[et_pb_section bb_built=”1″ _builder_version=”3.0.67″][et_pb_row use_custom_gutter=”on” gutter_width=”2″ background_position_1=”top_left” background_position_2=”top_left” background_repeat_1=”no-repeat” background_repeat_2=”no-repeat” _builder_version=”3.0.67″][et_pb_column type=”1_3″][et_pb_text _builder_version=”3.0.76″ text_font_size=”20″ header_font_size=”75px” background_layout=”light” border_style=”solid” module_alignment=”left”]
ອັນດັບ
170
ຈາກ
180
ປະເທດ
ປະເທດລາວ ໃນດັດສະນີເສລີພາບຂອງສື່ (press freedom) ຂອງອົງການຜູ່ສື່ຂ່າວບໍ່ມີພົມແດນ (Reporters without Borders)
[/et_pb_text][et_pb_text _builder_version=”3.0.76″ custom_padding=”20px|||” background_layout=”light” border_style=”solid” module_alignment=”left”]
ຫມາຍເຫດ: ນີ້ແມ່ນອີກໜຶ່ງໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”.
ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.
[/et_pb_text][/et_pb_column][et_pb_column type=”2_3″][et_pb_text _builder_version=”3.0.76″ background_layout=”light” border_style=”solid” module_alignment=”left”]
ອົງການຜູ່ສື່ຂ່າວບໍ່ມີພົມແດນ (Reporters without Borders) ຈັດອັນດັບປະເທດລາວ ຢູ່ໃນອັນດັບເກືອບຕ່ຳສຸດໃນ ດັດຊະນີເສລີພາບຂອງສື່ໂລກ (World Press Freedom Index), ໂດຍໃຫ້ຄະແນນ 66.41. ປະເທດນໍເວ ໄດ້ອັນດັບ ສູງທີ່ສຸດ ດ້ວຍຄະແນນ 7.60, ແລະເກົາຫຼີເໜືອ ອັນດັບຕ່ຳທີ່ສຸດ ດ້ວຍຄະແນນ 84.98.
ເກນທີ່ໃຊ້ປະເມີນໃນແບບສອບຖາມລວມມີ ການມີຫຼາຍຝ່າຍ, ເສລີພາບຂອງສື່, ສະພາບແວດລ້ອມຂອງສື່ ແລະການ ກວດກາ, ກອບນິຕິກຳ, ຄວາມໂປ່ງໃສ, ແລະຄຸນະພາບຂອງໂຄງລ່າງພື້ນຖານ ທີ່ຊ່ວຍໃນການຜະລິດຂໍ້ມູນ ແລະ ຂ່າວສານ.
ໃນປີ 2016, ປະເທດລາວ ຖືກຈັດຢູ່ໃນອັນດັບທີ 173, ແລະໄດ້ຄະແນນ 71.58. ໃນຕອນທີ່ດັດຊະນີ ຖືກສ້າງຂຶ້ນໃໝ່ໃນ ປີ 2002, ຄະແນນຂອງລາວແມ່ນ 89.00. ຕົວເລກນີ້ໄດ້ຂຶ້ນສູງເຖິງ 92.00 ໃນປີ 2009 ແລະຄ່ອຍເລື່ອນລົງມານັບແຕ່ ນັ້ນ.
ຫວຽດນາມ ແລະຈີນ ໄດ້ອັນດັບຕ່ຳກວ່າໜ້ອຍໜຶ່ງ ທີ່ 175 (73.96) ແລະ 176 (77.66) ຕາມລຳດັບ. ປະເທດໄທ ໄດ້ ອັນດັບທີ 142 (44.69), ກຳປູເຈຍ ທີ 132 (42.07), ແລະພະມ້າ ທີ 131 (41.82). ປະເທດທີ່ໄດ້ອັນດັບສູງທີ່ສຸດໃນ ອາຊີຕາເວັນອອກສຽງໃຕ້ແມ່ນ ອິນໂດນີເຊຍ ທີ່ 124 (39.93). ອົງການຜູ່ສື່ຂ່າວບໍ່ມີພົມແດນ ອະທິບາຍກ່ຽວກັບເສລີ ພາບຂອງສື່ໃນລາວ ດັ່ງນີ້:
ພັກປະຊາຊົນປະຕິວັດລາວ ຄວບຄຸມສື່ ໂດຍສິ້ນເຊີງ. ໂດຍສຳນຶກເຖິງການຈຳກັດດ້ານສື່ທີ່ເປັນທາງການ ແລະການກວດ ກາສື່, ຄົນລາວຈິ່ງຫັນຫາສື່ສັງຄົມອອນລາຍ. ແຕ່ການຂະຫຍາຍຕົວຂອງຂ່າວ ແລະຖານຂໍ້ມູນອອນລາຍ ກໍ່ຖືກຂົ່ມຂູ່ ໂດຍ ດຳລັດຂອງປີ 2014 ທີ່ລະບຸວ່າຜູ່ຊົມໃຊ້ອິນເຕີເນັດ ທີ່ວິຈານລັດຖະບານ ແລະພັກປະຊາຊົນປະຕິວັດລາວ ມາກ–ເລນິນ ອາດຖືກກັກຂັງ. ມີພຽງແຕ່ 3 ໃນປະມານ 40 ສະຖານີໂທລະພາບ ເປັນສະຖານີເອກະຊົນ, ເຊິ່ງຖືວ່າຕ່ຳຫຼາຍໃນການແກ້ ໄຂ ການຂາດຄວາມມີຫຼາຍຝ່າຍດ້ານສື່ໃນລາວ. ດຳລັດທີ່ອອກໂດຍນາຍົກລັດຖະມົນຕີ ໃນເດືອນມັງກອນ ປີ 2016 ອະນຸມັດໃຫ້ສື່ຕ່າງປະເທດ ຕັ້ງສຳນັກງານໃນລາວໄດ້ ໂດຍຕ້ອງສົ່ງເນື້ອຫາເຂົ້າໃຫ້ພັກປະຊາຊົນປະຕິວັດລາວ ກວດກາ ກ່ອນ.
[/et_pb_text][et_pb_comments _builder_version=”3.0.67″ show_avatar=”off” show_reply=”on” show_count=”on” background_layout=”light” border_style=”solid” custom_button=”off” button_letter_spacing=”0″ button_icon_placement=”right” button_letter_spacing_hover=”0″ /][/et_pb_column][/et_pb_row][/et_pb_section]