145 ອົງການ: ການບັງຄັບຫາຍສາບສູນ ຂອງສົມບັດສົມພອນ ເປັນໃຈກາງ ຂອງການ ປະຊຸມທົບທວນການປະຕິບັດ ວຽກງານດ້ານ ສິດທິມະນຸດສາກົນ ກ່ຽວກັບລາວ

Logo-Sombath InitiativeThe Sombath Initiative: 20 ມັງກອນ 2015

ພວກເຮົາທີ່ລົງລາຍເຊັນຂ້າງລຸ່ມນີ້ ຮຽກຮ້ອງມາ ຍັງທ່ານ ໃຫ້ພິຈາລະນາແກ້ໄຂ ການ ຫາຍສາບສູນຂອງສົມບັດສົມພອນ ຢູ່ໃນ UPR ກ່ຽວກັບ ສປປລາວ ຂອງວັນທີ 20 ມັງກອນ 2015 ທີ່ຈະມາເຖິງນີ້

ກ່ຽວກັບການຫາຍສາບສູນໂດຍບັງຄັບ ແມ່ນອາຊະຍາກຳ ທີ່ໜ້າຢ້ານກົວ ມັນເປັນສ່ວນ ນຶ່ງທີ່ບໍ່ຫຼາຍທີ່ຖືກຮັບຮູ້ໃນ ລະດັບສາກົນ ວ່າເປັນ ການບໍ່ມີເຫດຜົນ ຈັກດີ້ [1]

ອາຊະຍາກຳນີ້ ບໍ່ແມ່ນກະທົບແຕ່ຜູ້ຮັບເຄາະຮ້າຍ ມັນກໍແມ່ນອາຊະຍາກຳ ທີ່ກະທົບຕໍ່ ຄອບຄົວຂອງ ຜູ້ຮັບເຄາະຮ້າຍທີ່ ປັດສະຈາກເຫດຜົນ ການແກ້ໄຂບັນຫາ ຫຼື ບໍ່ມີພາຫາ ນະ ການຊ່ວຍແກ້ ແລະເຮັດໃຫ້ມີການຢ້ານກົວ ແລະ ການຂົ່ມຂູ່. ໃນເຫດຜົນອັນດຽວ ກັນນັ້ນ ກໍແມ່ນອາຊະຍາກຳ ຕໍ່ສັງຄົມຢ່າງກວ້າງຂວາງ ແລະ ເປັນສ່ວນນຶ່ງຂອງການ ທຳຮ້າຍທີ່ລາມອອກໄປ ແລະ ມີລະບົບການກະທົບຕໍ່ປະຊາຊົນພົນລະເຮືອນ ເປັນອາ ຊະຍາກຳ ຕໍ່ ມະນຸດຊາຕ

ສົມບັດສົມພອນຖືກຮັບຮູ້ຢ່າງກວ້າງຂວາງສຳລັບວຽກງານຂອງລາວ ທີ່ເປັນວຽກງານປະ ດິດສ້າງຂອງການດຳລົງຊີວິດ ແລະ ມີຜົນສຳເລັດຢ່າງໜ້າສັນລະເສີນໃນດ້ານກະສິກຳ ຍຶນຍົງ ການພັດທະນາຊຸມຊົນ ແລະ ມີຫຼາຍທາງເລືອກ ມີການປະກອບສ່ວນ ຂອງ ຄົນສ່ວນຫຼາຍ ແລະ ມີການສຶກສາໃຫ້ເຍົາວະຊົນ. ສົມບັດສົມພອນໃຫ້ຮັບການສັນລະ ເສີນ ຈາກຫຼາຍທາງ ລວມທັງ ໄດ້ຮັບຮາງວັນ ໄຣມົງແມັກໄຊໄຊ ໃນປີ 2005 ກ່ຽວ ກັບ ການເປັນຜູ້ນຳຊຸມຊົນ

ຍ້ອນວ່າມີການຮັບຮູ້ ແລະ ການເຄົາລົບນັບຖື ການຫາຍສາບສູນຂອງສົມບັດສົມພອນ ຈຶ່ງໄດ້ນຳມາຊຶ່ງ ຄວາມສົນໃຈທີ່ມີຄວາມໝາຍ ແລະ ການບໍ່ລົດລະ ອອກມາທົ່ວໂລກ [2]

