Bangkok Post: 06 ກັນຍາ 2013
ປະທັບຈິດ ນິລະໄພຈິດ ຕໍ່ສູ້ເພື່ອຊະຕາກຳທີ່ບໍ່ມີຄວາມແນ່ນອນຂອງພໍ່ ດ້ວຍການເປັນກະບອກສຽງ ໃຫ້ຄົນທີ່ຫາຍຕົວໄປ.
ປະທັບຈິດ ນິລະໄພຈິດ ຖືວ່າຕົວເອງເປັນສ່ວນໜຶ່ງຂອງຊົນຊັ້ນກາງໃນກຸງເທບມາໂດຍຕະຫຼອດ ເຖິງວ່າຈະໄດ້ຟັງພໍ່ ທະນາຍສົມຊາຍ ນິລະໄພຈິດ ຜູ້ທີ່ຫາຍຕົວໄປ ແລະ ຟັງຈາກແມ່ ທ່ານນາງອັງຄະນາ ເວົ້າເຖິງ ການລະເມີດສິດທິມະນຸດ ແລະ ປັນຫາສັງຄົມທຸກມື້ ແຕ່ປະທັບຈິດກໍບໍ່ໄດ້ມີຄວາມສົນໃຈຫຍັງຫຼາຍ.
ແຕ່ຊີວິດກໍເຕັມໄປດ້ວຍຄວາມບໍ່ແນ່ນອນ ເຖິງວ່າຕອນເປັນເດັກນ້ອຍຈະບໍ່ເຄີຍມີຄວາມຄາດຫວັງ ເຊັ່ນນັ້ນ ແຕ່ສຸດທ້າຍປະທັບຈິດໄດ້ກາຍເປັນນັກເຄື່ອນໄຫວເຕັມຕົວ.
“ຕອນຍັງນ້ອຍ ຂ້າພະເຈົ້າບໍ່ໄດ້ສົນໃຈເລື່ອງສິດທິມະນຸດຫຼາຍປານໃດ” ຜູ້ກ່ຽວເວົ້າ “ສ່ວນໜຶ່ງເປັນ ຍ້ອນຂ້າພະເຈົ້າຄິດວ່າຕົວເອງເປັນສ່ວນໜຶ່ງຂອງຊົນຊັ້ນກາງໃນກຸງເທບ ບັນຫາລະເມີດສິດທິມະນຸດໜ້າຈະ ເປັນເລື່ອງທີ່ເກີດຂື້ນກັບຄົນກຸ່ມນ້ອຍທາງເຊື້ອຊາດ ຊົນເຜົ່າ ຊາວນາ ໃນຖານະຄົນຊົນຊັ້ນກາງ ຂ້າພະເຈົ້າ ບໍ່ເຄີຍຄິດວ່າຕົວເອງຕ້ອງພົບກັບບັນຫາເຊັ່ນນີ້ດ້ວຍຕົວເອງ”.
ຊີວິດທີ່ເບິ່ງຄືຈະສະດວກສະບາຍຕ້ອງປ່ຽນໄປໃນຊ່ວງເກົ້າປີທີ່ຜ່ານມາ ຫຼັງຈາກທີ່ພໍ່ ຜູ້ເຊິ່ງເປັນທະນາຍ ສິດທິມະນຸດທີ່ມີຊື່ສຽງຫາຍຕົວໄປເມື່ອວັນທີ 12 ມີນາຄົມ ຕອນນັ້ນຜູ້ກ່ຽວເປັນນັກສຶກສາປີສຸດທ້າຍທີ່ຈຸລາລົງ ກອນມະຫາວິທະຍາໄລ ກຳລັງກຽມຕົວເສັງຈົບ.
“ຊ່ວງປີທຳອິດທີ່ພໍ່ຫາຍຕົວໄປ ຂ້າພະເຈົ້າຕັດສິນໃຈງົດວັ້ນການສະແຫວງຫາຄວາມສຸກ… ບໍ່ຍອມເຂົ້າ ຮ່ວມພິທິກຳໃດໆ ການຍອມທົນທຸກເບິ່ງຄືຈະເປັນວິທິການໜຶ່ງເພື່ອສະແດງຄວາມເຄົາລົບຕໍ່ພໍ່ ການໄວ້ທຸກແບບ ນີ້ເປັນວິທີການໜຶ່ງເພື່ອຮັກສາຄວາມຊົງຈຳທີ່ມີຕໍ່ພໍ່ເອົາໄວ້” ຜູ້ກ່ຽວເວົ້າ.
