ເຖິງ ສົມບັດ ທີ່ຮັກ,
ເປັນເວລາ 2 ປີ ເຕັມໆ ນັບຕັ້ງແຕ່ຄືນວັນທີ15 ທັນວາ 2012 ທີ່ເຈົ້າຖືກເອົາຕົວໄປຈາກຂ້ອຍຢ່າງໄຮ້ມາລະຍາດ. ຂ້ອຍຢາກໃຫ້ເຈົ້າຮູ້ວ່າໄລຍະ 2 ປີທີ່ຜ່ານມາ ຄຳເວົ້າຂອງເຈົ້າທີ່ເວົ້າວ່າ “ໄປ໋ ເມືອເຮືອນ” ດັງຢູ່ໃນຫົວຂ້ອຍຊໍ້າແລ້ວຊ້ຳອີກບໍ່ຮູ້ເທົ່າໃດເທື່ອ ຕອນນັ້ນເຈົ້າມາຫາຂ້ອຍທີ່ຮ້ານຊາວບ້ານ ແລ້ວຂ້ອຍຈື່ໄດ້ວ່າຂ້ອຍຕອບ “ໂອເຄ” ແລ້ວຂ້ອຍກໍໄປເອົາກະເປົາ ເພື່ອຍ່າງໄປເອົາລົດຄົນລະຄັນເພື່ອກັບບ້ານ. ຕັ້ງແຕ່ມື້ນັ້ນ ເຈົ້າບໍ່ໄດ້ກັບມາເຮືອນອີກເລີຍ.
ສົມບັດເອີຍ,ສອງປີຜ່ານມານີ້ ຂ້ອຍຕັ້ງຄຳຖາມໃນໃຈຕະຫຼອດວ່າເຫດການຕ່າງໆ ຈະແຕກຕ່າງໄປຈາກນີ້ບໍ່ ຖ້າຫາກຂ້ອຍບໍ່ໄດ້ເອົາລົດຂອງເຮົາໄປກ່ອນໃນເຊົ້າມື້ນັ້ນ ເຮັດໃຫ້ເຈົ້າຕ້ອງໄດ້ຂັບລົດຈິບເກົ່າໆ ຂອງເຈົ້າເພື່ອໄປຕີປິງປ໋ອງໃນຕອນແລງມື້ນັ້ນ? ເຈົ້າອາດຈະໄດ້ຢູ່ໃນລົດຄັນດຽວກັນກັບຂ້ອຍ ເຖິງວ່າມື້ນັ້ນພວກເຮົາອາດຈະຖືກເອົາຕົວໄປພ້ອມກັນ ແຕ່ຢ່າງໜ້ອຍພວກເຮົາກໍຍັງໄດ້ຢູ່ນຳກັນ. ຫຼືວ່າ ຈະເກີດຫຍັງຂື້ນຖ້າພວກເຮົາຊວນກັນໄປນັ່ງດື່ມເບຍກ່ອນກັບບ້ານໃນມື້ນັ້ນ ຄືດັ່ງທີ່ພວກເຮົາເຮັດເປັນປະຈຳໃນຊ່ວງທ້າຍອາທິດ. ເຊິ່ງອາດຈະ..ອາດຈະ.. ເຮັດໃຫ້ຄົນທີ່ລໍຖ້າເອົາຕົວເຈົ້າ ອິດເມື່ອຍກັບການລໍຖ້າຢູ່ທີ່ປ້ອມຕຳຫຼວດ ພວກເຂົາອາດຈະເມືອເຮືອນກ່ອນທີ່ເຈົ້າຈະມາເຖິງປ້ອມຕຳຫຼວດ. ແນວໃດກໍຕາມ ມື້ນັ້ນແມ່ນແລງວັນເສົາ ແລະ ຕຳຫຼວດສ່ວນຫຼາຍກໍກັບເລີກວຽກໄວເພື່ອກັບບ້ານ. ເຈົ້າອາດຈະລອດຈາກຊະຕາກຳທີ່ຮ້າຍແຮງດັ່ງກ່າວ.
ສົມບັດ ຂ້ອຍຮູ້ວ່າບໍ່ມີປະໂຫຍດຫຍັງທີ່ຈະຄິດແບບນີ້ ແຕ່ຂ້ອຍບໍ່ສາມາດອອກຈາກຄວາມຄິດນີ້ໄດ້ ມັນກັບເຂົ້າມາໃນຫົວຂ້ອຍຊໍ້າແລ້ວຊ້ຳອີກ.. ມັນອາດຈະຢູ່ດັງຢູ່ໃນຫົວຂ້ອຍໄປຕະຫຼອດ ຈົນຮອດມື້ຕາຍ.
