ຄວາມເປັນມາ ແລະ ມາດຖານ
ການຈັດປະເພດຂອງປະເທດດ້ອຍພັດທະນາ (LDC) ແມ່ນໄດ້ຖືກກຳນົດຂຶ້ນໂດຍອົງການສະຫະປະຊາຊາດໃນປີ 1971. ຈຸດປະສົງຫຼັກກໍ່ແມ່ນເພື່ອເສີມຂະຫຍາຍການສະຫນັບສະຫນູນບັນດາປະເທດທີ່ກໍາລັງປະເຊີນກັບບັນຫາທີ່ຮ້າຍແຮງ ແລະ ຍາວນານເພື່ອໃຫ້ປະເທດເຫລົ່ານັ້ນໄດ້ມີການຂະຫຍາຍຕົວທາງເສດຖະກິດ ແລະ ມີການພັດທະນາ.
ເງື່ອນໄຂທີ່ເຮັດໃຫ້ຕົກໃນສະຖານະພາບດ້ອຍພັດທະນາແມ່ນມີການປ່ຽນແປງຕະຫຼອດເວລາ. ປັດຈຸບັນແມ່ນອິງໃສ່:
- ລາຍຮັບແຫ່ງຊາດ (GNI): ລາຍຮັບສະເລ່ຍຕໍ່ຫົວຄົນຫນ້ອຍກ່ວາ $ 1,035 (ມາດຕະຖານໃນປີ 2015).
- ດັດຊະນີຊັບພະຍາກອນມະນຸດ (HAI): ອີງຕາມຕົວຊີ້ວັດຂອງການຂາດອາຫານ, ອັດຕາການຕາຍຂອງເດັກ ຕ່ຳກ່ວາ 5 ປິ, ອັດຕາການເຂົ້າໂຮງຮຽນຊັ້ນມັດທະຍົມ, ແລະ ອັດຕາການຮູ້ຫນັງສືຂອງຜູ້ໃຫຍ່.
- ດັດຊະນີຄວາມສ່ຽງທາງເສດຖະກິດ (EVI): ອີງຕາມຕົວຊີ້ວັດຂອງຂະຫນາດປະຊາກອນ, ຄວາມຫ່າງໄກສອກ ຫຼີກ, ຄວາມບໍ່ແນ່ນອນຂອງການຜະລິດກະສິກໍາ ແລະ ການສົ່ງອອກ, ຜົນກະທົບຂອງໄພພິບັດທໍາມະຊາດ, ແລະ ອື່ນໆ.
ໃນອະດີດ, ມີພຽງແຕ່ 20 ປະເທດເທົ່ານັ້ນທີ່ໄດ້ຖືກຈັດເຂົ້າໃນປະເພດດ້ອຍພັດທະນາ LDC. ຕໍ່ມາ ອີກ 45 ປີ, ກໍ່ມີອີກ 32 ປະເທດໄດ້ຖືກຈັດເຂົ້າໃນປະເພດດ້ອຍພັດທະນາ. ໃນໄລຍະເວລາດຽວກັນນີ້, ກໍ່ມີພຽງແຕ່ສີ່ປະເທດໄດ້ຖືກຄັດອອກຈາກສະຖານະພາບດ້ອຍພັດທະນາໄດ້. ທໍາອິດແມ່ນປະເທດ ບ໊ອສສະວານ່າ ໃນປີ 1994, ຕິດຕາມມາດ້ວຍປະເທດ ເຄບເວີດ ໃນປີ 2007, ປະເທດ ເມົາດີບ ໃນປີ 2011, ແລະ ປະເທດ ສະເມົາ ໃນປີ 2014. ປະເທດ ອີຄົວຕໍລຽວ ກິວເນຍ ແລະ ປະເທດ ວານນໍຕູ ກໍ່ຄາດວ່າຈະຖືກຄັດອອກຈາກສະຖານະພາບດ້ອຍພັດທະນາໃນປີ 2017.
ປະຈຸບັນຈໍານວນບັນດາປະເທດດ້ອຍພັດທະນາທັງຫມົດແມ່ນ 48 ປະເທດ, 34 ປະເທດແມ່ນຢູ່ໃນອາຟຣິກກາ, 9 ປະເທດໃນອາຊີ, 4 ປະເທດໃນທະວີບໂອເຊເນຍ, ແລະ 1 ປະເທດໃນທະວີບອາເມລິກາ. ໃນອາຊ່ຽນກໍ່ມີປະເທດດ້ອຍພັດທະນາຄື ປະເທດກໍາປູເຈຍ, ລາວ ແລະ ມຽນມ້າ.
