UNHRC ມີ ​196 ​ຂໍ້ກັງວົນ ​ກ່ຽວກັບ ສິດທິ ມະນຸດ ທີ່ສະ​ເໜີ ໃຫ້ລາວດຳ​ເນີນ ​ການ​ແກ້​​ໄຂ

Voice of America: 03 ກຸມພາ 2015

thediplomat_2013-12-17_03-36-21-386x289
​ບັນດາອົງການປົກປ້ອງສິດທິມະນຸດ ໃນໄທໄດ້ທຳການ​ເຄື່ອນ​ໄຫວຢູ່ໜ້າສະຖານທູດລາວ ເພື່ອ​ນຳ​ສະ​ເໜີ​ ກໍລະນີ​ການ​ຫາຍ​ໂຕ​ໄປ​ ຂອງທ່ານ​ສົມບັດ ​ສົມພອນ ເຂົ້າສູ່​ກອງ​ປະຊຸມ​ຄັ້ງຫລ້າ​ສຸດ​ນີ້ ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ທີ່ໄດ້ມີຂຶ້ນເມື່ອ ທ້າຍເດືອນມັງກອນຜ່ານມາ.

ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ສະ​ເໜີ​ແນະ​ໃຫ້ ລັດຖະບານ​ລາວ​ຈັດຕັ້ງຄະນະ​ກຳມະການ​ພິ​ເສດ ເພື່ອ​ຮັບ ຜິດຊອບ​ການ​ສືບສວນ​ສອບ​ສວນ​ຫາ​ຄວາມ​ຈິງ ກ່ຽວ​ກັບການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ສົມ​ພອນ.

ກອງ​ປະຊຸມ​ຄັ້ງທີ 21 ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ (UNHRC) ທີ່​ໄດ້​ພິຈາລະນາ​ທົບ​ທວນ​ກ່ຽວ​ກັບ ສະພາບ​ການ​ດ້ານ​ສິດທິ​ມະນຸດ​ໃນ 14 ປະ​ເທດ​ ທີ່​ລວມທັງ ສປປ ລາວ ດ້ວຍ​ນັ້ນ ​ໄດ້​ນຳ​ສະ​ເໜີ​ຂໍ້​ແນະນຳ​ຕໍ່​ຄະນະ​ຜູ້​ຕາງ​ໜ້າ ​ຂອງ​ລັດຖະບານ​ລາວ ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງນີ້​ດ້ວຍ ມີ​ຈຳນວນ​ເຖິງ 196 ຂໍ້​ທີ່​ເປັນ​ການສະ​ແດງເຖິງຂໍ້ ກັງວົນ ກ່ຽວ​ກັບ​ສະພາບ​ການລະ​ເມີດ​ສິດທິ​ມະນຸດ​ໃນ​ລາວ ​ແລະ​ໄດ້​ສະ​ເໜີ​ແນະ​ໃຫ້​ລັດຖະບານ​ລາວ ​ດຳ​ເນີນ​ມາດ​ຕະການ​ ແກ້ໄຂ​ຢ່າງ​ຈິງ​ຈັງ ​ແລະຮີບ​ດ່ວນ ເມື່ອ​ທ້າຍ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ຢູ່​ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ ສະ​ວິດ​ເຊີແລນ.

ໂດຍ​ທີ່​ຖື​ວ່າ​ເປັນ​ເນື້ອ​ໃນ​ສຳຄັນ​ ຂອງ​ການສະ​ເໜີ​ແນ​ະ​ໃນ​ຄັ້ງນີ້ ກໍ​ຄື​ການ​ສະ​ເໜີ​ແນະ​ໃຫ້​ ລັດຖະບານ​ລາວ​ເລັ່ງ ການຈັດຕັ້ງປະຕິບັດ​ສົນທິສັນຍາ ວ່າ​ດ້ວຍ​ສິດທິ​ມະນຸດ ທີ່​ລາວ​ເຊັນ ​ໄປ​ແລ້ວນັ້ນ ​ໃຫ້​ປາກົດ​ເປັນ​ຈິງ ​ແລະ​ໃຫ້​ເຊັນ​ຮັບຮອງ​ເອົາສົນທິສັນຍາ​ສິດທິ​ມະນຸດ​ຂອງ​ ສະຫະ​ປະຊາ​ຊາດ ​ເພີ້​ມຕື່ມ​ອີກຫຼາຍສະບັບ​ເປັນຕົ້ນ​ແມ່ນ​ສະບັບ ທີ່​ວ່າ​ດ້ວຍ​ການ​ບັງຄັບໃຫ້ຫາ​ຍ​ສາບ​ສູນ.

