The Philippine Inquirer: 20 ກໍລະກົດ 2014
ໂດຍ ທາຣາ ຄຸຍສມັນໂດ (Tarra Quismundo)
ພວກເຂົາແມ່ນຫົວໃຈສອງດວງທີ່ສ່ວນໜຶ່ຫາຍໄປ ແລະຖືກນຳມາໂຮມເຂົ້າກັນໂດຍມີເປົ້າໝາຍອັນດຽວກັນກໍຄືວ່າ: ມື້ໃດມື້ໜຶ່ງຈະບໍ່ມີແມ່, ບໍ່ມີພັນລະຍາ, ບໍ່ມີໝູ່ ຫຼື ສະມາຊິກຄອບຄົວຜູ້ໃດໄດ້ສຳຜັດກັບເຫດການເຊັ່ນດຽວກັນກັບພວກເຂົາ ກໍຄືຄວາມບໍ່ແນ່ນອນ ແລະ “ທຸກທໍລະມານ” ກັບການສູນເສຍຄົນຮັກທີ່ພວກເຂົາຕ້ອງທົນຕໍ່ໄປເລື້ອຍໆ
ອີດິຕາ ເບີໂກສ (Edita Burgos), ຜູ້ເປັນແມ່ຂອງໂຈນາສ ເບີໂກສ (Jonas Burgos) ນັກເຄື່ອນໄຫວທີ່ຫາຍຕົວໄປ ແລະ ອຶງ ຊຸຍມິງ (Ng Shuimeng) ຊາວສິງກະໂປ ຜູ້ເປັນພັນລະຍາ ສົມບັດ ສົມພອນ ນັກພັດທະນາຄົນລາວ, ນັກເສດຖະສາດ ແລະ ຜູ້ໄດ້ຮັບລາງວັນຣາມອນແມັກໄຊໄຊ. ແມ່ຍິງທັງສອງໄດ້ພົບກັນເປັນຄັ້ງທຳອິດເມື່ອວັນພະຫັດທີ່ກຸງມະນີລາ ແລະ ບັງເອີນເປັນເພື່ອນຮ່ວມຫ້ອງກັນໃນລະຫວ່າງກອງປະຊຸມ 4 ມື້ເຊິ່ງມີເປົ້າໝາຍເພື່ອຮຽກຮ້ອງໃຫ້ມີການໃຫ້ການຊ່ວຍເຫຼືອແກ່ຄອບຄົວທີ່ຜູ້ສູນຫາຍໃນລະດັບໂລກ
ໃນຂະນະນີ້ ເບິ່ງຄືວ່າຢູ່ຈຸດສູງທີ່ສຸດ, ໂຊກຊະຕາໄດ້ພາໃຫ້ແມ່ຍິງສອງຄົນນີ້ມາພົບພໍ້ກັນ ເຊິ່ງຕ່າງຄົນກໍມີພາລະກິດຊີວິດກໍຄື ການຊອກຫາຄົນທີ່ຫາຍໄປ, ສ້າງຄວາມເຂົ້າໃຈກ່ຽວກັບຄອບຄົວທີ່ສູນເສຍພວກເຂົາໄປ, ແລະຮຽກຮ້ອງໃຫ້ມີການດຳເນີນການທົ່ວໂລກເພື່ອຕໍ່ຕ້ານການບັງຄັບໃຫ້ສູນຫາຍ.
“ພວກເຮົາໄດ້ຖືກຈັດສັນໃຫ້ໄດ້ພົບກັນ. ຂ້ອຍບໍ່ເຊື່ອວ່າມັນແມ່ນຄວາມບັງເອີນ ຫຼື ໂດຍບໍ່ໄດ້ຕັ້ງໃຈ. ຂ້ອຍເຊື່ອວ່າທຸກສິ່ງທຸກຢ່າງແມ່ນພົມລິຂິດ. ພະເຈົ້າສົ່ງເຈົ້າມານີ້ຍ້ອນວ່າມີບາງສິ່ງທີ່ເຈົ້າສາມາດເຮັດໄດ້ ແລະ ມີບາງຢ່າງດີໆ ຈະເປັນຜົນອອກມາຈາກສິ່ງໆ ນັ້ນ. ນີ້ແມ່ນມຸມມອງຂອງຂ້ອຍກ່ຽວກັບເລື່ອງນີ້,” ເບີໂກສ ໄດ້ບອກກ່າວກັບຜູ້ສອບຖາມ
ທັງສອງໄດ້ເຂົ້າຮ່ວມໃນກອງປະຊຸມລະດັບຊາດກ່ຽວກັບ ການໃຫ້ຄວາມຊ່ວຍເຫຼືອດ້ານຈິດສັງຄົມໃຫ້ກັບຄອບຄົວຜູ້ສູນຫາຍ ແລະ ງານດັ່ງກ່າວໄດ້ຈັດຂື້ນທີ່ກຸງມະນີລາ ໂດຍສະຫະພັນອາຊີຕໍ່ຕ້ານການຫາຍສູນຫາຍໂດຍບໍ່ສະໝັກໃຈ (the Asian Federation Against Involuntary Disappearances) ເຊິ່ງເປັນສະຫະພັນກຸ່ມສິດທິມະນຸດໃນລະດັບພາກພື້ນທີ່ກໍ່ຕັ້ງຂື້ນໃນປະເທດຟິລິບປິນ ປີ 1998.
