FIDH/LMHR: 06 ມິຖຸນາ 2016
(ປາຣີ) ທາງການ ສປປລາວຕ້ອງປ່ອຍຕົວ ຢ່າງໂດຍດ່ວນ ແລະໂດຍບໍ່ມີເງື່ນໄຂ ຜູ້ຄົນທັງ ໓ ທີຖືກຈັບໂດຍບໍ່ມີການສືບສວນ ແລະ ຖືກກັກຂັງແບບບໍ່ມີໃຜສາມາດຕິດຕໍ່ໄດ້, ໃນຂໍ້ກ່າວຫາ ຕ້ອງຕິລັຖບານ, ນີ້ຄື ຖແລງການຮ່ວມ ຂອງ ສະຫະພັນສາກົນ ເພື່ອ ສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອສິດທິມະນຸດ (ຂລສມ).
“ການທີລັຖບານ ສປປລາວ ທຳການປາບປາມ ແຕ່ລະຄັ້ງ ທີມີການເຄື່ອນໄຫວ ໂດຍສັນຕິວິທີ ໄດ້ຊໍ່ສະແດງ ໃຫ້ເຫັນເຖີງ ຄວາມແຕກຕ່າງອັນມະຫັນ ລະຫວ່າງ ຄຳຫມັ້ນສັນຍາ ທີທາງການວຽງຈັນ ໄດ້ໃຫ້ຕໍ່ ປະຊາຄົມສາກົນ ແລະ ມາດຕາການ ອັນຮຸນແຮງ ຂອງຕົນ. ເຖີງແກ່ເວລາແລ້ວ ທີ ລັຖບານຕ່າງປະເທດ ແລະ ບັນດາປະເທດ ທີໃຫ້ການຊ່ວຍເຫລືອ ຕໍ່ ສປປລາວ ຈະຕ້ອງ ຂື້ນສຽງ ຕໍ່ການລະເມີດ ສິດທິມະນຸດ ໄນ ລາວ ເພື່ອທວງໃຫ້ ທາງການວຽງຈັນປ່ຽນທ່າທີ.” ກາຣີມ ລາຣີດຈີ, ສະຫະພັນສາກົນ ເພື່ອ ສິດທິມະນຸດ.
ນາງລອດຄຳ ທັມມະວົງ ອາຍຸ ໓໐ປີ, ທ້າວສົມພອນ ພິມມະສອນ ອາຍຸ ໒໙ປີ , ທ້າວ ສຸກັນ ໃຈທາດ ອາຍຸ ໓໒ປີ,ຖືກ ຈັບຕົວ ເມື່ອເດືອນມີນາ ໒໐໑໖ ພາຍຫລັງທີທັງສາມ ໄດ້ກັບຄືນ ຈາກ ປະເທດໄທຍ ໃນວັນທີ ໑໘ ກຸມພາ ໒໐໑໖. ທັງ ໓ ຄືນສູ່ປະເທດ ເພື່ອຂໍ ອະນຸຍາດຕໍ່ອາຍຸໃບເດີນທາງ
ນາງລອດຄຳ ທັມມະວົງ ອາຍຸ ໓໐ປີ, ທ້າວສົມພອນ ພິມມະສອນ ອາຍຸ ໒໙ປີ, ທ້າວ ສຸກັນ ໃຈທາດ ອາຍຸ ໓໒ປີ,ຖືກ ຈັບຕົວ ເມື່ອເດືອນມີນາ ໒໐໑໖ ພາຍຫລັງທີທັງສາມ ໄດ້ກັບຄືນ ຈາກ ປະເທດໄທຍ ໃນວັນທີ ໑໘ ກຸມພາ ໒໐໑໖. ທັງ ໓ ຄືນສູ່ປະເທດ ເພື່ອຂໍ ອະນຸຍາດຕໍ່ອາຍຸໃບເດີນທາງ ເພື່ອ ຈະສາມາດ ກັບໄປເຮັດວຽກຢູ່ປະເທດໄທຍ ໂດຍ ຖືກຕ້ອງຕາມກົດຫມາຍ.
