The Economist: 26 ຕຸລາ 2013
ກຸ່ມກ້ອນການປົກຄອງລຶກລັບ ແລະ ອຳນາດມືດກອບໂກຍທີ່ດິນ ແມ່ນບັນຫາທີ່ແຜ່ກະຈາຍປົກຄຸມ ປະເທດ ທີ່ທຸກຍາກ
ຍົນໂດຍສານແອບັສ A320 ຖືກສັ່ງຜະລິດໂດຍ ພັນເອກ ມວມມາ ກາດດາຟີ (Muammar Quaddafi) ແຕ່ກໍ ໜ້າແປກໃຈທີ່ທ້າຍທີ່ສຸດມັນໄດ້ຕົກມາເປັນຊັບສິນໃນຄອບຄອງຂອງສາຍການບິນລາວ (Lao Airlines). ຖ້ານັ່ງຢູ່ບ່ອນ ນັ່ງຂ້າງປະຕູປ່ອງຢ້ຽມບິນຢູ່ເໜືອປະເທດລາວ ຄົນທີ່ເຂົ້າມາຢ້ຽມຢາມຈະສຳຜັດໄດ້ເຖິງຄວາມອ່ອນແອຂອງ ລັດ ເຊິ່ງຈະເຫັນວ່າການຕັດໄມ້ທຳລາຍປ່າເປັນແລວຍາວໄປຈົນຮອດຊາຍແດນປະເທດຈີນ. ເມື່ອບໍ່ດົນມານີ້ ແລະ ຮ້າຍແຮງທີ່ສຸດ ທີ່ນັກວິທະຍາສາດຈາກມະຫາວິທະຍາໄລລັນດ໌ ແຫ່ງສວີເດັນ ທີ່ໄດ້ເລືອກເອົາປະເທດລາວໃຫ້ ເປັນພື້ນທີ່ທົດລອງເຕັກນິກໃໝ່ໃນການບໍລິຫານຈັດການກິດຈະກຳດ້ານເສດຖະກິດຈາກອາວະກາດ ເຊິ່ງໄດ້ມີ ການເຊື່ອມເຂົ້າກັນລະຫວ່າງຮູບພາບຈາກຈານດາວທຽມໃນຕອນກາງຄືນ ກັບຂໍ້ມູນການນຳໃຊ້ທີ່ດິນ ເຊິ່ງຈະສາ ມາດກະປະມານ ແຕ່ມີຄວາມທ່ຽງກົງໄດ້ຢ່າງໜ້າປະຫຼາດໃຈ ກ່ຽວກັບການປ່ຽນແປງຂອງກິດຈະກຳດ້ານກະຊິກຳ ແລະ ກິດຈະກຳທີ່ບໍ່ແມ່ນດ້ານກະສິກຳ. ສຳລັບປະເທດລາວ ມັນຍັງໝາຍເຖິງການບໍລິຫານຈັດການຜົນກະທົບຂອງ ເງິນຕາປະເທດຈີນ ແລະ ຫວຽດນາມຈາກເທິງອາວະກາດ.