ມີອີກສາມປະເທດ (ປະເທດການາ, ປາປົວນິວກິນີ ແລະ ຊິມບັບເວ) ແມ່ນຢູ່ໃນເງື່ອນໄຂຂອງປະເທດດ້ອຍພັດທະນາ, ແຕ່ວ່າທັງສາມປະເທດບໍ່ຍອມຮັບເງື່ອນໄຂການເປັນປະເທດດ້ອຍພັດທະນາເພາະວ່າພວກເຂົາບໍ່ເຫັນດີກັບເງື່ອນໄຂດັ່ງກ່າວເພາະມັນເປັນການກະທົບສະຖານະພາບການພັດທະນາຂອງເຂົາເຈົ້າ.
ການເຂົ້າ ແລະ ອອກຈາກສະຖານະພາບດ້ອຍພັດທະນາ
ໃນທຸກໆສາມປີ, ຄະນະກໍາມະທິການເພື່ອການພັດທະນາ (CDP) ຢູ່ໃນສະພາເສດຖະກິດ ແລະ ສັງຄົມຂອງອົງ ການຫະປະຊາຊາດເປັນຜູ້ທົບທວນສະຖານະພາບຂອງປະເທດສະມາຊິກ. ປະເທດໃດທີ່ມີຄົບທັງສາມອົງປະ ກອບທີ່ກ່າວມາຂ້າງເທິງນັ້ນແມ່ນຈະໄດ້ຖືກຈັດເຂົ້າເປັນປະເທດດ້ອຍພັດທະນາ. ປະເທດໃດທີ່ມີບໍ່ຄົບສາມອົງປະ ກອບ ຫຼື ມີພຽງອົງປະກອບດຽວດັ່ງທີ່ກ່າວມາຂ້າງເທິງນັ້ນກໍ່ແມ່ນຈະໄດ້ຖືກຄັດອອກຈາກການເປັນປະເທດດ້ອຍພັດທະນາ.
ສິ່ງທີ່ກ່າວມາຂ້າງເທິງນີ້ໝາຍຄວາມວ່າປະເທດທີ່ຈະຖືກຄັດອອກຈາກການເປັນປະເທດດ້ອຍພັດທະນາໄດ້ກໍ່ຕໍ່ເມື່ອໄດ້ຮັບການເຫັນດີວ່າມີຄວາມກ້າວໜ້າໃນການພັດທະນາແລ້ວ ແລະ ຈະໃຊ້ເວລາຢູ່ 6 ປີຢ່າງໜ້ອຍກ່ອນທີ່ຄະນະກຳມະທິການຈະປະກາດໃຫ້ປະເທດດັ່ງກ່າວຫຼຸດອອກຈາກສະຖານະພາບດ້ອຍພັດທະນາໄດ້. ການທົບທວນໃນປີ 2015 ແມ່ນເຫັນວ່າມີ 5 ປະເທດດ້ອຍພັດທະນາຄື (ຕິມໍຕາເວັນອອກ, ບູຖານ, ເຊົາໂທມ ແລະ ພຣິນຊິບ, ຫມູ່ເກາະໂຊໂລມອນ, ແລະ ເນປານ) ແມ່ນໄດ້ມີມາດຖານທີ່ຈະໄດ້ຮັບການພິຈາລະນາໃຫ້ຫຼຸດອອກຈາກການເປັນປະເທດດ້ອຍພັດທະນາພາຍ ໃນປີ 2018 ນີ້.
ດ້ານຜົນປະໂຫຍດ
ປະເທດດ້ອຍພັດທະນາຈະໄດ້ຮັບຜົນປະໂຫຍດຢູ່ສາມປະເພດຄື:
- ຜົນປະໂຫຍດດ້ານການຄ້າ: ສິ່ງເຫຼົ່ານີ້ແມ່ນກ່ຽວກັບການປະຕິບັດ ແລະ ການຕົກລົງສອງ ຫຼື ຫຼາຍຝ່າຍທາງການຄ້າຕ່າງໆ, ເຊັ່ນ: ການໃຫ້ອັດຕາພາສີຕ່ໍາ ແລະ ການເຂົ້າເຖິງຕະຫຼາດທີ່ໃຫຍ່ໆ, ເຊັ່ນດຽວກັນກັບການໄດ້ ຮັບການສະຫນັບສະຫນູນເພີ່ມເຕີມໃນການສ້າງຄວາມສາມາດໃນການຄ້າ ແລະ ການຕະຫຼາດ.
- ການຊ່ວຍເຫລືອດ້ານການພັດທະນາທີ່ເປັນທາງການ (ODA): ອົງການເພື່ອການພັດທະນາສອງ ຫຼື ຫຼາຍຝ່າຍເຊັ່ນ: ອົງການສະຫະປະຊາຊາດ ແລະ ສະຖາບັນການເງິນສາກົນຕາມປົກກະຕິແລ້ວແມ່ນໃຫ້ການຊ່ວຍ ເຫຼືອແກ່ປະເທດດ້ອຍພັດທະນາຫຼາຍຢ່າງ ແລະ ໃຫ້ອັດຕາດອກເບ້ຍການກູ້ຢືມເງິນຕ່ໍາ. ນອກນັ້ນຍັງມີການ ສ້າງກົນໄກການສະຫນັບສະຫນູນແກ່ປະເທດດ້ອຍພັດທະນາຂື້ນໂດຍສະເພາະ.
