The Malay Mail: 10 ຕຸລາ 2013
ໂດຍດຣ ລິມ ເຕັກ ກີ (Dr. Lim Teck Ghee)
ມື້ນີ້ ວັນພະຫັດ ວັນທີ 10 ຕຸລາ 2013 ເປັນມື້ຄົບຮອບ 300 ວັນທີ່ ສົມບັດ ສົມພອນ ໜຶ່ງໃນນັກພັດທະນາສັງຄົມຄົນສຳຄັນຂອງສປປລາວ ໄດ້ຫາຍຕົວໄປ. ສົມບັດ ເປັນໝູ່ທີ່ດີຂອງຂ້າພະເຈົ້າມາແຕ່ດົນນານ ເຊິ່ງໃນຊ່ວງທ້າຍຂອງຊຸມປີ 1970 ສົມບັດ ແລະ ຂ້າພະເຈົ້າເປັນສະມາຊິກກຸ່ມນ້ອຍໆ ໃນພາກພື້ນອາຊີທີ່ສົ່ງເສີມເລື່ອງສິດທິມະນຸດ ແລະ ວິພາກວິຈານສະພາບສັງຄົມ ພວກເຮົາພົບປະກັນຢູ່ເລື້ອຍໆ ເພື່ອສົນທະນາກ່ຽວກັບສະຖານະການຂອງປະເທດຕ່າງໆ ໃນພາກພື້ນພວກເຮົາ (ໃນຕອນນັ້ນມີ ປະເທດມາເລເຊຍ, ໄທ, ອິນໂດເນເຊຍ, ຟິລິບປິນ, ລາວ, ຫວຽດນາມ, ແລະ ສິງກະໂປ) ແລະ ຫາແນວທາງວ່າພວກເຮົາຈະຊ່ວຍເຫຼືອກັນ ແລະ ກັນໄດ້ແນວໃດໃນດ້ານວຽກງານ ເພື່ອຍົກສູງຄວາມສະຫງົບສຸກ ແລະ ການພັດທະນາ.
ໝາກຜົນຈາກຄວາມພະຍາຍາມຂອງພວກເຮົາປາກົດໃຫ້ເຫັນ ໃນປີ 1977 ເປັນການຈັດຕັ້ງຂອງອົງການພາກປະຊາສັງຄົມລະດັບພາກພື້ນ ກໍຄື ກອງປະຊຸມວັດທະນະທຳອາຊຽນກ່ຽວກັບການພັດທະນາ ຫຼື ACFOD (the Asian Cultural Forum on Development) ເຊິ່ງພາລະກິດໂດຍສັງເຂບສາມາດອ່ານໄດ້ຢູ່ດ້ານລຸ່ມໃນຫົວຂໍ້ ວິໄສທັດທາງເລືອກຂອງອົງການຈັດຕັ້ງກ່ຽວກັບການພັດທະນາ ທີ່ເປັນແນວຄວາມຄິດສວນທາງຢ່າງຊັດເຈນກັບກະແສການພັດທະນາຫຼັກຂອງພາກພື້ນ.
