Sidney Morning Herald: 25 ຕຸລາ 2013
ວຽງຈັນ: ຜູ້ເປັນພັນລະຍາຂອງ ສົມບັດ ສົມພອນ ນັກພັດທະນາສັງຄົມຜູ້ທີ່ມີຜົນງານໂດດເດັ່ນ ໄດ້ຮ້ອນຮົນວິງວອນ ຮ້ອງຂໍຕໍ່ເຈົ້າໜ້າທີ່ລາວຢ່າງສຸດຊີວິດ ໂດຍຍື່ນຂໍ້ສະເໜີວ່າຖ້າຫາກສາມີຂອງຕົນໄດ້ກັບມາຢ່າງປອດໄພຫຼັງຈາກຖືກເອົາ ຕົວໄປເປັນເວລາ 10 ເດືອນ ຕົນເອງຈະພາລາວອອກຈາກປະເທດ ແລະ ໃຊ້ຊີວິດຢ່າງສະຫງົບຢູ່ຕ່າງປະເທດ.
ອຶງ ຊຸຍມິງ ແຕ່ງງານເມື່ອ 30 ປີກ່ອນ ກັບສົມບັດ ຜູ້ທີ່ມີປະຫວັດໄດ້ຮັບຫຼາຍລາງວັນ ລາວໄດ້ເວົ້າວ່າຕົນເອງບໍ່ ຢາກເຫັນ ພາບພົດຂອງປະເທດລາວຖືກທຳລາຍໄປຫຼາຍກວ່ານີ້ ແລະ ລວມທັງການລັກພາຕົວທີ່ກຸ່ມນັກສິດທິມະນຸດ ໃຫ້ຄວາມໝາຍຄອບຄຸມເຖິງການທີ່ລັດເປັນຜູ້ສະໜັບສະໜູນຢູ່ເບື້ອງຫຼັງໃນບັງຄັບບຸກຄົນໃຫ້ສູນຫາຍ.
ແຕ່ລະມື້ ຕັ້ງແຕ່ສົມບັດໄດ້ຫາຍຕົວໄປ ມັນເປັນ “ການລໍຄອຍທີ່ບໍ່ມີມື້ສິ້ນສຸດ, ຢູ່ລະຫວ່າງການມີຄວາມຫວັງ ແລະ ສິ້ນຫວັງ.”
“ຂ້ອຍຕ້ອງການພຽງແຕ່ໃຫ້ສົມບັດໄດ້ກັບຄືນມາຢ່າງປອດໄພ,” ນາງ ຊຸຍມິງ ຜູ້ທີ່ມີສັນຊາດສິງກະໂປ ກ່າວໄວ້ກັບ ແຟແຟກສ໌ ມີເດຍ
“ລາວເປັນຊາຍຊະລາທີ່ສຸຂະພາບບໍ່ແຂງແຮງ ລາວຕ້ອງໄດ້ຮັບການປິ່ນປົວດູແລຢ່າງໃກ້ຊິດ. ຖ້າຫາກລາວໄດ້ກັບຄືນມາ, ຂ້ອຍຈະພາລາວໄປປິ່ນປົວຢູ່ຕ່າງປະເທດ ແລະ ຈະໃຊ້ຊີວິດທີ່ເຫຼືອຢູ່ຢ່າງສະຫງົບໃນຕ່າງປະເທດ,” ລາວເວົ້າ.
ຊຸຍມິງເວົ້າວ່າ ແຕ່ລະມື້ຕັ້ງແຕ່ສົມບັດໄດ້ຫາຍຕົວໄປ ມັນເປັນ “ຊ່ວງເວລາແຫ່ງການລໍຄອຍທີ່ບໍ່ມີມື້ສິ້ນສຸດ ຢູ່ລະຫວ່າງກາງຂອງການມີຄວາມຫວັງ ແລະ ຄວາມສິ້ນຫວັງ.” ຄວາມຫວັງທີ່ມີຕໍ່ຊີວິດການເປັນຢູ່ຂອງສົມບັດທີ່ມີອາຍຸ 62 ປີເລີ່ມເລືອນລາງໃນເມື່ອເຈົ້າໜ້າທີ່ລາວໃນພັກຄອມມູນິດໄດ້ປະຕິດເສດການຮັບຮູ້ໃດໆ ກ່ຽວກັບການຫາຍຕົວໄປ, ເຊິ່ງຊີ້ແຈ້ງໃຫ້ເຫັນວ່າຂະບວນການສືບສວນສອບສວນມີຄວາມລົ້ມເຫຼວທີ່ຈະບົ່ງຕົວຜູ້ຢູ່ເບື້ອງຫຼັງ ແລະ ການເມີນເສີຍໂດຍອ້າງວ່າລາວຕ້ອງຕົກເປັນເຫຍື່ອໃນເລື່ອງທຸລະກິດ ໂດຍບໍ່ມີຫຼັກຖານອ້າງອິງແຕ່ຢ່າງໃດ.