“ຂ້ອຍໄດ້ຍິນກ່ຽວກັບເຫດການດັ່ງກ່າວ ແລະ ກໍໄດ້ສວດມົນພາວະນາໃຫ້ລາວ… ເມື່ອຂ້ອຍເຂົ້າມາໃນຫ້ອງນີ້, ຂ້ອຍເຫັນລາວເປັນຄົນທີ່ສະຫງ່າງາມຫຼາຍ. ຂ້ອຍແນະນຳຊື່ຕົນເອງ ແລະ ກໍເຫັນຊື່ຂອງລາວ, ແລ້ວ ກໍບອກລາວວ່າ, ‘ຂ້ອຍຂໍໂທດ ຂ້ອຍເຫັນເຈົ້າທຳອິດ ຂ້ອຍຈື່ເຈົ້າບໍ່ໄດ້,'” ເບີໂກສກ່າວໄວ້, ເລົ່າຄືນມື້ທີ່ພົບກັບຊຸຍມິງໃນມື້ທຳອິດຂອງກອງປະຊຸມ, ຕອນເຊົ້າວັນພະຫັດ ທີ່ ໂຮງແຮມ ເບວິວ, ກຸງມະນີລາ.
ພວກເຂົາທັງສອງໄດ້ພັກຢູ່ຫ້ອງດຽວກັນເປັນເວລາ 4 ມື້.
ສຳລັບເບີໂກສ, ການທີ່ໄດ້ຟັງສິ່ງທີ່ຊຸຍມິງກ່າວໃນກອງປະຊຸມ ມັນໄດ້ເຮັດໃຫ້ຄວາມຮູ້ສຶກເຈັບປວດຫວນຄືນມາ.
“ຕອນທີ່ລາວເລີ່ມເວົ້າກ່ຽວກັບ [ສິ່ງທີ່ເກີດຂື້ນກັບສາມີຂອງລາວ], ມັນເປັນເລື່ອງທີ່ຟັງຍາກ. ເບິ່ງຄືວ່າຫົວໃຈຂອງລາວແຕກສະຫຼາຍເທື່ອລະໜ້ອຍໃນແຕ່ລະມື້. ເມື່ອຂ້ອຍໄດ້ຍິນລາວເວົ້າ, ຄວາມຊົງຈຳຂອງຂ້ອຍໄດ້ຫວນກັບມາ. ຂ້ອຍເຂົ້າໃຈຄວາມຮູ້ສຶກຂອງລາວດີ,” ເບີໂກສກ່າວໄວ້, ເຊິ່ງລາວເອງກໍເຊັ່ນດຽວກັນກັບຊຸຍມິງ, ຕ່າງຄົນຕ່າງເດີນທາງມາຈາກຄົນລະສ່ວນຂອງໂລກເພື່ອຄົ້ນຫາຄຳຕອບ.
ຊຸຍມິງ ເຊັ່ນດຽວກັນ ກໍເປັນອະດີດນັກພັດທະນາຂອງອົງການກອງທຶນເດັກນ້ອຍສະຫະປະຊາຊາດ (Unicef), ລາວໄດ້ສູນເສຍສາມີຂອງຕົນ ຜູ້ທີ່ໄດ້ແຕ່ງງານກັນມາຮ່ວມ 30 ປີ ໃຫ້ກັບກຸ່ມຜູ້ຊາຍກຸ່ມໜຶ່ງໃນຕອນກາງຄືນຂອງວັນທີ 15 ທັນວາ ປີ2012, ໃນຂະນະທີ່ສາມີຂອງລາວກຳລັງຂັບລົດກັບເມືອເຮືອນ ໃນເຂດນະຄອນຫຼວງວຽງຈັນ. ພາບບັນທຶກຈາກກ້ອງວົງຈອນປິດໄດ້ປາກົດໃຫ້ເຫັນວ່າສາມີຂອງລາວໄດ້ຖືກເອົາຕົວໄປຫຼັງຈາກທີ່ຖືກເຈົ້າໜ້າທີ່ຕຳຫຼວດເອີ້ນໃຫ້ຢຸດ.
