ວິທະຍຸເອເຊຍເສລີ: 16 ກໍລະກົດ 2018
ບັນຫາການລະເມີດສິດທິມະນຸດ ຢູ່ໃນປະເທດລາວ ຍັງເປັນບັນຫາຫລັກ ທີ່ຄນະກັມມະການ ສິດທິມະນຸດ ຂອງສະຫະປະຊາຊາດ ໄດ້ ສະແດງຄວາມເປັນຫ່ວງ ແລະທວງຖາມ ຈາກຄນະຜູ້ແທນລາວ ຢູ່ກອງປະຊຸມ ວ່າດ້ວຍສິດທິພົລເມືອງ ແລະສິດທິ ທາງການເມືອງ ຂອງສະຫະປະຊາຊາດ ໃນວັນທີ 11-12 ກໍຣະກະດາ ທີ່ຜ່ານມາ.
ສິ່ງທີ່ ຄນະກັມມະການສິດທິມະນຸດ ໄດ້ທວງຖາມຄນະຜູ້ແທນລາວ ກໍຄື; ທ່ານ ສົມບັດ ສົມພອນ ທີ່ຖືກລັກພາຕົວໄປ ໃນວັນທີ 12 ທັນວາ 2012 ຢູ່ຕໍ່ໜ້າປ້ອມຍາມຕຳຣວດ ຢູ່ນະຄອນຫລວງວຽງຈັນ.
ຍານາງ Marcia Kran ສະມາຊິກຄນະກັມມະການ ສິດທິມະນຸດຂອງ ສປຊ ໄດ້ຖາມຄນະຜູ້ແທນລາວໃນທີ່ ປະຊຸມໃນວັນທີ 11 ກໍຣະກະດາ ວ່າ:
“ຢາກໃຫ້ທາງການລາວ ສົ່ງຣາຍລະອຽດ ການສືບຕົວຫາຕົວ ທ່ານ ສົມບັດ ສົມພອນ ຜູ້ທີ່ຖືກບັງຄັບໃຫ້ ຫາຍສາບສູນໃນປີ 2012 ຄນະກັມມະການ ໄດ້ອີງໃສ່ຂໍ້ມູນໃໝ່ ກ່ຽວກັບເລື້ອງນີ້ ບາງຂໍ້ມູນທີ່ຄນະກໍັມມະການ ໄດ້ຍິນແມ່ນມາຈາກຣັຖບານລາວ ແລະ ພວກເຮົາ ຢາກໄດ້ຂໍ້ມູນ ທີ່ເຊື່ອຖືໄດ້.”
ຍານາງ ຍັງຕັ້ງຕຳຖາມອີກວ່າ ການສືບສວນຫາຕົວ ທ່ານ ສົມບັດ ມີຄວາມຫ້າວຫັນຂນາດໃດ? ມີເຈົ້າໜ້າທີ່ ຖືກຄົນຖືກມອບໝາຍ ໃຫ້ຮັບຜິດຊອບການສືບສວນຈັກຄົນ? ແລະ ເຂົາເຈົ້າໄດ້ຣາຍງານເຖິງໃຜ ຢູ່ໃນຂັ້ນໃດ? ມີການອັບເດດການສືບສວນ ໃຫ້ຄອບຄົວຂອງ ທ່ານ ສົມບັດດ ແລະ ໃຫ້ປະຊາຊົນໄດ້ຮັບຮູ້ຫລາຍປານໃດ? ອັນນີ້ ຄືສ່ວນນຶ່ງຂອງຄຳຖາຂອງ ຍານາງ Marcia M Kran ສະມາຊິກ ຄນະກັມມະການສິດທິມະນຸດ ຂອງ ສປຊ.