ພາລະກິດຂອງ ACFOD
- ສົ່ງເສີມການພັດທະນາແບບອົງລວມ ແລະ ຕໍ່ຕ້ານການພັດທະນາແບບທຳລາຍລ້າງ/ໄຮ້ມະນຸດສະທຳ
- ສົ່ງເສີມສັນຕິພາບ, ຄວາມປະສົມກົມກຽວ, ສິດທິມະນຸດ ແລະ ຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ຈິດວິນຍານໃນຕົວມະນຸດ
- ສົ່ງເສີມປະຊາທິປະໄຕແບບມີສ່ວນຮ່ວມ ແລະ ການພັດທະນາແບບຍືນຍົງ
- ເຄົາລົບນັບຖືສິດທິ ແລະ ວັດທະນະທຳຂອງຊົນກຸ່ມນ້ອຍ
- ຍົກສູງຄຸນຄ່າດ້ານຄຸນນະທຳ ແລະ ສິນລະທຳໃຫ້ເປັນໝາກຫົວໃຈຂອງຂອງການພັດທະນາ
- ສ້າງເວທີສຳລັບແລກປ່ຽນ ແລະ ຈັດຕັ້ງປະຕິບັດໃຫ້ແກ່ຄົນລະດັບຮາກຫຍ້າ ແລະ ສຳລັບປະຊາຊົນກັບປະຊາຊົນດ້ວຍກັນ
ໃນລະດັບພາກພື້ນນີ້ ເຖິງວ່າພວກເຮົາເປັນກຸ່ມນ້ອຍໆ ທີ່ມີຊັບພະຍາກອນຈຳກັດ ແລະ ໜ້ອຍທີ່ສຸດ ທີ່ຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຂອງພວກເຮົາ ແຕ່ສະມາຊິກ ACFOD ເຊິ່ງປະກອບດ້ວຍ ສະມາຄົມຜູ້ບໍລິໂພກປີນັງ (the Consumers Association of Penang) ທີ່ຕອນນັ້ນຂ້າພະເຈົ້າໄດ້ຮັບກຽດເປັນເລຂາທິການ ພວກເຮົາໄດ້ພະຍາມຜັກດັນວິໄສທັດທາງເລືອກຂອງການພັດທະນາຢ່າງສຸດຂີດ ໃນຂົງເຂດວຽກງານຂອງພວກເຮົາທັງໃນລະດັບຊາດ ແລະ ທ້ອງຖິ່ນ.
ວຽກງານຂອງ ສົມບັດ ໃນອົງການປາແດກ (PADETC ຫຼື ສູນອົບຮົມຮ່ວມພັດທະນາ)
ໃນກຸ່ມຂອງພວກເຮົາທີ່ມີສະມາຊິກຫຼັກທັງໝົດ 15 ຄົນ ບໍ່ມີໃຜທີ່ຍຶດໝັ້ນໃນວິໄສທັດທາງເລືອກ ແລະ ການກະຈາຍອຳນາດໃນການພັດທະນາ ໄດ້ເທົ່າກັບສົມບັດ ເຊິ່ງລາວໄດ້ສ້າງຕັ້ງສູນອົບຮົມຮ່ວມພັດທະນາໃນປີ 1997 ແລະ ກາຍເປັນກະບອກສຽງ ໄດ້ຮັບເຄົາລົບນັບຖືພາຍໃນປະເທດຂອງລາວເອງ ໃນເລື່ອງການຕໍ່ຕ້ານການພັດທະນາແບບຜະເດັດການ ແລະ ແບບບໍ່ມີປະຊາທິປະໄຕ ແລະຫຼ້າສຸດສົມບັດໄດ້ຮັບລາງວັນອັນຊົງຄຸນຄ່າທີ່ສຸດໃນດ້ານການພັດທະນາມະນຸດຂອງພາກພື້ນອາຊີ ກໍຄື ລາງວັນ ຣາມອນ ແມັກໄຊໄຊ (Ramon Magsaysay Award) ສາຂາຜູ້ນຳຊຸມຊົນ.