ເບີໂກສ ຍັງຄົງສືບຕໍ່ຊອກຫາລູກຊາຍຂອງລາວ, ໂຈນັສ ເຊິ່ງເປັນນັກເຄື່ອນໄຫວ ທີ່ຖືກເອົາຕົວໄປໃນຂະນະທີ່ລາວກຳລັງກິນເຂົ້າທ່ຽງຢູ່ຫ້າງ ຄູໂຊນ ຊິຕີມໍລ (Quezon City Mall) ເມື່ອວັນທີ 28 ເມສາ ປີ2007.
ລາວເຊື່ອວ່າທະຫານເປັນຜູ້ທີ່ຢູ່ເບື້ອງຫຼັງການຫາຍຕົວໄປຂອງລູກຊາຍລາວ ແລະ ລາວໄດ້ປະສົບຜົນສຳເລັດໃນການຮ້ອງທຸກໃນສານສູງສຸດເພື່ອບັງຄັບໃຫ້ກອງກຳລັງທະຫານດຳເນີນການກັບທະຫານທີ່ກ່ຽວຂ້ອງກັບການລັກພາຕົວ ອີງຕາມຫຼັກຖານທີ່ມີ.
ຊຸຍມິງ, ໃນທາງກົງກັນຂ້າມ, ໄດ້ກ່າວໄວ້ວ່າຕົນເອງບໍ່ຢາກຄາດເດົາວ່າລັດຖະບານມີສ່ວນກ່ຽວຂ້ອງ ແລະ ຫວັງວ່າ “ເພິ່ນຈະມີຄວາມພະຍາຍາມຢ່າງຈິງໃຈ ແລະ ຊອກຫາ ແລະ ເອົາສົມບັດກັບມາ”
ໃນລະຫວ່າງກິນເຂົ້າເຊົ້າມື້ທຳອິດ ວັນທີ 17 ກໍລະກົດ ພວກເຂົາໄດ້ແລກປ່ຽນກັນ ໂດຍ ຊຸຍມິງເຊິ່ງມີອາຍຸ 67 ປີ ໄດ້ຂໍຄຳແນະນຳຈາກເບີໂກສ ຜູ້ມີອາຍຸ 70 ປີ ປຽບດັ່ງຕົນເອງເປັນນ້ອງສາວທີ່ຢາກຮຽນຮູ້ວິຊາຄວາມຮູ້ຈາກຜູ້ທີ່ມີປະສົບການມາກ່ອນ.
ຍັງບໍ່ຮອດ ‘ຈຸດນັ້ນ‘ ເທື່ອ
“ລາວຖາມຂ້ອຍວ່າ ‘ເຈົ້າຮັບມືກັບເລື່ອງນີ້ແນວໃດ?’ ເພາະວ່າລາວຍັງບໍ່ຮອດຈຸດນັ້ນເທື່ອ,” ເບີໂກສກ່າວ, “ຈຸດນັ້ນ” ແມ່ນບ່ອນທີ່ອະທິບາຍຄວາມໝາຍໄດ້ຍາກຫຼາຍ ແຕ່ຮັບຮູ້ໄດ້ເມື່ອໄປຮອດແລ້ວ.
“ເພາະວ່າຂ້ອຍ, ກັບຄອບຄົວຂ້ອຍ, ພວກເຮົາໄດ້ເຮັດທຸກສິ່ງທຸກຢ່າງແລ້ວ ຈົນວ່າບໍ່ສາມາດເວົ້າວ່າຂ້ອຍບໍ່ເຄີຍເຮັດຫຍັງເລີຍ. ຂ້ອຍເຄີຍອິດເມື່ອຍກັບທຸກສິ່ງທຸກຢ່າງ, ແລະ ພວກເຮົາກໍຍັງເຮັດສິ່ງຕ່າງໆເພີ້ມຕື່ມ. ເຈົ້າຈະຮັບຮູ້ໄດ້ວ່າບໍ່ມີຫຍັງອີກແລ້ວທີ່ຂ້ອຍສາມາດເຮັດໄດ້ ແຕ່ຂ້ອຍກໍຍັງຢູ່ນີ້… ແລະ ການຮູ້ໂຕແນວນີ້ຊ່ວຍເຮົາໄດ້,” ເບີໂກສກ່າວໄວ້.