ສົມບັດ ຄວາມຈິງແລ້ວ ຂ້ອຍຍັງສົງໄສວ່າ 730ມື້ຫຼັງຈາກທີ່ເຈົ້າຫາຍຕົວໄປຂ້ອຍມີຊີວິດຢູ່ໄດ້ແນວໃດ. ເວລາທີ່ມີຄົນຍ້ອງຂ້ອຍວ່າຂ້ອຍເຂັ້ມແຂງ ຂ້ອຍໄດ້ແດ່ຍີ້ມ ຍິ້ມດ້ວຍຄວາມໂສກເສົ້າ ຂ້ອຍມີທາງເລືອກອື່ນອີກບໍ ນອກຈາກຕ້ອງມີຊີວິດຢູ່ຕໍ່ໄປ? ຂ້ອຍຈຳເປັນຕ້ອງຊອກຮູ້ໃຫ້ໄດ້ວ່າເກີດຫຍັງຂື້ນກັບເຈົ້າ, ເຈົ້າຢູ່ໃສຕອນນີ້, ແລະ ຈະເຮັດແນວໃດຈຶງຈະໄດ້ຕົວເຈົ້າກັບຄືນມາຫາຄອບຄົວຂອງພວກເຮົາ ສະນັ້ນ ຂ້ອຍຈຶງໄດ້ຮ້ອງຂໍ ໃຫ້ບັນດາທ່ານຜູ້ນຳລາວຊ່ວຍຫາຄຳຕອບໃຫ້ກັບຂ້ອຍ ແລະ ຂ້ອຍກໍໄດ້ຄົ້ນຄວ້າຫາເຕັກນິກວິທີການທຸກຮູບແບບເພື່ອຊ່ວຍເລັ່ງຂະບວນການສືບສວນສອບສວນວ່ອງໄວຂື້ນ ແລະ ໃຫ້ຄະດີດັ່ງກ່າວປິດລົງໄວໆ. ຂ້ອຍເຄີຍຄິດວ່າຫຼັກຖານທີ່ບັນທຶກມາໄດ້ຈາກກ້ອງວົງຈອນປິດຂອຕຳຫຼວດຈະຊ່ວຍໃຫ້ການຕິດຕາມຫາຕົວເຈົ້າ ແລະພາເຈົ້າກັບຄືນມາເຮືອນໄປໄດ້ງ່າຍຂື້ນ ແຕ່ໃນທາງກົງກັນຂ້າມ ມັນເຮັດໃຫ້ຂ້ອຍຮູ້ສຶກຜິດຫວັງ ແລະ ໝົດຄວາມຫວັງສຸດໆ ທີ່ເຈົ້າຍັງຄົງຫາຍຕົວໄປຫຼັງຈາກຜ່ານໄປໄດ້ສອງປີ.
ສົມບັດທີ່ຮັກ, ຫຼາຍໆ ຄັ້ງຂ້ອຍຮູ້ສຶກເປັນກັງວົນວ່າຖ້າເວລາຜ່ານໄປດົນໆ ໝູ່ຄູ່ຜູ້ທີ່ຮັກແພງກັບເຈົ້າ ແລະ ຜູ້ທີ່ສະໜັບສະໜູນເຈົ້າຈະຮູ້ສຶກອິດເມື່ອຍກັບການຮ້ອງຂໍຄວາມຊ່ວຍເຫຼືອຕໍ່ກໍລະນີຂອງເຈົ້າ. ແນວໃດກໍຕາມ ຢ່າງໜ້ອຍໃນຕອນນີ້ ຍັງຄົງມີຄົນຈຳນວນຫຼາຍທີ່ຍັງບໍ່ລົດລະ ຊ່ວຍຮ້ອງຂໍເພື່ອໃຫ້ເຈົ້າໄດ້ກັບຄືນມາ. ຄວາມຈິງແລ້ວ ສອງປີທີ່ຜ່ານມາ ມີຫຼາຍຄົນ ຈາກທົ່ວໂລກທີ່ໄດ້ເປັນກະບອກສຽງໃຫ້ກັບເຈົ້າ ແລະ ມີບັນດາລັດຖະບານຕ່າງໆ ແລະ ກຸ່ມສິດທິມະນຸດຈຳນວນຫຼາຍທີ່ຮຽກຮ້ອງໃຫ້ລັດຖະບານລາວສືບສວນສອບສວນກໍລະນີການຫາຍຕົວໄປຂອງເຈົ້າໃຫ້ວ່ອງໄວ, ໂປ່ງໃສ, ແລະ ເປີດກວ້າງຂື້ນ ແລະ ໃຫ້ສາມາດນຳເອົາຕົວຜູ້ກະທຳຜິດມາດຳເນີນການຕາມລະບົບກົດໝາຍ.