ເຖິງວ່າໃນປະເທດທີ່ມີປະຫວັດທີ່ດ້ອຍເລື່ອງສິດທິມະນຸດ ໂດຍທີ່ລັດຖະບານຄຸ້ນເຄີຍກັບ “ການຫາຍຕົວໄປ” ແຕ່ການລັກພາຕົວສົມບັດ ກໍສັ່ນສະເທືອນຄົນລາວ ແລະ ເຮັດໃຫ້ຜູ້ໃຫ້ທືນຕ່າງປະເທດຕ້ອງເຂົ້າມາກົດດັນເພິ່ມເຕີມເພື່ອໃຫ້ໝັ້ນໃຈວ່າລາວຈະໄດ້ກັບມາຢ່າງປອດໄພ.
ສົມບັດ ຜູ້ຊ່ຽວຊານດ້ານກະສິກຳ ເປັນບຸກຄົນເປັນທີ່ເຄົາລົບນັບຖືໃນວົງກວ້າງ ເຊິ່ງໃນປີ 2005 ລາວໄດ້ຮັບລາງວັນອັນຊົງກຽດ ກໍຄື ລາງວັນ ຣາມອນ ແມັກໄຊໄຊ ສາຂາຜູ້ນຳພາຊຸມຊົນ ເຊິ່ງເປັນລາງວັນທີ່ປຽບສະເໝືອນລາງວັນໂນເບລໄພຣສ໌ ແຫ່ງເອເຊຍ.
ລາວຖືກພົບເຫັນຄັ້ງສຸດທ້າຍໂດຍ ຊຸຍມິງ ໃນຂະນະທີ່ກຳລັງຂັບລົດຄົນລະຄັນ ຈາກຫ້ອງການຂອງລາວໃນນະຄອນຫຼວງວຽງຈັນ ເພື່ອກັບເມືອກິນເຂົ້ານຳກັນຢູ່ເຮືອນ ໃນຕອນແລງຂອງວັນທີ 15 ທັນວາ ປີກາຍນີ້.
ການລັກພາຕົວໄດ້ຖືກບັນທຶກໄວ້ໃນພາບບັນທຶກກ້ອງວົງຈອນປິດທີ່ບໍ່ແຈ້ງປານໃດ ເຊິ່ງຄວາມຈິງແລ້ວບໍ່ຄວນຖືກປ່ອຍອອກມາໂດຍຕຳຫຼວດ.
ພາບໄດ້ບັນທຶກເຫດການທີ່ລົດຈິບຂອງສົມບັດໄດ້ຖືກຕຳຫຼວດຢູ່ປ້ອມເອີ້ນໃຫ້ຢຸດແລ້ວຖືກເອີ້ນເຂົ້າໄປໃນປ້ອມ.
ມີລົດຈັກຄັນໜຶ່ງຂັບມາຈອດຢູ່ໜ້າປ້ອມ ແລະ ຂັບລົດຂອງສົມບັດ ອອກໄປ.
ຫຼັງຈາກນັ້ນມີລົດກະບະເປີດໄຟຂໍທາງແລ່ນເຂົ້າມາຈອດຢູ່ໜ້າປ້ອມຕຳຫຼວດ ແລ້ວມີຊາຍສອງຄົນລົງມາຈາກລົດ ແລ້ວນຳຕົວສົມບັດຂື້ນລົດແລວແລ່ນອອກໄປ.
ລາວບໍ່ໄດ້ກັບເມືອຮອດເຮືອນອີກເລີຍ.
ແອມນັສຕີ້ ອິນເຕີເນຊັນແນວ ໄດ້ເວົ້າວ່າ ມີຄວາມເປັນໄປໄດ້ທີ່ເຈົ້າໜ້າທີ່ລາວຈະມີສ່ວນກ່ຽວຂ້ອງກັບການຫາຍຕົວໄປ ຂອງສົມບັດ ຈາກການປະເມີນວ່າຕຳຫຼວດມີຄວາມລົ້ມເຫຼວໃນການດຳເນີນຂະບວນການສືບສວນສອບສວນ ແລະ ສໍ່ແວວວ່າມີການປົກປິດຂໍ້ມູນຂໍ້ເທັດຈິງ.
ຫຼາຍປະເທດໄດ້ສະເໜີໃຫ້ການຊ່ວຍເຫຼືອຈາກພາຍນອກ ເຊິ່ງກໍລວມທັງການວິເຄາະພາບບັນທຶກຕົ້ນສະບັບ ຈາກກ້ອງວົງຈອນປິດ ແຕ່ກໍຖືກປະຕິເສດ.
ຟິວ ໂຣເບິດສັນ, ຮອງຜູ້ອຳນວຍການດ້ານສິດທິມະນຸດປະຈຳພາກພື້ນອາຊີ ໄດ້ເວົ້າວ່າລັດຖະບານລາວ “ຈຳເປັນຕ້ອງ ໄດ້ຢຸດຕິການຫຼີ້ນເກມ ແລະ ປ່ອຍຕົວສົມບັດ ຫຼື ອະທິບາຍ ວ່າເກີດຫຍັງຂື້ນກັບສົມບັດ.”
“ເລື່ອງນີ້ໄດ້ເຮັດໃຫ້ໜ້າຕາຂອງປະເທດລາວດ່າງພ້ອຍຢ່າງມະຫາສານ ເຊິ່ງທີ່ຜ່ານມາກໍມີປະຫວັດເປັນໜຶ່ງໃນ ລັດຖະບານທີ່ລະເມີດສິດທິມະນຸດທີ່ຂີ້ຮ້າຍທີ່ສຸດໃນພາກພື້ນ ແລະ ໝູ່ເພື່ອນຂອງສົມບັດຫຼາຍໆ ຄົນກໍຈະຊູປະເດັນ ນີ້ໃນທຸກໆ ເວທີສາກົນ ແລະ ກອງປະຊຸມທີ່ປະເທດລາວເຂົ້າຮ່ວມ,” ລາວກ່າວໄວ້.
ການລັກພາຕົວສົມບັດເປັນເລື່ອງແປກປະຫຼາດ ເພາະພາບລັກຂອງລາວແມ່ນເປັນບຸກຄົນທີ່ສົ່ງເສີມ ຄວາມປອງດອງ ຮ່ວມມື ທີ່ໄດ້ເຂົ້າໄປຢູ່ໃນລາຍຊື່ຄະນະກຳມະການຮ່ວມກັບສະມາຊິກລັດຖະບານທີ່ມີອິດທິພົນ.
ຂໍ້ສົງໄສຢ່າງໜຶ່ງ ອາດຈະເປັນບົດກ່າວປາໄສທີ່ລາວໄດ້ເວົ້າເມື່ອສອງເດືອນກ່ອນທີ່ລາວຈະຫາຍຕົວ ໄປ ທີ່ກອງປະຊຸມ ເວທີພາກປະຊາຊົນ ອາຊີ-ເອີຣົບ ເຊິ່ງເປັນເວທີພາກປະຊາສັງຄົມທີ່ໃຫຍ່ທີ່ສຸດທີ່ເຄີຍມີມາໃນປະເທດລາວ.
“ພວກເຮົາເລັງໃສ່ການພັດທະນາດ້ານເສດຖະກິດຫຼາຍໂພດ ແລະ ເມີນເສີຍຕໍ່ຜົນກະທົບໃນທາງລົບ… ພວກເຮົາຕ້ອງໄດ້ເປີດເວທີໃຫ້ກັບປະຊາຊົນຄົນທຳມະດາຫຼາຍຂື້ນ, ໂດຍສະເພາະຄົນໜຸ່ມສາວ, ແລະ ຄວນອະນຸຍາດໃຫ້ພວກເຂົາໄດ້ມີສ່ວນໃນການເປັນເຈົ້າການນຳພາການປັບປ່ຽນ ແລະ ປ່ຽນແປງ,” ລາວກ່າວໄວ້.
ສົມບັດເປັນຜູ້ກໍ່ຕັ້ງອົງການທີ່ບໍ່ຂື້ນກັບລັດຖະບານທີ່ມີຊື່ວ່າ ສູນອົບຮົມຮ່ວມພັດທະນາ (Participatory Development Training Centre) ໃນປີ 1996 ໂດຍມີເປົ້າໝາຍເພື່ອການສົ່ງເສີມການສຶກສາໃນຊຸມຊົນ ແລະ ການຝືກອົບຮົມເລື່ອງການພັດທະນາແບບຍືນຍົງ, ລາວເຄີຍເປັນກະບອກສຽງກ່ຽວກັບການຍຶດທີ່ດິນຂອງປະຊາຊົນ ເຊິ່ງເປັນຜົນມາຈາກການເປີດປະຕູໃຫ້ຕ່າງປະເທດເຂົ້າມາລົງທືນຢ່າງຫຼວງຫຼາຍ ທີ່ລວມທັງບໍ່ແຮ່, ເຂື່ອນໄຟຟ້າ, ການປູກຢາງພາລາ, ໂຄງການປຸກສ້າງໂຮງແຮມ ແລະ ຄາຊີໂນຕ່າງໆ.
