ພັນລະຍາ ທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວຄາວ ຈາກຜູ້ເປັນສາມີ ທີ່ຫາຍຕົວໄປ

Voice of America: 22 ເມສາ 2014

APF-02
ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆຊາດ ໄດ້ພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ.

ພັນລະຍາ ຂອງທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວຄາວໃດໆເລີຍຈາກຜູ້ເປັນສາມີທັງຍັງບໍ່ມີຄວາມຄືບໜ້າ ໃນການສອບສວນ ສືບສວນຫາຄວາມຈິງໂດຍທາງການຕຳຫຼວດລາວອີກດ້ວຍ.

ພາຍຫຼັງຈາກທີ່ ທ່ານນາງ Ng Shui Meng ພັນລະຍາ ຂອງ ທ່ານ ສົມບັດ ສົມພອນ ນັກພັດທະນາລາວ ຜູ້ດີເດັ່ນຂອງອາ ຊ່ຽນ ທີ່ໄດ້ຫາຍຕົວໄປ ນັບແຕ່ວັນທີ 15 ທັນວາ 2013 ເປັນຕົ້ນມານັ້ນ ໄດ້ຖະແຫລງການ ໃນໂອກາດການຫາຍຕົວໄປ ຂອງທ່ານສົມບັດ ຄົບຮອບ 1 ປີ ເພື່ອເຊີນຊວນ ໃຫ້ຜູ້ທີ່ຮັກ ຄວາມເປັນທຳ ທັງໃນລາວ ແລະຕ່າງປະເທດ ຈົ່ງໄດ້ພາກັນຂຽນຈົດໝາຍເຖິງ ທ່ານສົມບັດ ທີ່ມີເນື້ອຫາກ່ຽວກັບຊີວິດ ແລະ ຜົນງານ ແນວຄວາມຄິດ ອຸດົມການ ແລະ ວິທີການ ປະຕິບັດງານ ຂອງທ່ານສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ ໃນວົງກວ້າງນັບແຕ່ ວັນທີ 15 ທັນວາ 2013 ເປັນຕົ້ນມາ ກໍປະກົດວ່າ ໄດ້ຮັບການຕອບສະໜອງຈາກ ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆ ຊາດຢ່າງກວ້າງຂວາງ.

ທັງນີ້ໂດຍບັນດາຈົດໝາຍ ແລະ ການສະແດງອອກຕ່າງໆ ທີ່ກ່ຽວຂ້ອງກັບ ທ່ານສົມບັດ ດັ່ງກ່າວໄດ້ຖືກເຜີຍແຜ່ສູ່ ການຮັບຮູ້ໃນວົງກວ້າງໂດຍ Website ແລະ Facebook ທີ່ ຊື່ວ່າ Find Sombath Somphone ທີ່ມີທັງ ຈົດໝາຍ ການຈັດກິດຈະກຳ ແລະ ການ ສະແດງອອກ ທີ່ເປັນສັນຍາລັກ ຂອງການທວງຖາມ ອຳນາດການປົກຄອງ ໃນລາວ ກ່ຽວກັບການຫາຍຕົວໄປ ຂອງທ່ານສົມບັດ.

Members of Amnesty International Japan and Human Rights Watch protest at the Laos Embassy in Tokyo in December 2013. (Hideki Yakabayashi)
ເຄືອຂ່າຍອົງກອນ ພັດທະນາເອກະຊົນຍີ່ປຸ່ນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ

ໂດຍການປະຕິບັດດັ່ງກ່າວນີ້ ກໍເພື່ອເປັນການສົ່ງກຳລັງໃຈ ແລະ ຄວາມປາດຖະໜາດີ ໄປເຖິງ ທ່ານສົມບັດ ທີ່ຫາຍຕົວໄປ ນັບເປັນລະຍະເວລາເກືອບ 500 ວັນມາແລ້ວ ຫາກແຕ່ວ່າຈົນ ເຖິງທຸກມື້ ສຳລັບທ່ານນາງ Ng Shui Meng ນັ້ນກໍຍັງຄົງ ບໍ່ໄດ້ຮັບຂ່າວຄາວໃດໆເລີຍ ຈາກຜູ້ເປັນສາມີ ຂອງທ່ານນາງ ແລະ ບໍ່ມີຄວາມຄືບໜ້າໃດໆ ເລີຍ ຈາກການສືບສວນສອບສວນ ຂອງທາງການຕຳຫຼວດລາວ ດັ່ງທີ່ທ່ານນາງໄດ້ກ່າວວ່າ:

