FIDH: 14 ມີນາ 2018
(ປາຣີ) ສະຫະພາບເອີຣົບ ຈະຕ້ອງຮຽກທວງໃຫ້ ທາງການ ສປປລາວ ປ່ອຍຕົວຜູ້ຖືກຈັບ ຍ້ອນຕ້ອງຕິລັຖະບານ,ແລະ ໃຫ້ ເອື້ອອຳນວຍໃຫ້ ອົງການສັງຄົມພົລເຮືອນ ປະຕິບັດງານ ໄດ້ຢ່າງເສຣີ ແລະ ດ້ວຍຄວາມປອດພັຍ,ນັ້ນຄື ຖແລງການ ຂອງ ອົງການ ຂອງ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນລາວ ເພື່ອ ສິດທິ ມະນຸດ.
ທັງສອງອົງການ ໄດ້ອອກ ຖແລງການຮ່ວມ ກ່ອນຫນ້າ ກອງປະຊຸມ ທາງດ້ານ ສິດທິມະນຸດ ຣະຫວ່າງ ສະຫະພາບ ເອີຣົບ ແລະ ສປປລາວ ຄັ້ງທີ ໘ ທີມີ ກຳນົດໄຂຂື້ນທີ່ ເມືອງ“ບຣຸກແຊນ ໃນວັນທີ ໑໕ ມີນາ ໒໐໑໘ນີ້. ໃນໂອກາດນີ້, ທັງສອງອົງການ ຍັງໄດ້ເຜີຍ ລາຍງານ ສະບັບໃໝ່ ກ່ຽວແກ່ ສະຖານະພາບ ດ້ານ ສິດທິມະນຸດ ໃນ ສປປລາວ ພາຍຫຼັງ ກອງປະຊຸມຄັ້ງຜ່ານມາ ເມື່ອ ເດືອນກຸມພາ ປີ ໒໐໑໗.
“ເຫດການ ທີເກີດຂື້ນ ເມື່ອບໍ່ນານ ໃນ ສປປລາວ ໄດ້ສແດງໃຫ້ເຫັນວ່າ ທາງການ ສປປລາວ ໄດ້ເພີ້ມທະວີ ບີບບັງຄັບ ຕໍ່ ອົງການສັງຄົມພົລເຮືອນ. ສະຫະພາບເອີຣົບ ຈື່ງ ບໍ່ຄວນ ຕົກຢູ່ໃນຄວາມ ງຽບສງັດ ໃນ ຂະນະ ທາງການ ສປປລາວ ມີຂໍ້ຈຳກັດ ຕໍ່ ອົງການຈັດຕັ້ງ ດ້ານປະຊາສັງຄົມ. ສຽງຂອງສະຫະພາບເອີຣົບ ໃນການປົກປ້ອງ ສິດທິມະນຸດ ແລະ ອົງການປະຊາສັງຄົມ ຈະຕ້ອງກອງດັງ ແລະ ຊັດເຈັນ ໃຫ້ຝ່າຍ ສປປລາວ ໄດ້ຍີນ ໃນການພົບພໍ້ຄັ້ງນີ້.’’ ຍເດບີ ສຕອຕຣາ (Debbie Stothard), ເລຂາທິການເອກ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ໄດ້ກ່າວ
ກົດໝາຍສະບັບໃໝ່ ວ່າດ້ວຍ ການຈັດຕັ້ງ ສະມາຄົມ(ດຳຣັດ໒໓໘), ທີຖືກ ຕົບແຕ່ງຂື້ນ ໂດຍບໍ່ ຄຳນຶງເຖິງ ເງື່ອນໄຂແທ້ຈິງ ຂອງ ອົງການ ປະຊາສັງຄົມ ເລີຍ, ຖືກນຳມາໃຊ້, ເມື່ອວັນທີ ໑໕ ພຶສະຈິກາ ໒໐໑໗. ກົດໝາຍດັ່ງກ່າວ ຍິ່ງໄດ້ເພີ້ມທະວີຈຳກັດ ແລະ ຄວບຄຸມ ພາລະກິດ ຂອງ ທຸກໆອົງການ ການຈັດຕັ້ງທ້ອງຖິ່ນ, ເຊັ່ນ ການຈັກຕັ້ງທີບໍ່ຫວັງຜົນກຳໄລ. ອິງໃສ່ເງື່ອນໄຂ ຂອງ ດຳຣັດ ໒໓໘ ນີ້, ມີພຽງອົງການຈັດຕັ້ງທີລົງທະບຽນ ຖືກຮັບຮອງ ຈາກກະຊວງພາຍໃນເທົ່ານັ້ນ ທີມີສິດ ປະຕິບັດງານ ຢ່າງຖືກຕ້ອງຕາມກົດໝາຍ. ດຳຣັດ ໒໓໘ ໃຫ້ອຳນາດ ຕໍ່ ລັຖະບານ ໃນການ ສ້າງຕັ້ງ ອົງການສະມາຄົມ ຕ່າງໆ ; ລັຖະບານ ສາມາດ ລົງໂທດ ອົງການທີບໍ່ໄດ້ລົງທະບຽນໄດ້, ພ້ອມຍັງສາມາດຈຳກັດ ຄວາມຕ້ອງການ ໃນການປະຕິບັດງານ ຂອງ ອົງການສະມາຄົມ,ຕລອດທົບທວນເຖິງ ຊັບສີນເຄື່ອງໃຊ້ ຂອງອົງການຈັດຕັ້ງ ; ກິຈກຳທີ່ກ່ຽວຂ້ອງກັບສິດທິມະນຸດ. ນອກຈາກນັ້ນ ອົງການທີຢາກໄດ້ງົບປະມານ ຫຼືພາຫະນະຈາກ ຊາວຕ່າງປະເທດ ຫຼື ອົງການຈັດຕັ້ງຕ່າງໆ ກໍຈະເຕ້ອງ ຮຽກຮ້ອງຂໍອະນຸມັດ ຈາກ ກະຊວງຕ່າງປະເທດ ເສັຍກ່ອນ.