ສົມບັດ ຂ້ອຍວ່າເຈົ້າຄົງຈະຮູ້ສຶກດີ ຖ້າໄດ້ຍິນຂ່າວວ່າມື້ຄົບຮອບສອງປີທີ່ເຈົ້າຫາຍຕົວໄປ ຢູ່ທີ່ສູນປາແດກໄດ້ມີການຈັດພິທີສວດມົນຂໍພອນໃຫ້ເຈົ້າ ໂດຍມີຄົນຈຳນວນຮ້ອຍກວ່າຄົນມາຮ່ວມງານ ເຊິ່ງກໍລວມທັງເພື່ອນຮ່ວມງານ, ໝູ່ຄູ່, ແລະ ຜູ້ຕາງໜ້າຈາກໜ່ວຍງານພັດທະນາທັງລາວ ແລະ ສາກົນ. ນອກຈາກນີ້ ຍັງມີທູດຕ່າງໆ ເຊັ່ນ ສະຫະລັດອາເມລິກາ, ເຢຍລະມັນ, ຝຣັ່ງເສດ, ອົດສະຕາລີ, ແລະ ອຸປະທູດຈາກສະຫະພາບເອີຣົບ ແລະ ບັນດາສະມາຊິກໜ່ວຍງານຕ່າງໆ ໄດ້ມາຮ່ວມສົ່ງແຮງໃຈໃຫ້ກັບເຈົ້າ.
ຫຼາຍຄົນ ເຊິ່ງກໍລວມທັງພະອາຈານ ສີທົນ ກໍໄດ້ເວົ້າເຖິງວິໄສທັດຂອງເຈົ້າໃນການສົ່ງເສີມການພັດທະນາທີສົມດູນ ໂດຍຖືເອົາການພັດທະນາດ້ານຈິດໃຈ ແລະ ດ້ານຄຸນຄ່າ ໃຫ້ເປັນໃຈກາງຂອງການພັດທະນາ (ການພັດທະນາຈິດໃຈ ແມ່ນໝາກຫົວໃຈຂອງການພັດທະນາ). ສ່ວນຄົນອື່ນໆ ແມ່ນໄດ້ເວົ້າເຖິງເຈົ້າໃນມຸມທີ່ເຈົ້າເປັນຄົນອ່ອນນ້ອມຖ່ອມຕົນ, ເປີດກວ້າງ, ແລະ ເປັນແຮງບັນດານໃຈໃຫ້ກັບວຽກງານພັດທະນາການສຶກສາ ແລະ ພັດທະນາໄວໜຸ່ມ. ທີ່ຈິງແລ້ວ ມັນຈະແຈ້ງວ່າແນວຄວາມຄິດຂອງເຈົ້າມີພະລັງຫຼາຍ ມັນບໍ່ໄດ້ຈາງຫາຍໄປກັບການຫາຍຕົວໄປຂອງເຈົ້າ ແຕ່ມັນກຳລັງເຕີບໃຫຍ່ຂະຫຍາຍຕົວໂດຍຜ່ານວຽກງານຂອງເຈົ້າ ໂດຍສະເພາະຜູ້ຄົນທີ່ເຈົ້າເຄີຍຝຶກຝົນຫຼໍ່ຫຼອມ ຫຼື ທີ່ໄດ້ຮັບແຮງບັນດານໃຈຈາກເຈົ້າ.
ສະນັ້ນ, ສົມບັດ ທີ່ຮັກ ຂ້ອຍຫວັງວ່າສິ່ງເຫຼົ່ານີ້ຈະຊ່ວຍໃຫ້ເຈົ້າຮູ້ສຶກອຸ່ນໃຈ ບໍ່ວ່າເຈົ້າຈະຢູ່ແຫ່ງຫົນໃດກໍຕາມ.
ຂໍໃຫ້ເຈົ້າກັບມາຫາຂ້ອຍໄວໆ ນີ້ ສົມບັດ ທີ່ຮັກ ຂ້ອຍຄິດຮອດເຈົ້າຫຼາຍ.
ຊຸຍມິງ