ໃນຂນະທີ ເຈົ້າໜ້າທີ່ຄນະຜູ້ແທນລາວ ກໍເລືອກຕອບຄຳຖາມແບບອ້ອມໆ ແລະຍົກປະເດັນເຣື້ອງຄວາມເປັນມາ ຂອງ ທ່ານ ສົມບັດ ສະໄໝ ທີ່ເປັນນັກສຶກສາ ແລະຍົກປະເດັນເຣື້ອງຊັບສິນ ຂອງຄອບຄົວ ທ່ານ ສົມບັດ ຂຶ້ນມາເວົ້າ. ດັ່ງ ທ່ານ ບຸນເກີດ ສັງສົມສັກ ຣັຖມົນຕຼີ ປະຈຳ ສໍານັກງານ ນາຍົກຣັຖມົນຕຼີ ແລະ ທັງເປັນຫົວໜ້າຄນະຜູ້ແທນລາວ ໄດ້ຕອນນຶ່ງວ່າ:
“ຫລັງຈາກທີ່ ໄດ້ກັບຄືນປະເທດລາວ, ສົມບັດ ກໍມາຢູ່ກະຊວງສຶກສາທິການ ໃນຖານະເປັນຜູ້ຊ່ຽວຊານວຽກງານພັທນາຊົນນະບົດ ແລະຊ້ວງ ເວລານັ້ນ ຂ້າພະເຈົ້າເຮັດວຽກຢູ່ ວໍຊິງຕັນ ດີຊີ ແລະ ໄດ້ພົບກັບ ສົມບັດ ຫຼາຍຄັ້ງ. ແຕ່ວ່າຫລັງຈາກທີ່ ສົມບັດ ອອກຈາກກະຊວງສຶກສາ ໄປຕັ້ງອົງການ NGOs ນັບແຕ່ນັ້ນມາລາວ ກໍປ່ຽນບຸຄລິກຂອງລາວ, ລາວຕີໂຕອອກຫ່າງ ຂ້າພະເຈົ້າ ບໍ່ເວົ້າກັບຂ້າພະເຈົ້າ ໃນເວລາຢູ່ ງານລ້ຽງ ແລະ ຢູ່ກອງປະຊຸມ ລາວພຍາຍາມ ຫລີກລ້ຽງ ຂ້າພະເຈົ້າ, ຂ້າພະເຈົ້າ ກະບໍ່ຮູ້ວ່າ ເປັນຍ້ອນຫຍັງ, ອາດຈະມີຄົນຮູ້ວ່າ ເປັນຫຍັງ?”
ທ່ານ ບຸນເກີດ ຍັງກ່າວຕື່ມອີກວ່າ: ສາເຫດທີ່ທາງການລາວ ບໍ່ປະກາດວ່າ ສົມບັດ ເປັນບຸກຄົນທີ່ ຫາຍສາບສູນ. ສານບໍ່ສາມາດຕັດສິນໄດ້, ສານຍັງຄົງຄ້າງຄະດີເອົາໄວ້ ຍ້ອນວ່າ ມີຂໍ້ມູນຫລາຍອັນທີ່ຍັງບໍ່ທັນຈະແຈ້ງ. ຖ້າວ່າສານ ປະກາດ ສົມບັດ ເປັນບຸກຄົນຫາຍສາບສູນ ແລ້ວ ກໍຈະມີສອງເຣື້ອງເກີດຂຶ້ນ ນັ້ນກໍຄື ໃຜຊິເປັນຜູ້ຄອບຄອງ ຊັບສິນຂອງລາວ ບໍ່ວ່າຈະເປັນຜູ້ທີ່ອ້າງຕົວເອງວ່າ ເປັນເມັຍ ອ້າງກຳມະສິດໃນ ຊັບສິນນັ້ນ ແລະ ຜູ້ທີ່ອ້າງຕົວເອງວ່າເປັນສະມາຊິກຄອບຕົວ ກໍຈະອ້າງກຳມະສິດ ໃນຊັບສິນນັ້ນ ຊຶ່ງສານກໍຍັງບໍ່ຮູ້ວ່າ ໃຜຈະຄອບຄອງ ຊັບສິນຂອງລາວ ຢ່າງຖືກຕ້ອງຕາມກົດໝາຍ.
ເຖິງຢ່າງໃດກໍຕາມ, ອົງການຈັດຕັ້ງສິດທິມະນຸດ ກໍໃຫ້ຄຳເຫັນວ່າ ຄນະຜູ້ແທນລາວ ພຍາຍາມຈະປ່ຽນຫົວຂໍ້ ການສົນທະນາ ເພື່ອຫລີກລ້ຽງ ຄວາມຮັບຜິດຊອບ ໃນການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ.
