ບົດກ່າວຂອງ ທ່ານນາງ ອຶ້ງ ຊຸຍມິງ ທີ່ກອງປະຊຸມອາຊີເອີຣົບຄັ້ງທີ 10 (10th Asia-Europe People’s Forum)
ເມືອງມິລານ, ປະເທດອີຕາລີ, ລະຫວ່າງວັນທີ 10-12 ຕຸລາ 2014
“ເພື່ອກ້າວໄປສູ່ການເປັນອາຊີ ແລະ ເອີຣົບທີ່ມີຄວາມຍຸດຕິທຳ ແລະ ມີການມີສ່ວນຮ່ວມ ຂອງປະຊາຊົນເພື່ອປະຊາຊົນ”
ສອງປີກ່ອນນີ້ ທີ່ກອງປະຊຸມ ພາກ ປະຊາສັງຄົມ (AEPF) ສົມບັດ ສົມພອນຜູ້ເປັນສາມີຂອງຂ້າພະເຈົ້າ ໄດ້ເຮັດໜ້າທີ່ເປັນໜຶ່ງໃນຄະນະຜູ້ຈັດ ກອງປະຊຸມລະດັບຊາດ ລາວໄດ້ຮັບ ກຽດຂື້ນກ່າວໃນພິທີເປີດຂອງ ກອງປະຊຸມດັ່ງກ່າວໃນນະຄອນຫຼວງ ວຽງຈັນ, ປະເທດລາວ. ຕອນນັ້ນ ລາວທັງຮູ້ສຶກດີໃຈ ແລະ ຕື່ນເຕັ້ນ ລາວໃຊ້ເວລາຫຼາຍເດືອນເພື່ອ ກະກຽມດ້ວຍຄວາມເຄັ່ງຄຽດເຄັ່ງຕິງ. ກອງປະຊຸມດັ່ງກ່າວໄຂຂື້ນໂດຍ ແມ່ນທ່ານຮອງນາຍຍົກລັດຖະມົນຕີເປັນຜູ້ກ່າວເປີດ. ຄັ້ງນັ້ນມີຜູ້ເຂົ້າຮ່ວມຈຳນວນບໍ່ຕຳ່ກວ່າ 1,000 ຄົນ ທີ່ເປັນທັງຕົວແທນຂອງກຸ່ມພາກປະຊາສັງຄົມ ແລະ ອົງກອນຕ່າງໆທົ່ວພາກພື້ນອາຊີ ແລະ ເອີຣົບ. ໃນຖານະ ເປັນຄົນລາວ ສົມບັດຮູ້ສຶກພາກພູມໃຈທີ່ປະ ເທດຂອງຕົນເອງສາມາດຫຼີ້ນບົດບາດເປັນເຈົ້າພາບກອງປະຊຸມ ພາກປະຊາສັງຄົມທີ່ຍິ່ງໃຫຍ່ດັ່ງກ່າວ.
