ນັກວິຊາການຮ້ອງຂໍ ລັດຖະບານອົດສະຕາລີ

Australian-Flagສະມາ​ຊິກ​ສະພາ ທ່ານ ຮອນ ບອບ ຄາຣ໌ (Hon Bob Carr)
ລັດຖະມົນ​ຕີ ວ່າການ​ກະຊວງ​ການ​ຕ່າງປະ​ເທດ
ສະພາ​ສູງ
ສະພາ​ຜູ້​ແທນລາຊະ​ດອນ,
ແຄນ​​ເບີ​ຣາ ACT 2600

ວັນ​ທີ 4 ມິຖຸນາ 2013

ເລື່ອງ: ການຫາຍຕົວຂອງປະຊາຊົນຄົນລາວ ສົມບັດ ສົມພອນ
ທີ່ນະຄອນຫຼວງວຽງຈັນ ມື່ອວັນ 15 ທັນວາ 2012

ຮຽນ​ ທ່ານລັດຖ​​ະມົນຕີ,

ພວກ​ຂ້າພະ​ເຈົ້າ​​ໄດ້​ລົງ​ນາມ​ໃນ​ຖານະ​​ຄົນອົດ​ສະ​ຕາ​ລີ ​ທັງ​ເປັນ​ນັກ​ວິຊາ​ການ ​ແລະ ນັກ​ຄົ້ນຄວ້າຂອງ​ປະ​ເທດ​ອົດ​ສະ​ຕາ​ລີ ​ເພື່ອ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍກ່ຽວ​ກັບ​ເຫດການ​ການ​ລັກ​ພາ​ຕົວ ​ແລະ ການ​ຫາຍ​ຕົວໄປ​ຂອງ​ ສົມບັດ ສົມ​ພອນຜູ້ນຳ​ພານັກ​ພັດທະນາ​ສັງຄົມ ​​ເມື່ອວັນ​ທີ 15 ທັນ​ວາ 2012 ທີ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດສປປ ລາວ ​ເຊິ່ງຈົນຮອດ​ປະຈຸ​ບັນ​​ໄດ້​ຜ່ານ​ໄປເປັນ​ເວລາ 170 ວັນ​ແລ້ວ.