ທ່ານ ຟິວ ໂຣເບີດຊັນ ຮອງຜູ້ອຳນວຍການ ອົງການສິ້ງຊອມ ທາງດ້ານສິດທິມະນຸດ ໄດ້ກ່າວ ຕໍ່ເອເຊັຍເສຣີວ່າ ໃນວັນທີ 13 ກໍຣະກະດາ ວ່າ: ທາງການລາວພຍາຍາມ ປ່ຽນປົວຂໍ້ການສົນທະນາ ເຂົາເຈົ້າພຍາຍາມເຮັດທຸກຢ່າງ ເພື່ອຫຼີກລ້ຽງ ຄວາມຮັບຜິດຊອບສິ່ງທີ່ເກີດຂຶ້ນ ກັບ ສົມບັດ ສົມພອນ. ອັນນີ້ ຄຳເຫັນຂອງ ທ່ານ ຟິວໂຣເບີດຊັນ
ນອກຈາກນີ້, ຊ່ຽວຊານຕ່າງປະເທດ ທີ່ເຮັດວຽກຢູ່ປະເທດລາວ ກໍໃຫ້ຄຳເຫັນວ່າ ທາງການລາວ ພຍາຍາມ ຈະຊີ້ໃຫ້ເຫັນວ່າ ການລັກພາຕົວ ສົມບັດ ແມ່ນກ່ຽວກັບພັນ ກັບຂໍ້ຂັດແຍ່ງທາງທຸຣະກິດ. ນັກວິຈັຍຕ່າງປະເທດ ທີ່ເຮັດວຽກຢູ່ປະເທດລາວມີຫຼາຍ ກວ່າ 10 ປີ ຜູ້ທີ່ປະຕິເສດ ທີ່ຈະອອກຊື່ ແລະສຽງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 13 ກໍຣະກະດາ ວ່າ:
“ຄຳກ່າວຂອງຄນະຜູ້ແທນລາວ ກ່ຽວກັບ ສົມບັດ ສົມພອນ ແລະ ຊັບສິນຂອງລາວ ນັ້ນບໍ່ມີຄວາມເໝາະສົມ ແລະໃຈດຳໜ້າຕົກໃຈ. ມັນເປັນຍຸໂທບາຍ ຢ່າງຈະແຈ້ງ ທີ່ຈະບ່ຽງເບນ ຄວາມສົນໃຈຈາກການທີ່ ການສືບສວນ ບໍ່ມີຄວາມຄືບໜ້າ ແລະຂາດຄວາມຮັບຜິດຊອບ ໃນສ່ວນຂອງທາງການ ແລະ ເພື່ອເວົ້າໃຫ້ຄົນຮູ້ວ່າ ການລັກພາຕົວ ສົມບັດ ສົມພອນ ແມ່ນກ່ຽວຂ້ອງ ກັບທຸຣະກິດ ແຕ່ບໍ່ແມ່ນກ່ຽວກັບ ການບັງຄັບໃຫ້ ຫາຍສາບສູນ.”
ນອກຈາກກໍຣະນີ ທ່ານ ສົມບັດ ແລ້ວ, ຄນະກັມມະການສິດທິມະນຸດຂອງ ສປຊ ຍັງໄດ້ຍົກບັນເລື້ອງການຈັບຕົວ ຊາວບ້ານຢືບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ໃນວັນເດືອນ ກໍຣະກະດາ ປີ 2017, ຊຶ່ງກໍຣະນີ ດັ່ງກ່າວມີຊາວບ້ານຄົນນຶ່ງ ທີ່ຊື່ ທ້າວ ວິຫານ ໄດ້ເສັຍຊີວິດ, ແລະໃນນັ້ນ ຍັງມີຊາວບ້ານ ອີກ 2 ຄົນ ທີ່ຍັງເປັນເຍົາວະຊົນ ອາຍຸຕ່ຳກວ່າ 18 ປີ.
ກ່ຽວກັບເລື້ອງນີ້ ຄນະຜູ້ແທນລາວໄດ້ຕອບວ່າ ມີພຽງແຕ່ຊາວບ້ານຈຳນວນໜ້ອຍນຶ່ງເທົ່ານັ້ນ ບໍ່ຍອມຮັບເອົາຄ່າຊົດເຊີຍ ແລະເຂົາເຈົ້າໄດ້ ປະທ້ວງ ອຳນາດການປົກຄອງ.
ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະກົດໝາຍ ກະຊວງການຕ່າງປະເທດ ຊຶ່ງເປັນນຶ່ງໃນຄນະຜູ້ແທນລາວ ໄດ້ກ່າວໃນວັນທີ 12 ກໍຣະກະດາ ວ່າ:
“ຄວາມຈິງກໍຄືວ່າ ມີກຸ່ມຄົນຈຳນວນໜ້ອຍນຶ່ງເທົ່ານັ້ນ ປະຕິເສດຄ່າຊົດເຊີຍ ປະຕິເສດການຈັດສັນດິນທີ່ຣັຖບານ ແລະອຳນາດການປົກຄອງ ແຂວງ ໄດ້ພຍາຍາມຈັດສັນໃຫ້ ຍ້ອນວ່າ ດິນຂອງເຂົາເຈົ້າ ໄດ້ຮັບຜົນກະທົບຈາກໂຄງການ ປູກຢ່າງພາຣາ.”