ຫຼັງຈາກນັ້ນໃນໄລຍະວັນທີ 16-19 ຕຸລາ ໃນກອງປະຊຸມເຕັມໄປດ້ວຍຄວາມຂຸ້ນຂ້ຽວໃນການສົນທະນາ, ການໂຕ້ວາທີ, ການແບ່ງປັນ, ແລະ ແລກປ່ຽນບົດຮຽນເລື່ອງຄວາມທ້າທາຍ ແລະ ປະເດັນທົ່ວໄປກ່ຽວກັບ ຄວາມທຸກຍາກ, ບັນຫາສັງຄົມ, ຄວາມບໍ່ເທົ່າທຽມກັນ, ໜີ້ສິນ, ແລະ ໄພວ່າງງານ ທີ່ປະຊາຊົນທົ່ວໄປໃນປະເທດ ທັງໃນອາຊີ ແລະ ເອີຮົບໄດ້ພົບພໍ້. ກອງປະຊຸມມີບັນຍາກາດຟົດຟື້ນມີຊີວິດຊີວາ ແລະ ສ້າງສັນ ຜູ້ເຂົ້າຮ່ວມຕ່າງຫ້າວ ຫັນສະແດງຄວາມຄິດເຫັນ ແລະ ປະສົບການຂອງຕົນ ແລະ ເຮັດວຽກໜັກເພື່ອນຳສະເໜີອອກມາເປັນ “ວິໄສທັດຂອງປະຊາຊົນ” ເຊິ່ງເປັນທັງການແບ່ງປັນຄວາມຫວັງ ແລະ ແຮງບັນດານໃຈ ໃນຕອນທ້າຍໄດ້ຖືກນຳໄປ ຮຽບຮຽງເປັນຖະແຫຼງການຂອງກອງປະຊຸມ AEPF9 ສຳລັບນຳສະເໜີໃຫ້ກອງປະຊຸມຜູ້ນຳລະດັບສູງຂອງ ປະເທດຕ່າງໆ ໃນກອງປະຊຸມ ASEM ເພື່ອວິເຄາະ ແລະ ພິຈາລະນາການນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຄະນະຈັດງານລະດັບສາກົນຍອມຮັບວ່າ ກອງປະຊຸມ AEPF9 ເປັນໜຶ່ງໃນບັນດາກອງປະຊຸມພາກປະຊາຊົນ ທີ່ໄດ້ຮັບຜົນ ສຳເລັດທີ່ສຸດເທົ່າທີ່ເຄີຍມີມາ. ຫຼັງຈາກກອງປະຊຸມໄດ້ປິດລົງ ຜ່ານໄປສອງເດືອນ ວັນທີ 15 ທັນວາ 2012 ສົມບັດ ສົມພອນໄດ້ ຫາຍຕົວໄປ. ລາວຖືກພົບເຫັນຄັ້ງສຸດທ້າຍຢູ່ທີ່ປ້ອມຕຳຫຼວດ ໃນນະຄອນຫຼວງວຽງຈັນ ໂດຍລາວຖືກ ຕຳຫຼວດເອີ້ນໃຫ້ຢຸດລົດ ແລະ ຖືກເອົາຕົວໄປໂດຍລົດກະບະຂາວຄັນໜຶ່ງ ເຫດການທັງໝົດທີ່ເກີດ ຂື້ນແມ່ນຖືກບັນທຶກໄວ້ໃນກ້ອງ ວົງຈອນປິດຂອງນະຄອນຫຼວງ ແລະໄດ້ມີການນຳໄປເຜີຍແຜ່ ເທິງອິນເຕີເນັດ (Youtube).
ການຫາຍຕົວໄປຂອງສົມບັດໄດ້ສ້າງຄວາມສັ່ນສະເທືອນໃຈໃຫ້ກັບວົງການນັກພັດທະນາໃນອາຊີ ແລະ ພາກພື້ນອື່ນໆ ແລະ ເຫດການການຫາຍຕົວໄປຍັງຖືກລາຍງານໂດຍແຫຼ່ງຂ່າວອັນດັບຕົ້ນໆ ທັງໃນສື່ສິ່ງພິມ ແລະ ໂທລະທັດ.
ສົມບັດ ສົມພອນ ເປັນຜູ້ນຳພາພາກປະຊາສັງຄົມ ແລະ ວົງການນັກພັດທະນາຄົນລາວທີ່ໄດ້ຮັບ ຄວາມເຄົາລົບ ນັບຖືທີ່ສຸດໃນປະເທດລາວ ແລະ ພາກພື້ນອາຊີ. ຄວາມເສຍສະຫຼະ ແລະ ຄວາມເປັນຜູ້ນຳໃນວຽກງານພັດທະນາ ຊຸມຊົນ ແລະ ພັດທະນາໄວໜຸ່ມ ຜູ້ທີ່ໄດ້ເຮັດວຽກມາກວ່າ 30 ປີເຮັດໃຫ້ລາວໄດ້ຮັບລາງວັນຣາມອນແມັກໄຊໄຊ (Ramon Magsaysay) ໃນປີ 2005 ເຊິ່ງເປັນ ລາງວັນທີ່ມີກຽດສະຫງ່າທຽບເທົ່າກັບລາງວັນໂນເບລ (Nobel Prize).
