The Manila Post: 17 ກໍລະກົດ 2014
ໂດຍ: ໄຈມີ ອາ. ພິລາພິລ (Jaime R. Pilapil)
ຊຸຍມິງ ອຶງ, ພັນລະຍາຂອງ ສົມບັດ ສົມພອນ ຜູ້ໄດ້ຮັບລາງວັນຣາມອນແມັກໄຊໄຊ (Ramon Magsaysay)ທີ່ຫາຍຕົວໄປໃນລາວ, ໄດ້ຮຽກຮ້ອງໃຫ້ລັດຖະບານອອກມາດຳເນີນການເພື່ອແກ້ໄຂບັນຫາການຫາຍຕົວໄປ ທີ່ປະເທດຟິລິບປິນ.
ຊຸຍມິງ ເປັນແຂກຮັບເຊີນເພື່ອກ່າວໃນງານ ປະຊຸມຄັ້ງທີ 3 ກ່ຽວກັບ ການໃຫ້ຄວາມຊ່ວຍເຫຼືອດ້ານຈິດສັງຄົມໃນການຊອກຫາຄວາມຈິງ ແລະຄວາມເປັນທຳໃຫ້ກັບຜູ້ເຄາະຮ້າຍຂອງການບັງຄັບໃຫ້ສູນຫາຍ, ການທໍລະມານ ແລະ ການຖືກດຳເນີນການນອກລະບົບກົດໝາຍ (Third Conference on Psychosocial Support Disappearances, Torture and Extra-judicial Execution) ທີ່ໂຮງແຮມ ເບວິວພາກ (Bayview Park Hotel) ໃນ ກຸງມະນີລາ.
ຈັດໂດຍ ສະຫະພັນອາຊີຕໍ່ຕ້ານການຫາຍຕົວໂດຍບໍ່ສະໝັກໃຈ (AFAD), ຍາດພີ່ນ້ອງຂອງຜູ້ທີ່ສູນຫາຍ ເຊິ່ງໃນນັ້ນມີ ທ່ານນາງ ອິດິທາ ເບີໂກສ (Edita Burgos) ທີ່ໄດ້ເຂົ້າຮ່ວມໃນງານດັ່ງກ່າວເຊັ່ນກັນ. ເບີໂກສ ເປັນແມ່ຂອງ ໂຈນາສ (Jonas) ທີ່ຖືກບັງຄັບຕົວໄປໂດຍໜ່ວຍງານທະຫານໃນວັນທີ 28 ເມສາ 2007. ຈົນຮອດທຸກມື້ນີ້ຍັງບໍ່ພົບຕົວໂຈນາສອີກເລີຍ.
ຕັ້ງແຕ່ກົດໄອຍະການເສິກໃນປີ 1972 ໄດ້ມີລາຍງານໂຕເລກວ່າມີຜູ້ສູນຫາຍຈຳນວນກວ່າ 2,000 ຄົນ, ຈຳນວນຫຼາຍກວ່າ 1,000 ຄົນຖືກກະທຳໂຫດຮ້າຍທາລຸນ ແລະ ຫຼາຍຮ້ອຍຄົນທີ່ຖືກຂ້າ ເຊິ່ງໃນນັ້ນກໍລວມທັງ ການສັງຫານໝູ່ມາກິນດາເນົາ (Maguindanao) ໃນເດືອນພະຈິກ ປີ 2009.
ສົມບັດ ເປັນຜູ້ທີ່ມີບົດບາດເປັນຜູ້ນຳພາໃນພາກປະຊາສັງຄົມ ເຊິ່ງໄດ້ຮັບລາງວັນ ຣາມອນແມັກໄຊໄຊ ສາຂາ ຜູ້ນຳຊຸມຊົນດີເດັ່ນ ໃນປີ 2005. ໃນວັນທີ 15 ທັນວາ ປີ 2012, ໃນພາບບັນທຶກກ້ອງວົງຈອນປິດປາກົດໃຫ້ເຫັນວ່າຕຳຫຼວດລາວໄດ້ຢຸດລົດລາວ ແລະ ລາວໄດ້ຖືກເອົາຕົວໄປ. ຫຼັງຈາກນັ້ນກໍບໍ່ມີໃຜພົບເຫັນລາວອີກເລີຍ.
ຊຸຍມິງ ແລະ ຜູ້ເຂົ້າຮ່ວມໃນກອງປະຊຸມໄດ້ຮຽກຮ້ອງໃຫ້ລັດຖະບານລາວດຳເນີນການສືບສວນສອບສວນຢ່າງຈິງຈັງ ແລະ ເຮັດທຸກວິທີທາງເພື່ອໃຫ້ໝັ້ນໃຈວ່າສົມບັດຈະໄດ້ກັບມາຫາຄອບຄົວຢ່າງປອດໄພ.