ໃນການທຸ້ມເຫື່ອເທແຮງເພື່ອໃຫ້ເກີດການປ່ຽນແປງໃນປະເທດຂອງຕົນເອງ, ສົມບັດເຊື່ອໝັ້ນວ່າໝາກຫົວໃຈສຳຄັນຂອງວິໄສທັດ ACFOD ຍັງຄົງມີຄວາມແທດເໝາະກັບຍຸກປັດຈຸບັນ ຄືກັບເມື່ອ 30 ປີກ່ອນ. ສົມບັດ ບໍ່ແມ່ນຄົນທີ່ຕໍ່ຕ້ານແບບໃຊ້ຄວາມຮຸນແຮງແຕ່ຢ່າງໃດ ກົງກັນຂ້າມ ເປັນຄົນທີ່ເຊື່ອໃນການປ່ຽນແປງຢ່າງສັນຕິ ເຊິ່ງສອດຄ່ອງກັບບຸກຄະລິກເປັນຄົນມັກສະຫງົບ ແລະ ມີຄວາມອ່ອນນ້ອມຖ່ອມຕົນໂດຍທຳມະຊາດຢູ່ແລ້ວ. ເຖິງແນວໃດກໍຕາມ, ໃນການຜັກດັນຍຸດທະສາດທາງເລືອກໃນການພັດທະນາ ສົມບັດກໍໄດ້ສ້າງສັດຕູທີ່ເຕັມປ່ຽມດ້ວຍອຳນາດໄປພ້ອມໆກັນ ເຊິ່ງລວມທັງເຈົ້າໜ້າທີ່ລັດທີ່ສໍ້ລາດບັງຫຼວງ, ຄົນຊັ້ນສູງທີ່ຄອບຄອງທີ່ດິນຈຳນວນຫຼາຍ ແລະ ນັກທຸລະກິດລະດັບຫົວໜ້າ, ແລະ ນັກການເມືອງລະດັບສູງ.
ການຫາຍຕົວໄປຂອງສົມບັດບໍ່ແມ່ນເລື່ອງລຶກລັບປານໃດ ຈາກທີ່ວ່າລາວເປັນນັກພັດທະນາສັງຄົມທີ່ຢາກໃຫ້ມີການປ່ຽນແປງ ແລະ ກອງກຳລັງປ້ອງກັນປະເທດບໍ່ສາມາດທົນຕໍ່ແນວຄວາມຄິດທີ່ແຕກຕ່າງຂອງລາວ ແລະ ຍັງຄົງຢາກຮັກສາອຳນາດ ແລະ ຕຳແໜ່ງອັນຊົງກຽດຂອງຕົນເອງໄວ້ທີ່ສາມາດເຮັດໄດ້ ເຊິ່ງກໍລວມທັງຄວາມເນົ່າເໝັນຕ່າງໆ. ສົມບັດຖືກພົບເຫັນຄັ້ງສຸດທ້າຍໃນຕອນແລງຂອງວັນເສົາ ທີ 15 ທັນວາ 2012 ໃນຂະນະທີ່ລາວກໍາລັງຂັບລົດຈິບກັບບ້ານ ແຕ່ກໍກັບເມືອບໍ່ຮອດເຮືອນ ເຊິ່ງພາຍຫຼັງເປັນແນວນັ້ນ ຄອບຄົວ ແລະ ໝູ່ເພື່ອນຂອງລາວໄດ້ໄປແຈ້ງຄວາມກັບຕໍາຫຼວດທັນທີ ແລະ ຊອກຫາລາວຕາມໂຮງໝໍ ພ້ອມທັງແຈ້ງສະຖານທູດຕ່າງໆ.
ເຖິງແນວໃດກໍຕາມ ຍັງບໍ່ມີຂໍ້ມູນຂ່າວສານຄວາມຄືບໜ້າໃດໆ ກ່ຽວກັບການຫາຍຕົວໄປຂອງສົມບັດ ເຖິງວ່າຈະມີພາບບັນທຶກຈາກກ້ອງວົງຈອນປິດ ທີ່ປາກົດໃຫ້ເຫັນເຫດການທີ່ລາວຖືກຕຳຫຼວດເອີ້ນໃຫ້ຈອດລົດ ແລະ ລາວຖືກເອົາຕົວໄປຫຼັງຈາກນັ້ນ. ການຫາຍຕົວໄປຂອງສົມບັດໄດ້ຮັບການເອົາໃຈໃສ່ຈາກອົງການນິລະໂທດກຳສາກົນ (Amnesty International), ອົງການດ້ານສິດທິມະນຸດ (Human Rights Watch) ແລະ ລວມທັງອົງການດ້ານສິດທິມະນຸດທີ່ມີຊື່ສຽງຕ່າງໆ ລວມທັງລັດຖະບານປະເທດຕ່າງໆທີ່ສ່ວນຫຼາຍແມ່ນບັນດາປະເທດທີ່ບໍ່ຢູ່ໃນຂົງເຂດພາກພື້ນຂອງພວກເຮົາ.