ຫຼັງຈາກເຫດການການຫາຍຕົວໄປຂອງສົມບັດ, ຜູ້ນຳລັດຖະບານຫຼາຍປະເທດໃນທົ່ວອາຊີ ແລະ ເອີຣົບ ລວມທັງ ຜູ້ຕາງໜ້າອົງການພັດທະນາສາກົນ ແລະ ສິດທິມະນຸດ ໄດ້ສະແດງຄວາມເປັນກັງ ວົນແລະ ຮ້ອງຂໍໃຫ້ໜ່ວຍງານ ຂອງລັດຖະບານລາວດຳເນີນການສືບສວນ ສອບສວນຢ່າງເປັນລະ ບົບຖ່ອງເຖິງແລະ ໂປ່ງໃສ ເພື່ອຊອກຫາສົມບັດ ແລະ ນຳເອົາລາວກັບຄືນຫາຄອບຄົວຢ່າງປອດໄພ. ຄອບຄົວຂອງຂ້າພະເຈົ້າ ແລະຂ້າພະເຈົ້າເອງກໍໄດ້ຂຽນໃບຮ້ອງ ທຸກຫຼາຍສະບັບສົ່ງໃຫ້ກັບບັນດາຜູ້ນຳຂອງລາວ ເພື່ອໃຫ້ຊ່ວຍນຳໃຊ້ທຸກອຳນາດ ແລະເຕັກນິກວິທີທາງທີ່ມີເພື່ອ ສະສາງຄະດີດັ່ງກ່າວ. ປະເທດລາວໄດ້ລົງນາມ ໃນອະນຸສັນຍາລະຫວ່າງປະເທດວ່າດ້ວຍການຄຸ້ມຄອງ ບໍ່ໃຫ້ບຸກຄົນສູນຫາຍໂດຍບໍ່ສະໝັກໃຈ (UN Convention Against Enforced and Involuntary Disappearances), ແລະ ດ້ວຍເຫດນີ້ຈຶງມີຄວາມຈຳເປັນທີ່ຕ້ອງໄດ້ດຳເນີນການຕາມທີ່ໄດ້ລົງນາມໄວ້ ກໍຄືດຳເນີນການຊອກ ຫາສົມບັດຢ່າງຮີບດ່ວນ, ມີຄວາມຮັບຜິດຊອບ, ແລະ ໂປ່ງໃສ.
ປະຈຸບັນ ຜ່ານໄປແລ້ວເກືອບສອງປີ ຂ້າພະເຈົ້າຍັງບໍ່ໄດ້ຮັບຂ່າວຄາວໃດໆ ກ່ຽວກັບສົມບັດເລີຍ ລັດຖະບານລາວ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະດຳເນີນການສືບສວນສອບສວນ ແຕ່ຈົນຮອດທຸກມື້ນີ້ ເຈົ້າໜ້າທີ່ຍັງເວົ້າຄຳເກົ່າຊ້ຳໆ ອີກວ່າ ຍັງບໍ່ເຫັນຮ່ອງຮອຍຂອງສົມບັດ ຫຼື ຜູ້ທີ່ຢູ່ເບື້ອງຫຼັງເລີຍ. ຂ້າພະເຈົ້າ ມາຮອດທຸກມື້ນີ້ຍັງຄົງສະເທືອນໃຈກັບ ສິ່ງທີ່ເກີດຂື້ນ ແລະ ຍັງຄົງສືບຕໍ່ຮຽກຮ້ອງໃຫ້ເຈົ້າໜ້າທີ່ລາວ ດຳເນີນການສືບສວນສອບສວນ ແລະຊອກຫາສົມບັດ.