ສຳລັບຊຸຍມິງ, ຄວາມເຈັບປວດທີ່ບໍ່ຮູ້ຫຍັງເລີຍ ຖືວ່າຍັງສົດຢູ່, ປຽບດັ່ງບາດແຜທີ່ເປີດກວ້າງຂື້ນເລື້ອຍໆໃນແຕ່ລະມື້.
ຄວາມສະຫຼົດໃຈທີ່ຢູ່ພາຍໃນ
“ມັນເປັນຄວາມສະຫຼົດໃຈທີ່ຝັງຢູ່ພາຍໃນ ທຸກໆ ຄົນໃນຄອບຄົວມີຄວາມວິຕົກກັງວົນຫຼາຍ. ຄວາມບໍ່ແນ່ນອນເປັນສິ່ງທີ່ເກີດຂື້ນກັບສົມບັດ ເປັນໜຶ່ງໃນຄວາມເຈັບປວດທີ່ຮຸນແຮງທີ່ສຸດເທົ່າທີ່ຄົນໆ ໜຶ່ງຕ້ອງທົນທຸກທໍລະມານ ມັນປຽບດັ່ງຄວາມທໍລະມານທີ່ບໍ່ມີມື້ສິ້ນສຸດ, ບໍ່ມີມື້ຈົບລົງ,” ຊຸຍມິງກ່າວໄວ້, ເຊິ່ງລາວເອງໄດ້ປະເຊີນກັບຄວາມທຸກທໍລະມານດັ່ງກ່າວໄປພ້ອມໆກັບຍາດພີ່ນ້ອງຂອງສົມບັດ (ພວກເຂົາບໍ່ມີລູກ)
“ທຸກໆ ຂະນະທີ່ຕື່ນນອນຂື້ນມາ, ເຈົ້າຕ້ອງໄດ້ເຈິກັບມັນ. ເຈົ້າສົງໃສວ່າເກີດຫຍັງຂື້ນກັບລາວ, ລາວຢູ່ໃສ, ລາວກຳລັງຕົກຢູ່ໃນສະພາບແບບໃດ. ມັນເປັນເລື່ອງທີ່ຍາກທີ່ສຸດ ທີ່ຈະເຂົ້າໃຈ ສຳລັບຜູ້ທີ່ບໍ່ເຄີຍມີປະສົບການ. ມັນປຽບດັ່ງບາດແຜທີ່ບໍ່ມີວັນທີ່ຈະຫາຍຂາດໄດ້,” ລາວເລົ່າໃຫ້ຜູ້ສອບຖາມຟັງ.
ມັນເປັນຫຼາຍຍິ່ງກວ່າຊ່ວງເວລາທີ່ຍາກລຳບາກສຳລັບຄອບຄົວ, ເມື່ອເດືອນແລ້ວນີ້ ແມ່ຂອງສົມບັດ, ແມ່ຕູ້ໂຈມ, ໄດ້ເສຍຊີວິດໂດຍທີ່ບໍ່ໄດ້ເຫັນໜ້າລູກຊາຍທີ່ຫາຍຕົວໄປເລີຍ. ລາວອາຍຸໄດ້ 86 ປີ.
ແມ່ຂອງລາວຫາກໍເສຍຊີວິດມື້ຄົບ 18 ເດືອນຫຼັງຈາກທີ່ສົມບັດຫາຍຕົວໄປ, ດັ່ງນັ້ນ [ພຽງແຕ່] ຫາກໍເດືອນແລ້ວນີ້. ແມ່ລາວໄດ້ລໍຖ້າໃຫ້ລູກຊາຍກັບມາຫາລາວ, ຫວັງພຽງໄດ້ເຫັນໜ້າເປັນຄັ້ງສຸດທ້າຍ. ສະນັ້ນ ມັນເປັນຄວາມເຈັບປວດທີ່ທຸກຄົນໃນຄອບຄົວຕ້ອງໄດ້ອົດທົນຢ່າງທໍລະມານ,” ຊຸຍມິງກ່າວໄວ້.
ລາວໄດ້ກ່າວໄວ້ວ່າ ແມ່ຍ່າຂອງລາວໄດ້ພະຍາຍາມສູ້ເພື່ອໃຫ້ມີລົມຫາຍໃຈຢູ່ຕໍ່ ເຖິງແມ່ນວ່າສຸຂະພາບຂອງລາວຈະຊຸດໂຊມລົງຢ່າງໄວວາໃນຊ່ວງໄລຍະເວລາ 6 ເດືອນຜ່ານມານີ້.