ບົດລາຍງານຂອງອົງການນິລະໂທດກຳສາກົນ (Amnesty International) ກ່ຽວກັບສົມບັດ
ໃນລາຍລະອຽດຂອງບົດລາຍງານຊື່: ‘ລາວ: ຈັບຜິດຈາກກ້ອງ. ການບັງຄັບບຸກຄົນໃຫ້ຫາຍຕົວໄປ ກໍລະນີສົມບັດ ສົມພອນ’ ທີ່ຖືກຕີພິມໃນເດືອນມິຖູນາ ປີ 2013 ອົງການນິລະໂທດກຳສາກົນໄດ້ສຶກສາເຫດການຕ່າງໆ ທີ່ນຳໄປສູ່ການຫາຍຕົວໄປຂອງສົມບັດ ແລະ ກໍລະນີທີ່ເຈົ້າໜ້າທີ່ລາວປະຕິເສດບໍ່ໃຫ້ເຂົ້າພົບເພື່ອປຶກສາຫາລືກ່ຽວກັບກໍລະນີສົມບັດ.
ບົດລາຍງານດັ່ງກ່າວໄດ້ສະຫຼຸບໄວ້ວ່າ:
“ມີຄວາມເປັນໄປໄດ້ສູງທີ່ ສົມບັດ ສົມພອນ ໄດ້ກາຍເປັນເຫຍື່ອຂອງການບັງຄັບບຸກຄົນໃຫ້ສູນຫາຍ ເຊິ່ງຖືວ່າເປັນການລະເມີດສິດທິມະນຸດຢ່າງຮ້າຍແຮງ ແລະ ເປັນອາຊະຍາກຳຕາມກົດໝາຍສາກົນ. ທາງໜ່ວຍງານມີຂໍ້ສະຫຼຸບວ່າເຈົ້າໜ້າທີ່ລາວມີສ່ວນຮັບຜິດຊອບຕໍ່ການຫາຍຕົວໄປຂອງສົມບັດ, ໃນລັກສະນະທີ່ເປັນການເຂົ້າມາດຳເນີນການໂດຍກົງ ຫຼືໂດຍການໃຫ້ຄວາມຮ່ວມມື ສະໜັບສະໜູນ ຫຼື ຮູ້ເຫັນເປັນໃຈຕໍ່ການລະເມີດພັນທະຂອງລາວພາຍໃຕ້ກົດໝາຍສາກົນ.”