ສົມບັດ ສົມ​ພອນ ​​​​​ເປັນ​ທີ່​ຮັບ​ຮູ້​ໃນ​ລະດັບ​ສາກົນ​ໃນ​ຖານະ​ເປັນ​ຜູ້​ທີ່​ຕັ້ງ​ໜ້າ​ເຮັດ​ວຽກ​​ເພື່ອ​ສົ່ງ​ເສີມ​ຄວາມ​ຍືນ​ຍົງ ​ແລະ ການ​ພັດທະນາ​ໃຫ້​ມີ​ຄວາມ​ສົມ​ດຸນ ​​ໂດຍ​ມີຜົນງານ​ປາກົດ​ໃຫ້​ເຫັນ​ຜ່ານ​ບົດບາດການ​ເປັນ​ຜູ້ນຳ​ອົງການ​ປາ​ແດກ (ສູນ​ອົບຮົມ​ຮ່ວມ​ພັດທະນາ). ສົມບັດ ​ເປັນ​ໜຶ່ງ​ໃນ​ບຸກຄົນ​ທີ່​ມີ​ຄວາມ​ໂດດ​ເດັ່ນ​ໃນ​ລະດັບ​ປະ​ເທດ, ພາກ​ພື້ນ, ​ແລະ ​ໃນ​ເວທີ​ໂລກ ​ແລະ ທັງ​ຍັງ​ເປັນ​ແຮງ​ບັນດານ​​ໃຈສຳລັບ​ຄົນ​ໄວ​ໜຸ່ມ​ຫຼາຍໆ ຄົນ. ຈາກ​ການ​ທຸ້ມ​ເຫື່ອ​ເທ​ແຮງ​ ຊ່ວຍ​ເຫຼືອ​ຄົນ​ລາວ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ ​ໄດ້​ເຮັດ​ໃຫ້​ສົ​ມບັດ​ໄດ້​ຮັບ​ການ​ຍົກຍ້ອງ​ ​ໄດ້​ຮັບ​ລາງວັນ​ທີ່​ມີ​ກຽດ​ສະຫງ່າ ກໍ​ຄື ລາງ​ວັນ ຣາມອນ ​ແມັກ​ໄຊ​ໄຊ ​ໃນ​ປີ 2005 ສາຂາ​ຜູ້ນຳ​ພາ​ຊຸ​ມຊົນ ​​ເຊິ່ງ​ເປັນ​ລາງວັນ​ທຽບ​ເທົ່າ​ກັບ​ລາງວັນ​ໂນ​ເບ​ລ​ໄພ​ຣສ໌ ຂອງ​ທະວີບອາຊີ. ​ໃນ​ການ​ຮັບ​ລາ​ງວັນ​ດັ່ງກ່າວ ລາວ​ຖືກ​ຍົກ​ຍ້ອງ​ໃນ​ຖາ​ນະ​ທີ່  “​ເປັນ​ຜູ້ມີ​ຄວາມ​ຕັ້ງໜ້າ​ຢ່າງ​ມີ​ຄວາມ​ຫວັງ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​​ແບບ​ຍືນ​ຍົງ​ໃນ​ປະ​ເທດ​ລາວ​ໂດຍ​ການຈັດ​ຝຶກ​ອົບຮົມ ​ແລະ ກະ​ຕຸ້ນ​ໃຫ້​ໄວ​ໜຸ່ມ​ຝຶກ​ຝົນ​ຕົນ​ເອງ​ໃຫ້ມີ​ທັກ​ສະ​ຂອງ​ການ​ເປັນ​ຜູ້ນຳ​ພາທີ່ດີ”

​​ເຖິງ​ວ່າ​​ເຫດການ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ​ຈະ​ມີ​ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ​ໃຫ້​ເຫັນ ​ແຕ່​ວ່າ​ຂະ​ບວນການ​ສືບສວນ​ສອບ​ສວນ​ຂອງ​ທາງການ​ລາວ​ກໍ​ຍັງມີ​ຄວາມ​ຄືບ​ໜ້າບໍ່​ຫຼາຍ ​ແລະ ກໍ​ຍັງ​ເຮັດ​ໃຫ້​ມີ​ການ​ຕັ້ງ​ຄຳ​ຖາມສົງ​ໃສຫຼາຍໆ ປະ​ເດັນ​ຂື້ນມາ.

ສົມບັດ ​ເປັນ​ທີ່​ຮູ້ຈັກ​​ໃນ​ຖານະ​ເປັນ​ໜຶ່ງ​ໃນ​ທີ​ມຈັດ​ກອງ​ປະຊຸມ​ພາກ​ປະ​ຊາ​ຊົນ ອາຊີ-​ເອີ​ຣົບ ​ເມື່ອ​ເດືອນຕຸ​ລາ ປີ 2012 ​ເຊິ່ງ​​ເປັນ​ກອງ​ປະຊຸມ​ທີ່​ເກີດ​ໃຫ້ມີ​ການ​ສົນທະນາ​ວິ​ເຄາະວິພາກ​ເຖິງ​ປະ​ເດັນຕ່າງໆ ທີ່​ກ່ຽວຂ້ອງ​ກັບການ​ພັດທະນາ​ໃນ​ ສປປ ລາວ ​ແລະ ​ໃນ​ເວລາ​ດຽວ​ກັນ​ກໍ​​​​ເຮັດ​ໃຫ້ກຸ່ມຄົນ​ຈຳນວນ​ໜຶ່ງ​ໃນລັດ​ຖະບານ​ເກີດ​​​​ຄວາມ​ບໍ່ພໍ​ໃຈຕໍ່ກັບ​ຜູ້​ເຂົ້າ​ຮ່ວມ​ກອງປະຊຸມ​​ບາງ​ຈຳນວນ. ອີງ​ຕາມ​​ໃຫ້​ນ້ຳໜັກ​ຕໍ່​ຄຳ​ຄິດ​ເຫັນ ​ແລະ ວິ​ດີ​ໂອ​ຈາກ​ກ້ອງ​ວົງ​ຈອນ​ປິດ​ຂ້າງ​ເທິງ ​ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ຢ້ານ​ກົວ​ວ່າ​ສົມບັດ ສົມ​ພອນ ອາດ​ຈະ​​ເປັນ​ຜູ້​ເຄາະ​ຮ້າຍ​ຖືກ​ບັງຄັບ​ໃຫ້ຫາ​ຍສາບ​ສູນ​ຍ້ອນ​ການ​ປະຕິບັດ​ວຽກ​ງານ​ກ່ຽວກັບ​ການ​ສົ່ງ​ເສີມ​ການ​ພັດທະນາ​ທີ່​ຍືນ​ຍົງ​ແບບ​ມີ​ສ່ວນ​ຮ່ວມ​ໃນ ສປປ ລາວ.

