ຄອບຄົວຂອງນັກ​ພັດທະນາ​ສັງຄົມຜູ້ທີ່​ຫາຍ​ຕົວ​ໄປ​ສົມຄວນໄດ້ຮັບການຊ່ວຍເຫຼືອ ​ແລະ ​ໄດ້​ຮັບ​ຄຳ​ຕອບ

ເດິ​ເນ​ຊັ່ນ: 16 ​​ເມສາ 2013

30203977-01_big

ສົມບັດ ສົມພອນ ນັກພັດທະນາ ສັງຄົມລາວໄດ້ຖືກລັກພາຕົວ ໄປເມື່ອ ເດືອນທັນວາປີແລ້ວນີ້ ໃນນະຄອນຫຼວງວຽງຈັນ ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດເລີຍ ທີ່ຢາກຈະເປີດເຜີຍເບາະ ແສວ່າລາວຫາຍຕົວໄປໃສ ຫຼື ຊາຕາກຳຂອງລາວຕອນ​ນີ້ເປັນແນວໃດ.

ຕັ້ງແຕ່ວັນທີ 15 ​​​ເດືອນທັນວາປີທີ່ ຜ່ານມາ ທີ່ ສົມບັດ ສົມພອນ ນັກພັດທະນາສັງຄົມ ແລະ ທັງເປັນຜູ້ໄດ້ ຮັບລາງວັນແມັກໄຊໄຊໄດ້ຫາຍ ຕົວໄປ ເຮັດໃຫ້ ອຶງ ຊຸຍມິງ (Ng Shui Meng) ຜູ້ເປັນພັນລະຍາ ຕ້ອງໄດ້ໃຊ້ເວລາເກືອບທັງໝົດຂອງ ຕົນເອງໄປກັບການຮຽກຮ້ອງຂໍຄວາມເປັນທໍາ ແລະ ຊອກຫາຫົນທາງ ເພື່ອໃຫ້ໄດ້ຕົວສາມີກັບຄືນ ມາຫາ ຄອບຄົວຢ່າງປອດໄພ, ​ເຊິ​ງຖືວ່າເປັນການໃຊ້ຊີວິດຕໍ່ສູ້​ກັບ​ຄວາມຍາກລຳບາກ ​​ໃນ​ແຕ່​ລະ​ມື້ໂດຍທີ່ຈົນເຖິງປັດຈຸບັນກໍຍັງບໍ່ໄດ້ຮັບໝາກຜົນໃດໆ ເລີຍ.

ຄັ້ງສຸດທ້າຍທີ່ເຫັນສົມບັດ ແມ່ນລາວກໍາລັງຂັບລົດຈິບໃນນະຄອນຫຼວງວຽງຈັນ ແລະຖືກຕໍາຫຼວດ ເອີ້ນໃຫ້ ຢຸດຢູ່ທີ່ປ້ອມຕຳຫຼວດ ແລະ ຫຼັງຈາກນັ້ນກໍເຫັນມີຄົນຂັບລົດກະບະມາເອົາຕົວລາວໄປ.

ແນ່ນອນຄົນໃນຄອບຄົວຂອງສົມບັດ ເຊິ່ງກໍລວມທັງແມ່ໄວອາຍຸ 85 ປີ ຕ່າງກໍມີຄວາມກັງວົນເຖິງທີ່ ສຸດຕໍ່ຊາຕາກຳຂອງສົມບັດ. ແມ່ຂອງລາວທີ່ເຖົ້າແກ່ຫຼາຍແລ້ວ ແລະ ບໍ່ຄ່ອຍມີເຫື່ອມີແຮງກໍ ຍັງຄົງລໍຖ້າຢ່າງມີຄວາມຫວັງວ່າຈະເຫັນໜ້າລູກຊາຍກົກຂອງຕົນກັບມາຫາໃນຊ່ວງບຸນປີໃໝ່ລາວ.

ເປັນເລື່ອງລຳບາກໃຈສຳລັບ ຊຸຍມິງ ທີ່ຈະຕ້ອງອະທິບາຍໃຫ້ກັບແມ່ຂອງສາມີຕົນເອງວ່າຍ້ອນຫຍັງ ສົມບັດຈຶ່ງຖືກເອົາຕົວໄປ ແລະ ຍ້ອນຫຍັງຜູ້ຄົນທີ່ມີອຳນາດຈຶ່ງປະຕິເສດບໍ່ຢາກໃຫ້ຄວາມຊ່ວຍເຫຼືອ ຊອກຫາຕົວ ຫຼື ​ອະທິບາຍ​ຂໍ້​ສັນນິຖານກ່ຽວກັບການຫາຍຕົວໄປຂອງສົມບັດ.