ວຽກງານສ່ວນໃຫຍ່ຂອງສົມບັດ ສົມພອນທີ່ປະຕິບັດມາໄດ້ 30 ກວ່າ ປີນັ້ນ ໄດ້ໄຂ ປະຕູໃຫ້ມີການແລກປ່ຽນ ແລະ ການຮ່ວມມື ລະຫວ່າງເຈົ້າໜ້າທີ່ຂອງລັດຖະບານ ອົງການຊຸມຊົນ ແລະ ປະຊາຊົນຜູ້ໜຸ່ມນ້ອຍລວມທັງຜູ້ອາຍຸແກ່

ການຜຸ່ງເດັນ ອອກມາຂອງຜູ້ນຳຂອງອົງການຊຸມຊົນຂອງລາວ ທີ່ໜ້ານັບຖື ແມ່ນ ເຮັດໃຫ້ການພາຕົວຫາຍສາບສູນ ຂອງສົມບັດ ໄດ້ເປັນຜົນກະທົບຢ່າງຫວາດສຽວ ໃນປະເທດລາວ. ປັດຈຸບັນນີ້ ຍັງມີຄວາມຢ້ານກົວໃນລະຫວ່າງ ປະຊາຊົນລາວ. ຫຼາຍ ຄົນບໍ່ກ້າເອີ່ຍຊື່ ຂອງສົມບັດ ສົມພອນ ຍ້ອນຢ້ານມີການກວດລ້າງ ຈະເປັນຜູ້ຖືກຮັບ ເຄາະອີກ.

ການຫາຍສາບສູນຂອງສົມບັດ ໄດ້ອຳນວຍການຕັດສິນໃຈໃຫ້ມີໂອກາດ ແລະວາລະໃນ ການສົນທະນາແບບ ປະຊາທິປະໄຕ ພ້ອມກັນກັບ ການເສື່ອມໂຊມຂອງສະພາບ ສິດ ມະນຸດ ໃນທົ່ວປະເທດ ໂດຍສະເພາະໃນກຸ່ມ ລາດສະດອນ ທີ່ໄດ້ຮັບການກະທົບໂດຍ ກົງຈາກນະໂຍບາຍເສດຖະກິດ ການສຳປະທານທີ່ດິນ ແລະ ໂຄງການກໍ່ສ້າງພື້ນຖານ

ດັ່ງກ່າວມາແລ້ວນັ້ນ ແນ່ນອນກໍມີຫຼາຍປະເດັນທີ່ເດັ່ນສຳຄັນທີ່ສຸດ ທີ່ຈະໄດ້ຍົກຂຶ້ນມາ ພິຈາລະນາ ໃນກອງປະຊຸມ UPR ໄດ້ມີເອກກະສານຂໍ້ມູນຫຼາຍສົມຄວນ ຢູ່ໃນຫ້ອງ ການ ຂອງຂ້າຫລວງໃຫຍ່ກ່ຽວກັບສິດມະນຸດ [3]

ໃນເວລາອ່ານລາຍງານທວນຄືນໃໝ່ ເຫັນໄດ້ວ່າ ສົມບັດ ສົມພອນ ເປັນໃຈກາງຂອງ ບັນຫາ ຢູ່ໃນການລາຍງານຂອງ ຜູ້ທີ່ມີສ່ວນຮ່ວມສ່ວນຫຼາຍ ແລະເກືອບໝົດທຸກອົງການ ຊຸມຊົນ ທີ່ບໍ່ໄດ້ຢູ່ໃນການຄວບຄຸມຂອງລັດຖະບານລາວ.

ໄດ້ສັງເກດອີກວ່າ ທັ້ງ ໆ ທີ່ມີການທັກທ້ວງຫຼາຍ ໆ ເທື່ອ ແລ້ວມີຄວາມກັງວົນຫຼາຍ ກວ່າໝູ່ໝົດ ແມ່ນລາຍງານຂອງ ລັດຖະບານລາວ ທີ່ບໍ່ໄດ້ເອີ່ຍຊື່ຂອງສົມບັດ ແຕ່ປະ ການໃດ ບໍ່ໄດ້ກ່າວເຖິງບົດບາດຂອງສົມບັດໃນອົງການຊຸມຊົນ ເວັ້ນເສັຽແຕ່ວ່າໄດ້ອ້າງ ອີງເຖິງ ການເຮັດວຽກຂອງ UPR

