ນີ້
ພາໂບລ ໂຊລອນ (Pablo Solón)