ໃນບາງຕອນຂອງຂໍ້ສະເໜີແນະ, ອົງການນິລະໂທດກຳສາກົນໄດ້ຮຽກຮ້ອງໃຫ້ລັດຖະບານລາວ:
“ຈັດຕັ້ງຄະນະກຳມະການອິດສະຫຼະຊຸດໃໝ່ຢ່າງຮີບດ່ວນ ເພື່ອດຳເນີນການສືບສວນ-ສອບສວນການຫາຍຕົວ ໄປຂອງສົມບັດຢ່າງບໍ່ລຳອຽງ ແລະ ຢ່າງລະອຽດຮອບຄອບ ແລະ ເພື່ອຮັບປະກັນວ່າການດຳເນີນງານໃນທຸກຂັ້ນຕອນເປັນໄປເພື່ອຄົ້ນຫາບ່ອນຢູ່ຂອງຜູ້ກ່ຽວ, ຊ່ວຍເຫຼືອຜູ້ກ່ຽວອອກມາຈາກການຖືກກັກຂັງ ແລະ ສົ່ງຕົວຜູ້ກ່ຽວຄືນຫາຄອບຄົວຢ່າງປອດໄພ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້. ຄະນະກຳມາທິການຄວນລະບຸຕົວເຈົ້າໜ້າທີ່ຮັບຜິດຊອບຕໍ່ການບັງຄັບໃຫ້ຫາຍຕົວໄປຂອງສົມບັດ ລວມທັງຜູ້ທີ່ອອກຄຳສັ່ງ ແລະ ຜູ້ທີ່ຢູ່ເໜືອກວ່າ ໂດຍເປັນໄປເພື່ອນຳເຂົ້າສູ່ຂະບວນການຍຸດຕິທຳ ແລະ ການດຳເນີນການທີ່ສອດຄ່ອງກັບຄວາມເປັນທຳຕາມມາດຕະຖານສາກົນ. ບົດລາຍງານ ແລະ ຂໍ້ສະເໜີແນະຂອງຄະນະກຳມາທິການຄວນໄດ້ຮັບການເປີດເຜີຍຕໍ່ສາທາລະນະ ແລະ ສົມບັດ ລວມທັງຄອບຄົວຂອງລາວຄວນໄດ້ຮັບການຟື້ນຟູຈິດໃຈຈາກການຖືກລະເມີດສິດທິມະນຸດ ແລະຄວາມທຸກທໍລະມານທີ່ພວກເຂົາໄດ້ພົບພໍ້.”
ບົດລາຍງານ ແລະ ຂໍ້ສະເໜີແນະຂອງອົງການນິລະໂທດກຳສາກົນ ບໍ່ໄດ້ຮັບຄວາມສົນໃຈແຕ່ຢ່າງໃດເລີຍຈາກລັດຖະບານລາວ.
ຕ້ອງມີມາດຕະການເພີ່ມເຕີມເພື່ອກົດດັນລັດຖະບານລາວ
ເຖິງວ່າສາກົນໄດ້ສະແດງຄວາມເປັນຫ່ວງເປັນໄຍຢ່າງຈິງຈັງກ່ຽວກັບການຫາຍຕົວໄປຂອງສົມບັດ ແຕ່ລັດຖະບານປະເທດຕ່າງໆ ໃນວີບອາຊີຍັງບໍ່ໃຫ້ຄວາມສົນໃຈກັບການລະເມີດສິດທິມະນຸດດັ່ງກ່າວ. ຄະນະກຳມາທິການ ແລະ ຄະນະກຳມະການລະຫວ່າງລັດຖະບານລະດັບສູງຈຳນວນຫຼາຍ ທີ່ມີໜ້າທີ່ຕິດຕາມກວດກາສິດທິມະນຸດມີຄວາມລົ້ມເຫຼວໃນການຖະແຫຼງການຕໍ່ສາທາລະນະ ຫຼື ບໍ່ໄດ້ກົດດັນລັດຖະບານລາວໃຫ້ສະແດງໃຫ້ເຫັນເຖິງຄວາມໂປ່ງໃສ, ຄວາມວ່ອງໄວ, ແລະ ຄວາມຮັບຜິດຊອບຕໍ່ການນຳເອົາສົມບັດກັບຄືນມາຢ່າງປອດໄພ. ເຫັນໄດ້ຢ່າງຊັດເຈນວ່າ ຍັງມີອີກຫຼາຍຢ່າງທີ່ຕ້ອງໄດ້ດຳເນີນການຈາກທຸກພາກສ່ວນ, ໂດຍສະເພາະຜູ້ທີ່ມີບົດບາດສຳຄັນໃນດ້ານສິດທິມະນຸດຂອງພາກພື້ນນີ້ ເພື່ອຮັບປະກັນວ່າການຕັດສິນໃຈໃນກໍລະນີດັ່ງກ່າວ ເຊິ່ງເປັນການປະນາມກ່າວຫາລັດຖະບານກ່ຽວກັບສິດທິມະນຸດໃນລາວ ລວມທັງໃນພາກພື້ນອາຊີອີກດ້ວຍ.