ລາຍງານ ໄດ້ເຜີຍເຖິງ ຄວາມວິຕົກກັງວົນ ຂອງ ບັນດາຜູ້ຕາງໜ້າຈາກອົງການປະຊາສັງຄົມທີເຫັນວ່າ ດຳຣັດ໒໓໘ ຈະເຮັດໃຫ້ຫຼາຍໆອົງການສະລາຍຕົວໄປ.
ມີຜູ້ທີກ່າວຕ້ອງຕິລັຖະບານ ຢ່າງນ້ອຍ ໔ຄົນ ຍັງຖືກກັກຂັງຢູ່. ທ້າວສົມພອນ ພິມມະສອນ, ສຸກັນ ໃຈທັດ ແລະ ນາງ ຫລອດຄຳ ທັມມະວົງ ຖືກຈຳຄຸກ ເປັນເວລາ ໒໐ປີ, ໑໖ປີ ແລະ ໑໒ປີ ຍ້ອນຕ່ອງຕິວ່າ ລັຖະບານ ສໍ້ຣາຊບັງຫຼວງ,ຕັດປ່າໄມ້ ແລະ ລ່ວງລະເມີດສິດທິມະນຸດ. ທັງ ໓ ຖືກຈຳຄຸກ ພາຍຫຼັງ ຖືກຈັບຕົວເມື່ອຕົ້ນປີ ໒໐໑໖. ອົງການ ປາບປາມ ການຈັບກຸມແບບ ບໍ່ມີການໄຕ່ສວນຄະດີ ແຮ່ງ ອົງການ ສະຫະປະຊາຊາດ ໄດ້ ລົງມະຕິ ເມື່ອວັນທີ ໒໕ສິ ງຫາ ໒໐໑໗ ວ່າ ທັງ ໓ ຖືກຈຳຄຸກ ແບບ ບໍ່ມີການ ໄຕ່ສວນຄະດີ.
ທ່ານບຸນທັນ ທັມມະວົງ,ນັກຕໍ່ສູ້ເພື່ອປະຊາທິປະໄຕຊາວ“ໂປໂລຍ“ເຊື້ອຊາດລາວ ຖືກຈຳຄຸກເປັນເວລາ ໔ປີ ໙ເດືອນ ພາຍຫຼັງກ່າວຕ້ອງຕິ ລັຖບານທາງສື່ສັງຄົມ“ເພສບຸກ“, ຜູ້ກ່ຽວ ຖືກຈຳຄຸກ ພາຍຫຼັງ ຖືກຈັບຕົວ ຄັ້ງ ເດືອນມິຖຸນາ ໒໐໑໕.
ກ່ຽວແກ່ ກໍຣະນີ ຫາຍສາບສູນ ແບບຖືກບັງຄັບ, ຍັງບໍ່ມີໃຜ ຮູ້ຊາຕາກັມ ຂອງ ບຸກຄົນອີກຢ່າງນ້ອຍ ໑໒ ຄົນ, ຊື່ງໃນນັ້ນ ມີ ທ່ານສົມບັດ ສົມພອນ ຜູ້ນຳຂອງອົງການປະຊາສັງຄົມ. ທາງການສປປລາວ ບໍ່ໄດ້ ທຳການສືບສວນຢ່າງຄັກແນ່ ແລະ ທ່ຽງທັມ ເຖິງກໍຣະນີດັ່ງກ່າວ. ລັຖະບານສປປລາວ ຍັງບໍ່ໄດ້ ສັດຕະຍາບັນ ສົນທິສັນຍາສາກົນ ວ່າດ້ວຍ ການປົປ້ອງ ບຸກຄົນ ຕໍ່ການ ຫາຍສາບສູນ ແບບ ຖືກບັງຄັບ, ທັງໆທີວ່າ ສປປລາວ ໄດ້ ລົງນາມເຊັນຮັບເອົາ ສົນທິສັນຍາດັ່ງກ່າວ ມາໄດ້ ໑໐ປີ ແລ້ວ.
