ເຖິງສົມບັດ,
ຈົດໝາຍນີ້ຂ້ອຍຮ່າງຂື້ນຫຼາຍຄັ້ງໃນຄວາມຄິດຂອງຂ້ອຍ. ມັນເປັນຈົດໝາຍທີ່ຂຽນຍາກ, ຂ້ອຍຢາກບອກເຈົ້າດ້ວຍໂຕຂ້ອຍເອງຖ້າເປັນໄປໄດ້. ຂ້ອຍບໍ່ຈື່ ວ່າເຮົາພົບກັນຄັ້ງທຳອິດຕອນໃດ, ແຕ່ຂ້ອຍຈື່ວ່າເຮົານັ່ງກິນກາເຟນຳກັນຫຼາຍເທື່ອຢູ່ລະບຽງແຄມທະເລຢູ່ທີ່ພັກຂອງຊຸຍມິງທີ່ເມືອງດິລີ (Dili) ເຊິ່ງເປັນບ່ອນທີ່ເຈົ້າແລກປ່ຽນພູມປັນຍາຂອງເຈົ້າໃຫ້ຂ້ອຍຟັງ. ເຈົ້າເລົ່າໃຫ້ຟັງກ່ຽວກັບສູນປາແດກ (PADETC) ແລະ ວຽກງານທີ່ເຈົ້າໄດ້ເຮັດຜ່ານມາ. ຮອຍຍິ້ມທີ່ສະຫງົບ - ແບບຄລາສິກ ສົມບັດໃນມາດສຸຂຸມ- ສື່ໃຫ້ເຫັນເຖິງຄວາມອ່ອນໂຍນ ແຕ່ເຕັມປ່ຽມດ້ວຍຄວາມໜັກແໜ້ນຂອງເຈົ້າທີ່ມີຕໍ່ມຸມມອງກ່ຽວກັບຊີວິດ. ຕອນນັ້ນລົມຈາກທະເລໄດ້ພັດເອົາຊາຍມາຕິດຢູ່ປາກຂອງພວກເຮົາ ຈື່ໄດ້ວ່າຕອນນັ້ນເຈົ້າກຳລັງນັ່ງຮ່າງແນວຄິດກ່ຽວກັບຄວາມສຸກ: ຫຼັງຄາຂອງຄວາມສຸກຕ້ອງຢູ່ເທິງເສົາຂອງຈິດໃຈ, ເສດຖະກິດ, ວັດທະນະທຳ, ແລະ ສິ່ງແວດລ້ອມ ໂດຍມີພື້ນຖານສະໜັບສະໜູນແມ່ນການສຶກສາ, ແນວຄິດນີ້ເຮັດໃຫ້ເຈົ້າໄດ້ອຸທິດຊີວິດທີ່ເຫຼືອໃຫ້ກັບເພື່ອນຮ່ວມຊາດລາວຂອງເຈົ້າ ເຊິ່ງເຈົ້າກໍໄດ້ຮັບໂອກາດນັ້ນ. ເຈົ້າເປັນຄົນຂອງແຜ່ນດິນ. ສິ່ງເຫຼົ່ານີ້ ຊາວຕິມໍ (Timorese) ສາມາດຮັບຮູ້ໄດ້ທຸກຄັ້ງທີ່ເຈົ້າມາຢາມພວກເຮົາທີ່ດິລີ (Dili). ຂ້ອຍເປັນລູກສິດທີ່ໄດ້ຮັບສິດທິພິເສດ ໂຊກດີທີ່ຂ້ອຍເປັນຄົນເປີດຫູ ແລະ ເປີດໃຈ, ຂອບໃຈທີ່ສຸດ.