ປະທັບຈິດ ຫຼື “ແບ໋ນ” ອາຍຸ 30 ປີແລ້ວ ແລະ ບັນລຸຄວາມຝັນທີ່ຈະເປັນຄູ ໂດຍການເປັນອາຈານສອນ ທີ່ສະຖາບັນສິດ ທິມະນຸດ ແລະ ສັນຕິສຶກສາ (ສສມສ.) ມະຫາວິທະຍາໄລມະຫິດົນ.
“ມີຄົນເວົ້າໄວ້ວ່າ ເຮົາບໍ່ມີທາງເຂົ້າໃຈຄວາມໝາຍທີ່ແທ້ຈິງຂອງສິດທິມະນຸດ ຈົນກວ່າສິດທິຂອງເຮົາເອງ ຖືກລະເມີດ ຂ້າພະເຈົ້າຄິດວ່າຕອນນີ້ເຂົ້າໃຈຄວາມໝາຍນີ້ດີແລ້ວ” ຜູ້ກ່ຽວເວົ້າ.
ປີແລ້ວນີ້ ປະທັບຈິດໄດ້ເລີ່ມລົນນະລົງດ້ວຍການເຂົ້າຮ່ວມໂຄງການ “ເບິ່ງໄປໄກກວ່າ ສົມບັດ ສົມພອນ” (“Sombath Somphone & Beyond”) ເພື່ອກົດດັນລັດຖະບານລາວໃຫ້ຕິດຕາມກໍລະນີການລັກພາຕົວຜູ້ ໄດ້ຮັບລາງວັນ ຣາມອນ ແມັກໄຊໄຊ ແລະ ນັກພັດທະນາຊຸມຊົນ.
ສົມບັດ ເຄີຍຄັດຄ້ານການສ້າງເຂື່ອນໃສ່ແມ່ນ້ຳຂອງ ຄັ້ງສຸດທ້າຍທີ່ພົບເຫັນຜູ້ກ່ຽວແມ່ນໃນວັນທີ 15 ທັນວາ ທີ່ນະຄອນ ຫຼວງວຽງຈັນ ລະຫວ່າງທາງທີ່ຖືກຕຳຫຼວດໂບກລົດໃຫ້ຈອດ.
“ໂດຍສ່ວນຕົວແລ້ວຂ້າພະເຈົ້າມີຄວາມຜູກພັນກັບກໍລະນີນີ້ທາງຄວາມຮູ້ສຶກ” ປະທັບຈິດເວົ້າ ພໍ່ຂອງຜູ້ກ່ຽວກໍຢູ່ໃນລົດ ຕອນທີ່ມີຄົນເຫັນເປັນຄັ້ງສຸດທ້າຍ ຄວາມເປັນນັກເຄື່ອນໄຫວໄດ້ພັດທະນາຂື້ນໃນຕົວ ຜູ້ກ່ຽວຢ່າງແປກປະຫຼາດ ຫຼັງຈາກທີ່ໄວ້ທຸກ ຢູ່ເປັນເວລາໜຶ່ງປີ ປະທັບຈິດເລີ່ມເບິ່ງກໍລະນີຂອງພໍ່ຈາກມຸມມອງ ຂອງລັດຖະສາດ.
“ໃນຖານະນັກສຶກສາລັດຖະສາດ ຂ້າພະເຈົ້າຖືກຝຶກໃຫ້ສຶກສາແຮງຈູງໃຈທາງການເມືອງ ຂ້າພະເຈົ້າ ຮູ້ດີວ່າຄົນຮ້າຍ ຕ້ອງການປິດປາກພໍ່ຂອງຂ້າພະເຈົ້າ ຕ້ອງການໃຫ້ເຮົາຢູ່ໃນຄວາມຢ້ານກົວ ແລະ ຖອຍໄປ ຢູ່ໃນຄວາມງຽບ ຂ້າພະເຈົ້າຈຶງ ຕັດສິນໃຈທີ່ຈະຂັດຂືນ” ຜູ້ກ່ຽວເວົ້າ.
ຈາກນັ້ນ ຜູ້ກ່ຽວກໍໄດ້ມີໂອກາດຕິດຕາມແມ່ໄປສານ ໄປສະຖານີຕຳຫຼວດ ແລະ ໄປເວທີປະຊຸມຕ່າງໆ ຜູ້ກ່ຽວໃຫ້ຄວາມສຳຄັນກັບຄວາມຮຸນແຮງທີ່ລັດກະທຳຕໍ່ພົນລະເມືອງທີ່ເຫັນຂັດແຍ່ງກັບລັດ ຜູ້ກ່ຽວໄດ້ຂຽນ ວິທະຍານິພົນປະລິນ ຍາເອກວ່າດ້ວຍຄວາມຍຸດຕິທຳ ແລະ ຄວາມຂັດແຍ່ງໃນກໍລະນີຕາກໃບ ເຊິ່ງເປັນເຫດ ການທີ່ເກີດຂື້ນເມື່ອປີ 2004 ໃນພາກ ໄຕ້ ແລະ ເປັນເຫດເຮັດໃຫ້ມີຜູ້ປະທ້ວງເຈັດຄົນຖືກເຈົ້າໜ້າທີ່ຍິງ ຈົນເສຍຊີວິດ ແລະ ອີກ 78 ຄົນທີ່ຂາດອາກາດຫາຍໃຈໃນລົດ ບັນທຸກ ລະຫວ່າງຖືກເອົາຕົວໄປຈາກບ່ອນ ຊຸມນຸມປະທ້ວງໄປຫາຄ້າຍທະຫານ.