ສົມບັດສົມພອນໄດ້ຖືກລັກພາຕົວໄປໄດ້ 2 ປີ ກວ່າແລ້ວ ຈາກປ້ອມຍາມຕຳຫລວດ ໃນ ຖນົນຫລວງທີ່ຄັບຄັ່ງໃນ ນະຄອນຫລວງວຽງຈັນ. ໃນເມື່ອວ່າ ບໍ່ໄດ້ມີວິແວວ ຂອງການ ສຶບສວນເປັນທາງການ ໄດ້ 18 ເດືອນກວ່າແລ້ວ ການຕິລາຄາ ເອກກະລາດ ມາຈາກ ຫລາຍແຫ່ງ ລວມທັງລາຍງານໃນບໍ່ດົນມານີ້ຂອງ ກຳມະການນັກກົດໝາຍສາກົນ ທີ່ ສະຫລຸບວ່າ ກໍລະນີນີ້ຍັງມີ “ການແກ້ໄຂໄດ້ ຢ່າງສູງສົ່ງ” [4]

ຍັງມີຕື່ມອີກວ່າ ນັກຊ່ຽວຊານຂອງອົງການສະຫະປະຊາຊາດໄດ້ບອກແຈ້ງອີກວ່າ ແມ່ນ ຄວາມຮັບຜິດຊອບຂອງ ລັດຖະບານລາວ ທີ່ນອນຢູ່ໃນກົດໝາຍສາກົນທີ່ຈະຕ້ອງດຳເນີນ ການສືບສວນທີ່ ເປັນເອກກະລາດ ລະອຽດ ເຊື່ອຖືໄດ້ ແລະ ມີປະສິດທິຜົນ [5]

ເປັນການບໍ່ສົມຄວນທີ່ປະເທດນຶ່ງ ທີ່ຮ້ອງຂໍການຊ່ວຍແລະຂຶ້ນກັບການຊ່ວຍເຫຼືອທີ່ມາ ຈາກສາກົນ ປະຕິເສດການຊ່ວຍເຫຼືອໃດ ໆ ກ່ຽວກັບການສຶບສວນນີ້

ສະຫລຸບແລ້ວ, ການຫາຍສາບສູນຂອງສົມບັດບໍ່ແມ່ນເປັນກໍລະນີທີ່ໂດດດ່ຽວ ທີ່ບໍ່ນອກ ເໜືອຂອບເຂດສິດທິມະນຸດ ສະທັມ ຫາກແຕ່ວ່າ ມັນເປັນການສະແດງອອກຢ່າງຈະແຈ້ງ ການເຈັບແສບທີ່ກວ້າງ ແລະ ລົງເລິກອອກໄປ

ພວກເຮົາຮ້ອງຂໍໃຫ້ມີການພິຈາລະນາຫຼາຍປະເດັນ ນອກເໜືອຈາກ ສິດທິມະນຸດສະທັມ ທີ່ເຈົ້າໜ້າທີລາວຫລົງ ລືມກໍລະນີ້ ຢ່າງແນ່ນອນ

ດ້ວຍເຫດຜົນດັ່ງກ່າວມານີ້ ພວກເຮົາຮ້ອງຮຽນໃຫ້ພວກທ່ານ ໄດ້ໃຫ້ກໍລະນີຂອງການ ຫາຍສາບສູນໂດຍບັງຄັບຂອງ ສົມບັດ ສົມພອນ ໄດ້ເປັນວາລະ ທີ່ມີສິດອັນຊອບທຳ ໃນຈຳນວນບັນຫາໃຈກາງຂອງກອງປະຊຸມ UPR ທີ່ຈະມາເຖິງນີ້

ດ້ວຍຄວາມນັບຖື

ຈາກ The Sombath Initiative ແລະ 144 ອົງການ

ບັນຊີເຕັມຂອງອົງການທີ່ລົງລາຍເຊັນ

[1] The International Convention for the Protection of All Persons from Enforced Disappearance states: “No exceptional circumstances whatsoever, whether a state of war or a threat of war, internal political instability or any other public emergency, may be invoked as a justification for enforced disappearance.”
[2] See https://sombath.org/global-concern/ for more information on the scores of appeals and events to date.
[3] For the National, UN and Stakeholders’ Reports, as well as individual submissions, please see: http://www.ohchr.org/EN/HRBodies/UPR/Pages/LASession21.aspx
[4] See the ICJ report: “Missed Opportunities: Recommendations for Investigating the Disappearance of Sombath Somphone” at: http://icj.wpengine.netdna-cdn.com/wp-content/uploads/2014/12/Lao-Somphone-disappearance-Publications-report-2014-ENG.pdf
[5] See: http://www.un.org/apps/news/story.asp?NewsID=49679#.VJocLp0FyQ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.