“ສົມບັດ ເປັນຄົນສັນຊາດລາວ ລາວໄດ້ຫາຍໄປຢູ່ຕໍ່ໜ້າ ປົດຕຳຫຼວດ ໃນວຽງຈັນ ເລື້ອງທີ່ວ່າຜູ້ໃດເປັນ ຜູ້ຮັບຜິດຊອບ ໃນການ ເອົາລາວໄປນັ້ນບໍ່ສຳຄັນ ແຕ່ທີ່ສຳຄັນ ແມ່ນວ່າ ມັນຍັງແມ່ນຄວາມ ຮັບຜິດຊອບ ຂອງລັດຖະບານ ແລະ ຂອງກຳລັງຮັກສາຄວາມປອດໄພ ຢູ່ທີ່ຈະຊອກ ຫາ ສົມບັດ ໃຫ້ເຫັນແລ້ວສົ່ງລາວ ໃຫ້ຂ້າພະເຈົ້າ ແລະ ຄອບຄົວຢ່າງ ປອດໄພ ພວກເຂົາເຈົ້າ ໄດ້ຈັດຕັ້ງທີມງານສືບສວນຂຶ້ນມາ ແຕ່ກໍບໍ່ເຫັນວ່າມີຫຍັງດີເພາະເທົ້າເຖິງປັດຈຸບັນນີ້ ກໍບໍ່ໄດ້ມີຂ່າວຄາວອັນໃດວ່າ ສົມບັດ ຢູ່ແຫ່ງໃດ.”

ນອກຈາກການເຊີນຊວນໃຫ້ມີການ ຂຽນຈົດໝາຍເຖິງ ທ່ານສົມບັດ ດັ່ງກ່າວແລ້ວບັນດາອົງການ ຄຸ້ມຄອງ ສິດທິມະນຸດຍະຊົນສາກົນເຊັ່ນ ເຄືອຂ່າຍສະໝານສັນພາກປະຊາຊົນອາຊຽນ ຄະນະປະສານງານມະຫະກຳ ພາກປະຊາຊົນເອເຊຍກັບ ຢູໂຣບ ຄະນະກຳມະການປະສານງານ ອົງກອນພັດທະນາເອກະຊົນໄທ ເຄືອຂ່າຍ
ອົງກອນພັດທະນາເອກະຊົນຍີ່ປຸ່ນ ແລະ ເຄືອຂ່າຍເຍົາວະຊົນອາຊຽນກໍໄດ້ພາກັນ ຈັດກິດຈະກຳ ເພື່ອຮຽກຮ້ອງຂໍໃຫ້ ທາງການລາວຕາມຫາ ແລະ ໃຫ້ການຊ່ວຍເຫຼືອ ທ່ານສົມບັດ ຢ່າງຈິງຈັງອີກດ້ວຍ.

ກ່ອນໜ້ານີ້ ທ່ານ Walden Bello ຮອງປະທານ ຄະນະກຳມະການ ດ້ານສິດທິ ມະນຸດຍະຊົນ ຂອງລັດຖະສະພາ ອາຊຽນ ໄດ້ຖະແຫຼງການໃນໂອກາດທີ່ຄະນະຜູ້ ແທນຂອງລັດຖະສະພາຢູໂຣບ ຢ້ຽມຢາມ ສປປ. ລາວຢ່າງເປັນ ທາງການ ໃນວັນທີ 28 ຕຸລາ ປີ 2013 ວ່າຖືເປັນອີກໂອກາດນຶ່ງທີ່ຈະໄດ້ທວງຖາມທາງການລາວເຖິງ ຄວາມຄືບໜ້າ ຂອງການສືບສວນຫາຄວາມຈິງກ່ຽວກັບກໍລະນີ ຂອງທ່ານສົມບັດ.