ໃນຊ່ວງຕົ້ນປີນີ້, ປະເທດລາວໄດ້ເຂົ້າຮ່ວມປະຊາຄົມໂລກ ໃນຖານະເປັນສະມາຊິກຂອງອົງການການຄ້າໂລກ (World Trade Organisation) ແລະໄດ້ວິ່ງເຕັ້ນເພື່ອໃຫ້ໄດ້ຕຳແໜ່ງໃນຄະນະກຳມະການສິດທິມະນຸດແຫ່ງ ສະຫະປະຊາຊາດ.
ແຕ່ວ່າລັດຖະບານພັກຄອມມູນິດໄດ້ເຮັດທຸກວິທີທາງປົກປ້ອງອຳນາດໃຫ້ຄົງຢູ່ ແລະ ເດີນໜ້າປາບປາມຜູ້ທີ່ມີຄວາມ ເຫັນຕ່າງ ໃນຂະນະທີ່ກຳລັງກ້າວໄປສູ່ເສລີພາບທາງດ້ານເສດຖະກິດ ແລະ ການສົ່ງເສີມການທ່ອງທ່ຽວ.
ນັກເຄື່ອນໄຫວຜູ້ໃດທີ່ທີ່ຊູປ້າຍຮຽກຮ້ອງປະຊາທິປະໄຕແມ່ນຕ້ອງຊາຕາຕົກຖືກຂັງຢູ່ໃນຄຸກ.
ເມື່ອຫ້າປີກ່ອນ ນັກສິ່ງແວດລ້ອມ ຊື່ ສົມພອນ ຂັນຕິສຸກ ໄດ້ຖືກບັງຄັບໃຫ້ຂື້ນລົດໃນແຂວງພາກເໜືອຂອງລາວ ແລະ ບໍ່ມີໃຜໄດ້ພົບເຫັນລາວອີກເລີຍ ໃນຂະນະທີ່ເມື່ອຕົ້ນປີນີ້ ລັດຖະບານໄດ້ກີດກັນບໍ່ໃຫ້ສະຫະລັດມາກ່ຽວຂ້ອງໃນ ການສືບສວນ ສອບສວນ ເຖິງການຫາຍຕົວໄປຂອງຊາຍສັນຊາດອາເມລິກາສອງຄົນໃນແຂວງພາກໄຕ້ຂອງ ປະເທດລາວ.
ພິທີສະແດງຄວາມເຄົາລົບຕໍ່ສົມບັດໃນປະເທດລາວໄດ້ຖືກຍົກເລີກຫຼັງຈາກທີ່ຕຳຫຼວດປ້ອງກັນຄວາມສະຫງົບໄດ້ຂົ່ມຂູ່ເພື່ອນຮ່ວມງານ ແລະ ຄອບຄົວຂອງລາວ.
ໃນນະຄອນຫຼວງວຽງຈັນ, ຄົນສ່ວນໃຫຍ່ຫຼີກລ້ຽງບໍ່ເວົ້າເຖິງການຫາຍຕົວໄປຂອງສົມບັດໃນສະຖານທີ່ສາທາລະນະ ໂດຍຢ້ານກົວຕໍ່ການຮຸກຮາມຈາກຕຳຫຼວດ ແລະ ໜ່ວຍງານປ້ອງກັນຄວາມສະຫງົບ ເຊິ່ງຢູ່ພາຍໃຕ້ການບັງຄັບບັງ ຊາຢ່າງໃກ້ຊິດຂອງພັກຄອມມູນິດ.
ໃນບັນດາພາກສ່ວນສາກົນທີ່ໄດ້ສະແດງຄວາມກັງວົນ ແລະ ຮຽກຮ້ອງໃຫ້ມີການປ່ອຍຕົວສົມບັດໃຫ້ ກັບຄືນມາຢ່າງ ປອດໄພ ໄດ້ແກ່ ທ່ານ ຈອນ ແຄຣີ (John Kerry) ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານ ນາງ ຮິນແລຣີ ຄລິນຕັນ (Hillary Clinton) ອະດີດລັດຖະມົນຕີການຕ່າງປະເທດສະຫະລັດ, ແລະ ອາກບິຊອບ ເດສມອນ ຕູຕູ (Archbishop Desmond Tutu) ຈາກອາຟຮິກກາໄຕ້.