ທ່ານ ພູໂຂງ ກ່າວຕື່ມອີກວ່າ ຊາວບ້ານເຫລົ່ານັ້ນ ໄດ້ມາຍື່ນຄຳຮ້ອງທຸກຕໍ່ ສະພາແຫ່ງຊາດ, ຍື່ນຄຳຮ້ອງທຸກຕໍ່ຣັຖບານ. ຣັຖບານ ແລະ ອໍານາດການປົກຄອງທ້ອງຖິ່ນພຍາຍາມແກ້ໄຂ ແຕ່ເຂົາເຈົ້າຍັງພາກັນປະທ້ວງ ນັ້ນກໍຄືເຫດຜົນທີ່ຊາວບ້ານ ຈຳນວນນຶ່ງຖືກຈັບມາສືບສວນ ຕາມຂັ້ນຕອນ ຂອງກົດໝາຍໃນ ສປປລາວ. ສະນັ້ນ ມັນບໍ່ກ່ຽວຂ້ອງກັບ ຜູ້ປົກປ້ອງສິດທິ ທາງດ້ານທີ່ດິນ, ແຕ່ມັນເປັນການຈົງໃຈຂອງກຸ່ມ ຄົນຈຳນວນໜ້ອຍນຶ່ງ ທີ່ຂັດຂວາງການພັທນາຊາດ.
ນັກວິຈັຍ ທ່ານນີ້ ແມ່ນບໍ່ເຫັນດີ ຕໍ່ຄຳຊີ້ແຈງຂອງທ່ານ ພູງໂຂງ ກ່ຽວກັບການຈັບກຸມຊາວບ້ານ 14 ຄົນ.
ນັກວິຈັຍ ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:
“ສຳຄັນຢ່າງຍິ່ງທີ່ຈະຕ້ອງເບິ່ງວ່າ ຄນະຜູ້ແທນລາວ ໄດ້ເປີດເຜີຍຫຍັງແດ່ກ່ຽວກັບການຈັບກຸມຊາວບ້ານຢືບ 14 ຄົນ. ຄ່າຊົດເຊີຍໃຫ້ແກ່ ຊາວບ້ານ ທີ່ໄດ້ຮັບຜົນກະທົບເໝາະສົມແລ້ວ ຫລືບໍ່? ດິນຊນິດໃດ ທີ່ທາງການຈັດໃຫ້ ເປັນຄ່າຊົດເຊີຍ ໃຫ້ແກ່ຊາວບ້ານ ນັ້ນເໝາະສົມແລ້ວ ຫລື ບໍ່?”
ນັກວິຈັຍ ທ່ານນີ້ ຍັງຕັ້ງຄຳຖາມ ຕໍ່ກັບຄນະຜູ້ແທນລາວ ວ່າ:
“ຄອບຄົວທີ່ຖືກໂນ້ມນ້າວ ໃຫ້ຮັບເອົາຄ່າຊົດເຊີຍ ເປັນແນວໃດ? ຊາວບ້ານຢຶບມີສິດ ທີ່ຈະປະຕິເສດ ການສຳປະທານ ປູກຢາງພາຣາ ບໍ່?, ມີຄວາມສຳຄັນຄືກັນໝົດ, ທາງການລາວ ມີຫຍັງມີຊີ້ແຈງ ຕໍ່ການຈັບກຸມ ແລະ ການລະເມີດສິດ ຂອງຊາວບ້ານ ຜູ້ທີ່ປະຕິເສດ ຄ່າຊົດເຊີຍ? ສິ່ງດັ່ງກ່າວນັ້ນ ບໍ່ຍົກຂຶ້ນມາເວົ້າ.”