ທ່ານລັດ​ຖະມົນຕີ ຄາ​ຣ໌ ພວກ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈຢ່າງ​ທີ່​ສຸດ ​ທີ່​ທ່ານ​ໄດ້​ນຳ​ເອົາ​ປະ​ເດັນ​ກ່ຽວ​ກັບ​ສົມບັດ ສົມ​ພອນ​ໄປ​ທວງ​ຖາມ​ກັບ​ທ່ານນາຍົກ​ລັດຖະມົນຕີ​ ທອງ​ສິງ ທຳ​ມະ​ວົງ  ​ແລະ ທ່ານ ທອງ​ລຸນ ສີ​ສຸ​ລິດ ລັດຖະມົນຕີ​ວ່າການ ກະຊວງ​ການ​ຕ່າງປະ​ເທດ ​ຂອງ​ ສປປ ລາວ ​ເມື່ອ​ຄັ້ງ​ທີ່​ໄດ້​ໄປ​ຢ້ຽມຢາມ​ນະຄອນຫຼວງ​ວຽງ​ຈັນ ​​ໃນ​ເດືອນ​ກຸມພາ 2013. ພວກ​ຂ້າພະ​ເຈົ້າ​ຮັບ​ຮູ້​​ແລະເຫັນ​​ໄດ້​ວ່າ​ວຽກ​ງານ​ສຳຄັນ​ໄດ້ຖືກຂັບ​​ເຄື່ອນຢູ່​​ເບື້ອງ​ຫຼັງ​ເວທີ​ວຽກ​ງານ​ລະດັບ​ການ​ທູດ​ແລ້ວ.​

​ໃນ​ຖານະ​ເປັນພົນລະ​ເມືອງ​ທີ່​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ນັກວິຊາການທີ່ປະກອບສ່ວນ​ເພື່ອສັງຄົມ, ພວກ​ຂ້າພະ​ເຈົ້າ​ໄດ້​​ເຫັນ​ເຖິງ​ຂໍ້​ຈຳ​ກັດ​ຂອງ​ຄວາມ​ມິດ​ງຽບ ດັ່ງ​ນັ້ນ ​ພວກ​ຂ້າພະ​ເຈົ້າ​ຈຶງ​ໄດ້​ຮ່າງ​ຈົດໝາຍ​ຮ້ອງ​ຂໍມາ​ຍັງ​ທາງກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ອົດ​ສະ​ຕາ​ລີ ​ເພື່ອ​ສະ​ແດງ​ອອກ​​​ເພີ່ມ​ເຕີມເຖິງ​ຈຸດ​ຢືນ​ທີ່​ເໝາະ​ສົມ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ ສົມບັດ ສົມ​ພອນ ​ໂດຍປະຕິບັດຕາມ​ການ​ຖະ​ແຫຼ​ງການສາທາລະນະ​ຂອງ​ເລຂາທິການ​ສະຫະລັດ ທ່ານ​ ຈອນ ​ແຄລລີ່ ​ແລະ ທ່ານ ນາງ ຮິນ​ແລ​ຣີ ຄລິນ​ຕັນ; ​ແລະ ມະຕິ​ຕົກລົງ​ຂອງ​ສະພາ​ຢູ​ໂຣບ​ໃນ​ເດືອນ​ກຸມພາ 2013. ​​ໃນ​ຖານະ​ທີ່​ປະ​ເທດ​ອົດ​ສະ​ຕາ​ລີ​ເປັນ​​ຜູ້​ໃຫ້​ທຶນຊ່ວຍ​ເຫຼືອ​ທີ່​ສຳຄັນ​ຂອງປະ​ເທດ ສປປ ລາວ ​ແລະ ຮັບ​ຮູ້​ເຖິງ​ຕົວ​ຢ່າງ​ເຫດການ​ທີ່​ໜ້າ​ຢ້ານ​ກົວ ຈາກ​ການ​ຫາຍ​ຕົວ​​ໄປ​ຂອງ​ຄົນ​ຜູ້​ໜຶ່ງ​ທີ່​ມີ​ອຸດົມ​ການ​ການ​ເຮັດ​ວຽກພັດທະນາ​ສັງຄົມບົນ​ພື້ນ​ຖານ​​​ການ​ປົກ​ຄອງ​ທີ່​ດີ​ ຄວາມ​ຍືນ​ຍົງ ​ແລະ ຫຼັກການ​ການ​ພັດທະນາ​ທີ່​ສົມ​ດຸນ, ພວກ​ຂ້າພ​ະ​ເຈົ້າ​ເຊື່ອ​ວ່າ​ປະ​ເທດ​ອົດ​ສະ​ຕາ​ລີ​ມີ​ບົດບາດ​ສາທາລະນະ​ທີ່​ເໝາະ​ສົມ​ໃນ​ການ​ເປັນ​ກະບອກ​ສຽງ​​ໃຫ້​ເຫັນ​ເຖິງຄວາມ​ກັງວົນ​ດ້ວຍ​ຄວາມເຄົາລົບ​ນັບຖື ​ກ່ຽວ​ກັບ​​ເຫດການ​ການ​ຫາຍ​ຕົວ​ໄປ​ຂອງ​ຂອງ​ສົມບັດ​ ສົມ​ພອນ​ທີ່​ຂາດ​ຂະ​ບວນການ​ທີ່​ເໝາະ​ສົມ​ໃນ​ການ​ສືບສວນ​ສອບ​ສວນ.

ສະ​ເພາະ​ເຈາະ​ຈົງ, ພວກ​ຂ້າພະ​ເຈົ້າ​ຮ້ອງ​ຂໍ​ໃຫ້​ລັດຖະບານອົດ​ສະ​ຕາ​ລີ (the Government of the Commonwealth of Australia) ​​ໃນ​ປະ​ເດັນ​ຕໍ່​ໄປນີ້ :