ສິ່ງທີ່ຜູ້ກ່ຽວໄດ້ຮຽນຮູ້ຄື ຄວາມຮ້າຍແຮງເຊັ່ນນີ້ເກີດຂື້ນທົ່ວປະເທດ ສິ່ງທີ່ເກີດຂື້ນກັບພໍ່ຂອງຕົນເປັນ ຄວາມຮຸນແຮງ ຮູບແບບໜຶ່ງໃນການເມືອງໄທ ເຊິ່ງໃຊ້ການຂົ່ມຂູ່ ແລະ ກຳລັງເພື່ອປິດປາກຝ່າຍທີ່ມີຄວາມ ຄິດເຫັນແຕກຕ່າງ ແລະ ຕໍ່ຕ້ານ ກັບຕົນເອງ.
ແຕ່ທີ່ໜ້າຕົກໃຈຫຼາຍທີ່ສຸດສຳລັບຜູ້ກ່ຽວກໍຄືທັດສະນະຄະຕິຂອງສັງຄົມທີ່ມີຕໍ່ຜູ້ເສຍຫາຍ.
“ສັງຄົມໄທຍັງເຊື່ອວ່າຄົນທີ່ຖືກລັກພາຕົວເປັນຄົນບໍ່ດີ ພວກເຂົາໄດ້ຮັບຜົນກຳທີ່ເຮັດມາ” ປະທັບຈິດເວົ້າ ຍົກຕົວຢ່າງເຊັ່ນ ມີຄົນບອກວ່າພໍ່ຂອງຕົນເປັນວ່າ “ເປັນທະນາຍໃຫ້ກັບໂຈນ” ເພາະທະນາຍສົມຊາຍຮັບວ່າເວົ້າ ຄວາມໃຫ້ກັບ ຈຳເລີຍເຊິ່ງເປັນຜູ້ຕ້ອງຫາໃນຄະດີຄວາມໝັ້ນຄົງໃນພາກໃຕ້ ເຊິ່ງມີເຫດການກໍ່ການບໍ່ສະຫງົບ ຢ່າງຕໍ່ເນື່ອງ ແລະ ຍັງເວົ້າ ຄວາມໃຫ້ກັບຜູ້ຖືກກ່າວຫາໃນຄະດີຄ້າຢາເສບຕິດ ເຊິ່ງອ້າງວ່າຖືກເຈົ້າໜ້າທີ່ຕຳຫຼວດ ໃສ່ຮ້າຍ ໃນຊ່ວງທີ່ລັດເຮັດສົງຄາມປາບຢາເສບຕິດ ລູກຄວາມຂອງທະນາຍສົມຊາຍຕ່າງອ້າງວ່າຖືກໃສ່ຄວາມ ຫຼືຖືກທໍລະມານໂດຍເຈົ້າໜ້າທີ່ລັດ.
ສ່ວນໜຶ່ງຂອງວິທີການຂົ່ມຂູ່ ແມ່ນເພື່ອປົກປິດຄວາມຈິງ ແລະ ສ້າງຂ່າວລື ເຮັດໃຫ້ລັດສາມາດສ້າງ ເລື່ອງລາວ ແລະ ຄຳອະທິບາຍຂື້ນມາໃໝ່ໃນແບບທີ່ຕົນເອງຕ້ອງການ.
“ຜູ້ເສຍຫາຍເຫຼົ່ານີ້ມັກຈະຖືກກ່າວຫາວ່າມີບັນຫາສ່ວນຕົວ ໃນກໍລະນີຂອງຂ້າພະເຈົ້າ ຫຼັງຈາກພໍ່ຫາຍ ໄປບໍ່ເທົ່າໃດມື້ ອະດີດນາຍົກທັກສິນ ຊິນນະວັດໃຫ້ຂ່າວກັບສື່ມວນຊົນວ່າ ພໍ່ຂ້າພະຈົ້າຜິດຖຽງກັບແມ່ ຈາກນັ້ນ ກໍໜີອອກຈາກບ້ານໄປ” ປະທັບຈິດເວົ້າ.