ຕະຫຼອດໄລຍະສອງປີນີ້ ຂ້ອຍຍັງຄົງພະຍາຍາມຊອກຫາຄວາມເຊື່ອມໂຍງວ່າເກີດຫຍັງຂື້ນ ແມ່ນຫຍັງແລະແມ່ນ ໃຜທີ່ເຮັດໃຫ້ສົມບັດຫາຍຕົວໄປ. ໄລຍະສອງປີນີ້ ຂ້ອຍຖາມຕົນເອງຊໍ້າໆ ວ່າສົມບັດລາວກະຕືລືລົ້ນ ແລະ ຫ້າວຫັນ ເກີນໄປບໍໃນການວາງແຜນ ແລະ ຈັດກອງປະຊຸມ AEPF ແລະ ການສົນທະນາກ່ຽວກັບສິດທິຂອງປະຊາຊົນໃນ ກອງປະຊຸມຫັ້ນບໍ ທີ່ເຮັດໃຫ້ສົມບັດຕ້ອງຫາຍຕົວໄປ? ລາວບັງເອີນໄປບຽດບຽນນັກການເມືອງຄົນໃດຄົນໜຶ່ງບໍ ຈາກການທີ່ລາວພະຍາຍາມເປີດແລະຂະຫຍາຍພື້ນທີ່ໃຫ້ພາກປະຊາສັງຄົມໄດ້ເຂົ້າມາມີສ່ວນຮ່ວມ ເຊິ່ງອາດຈະເຮັດ ໃຫ້ກຸ່ມຄົນມະຫາອຳນາດບາງກຸ່ມບໍ່ພໍໃຈບໍ? ແນວໃດກໍຕາມ, ຈາກທີ່ຂ້າພະເຈົ້າເຂົ້າໃຈ ກອງປະຊຸມ AEPF ຄວນຈະເປັນພື້ນທີ່ປອດໄພສຳລັບການສົນທະນາແບບເປີດ ແລະເປັນການສົນທະນາທີ່ມີເປົ້າໝາຍເພື່ອໃຫ້ ເກີດການປັບປ່ຽນທີ່ດີຂື້ນ, ແລະ ລັດຖະບານຜູ້ເປັນເຈົ້າພາບຄວນຈະເປັນຜູ້ທີ່ມີໜ້າທີ່ຮັບຜິດຊອບປະກັນ ຄວາມປອດໄພດັ່ງກ່າວໃຫ້ກັບທຸກຄົນທີ່ເຂົ້າຮ່ວມ ສະນັ້ນເປັນຫຍັງການມີສ່ວນຮ່ວມຂອງສົມບັດກັບກອງປະຊຸມ AEPF ຈຶງຕ້ອງສົ່ງຜົນໃຫ້ລາວຖືກເອົາຕົວໄປ? ຂ້ອຍຍັງຄົງບໍ່ມີຄຳຕອບໃຫ້ກັບຄຳຖາມເຫຼົ່ານີ້.