ເມື່ອວັນທີ ໕ ມີນາ ໒໐໑໖, ລອດຄຳ ແລະສົມພອນ ຖືກ ເຈົ້າຫນ້າທີ່ຕຳລວດຈັບຕົວ, ທີ່ບ້ານພັກ ຂອງຄອບຄົວ ຂອງນາງລອດຄຳ, ທີ່ບ້ານ ວັງໄຕ້, ເມືອງຫນອງບົກ, ແຂວງຄຳມ່ວນ. ນາງລອດຄຳ ເຮັດວຽກ ເປັນ ແມ່ບ້ານ ທີ່ ກຸງເທບ. ສ່ວນທ້າວສົມພອນ ເຮັດວຽກ ເປັນຫນ່ວຍຮັກສາ ຄວາມປອດພັຍ. ທັງສອງ ຖືກກັກຂັງ ໃນຂັ້ນຕົ້ນ ທີ່ຄຸກ ຂອງ ແຂວງຄຳມ່ວນ, ກ່ອນທີຈະ ຖືກສົ່ງຕົວ ໄປ ຄຸກແຫ່ງນື່ງ ຂອງ ແຂວງວຽງຈັນ ເມື່ອຕົ້ນເດືອນ ພຶສພາ ໒໐໑໖. ສ່ວນທ້າວສຸກັນ, ທີ່ ເຮັດວຽກ ເປັນຄົນ ຄັບລົດສົ່ງຂອງ ຢູ່ກູງເທບ, ອາດຖືກຈັບຕົວໃນວັນທີ ໒໒ ພຶສພາ ໒໐໑໖ ທີ່ ຫ້ອງການ ຮັກສາ ຄວາມປອດພັຍ ສາທາຣະນະຊົນ(ກປສ) ທີ່ແຂວງສວັນນະເຂດ ໃນຂະນະ ທີ່ຜູ້ກ່ຽວໄປຂໍຕໍ່ອາຍຸໃບເດີນທາງ.
ໃນວັນທີ ໒໕ ພຶສພາ ໒໐໑໖, ໂທຣະພາບແຫ່ງຊາດ ໄດ້ອອກອາກາດ ເຖິງການກັກຕົວຂອງ ນາງລອດຄຳ, ທ້າວສົມພອນ ແລະ ທ້າວສຸກັນ ທີ່ ຫ້ອງການ ຕຳລວດ ທີ່ ນະຄອນຫຼວງວຽງຈັນ. ສື່ມວນຊົນ ປະກາດ ວ່າ ທັງ ໓ ຖືກຈັບຕົວ ໃນຂໍ້ຫາ ຫວັງທຳລາຍ ຄວາມປອດພັຍ ຂອງ ປະເທດ ໂດຍ ໃສ່ຮ້າຍ ປ້າຍສີ ຕໍ່ລັຖບານ ທາງເຄືອຄ່າຍ internet. ບໍ່ມີໃຜຊາບວ່າ ຮູບພາບຂອງທັງ ໓ ໃນ ເຫດການດັ່ງກ່າວນີ້,ຖືກຖ່າຍເມື່ອໃດ ແລະ ບໍ່ມີຊາບເ ຊາຕາກັມ ຂອງ ເຂົາເຈົ້າ.
ການທີ ລອດຄຳ, ສົມພອນ ແລະສຸກັນ ຖືກຈັບຕົວ ມີສ່ວນກ່ຽວຂ້ອງ ກັບ ການທີທັງສາມ ກ່າວ ຕ້ອງຕິຢ່າງເນື່ອງນິດ ຕໍ່ ລັຖບານ ສປປລາວ ໃນ ຂະນະທີ ທຳງານ ທີ່ປະເທດໄທຍ. ເຂົາເຈົ້າ ໄດ້ ສົ່ງສານ ຜ່ານ Facebook ກ່າວຊັກທອດ ການສໍ້ຮາຊບັງຫຼວງ, ການຕັດໄມ້ ແລະ ການລ່ວງລະເມີດ ສິດທິມະນຸດ. ເມື່ອວັນທີ ໒ ທັນວາ ໒໐໑໕ ສົມພອນ ແລະ ສຸກັນ ໄດ້ ເຂົ້າຮ່ວມ ຂະບວນປະທ້ວງ ຕໍ່ຮັຖບານ ຕໍ່ຫນ້າສະຖານທຸດ ສປປລາວ ທີ່ ບາງກອກ ໂດຍ ມີຜູ້ເຂົ້າຮ່ວມປະທ້ວງປະມານ ໓໐ ຄົນ.