ຢູ່ເທິງພື້ນດິນ ທີ່ແຂວງພາກເໜືອ ກໍຄືແຂວງອຸດົມໄຊ ລົດຈິ໋ບທີ່ບຸກເຂົ້າໄປຕັດຕົ້ນໄມ້ຕາມຮ່ອມພູສ່ວນໃຫຍ່ແມ່ນລົດທີ່ຕິດປ້າຍທະບຽນຈີນ ແລະ ຫວຽດນາມ. ສີ່ເມືອງໃນແຂວງດັ່ງກ່າວແມ່ນຖືວ່າເປັນເມືອງທີ່ເສດຖະກິດຂະຫຍາຍຕົວໄວທີ່ສຸດໃນປະເທດ ອີງຕາມນັກວິໄຈຈາກປະເທດສວີເດັນ (ລັດຖະບານລາວເຊິ່ງເປັນລັດທີ່ຕໍ່ຕ້ານຄວາມຄິດໃໝ່ໆ ໄດ້ສະໜອງຂໍ້ມູນໜ້ອຍທີ່ສຸດ) ການລົງທຶນລ້ວນສຸມໃສ່ດ້ານກະສິກຳປູກຝັງ, ການປູກຢາງພາລາ, ຕະຫຼາດປູກຝັງ ແລະ ພືດທາງເສດຖະກິດ ເຊິ່ງສ່ວນໃຫຍ່ແມ່ນເພື່ອຂົນໄປລ້ຽງຊີບປະຊາກອນຈຳນວນມະຫາສານໃນພາກເໜືອຂອງປະເທດຈີນ. ຜົນຂ້າງຄຽງທີ່ເກີດຂື້ນແມ່ນລວມທັງການສູນເສຍປ່າໄມ້ ແລະ ຄວາມຫຼາກຫຼາຍທາງຊີວະນາໆພັນ, ດິນເຊາະເຈື່ອນຢ່າງຮຸນແຮງ ແລະ ຊາວບ້ານຈຳນວນຫຼວງຫຼາຍໃນແຂວງທີ່ມີຄວາມຫຼາກຫຼາຍທາງດ້ານຊົນເຜົ່າຕ້ອງໄດ້ອົບພະຍົບອອກຈາກທີ່ດິນອາໄສຂອງຕົນເອງ. ຫຼາຍໆ ບໍລິສັດຈີນໄດ້ສຳປະທານດິນເພື່ອປູກຢາງພາລາໄດ້ຢ່າງສະດວກ ສະບາຍ ເຊິ່ງກວມເອົາພື້ນທີ່ຂອງແຂວງດັ່ງກ່າວຈຳນວນ 30,000 ເຮັກຕາ ເບື້ງຫຼັງແນວຄວາມຄິດແມ່ນວ່າມີຄວາມຈຳເປັນທີ່ຈະຕ້ອງໃຊ້ຄົນງານ ຂອງຈີນຈຳນວນສິບໃນຮ້ອຍເພື່ອມາປາດເອົາຢາງພາລາ. ໃນໄລຍະສິບປີຜ່ານມາ, ລັດຖະບານໄດ້ເປີດໃຫ້ຈີນ, ຫວຽດນາມ, ແລະ ໄທ ມາສຳປະທານດິນໃນທົ່ວປະເທດເປັນໄລຍະເວລາສູງສຸດຮອດ 100 ປີ ແລະ ສ່ວນໃຫຍ່ໃນລາຄາຖືກ ໃນທີ່ສຸດດິນສ່ວນຫຼາຍໃນປັດຈຸບັນແມ່ນຕ່າງຊາດເປັນເຈົ້າຂອງ ເຊິ່ງບໍ່ໄດ້ໃຊ້ເພື່ອປູກເຂົ້າຄືແຕ່ກ່ອນ. ສິ່ງທີ່ຜູ້ຊ່ຽວຊານໃນລາວຢ້ານກົວກໍຄື ປາກົດການທີ່ນອກຈາກຄົນຈະທຸກຍາກແລ້ວຍັງຕ້ອງພົບກັບທີ່ບໍ່ມີທີ່ດິນອາໄສ ອີກ.