ທັງ​ນີ້​ໂດຍ​ກອງ​ປະຊຸມ ​ໄດ້​ເພ່ງ​ເລັງ​ເຖິງ​ກໍລະນີ​ຂອງ​ທ່າ​ນສົມ​ບັດ ສົມ​ພອນ ນັກ​ພັດທະນາລາວ​ຜູ້ດີ​ເດັ່ນ​ໃນ​ອາ​ຊ່ຽນ ທີ່​ໄດ້​ຖືກ​ລັກພາ​ໂຕ​ນັບ​ເປັນ​ເວລາ​ຫຼາຍກວ່າ​ 2 ປີ​ມາ​ແລ້ວ ​ແຕ່ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ ​ໃນ​ການ​ສືບສວນ​ສອບ​ສວນ​ຄະດີ​ ຈາກ​ທາງ​ການ​ຕຳຫລວດ​ລາວແຕ່​ຢ່າງ​ໃດ ດັ່ງນັ້ນ ກອງ​ປະຊຸມ​ຈຶ່ງ​ໄດ້​ແນະນຳ​ໃຫ້​ທາງ​ການ​ລາວ​ ຈັດຕັ້ງຄະນະ​ກຳມະການ
​ທີ່​ເປັນ​ເອກະລາດ​ຈາກ​ລັດຖະບານ​ລາວ ​ຂຶ້ນມາ​ສືບ​ຫາ​ຄວາມ​ຈິງ ​ແລະ​ຈັບ​ຜູ້​ກະທຳ​ຄວາມ​ຜິດ​ມາ​ດຳ​ເນີນ​ຄະດີ ​ແລະ​ຮັບ​ໂທດ​ຕາມ​ກົດໝາຍ​ຕໍ່​ໄປ.

ການ​ສະ​ເໜີ​ແນ​ະດັ່ງກ່າວ​ນີ້ ນັບ​ເປັນ​ບາດກ້າວ​ສຳຄັນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເຄື່ອນ​ໄຫວຂອງ​ອົງການ Human Rights Watch ທີ່​ໄດ້​ນຳ​ສະ​ເໜີ​ກໍລະນີ​ການ​ຫາຍ​ໂຕ​ໄປ​ຂອງທ່ານ​ສົມບັດ ​ເຂົ້າສູ່​ກອງ​ປະຊຸມ​ຄັ້ງຫລ້າ​ສຸດ​ນີ້ ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ຊຶ່ງ​ເນັ້ນໜັກ​ເນື້ອ​ໃນ​ສຳຄັນ​ເຖິງ​ຄວາມ​ບໍ່​ເອົາ​ໃຈ​ໃສ່​ຂອງ​ລັດ​ຖະບານ​ລາວ​ຕໍ່​ບັນຫາ​ດັ່ງກ່າວ.

ST_20130411_JNISOMBATH90GK_3607406e
ທ່ານສົມບັດ ສົມພອນ ພ້ອມດ້ວຍພັນລະຍາ ທ່ານນາງ Ng Shui Meng.