“ລາວບໍ່ສະບາຍໄດ້ 6 ເດືອນ. ຂ້ອຍເຊື່ອວ່າລາວລໍຖ້າ ຫວັງ ຈະໄດ້ເຫັນໜ້າລູກຊາຍອີກເປັນຄັ້ງສຸດທ້າຍ… ເຖິງແມ່ນວ່າລາວຈະເຖົ້າແລ້ວ, ລາວກໍແຂັງແຮງ ແລະ ມີພະລັງ. ແຕ່ສຸຂະພາບຂອງລາວຊຸດໂຊມລົງຫຼັງຈາກນັ້ນ [ການຫາຍຕົວໄປຂອງສົມບັດ],” ຊຸຍມິງກ່າວໄວ້.
ຈົນຮອດທຸກມື້ນີ້, ຊຸຍມິງ ຍັງບໍ່ຮູ້ຈັກໜ້ອຍເລີຍວ່າຍ້ອນຫຍັງບຸກຄົນເຫຼົ່ານັ້ນຈຶ່ງຢາກທຳຮ້າຍສາມີຂອງຕົນເອງ, ເຊິ່ງເປັນບຸກຄົນທີ່ມີຄວາມອ່ອນນ້ອມຖ່ອມຕົນ, ມີຄວາມມຸ່ງໝັ້ນສ້າງສາເພື່ອໃຫ້ເກີດຄວາມຍືນຍົງ, ເປັນຄົນລຽບງ່າຍ ແລະ ມີຈັນຍາບັນໃນການໃຊ້ຊີວິດ ເຊິ່ງໃນພາຍຫຼັງໄດ້ຮັບລາງວັນຈາກການທຸ້ມເຫື່ອເທແຮງກໍຄື ລາງວັນຣາມອນແມັກໄຊໄຊ ສາຂາຜູ້ນຳຊຸມຊົນດີເດັ່ນ (Magsaysay Award for Community Leadership) ປີ 2005.
ສົມບັດ, ອາຍຸ 64 ປີ ເປັນທີ່ຮັບຮູ້ວ່າເປັນຜູ້ທີ່ນຳເອົາແນວຄວາມຄິດລວມຍອດຄວາມສຸກແຫ່ງຊາດ (Gross National Happiness – GNH) ເຂົ້າມາໃນປະເທດລາວ , ເຊິ່ງເປັນແນວຄວາມຄິດຕົ້ນແບບມາຈາກປະເທດບູຖານທີ່ຫວັງຢາກເຜີຍແຜ່ຫຼັກຄຳສອນຂອງສາດສະໜາພຸດກ່ຽວກັບການໃຫ້ຄຸນຄ່າກັບຄວາມສຸກທາງຈິດໃຈຫຼາຍກວ່າການໄຂ່ວຄ້ວາຈາກສິ່ງຂອງນອກກາຍກໍຄືວັດຖຸ. GNH ເປັນການວັດແທກລະດັບຄຸນນະພາບຊີວິດ ດ້ວຍຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງບໍ່ພຽງແຕ່ເບິ່ງໃນດ້ານການເຕີບໃຫຍ່ຂະຫຍາຍຕົວດ້ານເສດຖະກິດ ເຊິ່ງວັດແທກດ້ວຍລວມຍອດຜະລິດຕະພັນແຫ່ງຊາດ (Gross National Product – GNP).
ແຮງຈູງໃຈ ທີ່ບໍ່ທີ່ໄປທີ່ມາ
“ຂ້ອຍບໍ່ຮູ້ [ແຮງຈູງໃຈ]. ຂ້ອຍບໍ່ມີຫຼັກຖານແທ້ຈິງ ເພາະວ່າຄົນທີ່ເອົາລາວໄປບໍ່ເຄີຍເວົ້າຫຍັງເລີຍ, ແລະ ຕະຫຼອດຊີວິດຂອງລາວໄດ້ໃຊ້ຊີວິດຢ່າງກົງໄປກົງມາ. ສິ່ງທີ່ລາວຢາກເຮັດແຕ່ໃດມາແມ່ນເຮັດໂຄງການທີ່ຈະຊ່ວຍເຫຼືອຄົນທຸກຍາກຢູ່ເຂດຊົນນະບົດ, ເຮັດວຽກກ່ຽວກັບໄວໜຸ່ມ, ສ້າງຄວາມອາດສາມາດໃຫ້ພວກເຂົາ, ຊ່ວຍເຫຼືອພວກເຂົາໃຫ້ມີຊີວິດທີ່ສົດໃສ,” ຊຸຍມິງກ່າວໄວ້.