ກ່ຽວກັບກັບເລື້ອງການຈັບກຸມຊາວບ້ານຢືບ ທີ່ບໍ່ຍອມຮັບເອົາຄ່າຊົດເຊີຍ, ທ່ານ ຟິວ ໂຣເບີດຊັຍ ກ່ຽວວ່າ ມັນເປັນເລື້ອງຫຍັງທີ່ແປກ ສຳລັບຣັຖບານ ທີ່ເວົ້າວ່າ ເຈົ້າຊາວບ້ານບໍ່ຮັບ ເອົາຄ່າຊົດເຊີຍ ຊາວບ້ານຖືກຈັບກຸມ ອັນນັ້ນ ເປັນສິ່ງທີ່ສະແດງ ໃຫ້ເຫັນວ່າ ຊາວບ້ານ ຖືກບັງຄັບ ແບບບໍ່ສະໝັກໃຈ ອັນນັ້ນ ຄືຄວາມຈິງ.
ນອກຈາກນີ້ ຄນະຜູ້ແທນລາວ ຍັງບໍ່ໄດ້ອະທິບາຍ ກ່ຽວກັບການເສັຍຊີວິດ ຂອງຊາວບ້ານຄົນນຶ່ງ ຢູ່ໃນຄຸກ ແລະ ການຈັບຕົວຊາວບ້ານ ທີ່ຍັງເປັນເຍົາວະຊົນ ອາຍຸຕ່ຳກວ່າ 18 ປີ. ແລະ ທ່ານ ຍັງກ່າວອີກວ່າ:
“ຄິດວ່າ ຣັຖບານລາວ ຫລີກລ້ຽງທີ່ຈະເວົ້າເລື້ອງນີ້ ໝາຍຄວາມວ່າ ຣັຖບານລາວ ໄດ້ເຊັນສົນທະສັນຍາວ່າດ້ວຍ ສິດທິເດັກນ້ອຍ ແລະ ໄດ້ມີພັນທະ ທີ່ແນ່ນອນ ທີ່ຈະຕ້ອງປະຕິບັດ ກັບເດັກນ້ອຍ ໃນແນວທາງທີ່ເໝາະສົມ. ແລະໃນກໍຣະນີນີ້, ເຂົາເຈົ້າບໍ່ ປະຕິບັດຕໍ່ເດັກນ້ອຍ ຢ່າງຖືກຕ້ອງ. ສະນັ້ນ ຣັຖບານ ຈຶ່ງບໍ່ຢາກເວົ້າເຖິງເລື້ອງນີ້.”
ອັນນັ້ນ ເປັນຄຳເວົ້າ ຂອງ ທ່ານ ຟິວ ໂຣເບີດຊັນ ຮອງຜູ້ອຳນວຍການ ອົງການສິ້ງຊ້ອມ ດ້ານສິດທິມະນຸດ ຫລື Human Rights Watch ປະຈຳເຂດເອເຊັຍ ປາຊິຟິກ.
ນອກຈາກນີ້ ຄນະກັມມະການສິດທິມະນຸດ ຂອງອົງການສະຫະປະຊາຊາດ ຍັງໄດ້ສະແດງ ຄວາມເປັນຫ່ວງກ່ຽວກັບ ການຈຳກັດຂອບເຂດ ການເຮັດວຽກ ຂອງອົງການຈັດຕັ້ງທາງສັງຄົມ ຂອງລາວ. ແລະ ສະແດງຄວາມເປັນຫ່ວງກ່ຽວກັບ ຊະຕາກັມ ຂອງນັກໂທດການເມືອງ ທີ່ຖືກທາງການຈັດໄປເມື່ອຫລາຍປີກ່ອນ.
ຈາກນີ້ຕໍ່ໄປ ເປັນທີ່ໜ້າຕິດຕາມວ່າ ເລື້ອງການປະຕິບັດສິດທິມະນຸດ ຈະໄດ້ຮັບການປັບປຸງ ຫລື ຈະນັບມື້ນັບຂີ້ຮ້າຍລົງ ກວ່າເກົ່າ.
I personal urge all peace loving individuals and the International Community at large not to let the story of Dr. Sombath Somphone die down even if he is by the hands of this Lao regime because he did not die during a war time or opened fire at this Lao regime. But the Lao regime claimed he died because he was a personal friend whose ” personality had changed” after his return to Laos following studies in the United States, had previously unreported assets including parcels of land and property in the capital amounting to from 1 to 2 million U. S. dollars, and attacked Sombath’s wife Ng Shui Meng ” so called wife” saying no legal documents have been found to confirm their marriage.
All of these signs of behavior of the Lao regime are no use anywhere in the World today anymore and it is including in the country of Laos.
As a matter of fact this Lao regime is being sued for war crime in many institutions and the court of laws elsewhere besides Dr. Sombath’s case.