ການທີ່ຈີນຫຼັ່ງໄຫຼເຂົ້າມາ ບໍ່ໄດ້ໝາຍຄວາມວ່າໄດ້ຮັບການຕ້ອນຮັບຈາກລັດຖະບານລາວທັງໝົດ ມໍ່ໆມານີ້ຮອງນາຍົກລັດຖະມົນ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ອອກຄຳສັ່ງປິດຄາຊິໂນຈີນທີ່ຢູ່ໃກ້ເຂດຊາຍແດນ ຍ້ອນວ່າເປັນແຫຼ່ງດຶງດູດຢາເສບຕິດ ແລະ ການຄ້າໂສເພນີ ໄປພ້ອມໆກັບການຫຼີ້ນການພະນັນ. ເຖິງແນວໃດກໍຕາມ, ທ່ານເລັ່ງສະຫວັດ, ເຊິ່ງເປັນຄົນເຊື້ອຊາດຈີນ ກໍມີເຄືອຂ່າຍສະໜັບສະໜຸນສ້າງຂື້ນເອງເພື່ອອະນຸຍາດໃຫ້ຈີນສຳປະທານເຂດເສດຖະກິດພິເສດຂອງຕົນ ແລະ ຍັງເປັນໜຶ່ງຄົນສຳຄັນໃນໂຄງການທີ່ມີຄວາມທະເຍີທະຍານທີ່ສຸດຂອງອາຊີ: ການສະເໜີເສັ້ນທາງລົດໄຟໄລຍະ 262 ໄມ (421 ກິໂລແມັດ) ເພື່ອຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ທີ່ເຊື່ອມຕໍ່ຄຸນໝິງ, ຢູນານ ເຊິ່ງເປັນແຂວງທາງຕາເວັນຕົກສ່ຽງໄຕ້ຂອງຈີນ, ແລະ ນະຄອນຫຼວງວຽງຈັນເຊິ່ງເປັນເມືອງຫຼວງຂອງລາວ. ປ້າຍລາຄາ 7.2 ພັນລ້ານໂດລາ (ລວມທັງດອກເບ້ຍ) ຖືວ່າເປັນຈຳນວນຫຼວງຫຼາຍເກືອບເທົ່າກັບຈຳນວນເສດຖະກິດຢ່າງເປັນທາງການທັງໝົດຂອງປະເທດ ແລະ ຈະໃຊ້ຄົນງານຈຳນວນ 50,000 ຄົນໃນເວລາ 5 ປີ ພຽງເພື່ອວາງລາງລົດໄຟ ເຊິ່ງໃນນີ້ ສອງສ່ວນສາມຂອງເສັ້ນທາງຈະແລ່ນລອດອຸໂມງ ຫຼື ຂົວ ຈຳນວນ 76 ຈຸດ.
ສິ່ງທີ່ຈະນຳມາຄຳປະກັນໂຄງການມະຫາສານນີ້ກໍແມ່ນບໍ່ແຮ່ນັ້ນເອງ ຫຼື ຈະເວົ້າອີກຢ່າງໜຶ່ງກໍແມ່ນການດູດເອົາຊັບພະຍາກອນທຳມະຊາດໃນປະເທດດ້ອຍພັດທະນາກຳລັງຈະເລັ່ງຄວາມໄວສູງຂື້ນ ເສດຖະກິດແບບເຊົ່າໄດ້ເພິ່ມພູນຂື້ນແລ້ວສຳລັບກຸ່ມອຳນາດໜຶ່ງໆ ເຊິ່ງເສັ້ນທາງລົດໄຟ ບໍ່ໃນທາງໃດກໍທາງໜຶ່ງຈະຊັກນຳໄປຫາຂຸມເງິນຂຸນຄຳທີ່ລ້ຳຄ່າມະຫາສານ. ເໜືອສິ່ງອື່ນໃດ ຄຳຖາມທີ່ປາກົດຂື້ນແມ່ນ ເສ້ນທາງລົດໄຟຈະມີຄວາມກວ້າງຂະໜາດໃດ ໄດ້ມີການຄາດຄະເນຖະໜົນຈີນທີ່ຄູ່ຂະໜານຂ້າງລາງລົດໄຟຈະຍາວໄປຮອດເຂດຊາຍແດນປະເທດໄທ. ຜູ້ຊາຍຄົນໜຶ່ງທີ່ເຄີຍເຫັນແຜນຜັງຂອງຄຸ້ມຄົນຈີນໃນທິດຕາເວັນອອກຂອງວຽງຈັນ ວ່າຈຸດປາຍທາງຂອງເສັ້ນທາງລົດໄຟແມ່ນຈະຢູ່ໃຈກາງຂອງທີ່ຢູ່ໃໝ່ຂອງຄົນຈີນຈຳນວນຫຼາຍກວ່າ 100,000 ຄົນ.