ປະທັບຈິດໄດ້ຮຽນຮູ້ວ່າ ຫາກບໍ່ຕ້ອງການໃຫ້ສັງຄົມລືມເລື່ອງລາວຂອງຄົນທີ່ຖືກລັກພາຕົວໄປ ເຮົາຕ້ອງ ຫາທາງສູ້ ໃນຊ່ວງເກົ້າປີທີ່ຜ່ານມາ ແມ່ຂອງຜູ້ກ່ຽວ ທ່ານອັງຄະນາບໍ່ເຄີຍຢຸດໃນການຕິດຕາມຄະດີນີ້ ຜູ້ກ່ຽວບໍ່ ເຄີຍຢຸດທີ່ຈະໃຫ້ສຳພາດ ສື່ມວນຊົນ ແລະ ສື່ສານກັບສັງຄົມກ່ຽວກັບເລື່ອງລາວສາມີຂອງຕົນ ຈາກຄວາມພະຍາ ຍາມເຫຼົ່ນີ້ ເປັນເຫດໃຫ້ຄົນໃນສັງຄົມ ທັງໃນປະເທດ ແລະ ຕ່າງປະເທດ ຍັງຄົ່ງຈົດຈຳຊື່ຂອງທະນາຍສົມຊາຍ ນິລະໄພຈິດ ໃນຖານະເປັນການບັງຄັບບຸກຄົນໃຫ້ສູນ ຫາຍຢ່າງໜຶ່ງໃນປະເທດໄທ ປະທັບຈິດຕ້ອງການສະໜັບ ສະໜຸນໃຫ້ຄອບຄົວຜູ້ເສຍຫາຍຄົນອື່ນໆ ກ້າທີ່ຈະເວົ້າ ແລະ ບອກເລົ່າ ເລື່ອງລາວຂອງຕົນເອງ.
“ໃນການຕໍ່ສູ້ຕ້ອງໃຊ້ທັງພະລັງງານ ແລະ ເວລາ ແລະ ຂ້າພະເຈົ້າເຂົ້າໃຈດີວ່າບໍ່ແມ່ນທຸກຄົນຈະຕໍ່ສູ້ໄດ້ ທັງໝົດ ແຕ່ຂ້າ ພະເຈົ້າຄິດວ່າຢ່າງໜ້ອຍຄອບຄົວຂອງເຫຍື່ອການບັງຄັບບຸກຄົນໃຫ້ສູນຫາຍຄວນຈະສາມາດ ດຳລົງຊີວິດທີ່ດີໄດ້ ຢ່າງນ້ອຍ ລູກໆ ຂອງພວກເຂົາຄວນໄດ້ຮຽນຈົນຈົບ ໄດ້ຮັບການສຶກສາ ແລະ ມີຕຳແໜ່ງໜ້າ ທີ່ການງານໃນສັງຄົມ” ຜຸ້ກ່ຽວ ເວົ້າ.
ພັນລະຍາ ແລະ ລູກທັງໝົດຫ້າຄົນຂອງທະນາຍສົມຊາຍຕ່າງຈະເລີນກ້າວໜ້າໃນແນວທາງຂອງຕົນ ພັນລະຍາໄດ້ກາຍ ເປັນນັກເຄື່ອນໄຫວສິດທິມະນຸດທີ່ມີຊື່ສຽງ ສ່ວນປະທັບຈິດ ແລະ ອ້າຍນ້ອງອີກສາມຄົນ ຕ່າງເຮັດວຽກດ້ານວິຊາການ ສ່ວນເອື້ອຍກົກ ສຸດປາດຖະໜາ ນີລະໄພຈິດ ເປັນຜູ້ພິພາກສາຢູ່ຈັງຫວັດຍະລາ.
“ເຮົາຈຳເປັນຕ້ອງຕໍ່ສູ້ເພື່ເຮັດໃຫ້ຄົນຮ້າຍເຫັນວ່າ ພວກເຮົາບໍ່ສາມາດບັນລຸເປົ້າໝາຍໃນການປິດປາກ ໃຫ້ເຮົາ ງຽບໄດ້ ພວກເຂົາອາດຈະສາມາດແຍກສະມາຊິກຄອບຄົວໄປຈາກເຮົາ ເຮັດໃຫ້ພວກເຂົາຫາຍຕົວໄປໄດ້ ແຕ່ພວກເຂົາບໍ່ສາ ມາດເຮັດໃຫ້ຫາຍຕົວໄປ ແລະ ຕາຍໄປພ້ອມກັບເຫຍື່ອເຫຼົ່ານັ້ນ” ຜູ້ກ່ຽວເວົ້າ.