ເມື່ອເດືອນມິຖຸນາ ນັກວິຊາການຊາວອົດສຕາລີ 42 ຄົນໄດ້ເຊັນລົງນາມໃນຈົດໝາຍ ເຖິງລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ທ່ານ ບ໋ອບ ຄາຣ (Bob Carr) ຮຽກຮ້ອງໃຫ້ປະເທດອົດສຕາລີ ໃນຖານະເປັນປະເທດໃຫ້ທຶນຊ່ວຍ ເຫຼືອລາຍໃຫຍ່ໃຫ້ແກ່ ປະເທດລາວ ໃຫ້ສະແດງຈຸດຢືນທີ່ຊັດເຈນຕໍ່ກັບລັດຖະບານລາວ ກ່ຽວກັບເລື່ອງການຫາຍ ຕົວໄປ.
ກຸ່ມສິດທິມະນຸດໄດ້ຮຽກຮ້ອງໃຫ້ປະເທດອື່ນໆ ເພີ່ມແຮງກົດດັນຕໍ່ລັດຖະບານລາວທີ່ໄດ້ຮັບຜົນປະໂຫຍດຈາກທຶນຊ່ວຍ ເຫຼືອເພື່ອການພັດທະນາ ຈຳນວນ ຫຼາຍຮ້ອຍລ້ານໂດລາຕໍ່ປີ.
“ການທີ່ລັດຖະບານສືບຕໍ່ ປະຕິເສດການມີສ່ວນກ່ຽວຂ້ອງຕໍ່ການຫາຍຕົວໄປແມ່ນບໍ່ເປັນຕາເຊື່ອທີ່ສຸດ ແລະ ຊີ້ໃຫ້ເຫັນ ຈະແຈ້ງຂື້ນ ເຖິງຄວາມສຳຄັນທີ່ຈະມີການເພີ່ມທະວີຄວາມກົດດັນຈາກຕ່າງປະເທດຕໍ່ກັບຜູ້ນຳລາວ ຖ້າຫາກວ່າພວກ ເຮົາຈະຮຽນຮູ້ວ່າ ເກີດຫຍັງຂື້ນກັບສົມບັດ,” ທ່ານ ໂຣເບີດສັນ ນັກສິດທິມະນຸດກ່າວໄວ້.
ທ່ານ ນາງ ຊຸຍມິງ, ອະດີດພະນັກງານອົງການອຸຍນິເຊບ (UNICEF) ໄດ້ພົບກັບສົມບັດຕອນທີ່ໄດ້ທຶນໄປຮຽນຢູ່ລັດ ຮາວາຍ ໃນຊຸມປີ 1970 ລາວໄດ້ຮຽກຮ້ອງໃຫ້ຜູ້ໃຫ້ທຶນຢ່າງເຊັ່ນປະເທດອົດສຕາລີໃຫ້ຊ່ວຍຜັກດັນໃຫ້ລັດຖະບານ ມີຄວາມໂປ່ງ ໃສຫຼາຍຂື້ນ ໃຫ້ລະບຸຕົວຜູ້ຢູ່ເບື້ອງຫຼັງການລັກພາຕົວ ແລະ ສົ່ງຕົວສົມບັດກັບຄືນ ຫຼື ຖ້າຫາກລາວຖືກ ກັກຂັງຢູ່ໃນຄຸກ ກໍຂໍໃຫ້ສະມາຊິກຄອບຄົວໄດ້ໄປຢ້ຽມຢາມ.
ເທົ່າທີ່ເຫັນ ຍັງບໍ່ເຫັນການປາກົດຕົວຂອງປະຊາທິໄຕ ຫຼື ການຂັບເຄື່ອນຂອງລັດຖະບານ ແຕ່ຢ່າງໃດເລີຍ,” ລາວກ່າວໄວ້.
ຊຸຍມິງເວົ້າກວ່າ ລາວສາມາດ “ພຽງແຕ່ຍຶດໝັ້ນໃນຄວາມຫວັງ ແລະ ຄວາມສັດທາ ເໜືອສິ່ງໃດໝົດ ນອກຈາກນີ້ ແລ້ວແມ່ນບໍ່ຮູ້ຈະຄິດແນວໃດ.”
“ການບໍ່ມີຄວາມຫວັງແມ່ນການຍອມແພ້ ແລະ ຂ້ອຍຈະບໍ່ຍອມແພ້… ຍັງເທື່ອ,” ລາວເວົ້າ.