ຫຼັງຈາກນັ້ນ ຂ້ອຍໄດ້ເດີນທາງໄປຢູ່ປະເທດລາວໜຶ່ງເດືອນ ເພື່ອສ້າງສື່ກ່ຽວກັບວຽກງານຂອງສູນປາແດກ (PADETC) ເຊິ່ງເປັນໂອກາດທີ່ຂ້ອຍໄດ້ເຂົ້າໃຈກ່ຽວກັບປັດສະຍາຂອງເຈົ້າເລິກເຊິ່ງຂື້ນ. ເລື່ອງພູມປັນຍາທ້ອງຖິ່ນ ເຈົ້າໄດ້ສົ່ງເສີມໃນສິ່ງທີ່ຈະຊ່ວຍໃຫ້ຊຸມຊົນໜຶ່ງໆ ພັດທະນາຕົນເອງໄປສູ່ຄວາມຍືນຍົງ. ຂ້ອຍເຫັນໃບໜ້າຍີ້ມແຍ້ມເຈົ້າແຈ່ມໃສຢ່າງພາກພູມໃຈໃນຕອນທີ່ເຈົ້າແນະນຳໃຫ້ຮູ້ຈັກກັບພະນັກງານຄົນຮຸ້ນໃໝ່ ແລະ ອາສາສະໝັກໄວໜຸ່ມຂອງເຈົ້າ. ພວກເຂົາແມ່ນບັນດາບຸກຄົນທີ່ເຈົ້າມີຄວາມຫວັງວ່າຈະສາມາດເຮັດໃຫ້ປະເທດລາວເປັນບ່ອນທີ່ໜ້າຢູ່ຫຼາຍຂື້ນ.
ແຕ່ວ່າມັນບໍ່ໄດ້ເປັນໄປຕາມທີ່ເວົ້າໄວ້ສະເໝີໄປ. ຢູ່ເຮືອນຂອງເຈົ້າຂ້ອຍເຄີຍນັ່ງຢູ່ໂອນຊາເກົ່າໆ ແລະຫັນໜ້າໄປຫາແມ່ນ້ຳຂອງ ພ້ອມທັງເບິ່ງເພື່ອນບ້ານຂອງເຈົ້າກຳລັງຫວ່ານແຫຈັບປາຢູ່ທ່າມກາງແສງອາທິດກຳລັງຕົກດິນ, ເຈົ້າເລົ່າເຖິງນ້ອງທີ່ເຈົ້າເຄີຍລ້ຽງດູ ແລະຊ່ວຍເຫຼືອມາ. ເຈົ້າເລົ່າເຖິງຊີວິດຂອງເຈົ້າຕອນຢູ່ອີສເວສເຊັນເຕີ (East West Centre) ເຊິ່ງເປັນບ່ອນທີ່ຂ້ອຍເອງ ຄັ້ງໜຶ່ງກໍເຄີຍໄປຮຽນຢູ່ທີ່ນັ້ນຄືກັນ. ຢູ່ສະຖານທີ່ດັ່ງກ່າວ ທີ່ເຈົ້າໄດ້ພົບກັບຊຸຍມິງ ແລະ ຕົກຫຼຸມຮັກກັບລາວ. ເມື່ອໃດກໍຕາມທີ່ພວກເຈົ້າທັງສອງຢູ່ນຳກັນ ຂ້ອຍມັກຈະເວົ້າຢອກເລື່ອງຜົມຫງອກຂອງພວກເຈົ້າທັງສອງ ແລະ ຢອກກັນໄປມາ ແລະ ຊຸຍມິງສະແດງອອກດ້ວຍຄວາມຮັກ. ຕອນທີ່ລູກຊາຍຂອງຂ້ອຍໄດ້ພົບກັບພວກເຈົ້າສອງຄົນຢູ່ທີ່ສວນລາບຣາດໍ (Labrador Park) ທີ່ສິງກະໂປ, ລາວເອີ້ນເຈົ້າວ່າ “ລຸງ ຊົມບັດ (Uncle Zombat)” ແລະ ເມຍຂອງເຈົ້າ “ປ້າວໍເຕີ (auntie Water).” ພວກເຮົາ ຕົບທ້າຍການທ່ຽວຂອງເຮົາດ້ວຍກະແລ້ມ ທີ່ເປັນນ້ຳແຂັງແຫ້ງນຸ້ມໆແຕ່ມີສີສັນ ແລະ ພວກເຮົາກໍສັນຍາວ່າຈະມາພົບກັນອີກ. ຄຳສັນຍານັ້ນຍັງຄົງຢູ່. ພວກເຂົາອະທິຖານວ່າລຸງຊົມບັດ (Zombat) ຈະກັບມາບ້ານ ປ້າວໍເຕີຈະບໍ່ໄດ້ຮ້ອງໄຫ້ອີກຕໍ່ໄປ. ພວກເຮົາຮັກເຈົ້າ, ສົມບັດ.
ດ້ວຍຄວາມນັບຖືຢ່າງສູງ,
ບຣິດເຈດ, ນໍແມນ & ເວລ (Bridgette, Norman & Val)