ກ່ອນ​ໜ້າ​ນີ້ ບັນດາ​ນັກ​ເຄື່ອນ​ໄຫວ​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດ ຂອງ 82 ອົງການ​ຈາກ​ທົ່ວ​ໂລກ ​ໄດ້​ຮ່ວມ​ກັນ​ລົງ​ນາມ​ ໃນ​ຖະ​
ແຫລ​ງການ ທີ່​ໄດ້​ສົ່ງ​ເຖິງ​ບັນດາ​ລັດຖະບານ​ຂອງ​ປະ​ເທດ​ສະມາຊິກ ຂອງ​ອາ​ຊ່ຽນ​ຢ່າງ​ເປັນ​ທາງ​ການ​ເມື່ອວັນ​ທີ 15
ທັນວາ 2014 ອັນ​ເປັນ​ວັນ​ຄົບຮອບ 2 ປີ ຂອງ​ການ​ຫາຍໂຕ​ໄປຢ່າງ​ບໍ່​ມີ​ຮ່ອງຮອຍ​ ຂອງ​ທ່ານ​ສົມ​ບັດ ສົມ​ພອນ.

ໂດຍ​ຖະ​ແຫລ​ງການ​ດັ່ງກ່າວ ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ລັດຖະບານ​ຂອງ​ທຸກ​ປະ​ເທດໃນ​ອາ​ຊ່ຽນ​ຈົ່ງ​ໄດ້​ຮ່ວມ​ກັນ ​ດຳ​ເນີນ​ມາດຕະ​ການ​ກົດ​ດັນ​ລັດຖະບານລາວ ​ຕໍ່​ກໍລະນີ ​ທີ່​ໄດ້​ມີ​ການລະ​ເມີດ​ສິດທິ​ມະນຸດ​ໃນ​ລາວ​ ຢ່າງຮຸນ​ແຮງ​ທັງ​ຍັງ​ບໍ່​ໄດ້​ດຳ​ເນີນ​ມາດ​ຕະການ​ຢ່າງ​ຈິງ​ຈັງ​ ໃນ​ການ​ສືບສວນ​ສອບ​ສວນ​ຫາ​ຄວາມ​ຈິງ ແລະ​ ຕິດຕາມ​ຫາ​ທ່ານ​ສົມບັດ ທີ່​ຖືກ​ຄວບ​ຄຸມໂຕ​ໄປຈາກ​ດ່ານ​ຕຳຫລວດ​ແຫ່ງ​ໜຶ່ງ​ໃນ​ນະຄອນ​ຫລວງ ​ວຽງ​ຈັນນັບ​ແຕ່​ຕອນ​ແລງ​ວັນ​ທີ 15 ທັນວາ 2012 ​ເປັນຕົ້ນມາ ​ແລະ​ຈົນ​ເຖິງປັດຈຸບັນ​ນີ້​ ກໍ​ຍັງ​ຄົງ​ບໍ່​ຮູ້​ຊະຕາ​ກຳ ​ຂອງ​ທ່ານ​ສົມບັດ ​ແຕ່​ຢ່າງ​ໃດ.

ບັນດາ​ອົງການ​ປົກ​ປ້ອງ​ສິດ​ທິມະນຸດ​ສາກົນ​ໄດ້​ໃຫ້​ເຫດຜົນ​ວ່າ ສາ​ເຫດ​ທີ່​ລັດຖະບານ​ອາ​ຊ່ຽນ​ທັງ​ກຸ່ມ ຈະ​ຕ້ອງ​ກົດ​ດັນ​ຕໍ່​ລັດຖະບານ​ລາວ​ນັ້ນ ກໍ​ເພາະວ່າ​ກໍລະນີ​ການ​ຫາຍ​ໂຕ​ໄປ ​ຂອງ​ທ່ານ​ສົມບັດນີ້​ ບໍ່​ໄດ້​ເປັນ​ພຽງ​ບັນຫາ​ພາຍ​ໃນ​ລາວ​ເທົ່າ​ນັ້ນ ຫາກ​ແຕ່ຖື​ເປັນພາລະ​ໜ້າ​ທີ່​ ຂອງທັງ​ກຸ່ມ​ອາ​ຊ່ຽນ ທີ່​ຈະ​ຕ້ອງ​ຮ່ວມ​ກັນ​ເພື່ອ​ຄົ້ນ​ຫາ​ຄວາມ​ຈິງ ​ທີ່​ເກີດ​ຂຶ້ນ​ໃນ​ລາວ ທີ່​ເປັນ​ປະ​ເທດສະມາຊິກ​ຂອງ​ກຸ່ມ​ອາ​ຊ່ຽນ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ພົງ​ສະຫວັດ ບຸບຜາ ລັດຖະມົນຕີ​ປະຈຳ​ຫ້ອງການ​ປະທານ​ປະ​ເທດ ຫົວໜ້າ​ຄະນະ​ຜູ້​ແທນ​ລັດຖະບານ​ລາວ ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສະພາ​ສິດທິ​ມະນຸດ​ສາກົນ ທັງ​ຍັງ​ໄດ້​ໃຫ້ການ​ສົ່ງ​ເສີມ ​ແລະ​ໃຫ້ການ​ຄຸ້ມ​ຄອງ​ສິດທິ​ຂັ້ນພື້ນຖານ​ຂອງ​ພົນລະ​ເມືອ​ງລາວ ທຸກ​ຄົນ​ອີກ​ດ້ວຍ​ດັ່ງ​ທີ່​ທ່ານ​ໄດ້​ເນັ້ນຢ້ຳວ່າ:

“The Lao government has a consistent policy of human rights political economic social and cultural rights of the Lao multi-ethnic people are enshrined in national constitution law and other legal documents which are in conformity with the obligation and commitment of the Lao PDR at the international and regional level.

ລັດຖະບານ​ລາວ ​ແມ່ນ​ມີ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ໃນ​ເລື້ອງ​ສິດທິມະນຸດ ​ເລື້ອງ​ສິດທິ​ທາງ​ດ້ານ​ການ​ເມືອງ ​ເສດຖະກິດ ສັງຄົມ ​ແລະ​ວັດທະນະທຳ ຂອງ​ປະຊາຊົນ​ລາວ ອັນ​ປະກອບ​ດ້ວຍຫຼາຍຊົນ​ຊາດ​ຊົນ​ເຜົ່າ​ນັ້ນ ກໍ​ໄດ້​ຖືກ​ບັນທຶກ​ໄວ້​ ຢູ່​ໃນ ລັດຖະທຳ​ມະນູນ ​ໃນ​ກົດໝາຍ ​ແລະ ເອກະສານ​ອື່ນໆ ທາງ​ດ້ານ​ກົດໝາຍ ຊຶ່ງ​ຖືກຕ້ອງ​ສອດຄ່ອງ​ກັບ​ຂໍ້​ບັງຄັບ ​ແລະ​ພັນທະ​ຂອງ​ປະຊາຊົນ​ລາວ ກໍ​ຄື​ຂອງ​ ສາກົນ ​ແລະ​ຂອງ​ຂົງ​ເຂດ​ນຳ​ດ້ວຍ.”

ໂດຍ​ນອກຈາກ​ການຈັດຕັ້ງປະຕິບັດ​ສົນທິສັນຍາ ວ່າ​ດ້ວຍ​ສິດທິ​ມະນຸດ​ແລ້ວ ກອງ​ປະຊຸມ​ຄັ້ງນີ້ ກໍ​ຍັງ​ໄດ້​ສະ​ເໜີ​ແນະ​ໃຫ້​ລັດຖະບານ​ລາວ ຈະ​ຕ້ອງ​ເລັ່ງປະຕິ​ຮູ​ບການ​ປົກຄອງ​ດ້ວຍ​ກົດໝາຍ​ເປີດ​ໃຫ້​ປະຊາຊົນ​ລາ​ວມີສິດ​ເສລີພາບ​ທາງ​ການ​ເມືອງ ຫ້າມ​ປາບ​ປາມ​ປະຊາຊົນ​ຢ່າງ​ໄຮ້​ມະນຸດສະທຳ ​ແລະ​ອະນຸຍາດ​ໃຫ້​ເຈົ້າໜ້າ​ທີ່​ຂອງ​ສະຫະ​ປະຊາ​ຊາດ​ເຂົ້າມາ​ສຳ​ຫລວດ​ກວດກາ​ການ​ນັບຖື​ສິດທິ​ມະນຸດ​ໃນ​ລາວ​ເປັນຕົ້ນ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.