ປັດຈຸບັນ ການເດີນທາງລົງຈາກພູໃນແຂວງອຸດົມໄຊແມ່ນຕ້ອງໃຊ້ລົດເມພຽງຢ່າງດຽວ ພໍຮອດຊ່ວງຍາມຝົນ ຝົນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ກັບເສັ້ນທາງ 200 ກິໂລແມັດຍາວໄປຫາຫຼວງພະບາງ ເຊິ່ງ ເປັນເມືອງຫຼວງຂອງເຈົ້າຊີວິດໃນເມື່ອກ່ອນ ກ່ອນທີ່ຈະປ່ຽນລະບອບປົກຄອງແບບຄອມມູນິດ ໂດຍປະກາດເອກະລາດໃນປີ 1975 ຫຼັງສົງຄາມກາງເມືອງທີ່ຍາວນານ (ທີ່ຫຼວງພະບາງ ລົດຍີ່ຫໍ້ຊີຕຣອງຂອງເຈົ້າຊີວິດຍັງຢູ່ ແຕ່ຕົວເພິ່ນເອງ ແລະ ຄອບຄົວແມ່ນໄດ້ເສຍຊີວິດ) ການເດີນທາງອາດໃຊ້ເວລາຮອດສິບຊົ່ວໂມງເທິງເສັ້ນທາງເປັນຂຸມເປັນໂນນ ເພື່ອເດີນທາງໄປຮອດວຽງຈັນ.
ຕົວເມືອງຫຼວງຂອງລາວແມ່ນຢູ່ລຽບແຄມແມ່ນຳ້ຂອງທີ່ຍິ່ງໃຫຍ່ ເຊິ່ງມີເຂດຊາຍແດນຕິດກັບປະເທດໄທ. ເຖິງແນວໃດກໍຕາມ ບັນຍາກາດຍັງຄົງງ່ວງເຫງົາ ວຽງຈັນກຳລັງເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາດ້ວຍນ້ຳມືຂອງມະຫາອຳນາດຄອມມູນິດ ເຊິ່ງເປັນໜຶ່ງໃນກຸ່ມຄົນທີ່ຂັບລົດຄັນໃຫຍ່ໆ ໃນວັນເສົາເພື່ອລຽນຄິວລໍຖ້າຂ້າມຂົວແມ່ນ້ຳຂອງໄປຊື້ເຄື່ອງຢູ່ສູນການຄ້າຢູ່ອີກຟາກນຳ້ໜຶ່ງ ແຕ່ສຳລັບປະຊາກອນລາວຈຳນວນ 6.6 ລ້ານທີ່ເຫຼືອແມ່ນຢູ່ດ້ວຍຄວາມຮູ້ສຶກ ບໍ່ສະບາຍໃຈ ແລະ ຄວາມຢ້ານກົວເໜືອສິ່ງໃດໝົດ.
ເມື່ອເດືອນທັນວາປີແລ້ວນີ້ ທ່ານ ສົມບັດ ສົມພອນ ນັກພັດທະນາທີ່ມີຊື່ສຽງດ້ານປະຊາທິປະໄຕ ແລະ ການສົ່ງເສີມການພັດທະນາ ແບບຍືນຍົງ ໄດ້ຫາຍຕົວໄປ ແລະ ໃນເວລາດຽວກັນ ລັດຖະບານກໍເຄັ່ງຄັດກັບ ອົງການທີ່ບໍ່ຂື້ນກັບລັດຖະບານ (NGO) ຫຼາຍຂື້ນ ໂດຍສະເພາະພາກສ່ວນທີ່ເຮັດວຽກກ່ຽວກັບການສ້າງຄວາມເຂົ້າໃຈ ດ້ານສິດທິກ່ຽວກັບທີ່ດິນ. ເມື່ອສອງເດືອນກ່ອນ, ສະຖານທູດອາເມລິກາໄດ້ຕິດປ້າຍເທິງອ່າງນຳ້ເພື່ອຮຽກຮ້ອງໃຫ້ມີ ການປ່ອຍຕົວສົມບັດກັບຄືນມາ ເຊິ່ງໃນໄລຍະຕໍ່ມາ ຫົວໜ້າມູນນິທີອາຊີຂອງອາເມລິກາທີ່ປະຈຳຢູ່ປະເທດລາວ (American-based Asia Foundation in Laos) ໄດ້ຖືກເຊິນໃຫ້ອອກຈາກປະເທດ.