ສົມບັດເກີດໃນຄອບຄົວທຸກຍາກຢູ່ທີ່ບ້ານດອນຂຽວ, ແຂວງຄຳມ່ວນ ແລະຊ່ວງຕົ້ນຂອງຊີວິດໄດ້ ຕໍ່ສູ້ກັບ ຄວາມທຸກຍາກລຳບາກ, ຄວາມຫິວໂຫຍ, ແລະ ຄວາມບໍ່ປອດໄພ. ລາວແລະຄອບຄົວຕ້ອງໄດ້ ຊອກຫາ ບ່ອນອົບພະຍົບໃນຊ່ວງສົງຄາມອິນດູຈີນ ຊຸມປີ 1960. ສົມບັດກໍຄືກັບຄົນອື່ນໆ ທີ່ໂຊກດີ ໄດ້ຮັບໂອກາດ​ເດີນທາງໄປຕ່າງປະເທດ ແລະ ມີຜູ້​ຍື່ນໂອກາດ​ໃຫ້ສາມາດພັກອາໃສຢູ່ຕ່າງປະເທດ​ໄດ້ຢ່າງຖາວອນ, ແຕ່ວ່າລາວຫາກເລືອກທີ່ຈະກັບມາບ້ານເກີດເມືອງນອນຂອງລາວ ແລະ ທຸ່ມເຫື່ອເທແຮງໃຫ້ກັບການເຮັດວຽກເພື່ອຊ່ວຍ ເຫຼືອປະເທດຂອງຕົນເອງ ແລະ ເພື່ອນຮ່ວມຊາດ ໃຫ້ມີການພັດທະນາ​ທີ່ດີຂື້ນ.

ສົມບັດໄດ້ຮັບການສຶກສາທີ່ດີໃນປະເທດສະຫະລັດອາເມລິກາ ແລະ ແທນທີ່ລາວຈະຮັບເອົາໂອກາດ ທີ່ຈະ ໄດ້ໃຊ້ຊີວິດທີ່ສຸກສະບາຍ ແລະ ທັນສະໄໝໃນປະເທດຕະເວັນຕົກ ແຕ່ລາວຫາກເລືອກ ເສັ້ນທາງກົງກັນ ຂ້າມ ກໍຄື ການອຸທິດຕົນເຮັດວຽກເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ ຜູ້ທຸກຍາກໃນປະເທດ ຂອງຕົນເອງ. ລາວໄດ້ເຮັດວຽກຢ່າງບໍ່ອິດບໍ່ເມື່ອຍໃນການສົ່ງເສີມ ການພັດທະນາແບບຍືນຍົງ ແລະ ກໍໄດ້ຮັບລາງວັນ ຮາມອນ ແມັກໄຊໄຊ (Ramon Magsaysay Award) ສາຂາຜູ້ນຳພາຊຸມຊົນ ໃນປີ 2005.

ຜູ້ທີ່ມີອຳນາດຄວນໃຫ້ຄວາມເຄົາລົບ ແລະ ສະໜັບສະໜຸນວຽກງານຂອງສົມບັດ ແຕ່ວ່າກົງກັນຂ້າມ ລາວບໍ່ ໄດ້ຮັບການຮັບຮູ້ ຫຼື ຍ້ອງຍໍຈາກທາງການໃນປະເທດຂອງຕົນເອງ​ແຕ່ຢ່າງໃດເລີຍ.

ຫຼາຍຄົນໃນລາວເຊື່ອວ່າສົມບັດຖືກ​ເອົາ​ຕົວ​ໄປ​ໂດຍເຈົ້າໜ້າ​ທີ່​ຜູ້​ທີ່​ສໍ້​ລາດ​ບັງ​ຫຼວງ ຍ້ອນ​ສາ​ເຫດ​ວ່າລາວ​ຕໍ່ຕ້ານ​ການ​ສ້າງ​​ເຂື່ອນ​ຂະໜາດ​ໃຫຍ່​ກໍ​ຄື ​ເຂື່ອນ​ໄຊ​ຍະ​ບູລີ, ​ແຕ່​ວ່າ ຊຸຍມິ​ງ ຕອບ​ວ່າ​ສົມບັດ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ໃດໆ​ເລີຍ​ກັບ​ເລື່ອງ​ເຂື່ອນ​ດັ່ງກ່າວ.