”ເລື່ອງນີ້ເປັນເລື່ອງໃໝ່ຫຼາຍ. ບໍ່ມີໃຜເລືອກທີ່ຈະໃຫ້ໃຜບາງຄົນຫາຍໄປຈາກຊີວິດຂອງພວກເຂົາ ບໍ່ມີໃຜເລືອກທີ່ຈະໃຫ້ຄົນທີ່ເຂົາຮັກຫາຍຕົວໄປ. ເມື່ອມັນເກີດຂື້ນແລ້ວ, ມັນຄືກັບວ່າຂ້ອຍຖືກຟ້າຜ່າ, ໂດຍທີ່ບໍ່ມີທາງຮູ້ວ່າມັນມາແຕ່ໃສ. ສິ່ງທີ່ຢູ່ໃນຫົວຕອນນີ້ແມ່ນ ຍ້ອນຫຍັງ, ຍ້ອນຫຍັງສິ່ງນີ້ຈຶ່ງເກີດຂື້ນ? ຍ້ອນຫຍັງຈຶ່ງຕ້ອງເກີດຂື້ນກັບຂ້ອຍ? ລາວເຮັດຫຍັງຜິດ? ໃນກໍລະນີຂອງສົມບັດ ລາວບໍ່ໄດ້ເຮັດຫຍັງຜິດເລີຍ,”ລາວກ່າວ.
ລາວໄດ້ເລົ່າເຖິງຊິວິດຂອງສາມີຂອງລາວ ວ່າເປັນຊີວິດທີ່ສະຫງົບ ແລະ ເປັນມິດທີ່ດີ ບໍ່ແມ່ນແຕ່ກັບຄົນທີ່ຮູ້ຈັກ ແຕ່ກັບ “ສິ່ງທີ່ມີຊີວິດທຸກຢ່າງ.” ຈິດວິນຍານ ຖືວ່າແມ່ນແກ່ນສານສຳຄັນສຳລັບຊີວິດສົມບັດ, ລາວໄດ້ກ່າວໄວ້. ຕົວຢ່າງດັ່ງກ່າວແມ່ນສິ່ງທີ່ຊຸຍມິງ ລຳລຶກເຖິງໃນຊ່ວງເວລາມືດມົນຂອງຊີວິດດັ່ງເຊັ່ນຕອນນີ້.
“ສົມບັດ ເປັນຄົນທີ່ມີຈິດວິນຍານສູງ ແລະ ລາວຝຶກນັ່ງສະມາທິດ້ວຍຕົນເອງຕະຫຼອດ. ລາວໄດ້ພະຍາຍາມສອນໃຫ້ຂ້ອຍ ຫຼື ຊັກຊວນໃຫ້ຂ້ອຍຝຶກປະຕິບັດ ແຕ່ຂ້ອຍບໍ່ຄ່ອຍຈິງຈັງນຳ ແຕ່ມາຮອດດຽວນີ້, ຂ້ອຍຮູ້ສຶກວ່າຂ້ອຍຈຳເປັນຈະຕ້ອງກັບໄປຫາແນວຄວາມຄິດຂອງແນວ, ແລະ ນຳຮອຍຕາມແບບຢ່າງຂອງລາວເພື່ອຊ່ວຍໃຫ້ຈິດໃຈສະຫງົບ ເພື່ອຊ່ວຍໃຫ້ຂ້ອຍສາມາດຮັບມືໄດ້,” ຊຸຍມິງກ່າວ.
ລາວໄດ້ສະຫຼຸບໃຈຄວາມຄຳສອນຂອງຜູ້ເປັນສາມີສັ້ນໆວ່າ: “ໃນສະຖານະການທີ່ເບິ່ງຄືວ່າບໍ່ສາມາດເຂົ້າໃຈໄດ້, ສິ່ງດຽວທີ່ປອບໃຈໄດ້ໃນບາງເວລາປາກົດວ່າດ້ວຍການຊ່ວຍເຫຼືອທາງຈິດວິນຍານ.”
ໃນທາງໜຶ່ງ, ສົມບັດຍັງຄົງຢູ່ຂ້າງໆ ພັນລະຍາຂອງລາວ ໂດຍຜ່ານຄຳເວົ້າຂອງລາວ, ຖ້າຫາກລາວຍັງຢູ່ກໍຄົງເຮັດແບບດຽວກັນນີ້ ໃນຊ່ວງເວລາທີ່ຊຸຍມິງມີຄວາມທຸກໃຈ.