ທົບທວນເບິ່ງເຫດການທີ່ນຳໄປສູ່ກອງປະຊຸມ AEPF9 ແລະ ການຫາຍຕົວໄປຂອງ ສົມບັດ, ຂ້ອຍຈື່ໄດ້ວ່າເຄີຍເຕືອນ ສົມບັດເຖິງຄວາມສ່ຽງທີ່ອາດຈະເກີດຂື້ນກັບຊີວິດຂອງລາວ ຈາກການທີ່ລາວເຂົ້າໄປມີສ່ວນຮ່ວມໃນການກະກຽມ ແລະ ວາງແຜນກອງປະຊຸມ AEPF. ຂ້ອຍ ເປັນກັງວົນໂດຍສະເພາະແນວຄິດທີ່ລາວສະເໜີວ່າຢາກໃຫ້ມີ ການສົນທະນາແບບເປີດເຜີຍ ແລະ ປຶກສາຫາລືກັບຊຸມຊົນໃນທົ່ວປະເທດ ທັ້ງໆ ທີ່ຮູ້ດີວ່າການສົນທະນາ ແບບດັ່ງກ່າວສາມາດນຳໄປສູ່ປະເດັນທີ່ລະອຽດອ່ອນເລື່ອງທີ່ດິນ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ລວມທັງການຄ້າ ການລົງທຶນທີ່ມີຜົນກະທົບຕໍ່ວິຖີຊີວິດຂອງຄົນທ້ອງຖິ່ນ. ແຕ່ສົມບັດມັກຈະຕັດສິ່ງທີ່ຂ້ອຍເປັນກັງ ວົນອອກໄປ ລາວໝັ້ນໃຈວ່າກອງປະຊຸມ AEPF ຈະເປີດໂອກາດທີ່ແທ້ຈິງໃຫ້ຄົນລາວໄດ້ສະແດງ ຄວາມຄິດເຫັນ ທັງຜົນກະທົບໃນດ້ານບວກແລະລົບຂອງນະໂຍບາຍການພັດທະນາ ທີ່ມີຕໍ່ຊຸມຊົນ ຂອງພວກເຂົາ. ລາວຢືນຢັນວ່າ ການປຶກສາຫາລືໃນລະດັບທ້ອງຖິ່ນນີ້ບໍ່ໄດ້ມີເປົ້າໝາຍເພື່ອວິພາກວິ ຈານລັດຖະບານລາວ ຫຼື ລະບົບການເມືອງແຕ່ຢ່າງໃດ. ຄວາມຈິງແລ້ວ ສົມບັດມີຄວາມເຊື່ອໝັ້ນ ຈາກໃຈວ່າລັດຖະບານລາວ ແລະ ຜູ້ອອກນະໂຍບາຍຈະຍິນດີຮັບເອົາການມີສ່ວນຮ່ວມຢ່າງຫ້າວ ຫັນຂອງປະຊາຊົນ ແລະ ຂໍ້ສະເໜີແນະທີ່ເປັນຮູບປະທຳເພື່ອຈະນຳໄປປັບປຸງບັນຫາໃຫ້ດີຂື້ນ. ລາວເວົ້າດ້ວຍຄວາມໝັ້ນໃຈວ່າ ບັນດາຜູ້ຈັດກອງປະຊຸມ ເຊິງກໍລວມທັງຕົວລາວເອງ ໄດ້ປຶກສາຫາລືກັບບັນດາຜູ້ຕາງໜ້າລັດຖະບານທີ່ໄດ້ຮັບມອບໜ້າທີ່ດູແລກອງປະຊຸມ AEPF ແລະທຸກໆ ກິດຈະກຳແມ່ນໄດ້ຮັບການອະນຸມັດກ່ອນທີ່ຈະຖືກຈັດຕັ້ງປະຕິບັດ ສະນັ້ນ ລາວຈຶງແນ່ໃຈວ່າຕົນເອງບໍ່ໄດ້ເຮັດຫຍັງທີ່ຂັດຕໍ່ລະບອບການເມືອງ. ສົມບັດ ແລະ ຄູ່ຮ່ວມງານຈຳນວນຫຼາຍຮູ້ສຶກພໍໃຈກັບກະບວນການປຶກສາຫາລືແບບມີສ່ວນຮ່ວມໃນລະດັບທ້ອງຖິ່ນຂອງລາວ ແລະ ຜົນທີ່ໄດ້ຮັບແມ່ນໄດ້ສັງລວມອອກມາເປັນລາຍງານໃນບົດກ່າວເທິງເວທີຂອງສົມບັດ ແລະ ໄດ້ສະຫຼຸບອອກມາເປັນຄວາມຫວັງຂອງປະຊາຊົນລາວທີ່ຢາກໃຫ້ມີລະບົບການປົກຄອງທີ່ດີຂື້ນ, ເສດຖະກິດມີການຂະຫຍາຍຕົວ, ແລະ ສັງຄົມມີຄວາມຍຸດຕິທຳເພື່ອກ້າວໄປສູ່ການເປັນປະເທດທີ່ເຕັມໄປດ້ວຍ “ຄວາມສຸກ” ສຳລັບທຸກຄົນ. ສົມບັດ ມີມຸມມອງໃນແງ່ບວກ ວ່າຄວາມທ້າທາຍ ແລະ ວິກິດການຫຼາຍໆຢ່າງໃນລາວ ລາວທັງໃນພາກພື້ນອາຊີ ແລະເອີຣົບ ສາມາດແກ້ໄຂໄດ້ດ້ວຍການສົນທະນາແບບກົງໄປກົງມາ ແລະ ຈັດຕັ້ງປະຕິບັດເປັນຮູບປະທຳຮ່ວມກັນລະຫວ່າງປະຊາຊົນທົ່ວໄປຮ່ວມມືກັບກຸ່ມພາກປະຊາສັງຄົມ ແລະ ລັດຖະບານ.