People in Minneapolis are asking...
ນາໆ ຊາດພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານ ສົມບັດ

ຄະນະຜູ້ແທນຂອງລັດຖະສະພາຢູໂຣບ ທີ່ຢ້ຽມ ຢາມລາວ ດັ່ງກ່າວ ນຳໂດຍ ທ່ານ Werner Langen ປະທານ ລັດຖະສະພາຢູໂຣບຊຶ່ງ ຄະນະຂອງທ່ານກໍໄດ້ ພົບປະເຈລະຈາຮ່ວມ ກັນກັບ ຄະນະຜູ້ແທນ ຂອງສະພາແຫ່ງຊາດ ລາວ ທີ່ມີ ທ່ານໄຊ ສົມພອນ ພົມວິຫານຮອງ ປະທານສະພາ ແຫ່ງຊາດລາວເປັນຫົວໜ້າ ຄະນະໂດຍທັງ ສອງຝ່າຍ ກໍໄດ້ແລກປ່ຽນ ທັດສະນະ ຄວາມ ເຫັນທັງໃນດ້ານ ການພັດທະນາ ເສດຖະກິດ ສັງຄົມ ແລະ ສິດທິມະນຸດຍະຊົນ ທັງທີ່ເປັນ ການຮ່ວມມື ລະຫວ່າງສະພາແຫ່ງ ຊາດລາວ ກັບ ລັດຖະສະພາຢູໂຣບແລະ ລັດຖະສະພາຢູ່ໂຣບ ແລະ ລັດຖະສະພາອາຊຽນດ້ວຍ.

ແຕ່ຢ່າງໃດກໍຕາມ ສະມາຊິກລັດຖະສະພາຢູໂຣບ ກໍເຄີຍພົບປະເຈລະຈາ ກັບຄະນະເຈົ້າ ໜ້າທີ່ຂອງທາງການລາວ ຢູ່ນະຄອນວຽງຈັນມາ​ແລ້ວ​ ຄັ້ງນຶ່ງ​ເມື່ອ​ ເດືອນ​ສິງຫາ ປີກາຍ ​ໂດຍ​ຄະນະ​ຜູ້​ແທນ​ຂອງ​ລັດຖະສະພາ​ຢູ​ໂຣບກໍ​ໄດ້​ຢືນຢັນ​ວ່າ​ຈະ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ ຕໍ່​ລັດຖະບານ​ລາວຫຼາຍຂຶ້ນ​ໃນ​ກໍລະນີ​ຂອງ​ການ​ຫາຍ​ຕົວ​ໄປ​ ຂອງ​ທ່ານສົມບັດ ​ເພາະ​ເຫັນ​ວ່າ​ທາງ​ການ​ລາວ​ບໍ່​ໄດ້​ດຳ​ເນີນ​ການ​ຢ່າງ​ຈິງ​ຈັງ​ໃນ​ການຄົ້ນຫາ ​ຄວາມ​ຈິງ.

ທັງ​ນີ້​ໂດຍ​ກໍລະນີ​ທີ່​ສະທ້ອນ​ ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຈິງ​ຈັງ ຂອງ​ທາ​ງການ​ລາວ​ໄດ້​ຢ່າງ​ຈະ​ແຈ້ງ​ກໍ​ຄື​ການ​ທີ່​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດ ຈາກ​ພາບ​ທີ່​ກ້ອງ​ວົງ​ຈອນ​ປິດ​ຂອງ​ທາງ​ການ​ລາວ​ບັນ​ທຶກ​ໄ​ວ້​ໄດ້​ ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນ​ວາ 2012 ຊຶ່ງ​ເປັນ​ມື້​ທີ່​ ທ່ານ​ສົມບັດ ຖື​ກລັກ​ພາ​ຕົວ​ໄປ​ຈາກ​ປ້ອມ​ຕຳຫຼວດ​ ໃນ​ເຂ​ດນະຄອນ​ວຽງ​ຈັນ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.