“ເປັນໜ້າວິຕົກທີ່ສຸດ ທີຊາບວ່າ ລອດຄຳ,ສົມພອນ ແລະສຸກັນ ອາດຈະຖືກຈຳຄຸກ ເປັນເວລາ ຫລາຍປີ ໃນຄຸກ ອັນໜ້າຢ້ານກົວ ຂອງ ສປປລາວ, ພາຍຫຼັງທີ ເຂົາເຈົ້າ ໄດ້ກ່າວ ຊັກທອດເຖີງ ສຖານະພາບ ອັນໜ້າວິຕົກ ທາງດ້ານ ສິດທິມະນຸດ ແລະ ການຂາດ ບໍຣິຫານດີ ໃນປະເທດ.ທາງການສປປລາວ ຈະຕ້ອງແຈ້ງເຖີງ ຊາຕາກັມ ຂອງ ເຂົາເຈົ້າ,ຈະຕ້ອງ ປ່ອຍຕົວ ເຂົາເຈົ້າ ຢ່າງໄວ ແລະໂດຍ ບໍ່ມີເງື່ນໄຂ.“ ວະນິດາ ເທບສຸວັນ, ປະທານຂະບວນການລາວ ເພື່ອສິດທິມະນຸດ
ການຈັບຕົວຜູ້ທີຕໍ່ຕ້ານລັຖບານ ໂດຍບໍ່ມີການສືບສວນ ບໍ່ແມ່ນເລື່ອງໃໝ່ ໃນປະວັດສາດ ອັນໄກ້ໆ ຂອງ ສປປລາວ. ໃນວັນທີ ໒໖ ຕຸລາ ໑໙໙໙, ຕຳລວດ ໄດ້ຈັ ບຕົວ ຄນະຂະບວນການນັກສືກສາ ເພື່ອປະຊາທິປະໄຕ ທີ່ນະຄອນວຽງຈັນ, ທ່ານທອງປະເສີດ ເກື້ອກຸນ,ບົວວັນ ຈັນມະນິວົງ, ຄຳພູວຽງ ສີສະອາດ ແລະແກ້ວໃຈ, ໃນຂນະຕຽມ ການປະທ້ວງ ໂດຍສັນຕິ ວິທີ ເພື່ອ ຮຽກທວງ ເອົາ ປະຊາທິປະໄຕ, ຄວາມຍຸດຕິທັມ ດ້ານສັງຄົມ ແລະ ການເຄົາຣົບສິດທິມະນຸດ. ທັງ ໕ ຖືກຕັດສີນຄະດີ ຈຳຄຸກ ໒໐ປີ ໃນຂໍ້ຫາ ‘’ສ້າງຄວາມ ປັ່ນປ່ວນ ແລະ ນາບຂູ່ ຕໍ່ຄວາມປອດພັຍ ຂອງ ປະເທດ.“ ທ່ານ ທອງປະເສີດ ແລະ ແສງອາລຸນ ຍັງຄົງ ຖືກກັກຂັງ ແບບໂດດດ່ຽວ ທີ່ຄຸກຊໍ້າເຄ້ ນະຄອນວຽງຈັນ. ສ່ວນຄຳພູວຽງ ໄດ້ເສັຽຊິວິດ ແລ້ວ ເມື່ອດືອນກັນຍາ ໒໐໐໑ ໃນຄຸກຊໍ້າເຄ້ ພາຍຫຼັງທີຜູ້ກ່ຽວຖືກຫ້າມບໍ່ໃຫ້ກີນເຂົ້າ ແລະ ບັງຄັບ ໃຫ້ ຢືນຕາກແດດຮອ້ນ ເປັນເວລາໂດນນານ. ມາເຖີງປະຈຸບັນ, ບໍ່ມີໃຜຊາບເຖີງ ຊາຕາກັມ ຂອງບົວວັນ ແລະ ແກ້ວໃຈ. ເຖີງແມ່ນວ່າ ທາງການ ສປປ ລາວ ຈະໄດ້ ຢືນຢັນວ່າ ແກ້ວໃຈ ຖືກປ່ອຍຕົວແລ້ວ ພາຍຫຼັງທີໄດ້ພົ້ນໂທດໃນປີ ໒໐໐໒ ແລະວ່າ ໄດ້ສົ່ງຕົວຜູ້ກ່ຽວໄປໃຫ້ ‘’ຜູ້ປົກຄອງ ເພື່ອດັດສ້າງໃຫ້ເປັນພົລະເມືອງດີ“.
ເຊັ່ນດຽວກັນ ບໍ່ມີໃຜ ຊາບເຖີງ ຊາຕາກັມ ຂອງ ນັກຕໍ່ຕ້ານອີກ ໙ຄົນຄື: ນາງກິ່ງແກ້ວ, ສົມຈີດ, ທ້ານສະບີນ, ສວນ, ສີງປະສົງ, ຄຳສອນ, ໜູ, ສົມຄິດ ແລະສຸຣິຍາ ທີ ຖືກຂັງຕົວ ເມື່ອເດືອນພຶສະຈິກາ ໒໐໐໙ ໃນຂນະຕຽມການ ປະທ້ວງ ເພື່ອປະຊາທິປະໄຕ ທີ່ນະຄອນວຽງຈັນ.