“ໃນເວລາທີ່ຂ້ອຍຮູ້ສຶກກົດດັນ, ລາວເປັນຄົນທີ່ເບິ່ງໂລກໃນແງ່ດີທີ່ສຸດ, ລາວຊ່ວຍໃຫ້ຂ້ອຍມີສະຕິ. [ລາວເຮັດໃຫ້ແນ່ໃຈວ່າ] ວ່າຂ້ອຍຈະບໍ່ເບິ່ງສິ່ງຕ່າງໆ ແຕ່ໃນດ້ານລົບ. ລາວເວົ້າຕະຫຼອດວ່າໃຫ້ເບິ່ງດ້ານບວກ. ແນ່ນອນ, ໃນໂລກນີ້ມີບັນຫາ ແລະ ມີອີກຕັ້ງຫຼາຍເລື່ອງ ພວກເຮົາບໍ່ສາມາດແກ້ໄຂບັນຫາໄດ້ທັງໝົດດອກ,ແຕ່ພວກເຮົາພຽງແຕ່ເຮັດໃນສ່ວນເລັກນ້ອຍທີ່ພວກເຮົາສາມາດເຮັດໄດ້ ແລະ ປອບໃຈຕົນເອງ ແລະ ໃຫ້ຄວາມຫວັງຕົນເອງວ່າມີສິ່ງດີໆອີກຕັ້ງຫຼາຍຢ່າງຢູ່ອ້ອມໂຕພວກເຮົາ,” ຊຸຍມິງກ່າວ.
“ຂ້ອຍຄິດຮອດຊ່ວງເວລານັ້ນຫຼາຍ. ຂ້ອຍຄິດຮອດກຳລັງໃຈຈາກລາວ. ຂ້ອຍຄິດຮອດຄວາມຮັກຈາກລາວ,” ຊຸຍມິງ ກ່າວໄວ້.
ຕື່ນຂື້ນມາດ້ວຍຄວາມເຈັບປວດ
ແຮງກະຕຸ້ນຈາກການຄົ້ນຫາຄຳຕອບຂອງຊຸຍມິງ ເຖິງວ່າຄວາມເຈັບປວດໃນຈິດໃຈຈະເພີ່ມທະວີຂື້ນ ແຕ່ ຊຸຍມິງກໍໄດ້ເດີນທາງໄປທົ່ວໂລກເພື່ອຮຽກຮ້ອງໃຫ້ມີການປ່ອຍຕົວສາມີຂອງລາວໃຫ້ກັບມາ ເຊິ່ງໃນນີ້ ລາວໄດ້ຮັບການສະໜັບສະໜູນຈາກປະເທດບ້ານເກີດຂອງລາວ ກໍຄືສິງກະໂປ, ປະເທດສະຫະລັດອາເມລິກາ, ແລະ ສະຫະພາບເອີໂຣບ ໃນການກົດດັນໃຫ້ມີການດຳເນີນການຂັ້ນເດັດຂາດຂອງລັດຖະບານ ສປປ ລາວ ເພື່ອເປີດເຜີຍກ່ຽວກັບນັກພັດທະນາສັງຄົມທີ່ຫາຍຕົວໄປ.
ພາລະກິດຂອງລາວຍັງໄດ້ລວມທັງການເດີນທາງໄປຍີ່ປຸ່ນ, ປະເທດໄທ ແລະ ອິນໂດເນເຊຍ.
“ຂ້ອຍບໍ່ໄດ້ເລືອກທີ່ຈະຍ່າງເຂົ້າມາໃນເສັ້ນທາງສາຍນີ້. ຂ້ອຍບໍ່ໄດ້ເລືອກທີ່ຈະຕື່ນຂື້ນມາແຕ່ລະມືພ້ອມກັບຄວາມເຈັບປວດຍ້ອນບໍ່ໄດ້ພົບໜ້າສາມີຂອງຕົນເອງ, ພ້ອມກັບຄວາມເຈັບປວດທີ່ບໍ່ຮູ້ວ່າມີຫຍັງເກີດຂື້ນກັບລາວ, ແຕ່ຂ້ອຍພຽງແຕ່ຕ້ອງໄດ້ຊອກຫາຄຳຕອບ,” ຊຸຍມິງກ່າວ.