- ການສະຫນັບສະຫນູນທົ່ວໄປ: ຄ່າທຳນຽມຂອງການເປັນສະມາຊິກ ແລະ ການມີສ່ວນຮ່ວມໃນບັນດາອົງການຈັດຕັ້ງຕ່າງໆຂອງອົງການສະຫະປະຊາຊາດກໍ່ແມ່ນໄດ້ຮັບການຫຼຸດພ່ອນ ຫຼື ຍົກເວັ້ນ. ມີການສະຫນັບສະ ຫນູນຫຼາຍຢ່າງແກ່ເທດດ້ອຍພັດທະນາເພື່ອໃຫ້ເຂົາເຈົ້າມີໂອກາດໃນການພັດທະນາ ແລະ ຫລຸດພົ້ນອອກຈາກ ສະພາບດ້ອຍພັດທະນາ.
ເຖິງວ່າການຊ່ອຍເຫຼືອແກ່ປະເທດດ້ອຍພັດທະນາມີຫຼາຍຢ່າງ ແຕ່ວ່າມັນມີຫຼາຍອັນສັບສົນ, ສິ່ງທີ່ ວ່ານັ້ນກໍ່ຄື: ຍັງມີຫຼາຍປະເທດທີ່ດ້ອຍພັດທະນາຍັງຂາດຄວາມສາມາດທີ່ຈະນຳໃຊ້ປະໂຫຍດຈາກສິ່ງທີ່ກ່າວ ມາຂ້າງເທິງໄດ້ຢ່າງເຕັມທີ່.
ສຳລັບ ສປປ ລາວ
ເນື່ອງມາຈາກຜົນປະໂຫຍດ ແລະ ຄຸນປະໂຫຍດທີ່ກ່າວມາຂ້າງເທິງ, ຍັງມີຫລາຍປະເທດທີ່ຍັງ ບໍ່ຂໍອອກຈາກການເປັນປະເທດດ້ອຍພັດທະນາເທື່ອ. ສຳລັບ ສປປ ລາວ ເອງກໍ່ໄດ້ມີຄວາມພະຍາຍາມຢ່າງເຕັມ ທີ່ໃນການພັດທະນາ ແລະ ເພື່ອເປົ້າໝາຍໃຫ້ຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາພາຍໃນປີ 2020.
ເຖິງຢ່າງໃດກໍ່ດີ, ໃນການທົບທວນສະພາບໃນປີ 2015 ທີ່ຜ່ານມາຍັງເຫັນວ່າ ສປປ ລາວ ແມ່ນຍັງ ບໍ່ມີສາມາດທີ່ຈະບັນລຸເປົ້າໝາຍທີ່ວາງໄວ້ຂ້າງເທິງໄດ້ ເນື່ອງຈາກຍັງຂາດເງື່ອນໄຂທີ່ຈຳເປັນຢູ່. ແນວໃດກໍ່ດີ, ທາງລັດຖະບານລາວ ແລະ ບັນດາຄູ່ຮ່ວມງານໃນການພັດທະນາຍັງສືບຕໍ່ໃຫ້ການສະຫນັບສະຫນຸນດ້ວຍຄວາມ ຫວັງທີ່ຢາກຈະເຫັນປະເທດລາວມີຄວາມສຳເລັດໃນອານາຄົດໄວໆນີ້. ຈາກຄວາມພະຍາຍາມຂອງ ສປປ ລາວ, ມັນໄດ້ເປັນບາດກ້າວອັນສຳຄັນແກ່ອົງການ UNDP ເພື່ອການພັດທະນາທີ່ຈະສືບໃຫ້ການຊ່ວຍເຫຼືອເພື່ອໃຫ້ ສປປ ລາວ ບັນລຸຕາມເປົ້າໝາຍທີ່ວາງໄວ້ໄດ້.
ສຳລັບເງື່ອນໄຂສາມຢ່າງຂອງການເປັນປະເທດດ້ອຍພັດທະນານັ້ນ, ຕາຕະລາງຂ້າງລຸ່ມນີ້ໄດ້ສະແດງໃຫ້ເຫັນຫຼັກການອັນສຳຄັນທີ່ຈະຕົກເປັນ ແລະ ຫລຸດພົ້ນອອກຈາກການເປັນປະເທດດ້ອຍພັດທະນາ, ການໃຫ້ ຄະແນນແກ່ ສປປ ລາວ ໃນການທົບທວນສີ່ຄັ້ງທີ່ຜ່ານມາ, ແລະ ການສະເລ່ຍບັນດາປະເທດທີ່ດ້ອຍພັດທະນາ (LDC) ແລະກຳລັງພັດທະນາ (DC).
ຂໍ້ມູນເພີ່ມເຕີມສາມາດຄົ້ນຫາໄດ້ທີ່