ຄົນ​ຈຳນວນ​ໜຶ່ງ​ສົງ​ໃສວ່າ​ບັນຫາ​ອາດ​ຈະ​​ມາ​ຈາກ​ກອງ​ປະຊຸມ​ພາກ​ປະຊາຊົນ ​ເອ​ເຊຍ-​ເອີຣົບ (AEPF) ທີ່​ສົມບັດ​ໄດ້​ປະກອບ​ສ່ວນ​​ຊ່ວຍ​​ເຫຼືອການຈັດຕັ້ງ​ກອງ​ປະຊຸມ​ດັ່ງກ່າວ. ມີ​ກາ​ນສັນນິຖານ​ວ່າກອງ​ປະຊຸມ​​ເພື່ອ​ຄົນ​ທຸກ​ຍາກດັ່ງກ່າວ​ແມ່ນ​ຖືກ​ອອກ​ແບບ​ມາ​ເພື່ອ​ຂາຍໜ້າ​​ເຈົ້າ​ໜ້າ​ທີ່​ຂອງ​ລາວ​ໃນ​​​ເລື່ອງ​​​​ທິດ​ທາງ​ການ​ພັດທະນາ ​ແລະ ​ເຈົ້າ​ໜ້າ​ທີ່​ກໍ​ໃຫ້​ຄວາມ​ສຳຄັນ​ກັບ​ເລື່ອງ​ນີ້.

ຊຸຍ​ມິ​ງ​​ໄດ້ປະຕິ​ເສດ​ກ່ຽວ​ກັບ​ທິດ​ສະ​ດີ​ດັ່ງກ່າວ ​ໂດຍ​​ຕອບ​ວ່າກຸ່ມ​ພາກ​ປະຊາ​ສັງຄົມ​​​​ເປັນ​ຜູ້​ຈັດ​ກອງ​ປະຊຸມ​ດັ່ງກ່າວ​ໂດຍ​ການ​ຮ່ວມ​ມື​ກັນ​ກັບ​ກະຊວງ​ການຕ່າງປະ​ເທດ. ສົມບັດ​ເປັນ​ພຽງ​ສ່ວນ​ໜຶ່ງ​ຂອງ​ທີ​ມງານ​ຜູ້​ຈັດ​ກອງ​ປະຊຸມ ​ແລະ ບໍ່​ໄດ້ມີ​ສ່ວນ​ກ່ຽວ​ຂ້ອງ​ໃນການ​ນຳ​ພາກຸ່ມ​ສົນທະນາ​ຫົວ​ຂໍ້​ໃດໆ ​ເລີຍ​ໃນ​ກອງ​ປະຊຸມ ດັ່ງ​ນັ້ນ​ຈຶ່ງບໍ່​ມີ​ທາງ​ທີ່​ບົດ​ບາດ​ຂອງ​ສົມບັດ ຫຼື ຕົວ​ສົມບັດ​ເອງ​ຈະ​ເປັນ​ການ​ຂາຍໜ້າ​ບຸ​ກຄົນ​ທີ່​ມີ​ອຳນາດ. ຊຸຍ​ມິ​ງ​ໄດ້​ກ່າວ​ເພິ່ມ​ເຕິ​ມວ່າ ຄວາມ​ຈິງ​ແລ້ວ ກອງ​ປະຊຸມ​​ໄດ້​ເປັນ​ການຊ່ວຍ​ຜັກ​ດັນ​ໃຫ້​ລັດຖະບານ​ລາວ​ມີ​ບົດ​ບາດ​ໃນ​ລະດັບ​ສາກົນ​ຫຼາຍ​ຂື້ນ