“ຂ້ອຍຄິດວ່າ ສິ່ງນີ້ເຮັດໃຫ້ຂ້ອຍຕ້ອງດຳເນີນຕໍ່ໄປ: ເພື່ອຊອກຫາຄຳຕອບວ່າເກີດຫຍັງຂື້ນ, ພຽງເພື່ອໃຫ້ໄດ້ຄຳຕອບ, ຫວັງພຽງວ່າລາວຈະຍັງມີຊີວິດ, ຫວັງພຽງວ່າລາວຈະຍັງໄດ້ກັບມາບ້ານ ແລະ ຫວັງວ່າເຮົາຈະຄົ້ນພົບຄວາມຈິງວ່າເກີດຫຍັງຂື້ນກັບລາວ.”
ສຳລັບເບີໂກສ, ຄຳຖາມທີ່ບໍ່ມີຄຳຕອບກ່ຽວກັບການຫາຍຕົວໄປຂອງລູກຊາຍຂອງລາວໄດ້ນຳພາລາວໄປຢູ່ໃນສະຖານທີ່ທີ່ມີຈຸດປະສົງສູງຂື້ນກວ່າເກົ່າ.
ກໍຄື ເບີໂກສ ເຊື່ອວ່າ ລູກຊາຍລາວທີ່ຍັງຄົງຫາຍຕົວໄປໄດ້ 7 ປີນັ້ນ ແມ່ນ”ສ່ວນໜຶ່ງຂອງແຜນການທີ່ໃຫຍ່ຂື້ນ,” ອີງຕາມຄວາມສັດທາຜະນຶກກັບປະສົບການທີ່ໄດ້ພົບພໍ້ມາ. ລາວເວົ້າວ່າຕົນເອງໄດ້ດຳເນີນຊີວິດຕໍ່ໄປ ນັບຈາກຊ່ວງເວລາທີ່ລາວຈົມຢູ່ໃນອາລົມສົດໆ, ໃນຊ່ວງປີທຳອິດ ຕອນນັ້ນລາວຮ້ອງຂື້ນມາພ້ອມກັບກຳກຳປັ້ນແໜ້ນວ່າ: “ເອົາລູກຊາຍຂ້ອຍກັບມາຕອນຍັງເປັນໆ ດຽວນີ້!”
ພະເຈົ້າກຳນົດໄວ້ແລ້ວ
“ຄວາມສັດທາຂອງຂ້ອຍບອກຂ້ອຍວ່າບາງເທື່ອມັນເປັນຄວາມຕ້ອງການຂອງພະເຈົ້າທີ່ຂ້ອຍຈະບໍ່ມີທາງຊອກເຫັນລູກຊາຍຂ້ອຍ. ຖ້າຫາກວ່າມັນເປັນແຜນຂອງເພິ່ນ ທີ່ວ່າພວກເຮົາຈະບໍ່ມີທາງຫາໂຈນັສ ຈົນພົບ, ຂ້ອຍກໍຄົງຕ້ອງໄດ້ເຮັດຕາມທີ່ພະເຈົ້າກໍານົດໄວ້. ນີ້ເປັນສ່ວນໜຶ່ງຂອງແຜນການທີ່ໃຫຍ່ກວ່າເກົ່າ, ແລະ ກໍຄືການຊ່ວຍໃຫ້ຜູ້ເຄາະຮ້າຍຂອງການຖືກບັງຄັບໃຫ້ຫາຍຕົວໄປ, ແລະ ບໍ່ແມ່ນແຕ່ໂຈນັສເທົ່ານັ້ນ,” ເບີໂກສ ກ່າວໄວ້, ຜົມຂອງລາວຂາວຂື້ນ ແຕ່ອາລົມລາວສຸຂຸມກວ່າເກົ່າ.
ໃນເມື່ອພວກເຂົາໄດ້ຍ່າງໃນເສັ້ນທາງທີ່ຄ້າຍຄືກັນແລ້ວ ເຖິງວ່າອາຍຸຈະແຕກຕ່າງກັນ 5 ປີ, ເບີໂກສ ເວົ້າວ່າ ລາວບໍ່ຢາກ “ເວົ້າອວດວ່າຂ້ອຍດີກວ່າ.”
“ບາງເທື່ອ ພຽງແຕ່ໄປໃຫ້ລາວເຫັນໜ້າ, ພຽງແຕ່ກອດລາວ, ມັນກໍພຽງພໍແລ້ວ. ລາວສູນເສຍຄົນບາງຄົນໄປ. ຖ້າຫາກພວກເຮົາພຽງແຕ່ກອດລາວ, ມັນກໍມີຄວາມໝາຍສຳຄັນແລ້ວ,” ເບີໂກສກ່າວ.