ການຍຶດທີ່ດີນ ກໍເປັນບັນຫາສຳຄັນ.ໃນຂະນະທີ ລັຖະບານ ໄດ້ອອກປະກາດວ່າ ຈະແກ້ໄຂ ບັນຫາທີ່ດີນ ນັ້ນ, ທາງເຈົ້າໜ້າທີ ຊໍ້າຍັງ ສືບຕໍ່ນາບຂູ່ ປາບປາມ ແລະ ກັກຂັງ ບຸກຄົນ ທີ ຄັດຄ້ານ ຕໍ່ກ່ານ ຍຶດທີ່ດີນ. ຊາວບ້ານ ຢ່າງນ້ອຍ ໑໒ຄົ ນ ທີ່ບ້ານເຢີບ, ເມືອງທ່າແຕງ, ແຂວງເຊກອງ ຍັງຖືກກັກຂັງ ພາຍຫຼັງ ຖືກຈັບຕົວ ເມື່ອ ວັນທີ ໒໕ ກໍຣະກະດາ ໒໐໑໗ ຍ້ອນວ່າ ເຂົາເຈົ້າ ໄດ້ຕັດຕົ້ນຢາງ ທີປູກໃສ່ດີນ ຂອງ ເຂົາເຈົ້າ ຊຶ່ງ ລັຖະບານໄດ້ຍຶດເອົາ, ແລະ ໃຫ້ ບໍຣິສັດວຽດນາມ ເຊົ່າ ເມື່ອປີ ໒໐໑໖. ໃນຈຳນວນ ຜູ້ຖືກ ກັກຂັງຈຳຄຸກ ນັ້ນ, ມີເດກນ້ອຍຍິງ ແລະ ຊາຍ ອາຍຸ ໑໕ປີ. ມີຜູ້ເສັຍຊິວິດແລ້ວນື່ງຄົນ ເມື່ອວັນທີ ໒໙ ມົກຣາ ໒໐໑໘.
“ສະຫະພາບເອີຣົບ ຈະຕ້ອງ ຊອກຊ່ອງທາງ ໃນໄວໆນີ້, ເພື່ອທວງໃຫ້ ປ່ອຍຕົວ ຊາວບ້ານເຫຼົ່ານັ້ນ, ຕລອດເດັກນ້ອຍ ທັງສອງຄົນ ; ເຂົາເຈົ້າຖືກຈຳຄຸກ ຍ້ອນຄັດຄ້ານ ຕໍ່ ການຖືກຍຶດທີ່ດີນ ແລະ ຂໍໄຫ້ ເຈົ້າໜ້າທີ ສືບສວນ ຢ່າງ ຖືກຕອ້ງ ເຖີງ ເຫດແທ້ຈີງ ຂອງການ ເສັຍສິວີດຢູ່ໄນຄູກ ພອ້ມທັງ ໃຫ້ຄ່າຊົດເຊີຍ ຕໍ່ ຄອບຄົວຜູ້ທີເສັຍຊິວິດ.” ຍານາງວະນິດາ ເທ ພສຸວັນ, ປະທານ ຂະບວນການ ລາວ ເພື່ອ ສິດທິມະນຸດ
ນອກຈາກນັ້ນ ຍັງມີບັນຫາ ກ່ຽວກັບ ການບໍ່ຊົດເຊີຍ ກໍຣະນີຍຶດທີ່ດີນ ແລະ ຍົກຢາຍບ້ານເຮືອນ ຍ້ອນ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ສາຍບໍ່ແຕນ-ວຽງຈັນ. ຊາວບ້ານ ທີຖືກ ໃຫ້ ອອກຈາກ ບ້ານເຮືອນ ຂອງຂະເຈົ້າ ຍັງບໍ່ໄດ້ຮັບ ຄ່າຊົເຊີຍໃດໆເລີຍ.
ໃນຖແລງການຮ່ວມ, ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ໄດ້ຮຽກຮ້ອງໃຫ້ ສະຫະພາບເອີຣົບ ຕັ້ງຂໍ້ເງື່ອນໄຂ ໃຫ້ ສປປລາວ ພັທະນາ ຢ່າງແທ້ຈິງ ທາງດ້ານ ເສຣີພາບ, ດ້ານການປາກເວົ້າ ແລະ ແນວຄິດ, ເສຣີພາບ ຊຸມນຸມຊົນ, ເສຣີພາບ ດ້ານ ສາສນາ, ສິດທິທີ່ດີນ, ການຫາຍສາບສູນ ແບບຖືກບັງຄັບ, ການຈັບກຸມ ແບບບໍ່ມີການໄຕ່ສວນຄະດີ, ສະພາບຄວາມເປັນຢູ່ໃນຄຸກ ແລະ ໂທດປະຫານ.
Related