ສຳລັບຂ້າພະເຈົ້າ ໂດຍສ່ວນຕົວຮູ້ສຶກເຈັບປວດ ແລະ ເປັນຫ່ວງກັບຄອບຄົວສົມບັດ ແລະ ຫວັງວ່າລາວຈະໄດ້ກັບມາຢ່າງປອດໄພ. ຂ້າພະຈົ້າຈະຍັງຄົງມີຄຳຖາມຢູ່ຕະຫຼອດວ່າມັນງ່າຍສໍ່າໃດທີ່ຂ້າພະເຈົ້າຈະເຂົ້າໄປມີສ່ວນກ່ຽວຂ້ອງກັບເຫດການທີ່ເກີດຂື້ນ. ຂ້າພະເຈົ້າຈະຈື່ຕະຫຼອດໄປ ຄັ້ງສຸດທ້າຍທີ່ພວກເຮົາພົບກັນແມ່ນຢູ່ເຮືອນຂອງລາວແຄມແມ່ນ້ຳຂອງ ໃນນະຄອນຫຼວງວຽງຈັນ ເຊິ່ງສົມບັດເຄີຍເວົ້າຢອກຂ້ອຍກ່ຽວກັບການເຮັດວຽກໃຫ້ກັບອົງການພັດທະນາສາກົນເຊິ່ງເປັນອຸດົມການທີ່ ສວນທາງກັບຂອງ ACFOD ແລະ ນີ້ກໍບໍ່ແມ່ນເລື່ອງຕະຫຼົກ ລາວຍັງເຄີຍຊວນຂ້າພະເຈົ້າໃຫ້ມາເຮັດວຽກກັບລາວຢູ່ອົງການປາແດກ ແລະ ສະເໜີໃຫ້ໄປອາໃສຢູ່ດິນຂ້າງເຮືອນຂອງລາວ ເຊິ່ງຈະເປັນເຮືອນຫຼັງໃໝ່ສຳລັບຂ້າພະເຈົ້າ ແລະ ລາວບອກໃຫ້ວ່າຂ້າພະເຈົ້າຄວນຮັບເອົາຂໍ້ສະເໜີດັ່ງກ່າວ. ການທີ່ຂ້າພະເຈົ້າປາກົດຕົວຄົງຈະ ຫຼື ຈະສາມາດເຮັດໃຫ້ເກີດການປ່ຽນແປງ ຫຼື ອາດຈະເຮັດໃຫ້ຂ້າພະເຈົ້າຫາຍຕົວໄປຄືກັນກັບສົມບັດ?
ວັນເວລາຜ່ານໄປ ແຕ່ກໍຍັງບໍ່ມີສັນຍານໃດໆ ເລີຍວ່າລາວຈະກັບມາ, ຂ້າພະເຈົ້າເຊື່ອວ່າສົມບັດຢາກໃຫ້ຜູ້ທີ່ຢູ່ເບື້ອງຫຼັງ ເຊິ່ງລາວເຄີຍຕໍ່ສູ້ຜ່ານມາ ຖືກໃຫ້ຄວາມສຳຄັນຫຼາຍຂື້ນຍ້ອນການຫາຍຕົວໄປຂອງລາວ ແຕ່ໃນທາງທີ່ຈະຈຸດປະກາຍໄປສູ່ເສັ້ນທາງແຫ່ງຄວາມສະເໝີພາບ, ຄວາມຍຸດຕິທຳ, ແລະ ອິດສະລະພາບທີ່ເປັນຈຸດຢືນຂອງການສູ້ຊົນຂອງລາວມາຕະຫຼອດ.