ກໍຣະນີທີໄດ້ກ່າວມານີ້, ສ່ວນໃຫຍ່ ຈະເປັນ ກໍຣະນີຫາຍສາບສູນ ແບບຖືກບັງຄັບ. ມາດຕຣາທີ ໒ ຂອງ ສົນທິສັນຍາ ສາກົນ ວ່າດ້ວຍ ປົກປ້ອງບຸກຄົນຕໍ່ການຫາຍສາບສູນ ແບບຖືກບັງຄັບ, ໃຫ້ຄວາມຫມາຍວ່າ “ແມ່ນການຈັບຕົວ,ການກັກຂັງ,ການລັກພາຕົວໄປ ຫຼື ການຕັດອິສະຣະພາບ ດ້ວຍວິທີໃດ ວິທີນື່ງ ໂດຍພະນັກງານຂອງລັດ ຫຼື ໂດຍບຸກຄົນ ທີປະພືດດ້ວຍການອະນຸຍາດ,ການໜຸນຫຼັງ ຫລືການຍີນຍອມຂອງລັດ, ຕິດຕາມດ້ວຍການປະຕິເສດບໍ່ຮັບຮູ້ວ່າ ມີການຕັດເສຣິພາບ, ຫຼື ມີການເຊື່ອງຊ້ອນ ຊາຕາກັມ ຂອງ ຜູ້ຫາຍສາບສູນ,ແລະ ຜູ້ຫາຍສາບສູນ ບໍ່ໄດ້ ຮັບ ການປົກປ້ອງ ທາງດ້ານກົດໝາຍ“. ເຖີງແມ່ນວ່າ ສປປລາວ ຈະໄດ້ລົງນາມ ເຊັນຮັບເອົາສົນທິສັນຍາສະບັບນີ້ ໃນວັນທີ ໒໖ ກັນຍາ ໒໐໐໘ ກໍຕາມ, ແຕ່ກໍຍັງບໍ່ໄດ້ສັດຕະຍາບັນເທື່ອ ມາເຖີງປະຈຸບັນ.
ສະຫະພັນສາກົນ ເພື່ອສິດທິມະນຸດ ແລະ ຂະບວນການລາວ ເພື່ອສິດທິມະນຸດ ຈື່ງຮຽກທວງອີກຄັ້ງໃໝ່ ຕໍ່ທາງການ ສປປລາວ ໃຫ້ທຳການສືບສວນ ຢ່າງຮີບດ່ວນ ຢ່າງລົງເລີກ ແລະບໍ່ອ່ຽງ ເຖີງທຸກໆກໍຣະນີ ຫາຍສາບສູນ ແບບຖືກ ບັງຄັບ ນີ້, ແລະລົງໂທດຜູ້ກໍ່ກັມ ຕາມກົດໝາຍ. ນອກຈາກນັ້ນ, ທັງສອງ ອົງການ ຍັງຮຽກຮ້ອງ ຕໍ່ ລັຖບານ ສປປລາວ ໃຫ້ ເລັ່ງລັດ ການສືບສວນ ເຖີງກໍຣະນີ ທ່ານສົມບັດ ສົມພອນ, ຜູ້ນຳຊື່ດັງດ້ານສັງຄົມພົລເຮືອນ ທີໄດ້ ປະກົດຕົວເປັນຄັ້ງສຸດທ້າຍ ທີ່ ປ້ອມຍາມຕຳລວດ ທີ່ນະຄອນວຽງຈັນ ເມື່ອແລງ ວັນທີ ໑໕ ທັນວາ ໒໐໑໒.
ໃນວັນທີ ໒໓ ມິຖຸນາ ໒໐໑໕, ເນື່ອງໃນໂອກາດ ການຕວດສອບ ຂອງ ອົງການສະຫະປະຊາຊາດ ສປປລາວ ໄດ້ປະຕິເສດ ບ່ຍອມຮັບ ຂໍ້ສະເນີ ຂອງອົງການສາກົນ ທີສເນີໃຫ້ ສປປລາວ ສືບສວນ ເຖີງ ກໍຣະນີຫາຍສາບສູນ. ທາງການ ສປປລາວ ຕີລາຄາວ່າ “ບໍ່ມີມູນຄວາມຈີງ“. ລັຖບານ ສປປລາວ ຮັບຮູ້ ເຖີງການ ຫາຍສາບສູນຂອງ ທ່ານສົມບັດ, ແຕ່ ຍອມຮັບຂໍ້ ສະເນີ ພຽງ ໔ ຂໍ້ ໃນຈຳນວນທັງໝົດ ໑໐ ຂໍ້.