ແຕກຕ່າງຈາກປະເທດພະມ້າ, ປະເທດລາວເປັນປະເທດທີ່ມີປື້ມບໍ່ເທົ່າໃດຫົວ ບໍ່ເຄີຍມີຜູ້ນຳຝ່າຍຄ້ານທີ່ໄດ້ຮັບ ການສຶກສາຈາກປະເທດຕາ ເວັນຕົກ ເພື່ອເຕືອນໃຫ້ຕ່າງຊາດໄດ້ຮູ້ເຖິງລະບົບການປົກຄອງທີ່ຊົ່ວຮ້າຍຢ່າງເປັນ ທຳມະຊາດນີ້ ອັນທີ່ຈິງແລ້ວ ປະເທດລາວຍັງບໍ່ເຄີຍມີຝ່າຍກົງຂັນຂ້າມເລີຍ—ເຊິ່ງກໍເປັນຍ້ອນບໍ່ໄດ້ຮັບການອະນຸຍາດ ໃຫ້ມີເດັດຂາດ. ພະ, ນັກສິລະປິນ, ນັກບັນນາທິການ, ແລະ ເດັກນັກຮຽນລ້ວນແລ້ວແຕ່ຖືກສົ່ງ ໄປຮຽນທິດສະດີ ການເມືອງແບບດຽວກັບໝົດ. ຄວາມເຈັບປວດຂອງການຕໍ່ສູ້ກັບສົງຄາມກາງເມືອງທີ່ຍາວນານ ແລະ ເຫດການທີ່ ອາເມລິກາຖີ້ມລະເບີດໃນຊ່ວງສົງຄາມຫວຽດນາມກໍຫາກໍຜ່ານໄປໄດ້ບໍ່ດົນ. ທີ່ດິນຈຳນວນໜຶ່ງສ່ວນສາມຂອງປະເທດ ນີ້ຍັງຄົງເຕັມໄປດ້ວຍລູກລະເມີດທີ່ຍັງບໍ່ແຕກ ເຊິ່ງເປັນອາວຸດຂອງອາເມລິກາທີ່ຖີ້ມໄວ້ ແລະ ໃນແຕ່ລະປີມີຄົນຫຼາຍ ຮ້ອຍຄົນທີ່ເສຍແຄ່ງຂາຂອງຕົນຍ້ອນລູກລະເບີດແຕກ.
ມີໜ່ວຍງານພັດທະນາບາງປະເທດເທົ່ານັ້ນທີ່ເຂົ້າມາເຮັດວຽກໃນຂອບເຂດອັນຄັບແຄບໃນປະເທດລາວ ໃນອີເມລ ຄົນຕ່າງຊາດທີ່ເຂົ້າມາອາໄສຢູ່ໃນປະເທດ ໄດ້ໝູນໃຊ້ຄວາມສະຫຼາດໃນການປ່ຽນແປງຄຳສັບ ຈາກຄອມມູນິດມາເປັນການນຳມາສູ່ເຕັກໂນໂລຢີໃໝ່ໆ ຈາກຈີນເຂົ້າສູ່ປະເທດ. ລະບອບປົກຄອງຍັງຄົງ ເຝົ້າປົກປ້ອງບໍ່ໃຫ້ຕ່າງຊາດທີ່ອາດຈະເຂົ້າມາ “ປ່ຽນແປງປະເທດຂອງພວກເຮົາດ້ວຍສັນຕິວິທີ”
ເປັນເລື່ອງຈິງທີ່ວ່າເງິນຈາກປະເທດຈີນ ແລະ ຫວຽດນາມໄດ້ຊ່ວຍເຫຼືອເສດຖະກິດປະເທດລາວໃຫ້ຂະຫຍາຍ ຂື້ນເທົ່າຕົວພາຍໃນສິບປີ ການສ້າງເຂື່ອນໄດ້ເຮັດໃຫ້ປະຊາກອນຈຳນວນສີ່ສ່ວນຫ້າຂອງທັງໝົດ ສາມາດເຂົ້າເຖິງ ໄຟຟ້າ ແຕ່ເຖິງຢ່າງໃດກໍຕາມສຸຂະພາບຂອງຜູ້ເປັນແມ່ໃນປະເທດລາວແມ່ນຢູ່ໃນສະພາບທີ່ຮ້າຍແຮງກວ່າໃນປະເທດກຳປູເຈ້ຍ (ເຊິ່ງພະຍາຍາມຈະເປັນລະບອບປະຊາທິປະໄຕ) ແລະ ລະດັບການຂາດສານອາຫານກໍຢູ່ໃນລະ ດັບສູງຢ່າງໜ້າເປັນຫ່ວງ. ເພື່ອເຮັດໃຫ້ສະຖານະການເບິ່ງຄືບໍ່ຮ້າຍແຮງປານໃດ, ອົງການທີ່ບໍ່ຂື້ນກັບລັດຖະບານໄດ້ ເວົ້າວ່າ ລັດຖະບານໄດ້ຕັ້ງໜ້າລົງພື້ນທີ່ຕ່າງໆ ເພື່ອເອົາອາຫານໄປໃຫ້ເດັກນ້ອຍໃນບ້ານຕ່າງໆ ທີ່ຢູ່ໃນກຸ່ມເປົ້າໝາຍ ຂອງອົງການສະຫະປະຊາຊາດເພື່ອຕອບສະໜອງຕໍ່ເປົ້າໝາຍສະຫັດສະວັດຂອງການພັດທະນາ (Millennium Development Goals)–ຈົນກວ່າຈະມີຄົນຮູ້ທັນ.
ຄົນຕ່າງຊາດຜູ້ໜຶ່ງທີ່ອາໄສຢູ່ໃນປະເທດລາວມາດົນແລ້ວ ກ່າວໄວ້ວ່ານອກຈາກທີ່ກ່າວມາທັງໝົດແລ້ວ ມີຄົນຈຳນວນ “ຫ້າ ຫຼື ຫົກ” ຄົນໃນລັດຖະບານທີ່ເປີດຮັບເອົາເສັ້ນທາງທີ່ມີຄວາມສົມດຸນກວ່າເກົ່າ ພວກເຂົາຫວັງວ່າຈະສາມາດ ຫຼຸດຜ່ອນຄວາມບໍ່ເທົ່າທຽມ, ການປາບປາມ, ແລະ ການທຳລາຍສິ່ງແວດລ້ອມ.
ໂຄສົກຜູ້ອາວຸໂສຂອງລັດຖະບານໄດ້ເວົ້າໃນແງ່ຂອງຄວາມເສຍດາຍ ທີ່ວ່າປະເທດລາວໄດ້ອະນຸຍາດໃຫ້ຕ່າງຊາດ ສຳປະທານທີ່ດິນໄປແລ້ວ 30% ຂອງຈຳນວນທັງໝົດ. ລາວເວົ້າວ່າ ລາວຮັກປະເທດຂອງຕົນເອງ ແລະ ຄົນລາວນຳກັນ ແຕ່ ຖາມວ່າ ແມ່ນຫຍັງຈະເກີດຂື້ນຖ້າຫາກປະເທດລາວຍັງສືບຕໍ່ເດີນຕາມເສັ້ນທາງປັດຈຸບັນ ລາວເອົາບິກອອກມາຂຽນຄຳວ່າ “ການປະຕິວັດເລນິນ 1971” ເປັນຫຍັງຈຶງກາຍເປັນແນວນັ້ນ? “ລອງຈິນຕະນາການເບິ່ງວ່າ ເຈົ້າແລະຂ້ອຍ ແລະ ລູກຫຼານຂອງພວກເຮົາກຳລັງຢູ່ໃນເຮືອລຳດຽວກັນທີ່ກຳລັງຮົ່ວ,” ລາວເວົ້າ, “ພວກເຮົາຈະລຸກຂື້ນມາອັດຮອຍຮົ່ວນັ້ນບໍ ຫຼື ພວກເຮົາຈະນັ່ງເບິ່ງເຮືອຈົມລົງໄປໃນນຳ້”