ເຫດການທີ່ເກີດຂື້ນນັ້ນ ຖືວ່າສົມບັດໄວ້ວາງໃຈ ແລະ ເບິ່ງໂລກໃນແງ່ດີແບບຜິດທີ່ຜິດທາງບໍ? ສົມບັດຈະຍັງຄົງມີຊີວິດແລະຢູ່ກັບຄອບຄົວຂອງພວກເຮົາບໍ່ ຖ້າລາວບໍ່ໄດ້ເຂົ້າໄປມີສ່ວນຮ່ວມໃນກອງປະຊຸມ AEPF9? ຂ້າພະເຈົ້າອາດຈະບໍ່ໄດ້ມີໂອກາດໄດ້ຮູ້ຄຳຕອບສຳລັບຄຳຖາມເຫຼົ່ານີ້ເລີຍ ແຕ່ສິ່ງທີ່ຂ້າພະເຈົ້າຮູ້ກໍຄືສົມບັດບໍ່ເຄີຍເສຍດາຍທີ່ໄດ້ທຸ້ມເຫື່ອເທແຮງຕະຫຼອດຊີວິດໄປກັບການພັດທະນາບຸກຄະລາກອນເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ລາວກໍໄດ້ຍຶດໝັ້ນກັບການພັດທະນາການສຶກສາ ແລະ ໄວໜຸ່ມ. ລາວຈະບໍ່ມີວັນຮູ້ສຶກເສຍດາຍເລີຍທີ່ໄດ້ຕັ້ງວິໄສທັດໄວ້ທີ່ການພັດທະນາຕ້ອງມີຄວາມສົມດູນຂອງ 4 ເສົາຄ້ຳກໍຄືເສົາດ້ານເສດຖະກິດທີ່ເຕີບໃຫຍ່ຂະຫຍາຍຕົວ, ສັງຄົມທີ່ມີຄວາມຍຸດຕິທຳ, ວັດທະນະທຳທີ່ປະສານກົມກຽວ, ແລະ ຈິດໃຈທີ່ມີຄຸນນະທຳສິນລະທຳ ບົນພື້ນຖານທີ່ມີລັດຖະບານທີ່ເປັນທຳ ແລະ ການສຶກສາແບບອົງລວມເປັນຖານ. ນອກຈາກນີ້ ລາວຈະບໍ່ທາງເບິ່ງຂ້າມຄຸນຄ່າພູມປັນຍາຂອງຄົນທ້ອງຖິ່ນທຳມະດາ, ຄົນຮັ່ງ ຫຼື ຄົນທຸກ, ຄົນທີ່ໄດ້ຮັບການສຶກສາຫຼື ບໍ່ໄດ້ຮັບການສຶກສາ ເຊິ່ງພວກເຂົາລ້ວນມີຄວາມສາມາດເພິ່ງພາຕົນເອງ ກຳນົດເສັ້ນທາງຊີວິດ ແລະ ສ້າງສັນໂລກໃຫ້ເປັນຕາໜ້າຢູ່ກວ່າເກົ່າສຳລັບພວກເຂົາເອງ ແລະ ລູກຫຼານຂອງພວກເຂົາ. ລາວເອງກໍມີຄວາມເຊື່ອໝັ້ນສູງສຸດຕໍ່ກັບບັນດາທ່ານຜູ້ນຳປະເທດໃນຄວາມຕັ້ງອົກຕັ້ງໃຈສ້າງສາປະເທດຊາດລາວໃຫ້ມີຄວາມເຂັ້ມແຂັງ ແລະ ໝັ້ນຍືນ. ສົມບັດເນັ້ນຢ້ຳວ່າທຸກສິ່ງຢ່າງນັ້ນແມ່ນສິ່ງທີ່ຈຳເປັນ ໂດຍບັນດາຜູ້ທີ່ມີອຳນາດຈະຕ້ອງໄດ້ມີທັກສະ ແລະ ຄວາມອາດສາມາດໃນການຮັບຮູ້ທັກສະຄວາມສາມາດຂອງປະຊາຊົນ ໄວ້ວາງໃຈພວກເຂົາ ຮັບຟັງພວກເຂົາ ແລະ ໃຫ້ພວກເຂົາໄດ້ມີສ່ວນຮ່ວມ. ສົມບັດ ເຊື່ອວ່າ ຖ້າຫາກວ່າທຸກຄົນສາມັກຄີຮ່ວມມືກັນທັງລັດຖະບານ, ນັກທຸລະກິດ, ແລະ ປະຊາຊົນ ພວກເຮົາຈະສາມາດດຶງປະເທດອອກຈາກພາວະວິກິດທີ່ກຳລັງພົບພໍ້ຢູ່ໃນທຸກມື້ນີ້ ແລະ ຈະສາມາດເຮັດໃຫ້ໂລກເປັນຕາໜ້າຢູ່ຂຶ້ນສຳລັບອະນາຄົດ.
ຂ້າພະເຈົ້າເຊື່ອວ່າ ວິໄສທັດຂອງສົມບັດ ກໍແມ່ນຈິດວິນຍານອັນດຽວກັນກັບທີ່ຫຼໍ່ລ້ຽງເຮັດໃຫ້ເກີດ AEPF ເມື່ອ 20 ປີກ່ອນ ໂດຍເປົ້າໝາຍຂອງ AEPF ແມ່ນເພື່ອກະຕຸ້ນການມີສ່ວນຮ່ວມຂອງພາກປະຊາສັງຄົມ, ສະຖາບັນການສຶກສາ, ແລະ ອົງການທີ່ບໍ່ຂື້ນກັບລັດຖະບານ ແລະ ການຮັບຟັງສຽງຂອງປະຊາຊົນ. ຜູ້ນຳປະເທດໃນພາກພື້ນອາຊີ ແລະ ເອີຣົບຕ້ອງໄດ້ຈິງໃຈຈົດບັນທຶກເອົາຄວາມຫວັງ ແລະ ຄວາມຝັນຂອງປະຊາຊົນ ແລະ ສະໜັບສະໜູນ “ວິໄສທັດຂອງປະຊາຊົນ” ເພື່ອນຳໄປພິຈາລະນາໃນການແກ້ໄຂບັນຫາທ້າທາຍລະດັບໂລກ ໃນດ້ານການພັດທະນາ, ສັນຕິພາບ, ແລະ ຄວາມປອດໄພ. ທັງໝົດນີ້ຈະເຮັດໃຫ້ວິໄສທັດຂອງສົມບັດຍັງຄົງມີຊີວິດຢູ່ ແລະ ຈະຄຸ້ມຄ່າສົມກັບທີ່ສົມບັດໄດ້ເສຍສະລະຊີວິດສ່ວນຕົວຂອງຕົນເອງໄປແລ້ວ.
ຂໍຂອບໃຈ ແລະ ຫວັງວ່າການສົນທະນາຂອງພວກທ່ານຈະໄດ້ຮັບໝາກຜົນທີ່ດີ ແລະ ປະສົບຜົນສຳເລັດໃນກອງປະຊຸມ AEPF10.