ດ້ວຍ​ເຫ​ດຜົນ​ທີ່​ວ່າ ການ​ອຸທິດ​ຕົນໃຫ້​ແກ່ປະ​ເທດ​ຊາດ​ຂອງ​​ຂອງສົມບັດໄດ້​ປາກົດຜົນເຫັນ​ເປັນ​ຮູບ​ປະ​ທຳຢ່າງຫຼວງຫຼາຍ​ ຊຸຍ​ມິ​ງ​ແລະ​ຄອບຄົວຈຶ່ງມີຄວາມ​ຄາດ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຊ່ວຍ​ເຫຼືອ​ຢ່າງ​ເປັນທຳ​ຈາກ​ເຈົ້າ​ໜ້າ​ທີ່​ໃນ​ການ​ຊອກ​ຫາ​ຕົວ​ສົມບັດ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ ຜູ້ຄົນທີ່​ຢູ່​ໃນ​ຕຳ​ແໜ່​ງທີ່​ຈະ​ຊ່ວຍ​ສືບ​ຫາ​ສົມບັດກໍ​ຍັງ​ບໍ່​ເຫັນ​ມີ​ການ​ດຳ​ເນີນ​ການ​ແນວ​ໃດ​ເລີຍ. ຜູ້​ຄົນ​ບາງ​ຈຳນວນທີ່​ເຄີຍ​ເປັນ​ເພື່ອນ​ມິດກໍ​​ໄດ້​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແ​ລະ​​ເປັນ​ກັງວົນ​ ​ແຕ່​ກໍ​ເລືອກ​ທີ່​ຈະ​ຢູ່​ຫ່າງໆ ບໍ່​ເຂົ້າ​ມາ​ກ່ຽວຂ້ອງ​ກັບ​ເລື່ອງ​ນີ້.

ຊຸຍ​ມິ​ງ​​ເປັນ​ຄົນ​ສັນຊາດ​ສິງກະ​ໂປ ​ແຕ່​ໄດ້​ອາ​ໃສ​ຢູ່​ໃນ​ປະ​ເທດ​ລາວ​​ເປັນ​ໄລຍະ​ເວລາ​ຫຼາຍ​ກວ່າ 30 ປີ​ແລ້ວ. ລາວ​ສາມາດ​ເວົ້າ​ພາສາ​ລາວ​ໄດ້​ເປັນ​ຢ່າງ​ຄ່ອງ​ແຄ້ວ ​ແລະ ຮູ້ຈັກ​ຄົນ​ລາວ​ຫຼາຍ​ຄົນ​ທີ່ມີ​ບົດບາ​ດ​ໃນ​ສັງຄົມ​ລາວ ​ແຕ່​ກໍຍັງ​ບໍ່​ມີ​​ໃຜ​ຍື່ນ​ມື​ມາ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ລາວ​ແຕ່​ຢ່າງ​ໃດ​ເລີ​ຍ. ຫຼາຍ​ຄົນ​ຫຼີກ​ລ່ຽງທີ່​ຈະ​ພົບ​ກັບ​ຊຸຍ​ມິ​ງໃນທີ່​ສາທາລະນະ ອາດ​ຈະ​ຍ້ອນ​ຄວາມ​ຢ້ານ​ກົວ​ວ່າ​ລາວ​ຈະຂໍ​ຄວາມ​ຊ່ວຍ​ເຫຼືອ​​ໃນການຊອກ​ຫາ​ຕົວ​ສົມບັດ.

ຄົນ​ລາວມີ​ຊື່​ສຽງ​ໃນດ້ານ​ການ​ເປັນ​ຄົນ​ນອບ​ນ້ອມ​ຖ່ອມ​ຕົນ ​ແລະ ມີຈິດ​ໃຈ​ເມດ​ຕາ​ໂດຍ​ທຳ​ມະ​ຊາດ ​​ແຕ່​​ວ່າ​ເປັນ​ເລື່ອງ​​ໜ້າ​ອາຍ​ທີ່​​​ທາງຊຸຍ​ມິ​ງ ​ແລະ ​ຄອບ​ຄົວຕ້ອງຖືກ​ປະປ່ອຍ​​ໃຫ້​ສືບ​ຫາຕົວ​ສົມບັດ​ດ້ວຍ​ຕົວພວກ​ເຂົາ​ເອງ​​. ຫາກວ່າ​ມີ​ອີກຫຼາຍ​ຄົນ​​ສະ​ແດງ​​ເຈດ​ຈຳນົງທີ່​ຈະ​ເຂົ້າ​ຮ່ວມ​ໃນ​ການ​ສືບ​ຫາ​ຕົວ​ສົມບັດ ມັນ​ກໍ​ຈະ​ຊ່ວຍ​ຜັກ​ດັນ​ເຈົ້າ​ໜ້າ​ທີ່​​ຫຼາຍ​ຂື້ນ​ອີກ​ໃນຊ່ວຍ​ຄົ້ນ​ຫາ​​ຂໍ້​ເທັດ​ຈິງ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ​ວ່າ​ລາວ​ຖືກ​ເອົາ​ຕົວ​ໄປ​ໄວ້​ໃສ ​ແລະ ດ້ວຍ​ຄວາມ​ຫວັງ​​ສູງສຸດວ່າ​ລາວ​ຈະ​ກັບ​ມາ​ດ້ວຍ​ຄວາມ​ປອດ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.