  1. ອອກ​ຖະ​ແຫຼ​ງການຕໍ່​ສາທາລະ​ນະ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ສົມ​ພອນ ​​ໂດຍ​ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ​​ເຮັດ​ທຸກ​ວິຖີ​ທາງ​ພາຍ​ໃຕ້​ອຳນາດທີ່​ຕົນ​ເອງ​ມີ​ເພື່ອ​ສືບສວນ​ສອບ​ສວນ​ເຖິງ​ການຫາຍ​ຕົວ​​​ໂດຍບໍ່​ແກ່ຍາວ​ອີກ​ຕໍ່​ໄປ​;
  2. ສອບ​ຖາມ​ເຖິງຊະ​ຕາ​ກຳ​ຂອງ ສົມບັດ ສົມ​ພອນ ກ່ອນ​ຮອດບັ້ນ​ທ້າຍ​​ຂອງທຸກ​ການ​​ສົນທະ​ນາ​ກ່ຽວ​ກັບ​ການ​ຄ້າ​, ການ​ລົງ​ທຶນ, ​ແລະ ການ​ຊ່ວຍ​​ເຫຼືອ ລະຫວ່າງ​ປະ​ເທດອົດ​ສະ​ຕາ​ລີກັບ ສປປ ລາວ ຈົນ​ກວ່າ​ຈະ​ຮູ້​ໄດ້​ວ່າສົມບັດ​ຢູ່​ໃສ ​ແລະ ຖືກ​ປ່ອຍ​ຕົວ​ກັບ​ຄືນ​ສູ່​ຄອບຄົວ​ຂອງ​ລາວ;​
  3. ຮຽກຮ້ອງ​ໃຫ້​​ເຈົ້າ​ໜ້າ​ທີ່​ລາວ​ອອກ​ຖະ​ແຫຼ​ງຕໍ່​ສາທາລະນະ​ຢືນຢັນ​ລະບຽບ​​ກົດໝາຍ ​ແລະ ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ວຽກ​ງານ​ພາກ​ປະຊາ​ສັງຄົມທີ່​ໄດ້ດຳ​ເດີນ​​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ​ກາ​ນພັດທະນາ​ແບບ​ຍືນ​ຍົງ ​ແລະ ຄວາມ​ເປັນ​ທຳ​ໃນ​ສັງຄົມລາວ ຕະຫຼອດມາ ​ເພື່ອ​ເປັນ​ການຕອບ​ໂຕ້ກັບ​ກະ​ແສ​ຄຸກ​ຄາມ​ທີ່​ຮຸນ​ແຮງ​ຕໍ່​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ສົມ​ພອນ;
  4. ສືບ​ຕໍ່​​​​ຜັກ​ດັນ​ໃຫ້​ເຈົ້າ​ໜ້າ​ທີ່​ ສປປ ລາວ ​​​ເຫັນ​ເຖິງ​ຄວາມ​ສຳຄັນທີ່ຈະ​ຕ້ອງ​ປະຕິບັດ​ຕາມພັນທະສັນຍາ​ພາຍ​ໃຕ້​ກົດໝາຍວ່າ​ດ້ວຍ​ສິດທິ​ມະນຸດ​ສາກົນ, ​ແລະ ​ສົ່ງ​ເສີມລັດ​ແຫ່ງ​ກົດໝາຍ​ພາຍ​ໃນ ສປປ ລາວ ​​ດັ່ງ​ທີ່​ໄດ້ມີ​ການ​ຮັບຮອງ​ໃນ​ລັດຖະທຳ​ມະນູນ​​ແຫ່ງ​ສປປ ລາວ, ສະບັບ​​ແກ້​ໄຂ​ເພິ່ມ​ເຕີມໃນ​ປີ 2003

ພວກ​ຂ້າພະ​ເຈົ້າ​ຂໍ​ສ​ະ​​ແດງ​ຄວາມ​ຂອບ​​ໃຈ​ເປັນ​ຢ່າ​ງສູງທີ່​ທ່ານ​​ໃຫ້ການພິຈາລະນາ ​ແລະ ຂໍຄວາມ​ກະລຸ​ນາ​ຈາກ​ທ່ານ​ໄດ້​ໂປດດຳ​ເນີນ​ການ​ຕາມ​ທີ່​​​ພວກ​ຂ້າພະ​ເຈົ້າ​ໄດ້​ຮ້ອງ​ຂໍ​ໄວ້ດ້ວຍ​ເຖີ້ນ

(ລາຍເຊັນ 42 ທ່ານ) ສາມາດອ່ານຢູ່ທີ່ນີ້

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.