ຊຸຍມິງຍັງຮຽກຮ້ອງໃຫ້ບັນດາປະເທດຕ່າງໆລົງລາຍເຊັນ ແລະໃຫ້ສັດຕະຍາບັນຕໍ່ ອະນຸສັນຍາສາກົນວ່າດ້ວຍການຕໍ່ຕ້ານການສູນຫາຍ (the International Convention Against Disappearances.)
ໃນບັນດາ 49 ປະເທດໃນອາຊີ ມີ 10 ປະເທດທີ່ໄດ້ລົງນາມໃນອານຸສັນຍາດັ່ງກ່າວແລ້ວ ແຕ່ມີພຽງປະເທດຟິລິບປິນເທົ່ານັ້ນທີ່ມີກົດໝາຍແຫ່ງຊາດຕໍ່ຕ້ານການບັງຄັບໃຫ້ສູນຫາຍ.
ຊຸຍມິງໄດ້ພົບກັບກຸ່ມຜູ້ນຳພາກປະຊາສັງຄົມເພື່ອຮຽກຮ້ອງໃຫ້ມີການຊ່ວຍເຫຼືອກ່ຽວກັບສາມີຂອງລາວ. ລາວຫວັງວ່າປະເທດຟິລິບປິນຈະເປັນປະເທດທີ່ເຫັນອົກເຫັນໃຈຕໍ່ຊາຕາກຳລາວກວ່າໝູ່ໃນຖານະເປັນພັນລະຍາຂອງຜູ້ຫາຍຕົວໄປ.
AFAD ໄດ້ໃຫ້ຂໍ້ສັງເກດວ່າຫຼາຍປະເທດໃນອາຊີທີ່ມີສະພາບຂໍ້ຂັດແຍ່ງ ແລະ ການເມືອງທີ່ບໍ່ທຸ່ນທ່ຽງ ຍັງຄົງສືບຕໍ່ໃຊ້ຮູບແບບການບັງຄັບໃຫ້ສູນຫາຍ ເພື່ອເປັນເຄື່ອງມືໃນການປາບປາມຄວາມຂັດແຍ່ງທາງການເມືອງແບບງຽບໆ.
ຜູ້ເຄາະຮ້າຍອາດຈະເປັນແມ່ຍິງ ຫຼື ຜູ້ຊາຍທີ່ເປັນນັກເຄື່ອນໄຫວທາງການເມືອງ, ຜູ້ນຳພາ ແລະ ສະມາຊິກຂອງກຸ່ມອົງກອນ ຫຼື ສະຖາບັນຂະໜາດໃຫຍ່ ທີ່ຮຽກຮ້ອງສິດທິກ່ຽວກັບທີ່ດິນ, ນ້ຳ, ອາຫານ, ບ້ານເຮືອນ, ການສຶກສາ, ເສລີພາບໃນການສະແດງອອກ, ແລະ ການປົກປ້ອງສິ່ງແວດລ້ອມ ຫຼາຍກວ່າກຸ່ມອື່ນໆ
ຫົວໜ້າຄະນະກຳມະການສິດທິມະນຸດ (Commission on Human Rights) ທ່ານ ເອັດຕາ ໂຣເຊລີສ (Etta Rosales) ໄດ້ເຂົ້າຮ່ວມໃນງານດັ່ງກ່າວ ລາວໄດ້ໃຫ້ຄຳໝັ້ນສັນຍາວ່າຈະໃຫ້ການຊ່ວຍເຫຼືອຊຸຍມິງໃນການສະແຫວງຫາຄວາມຍຸດຕິທຳ.
ໃນປີ 2012, ໄດ້ປະກາດໃຊ້ຫຼັກສິດທິມະນຸດຕາມກົດໝາຍຕໍ່ຕ້ານການຫາຍສາບສູນ (the Anti-Disappearance Law), ເຊິ່ງໄດ້ໃຊ້ເວລາ 16 ປີ ກວ່າຈະໄດ້ຮັບການຮັບຮອງ ແລະ ເປັນຄັ້ງທຳອິດໃນອາຊີ.
ປະເທດຟິລິບປິນເປັນທີ່ຮັບຮູ້ວ່າມີກົດໝາຍດີໆ ຈຳນວນຫຼວງຫຼາຍ ແຕ່ເສຍດາຍທີ່ບໍ່ຖືກນຳໄປໃຊ້ຢ່າງຮອບຄອບ.
AFAD ຮຽກຮ້ອງໃຫ້ລັດຖະບານດຳເນີນການຢ່າງເຕັມທີ່ ແລະ ເຄັ່ງຄັດ ໃນການນຳໃຊ້ກົດໝາຍ ແລະ ສ້າງຄວາມໝັ້ນໃຈວ່າຈະບໍ່ມີການບັງຄັບໃຫ້ສູນຫາຍອີກ ບໍ່ວ່າພາຍໃຕ້ການບໍລິຫານງານໃດໆ ກໍຈະໃຫ້ຄຳໝັ້ນສັນຍາ.