ລາວຊິອ່ອນໃຫ້ ອີຢູ ບໍ? ກ່ຽວກັບການກົດດັນ ເລື່ອງສົມບັດ?

(Will Laos bend over EU pressure on Sombath?)

Asian Correspondent: 16 March 2013

Rob O’Brien

ເປັນເວລາຫຼາຍກວ່າ 3 ເດືອນ ຕັ້ງແຕ່ສົມບັດສົມພອນ ນັກເຄື່ອນໄຫວ ແລະ ຜູ້ເຜີຍແຜ່ ການພັດທະນາແບບຍືນຍົງ ໄດ້ເຫັນເປັນຄັ້ງສຸດທ້າຍ ຢູ່ທ້ອງຖະໜົນ ອັນສົບສົນໃນ ນະຄອນຫຼວງວຽງຈັນ.

Sombath Somphone

ຜູ້ທີ່ມີຊື່ສຽງຂອງອາຊີໄດ້ຖ່າຍຮູບຕໍ່ໜ້າສູນວັດທະນະທັມຂອງ ປະເທດຟີລິບປິນ ກ່ອນພິທີ ໄດ້ຮັບຫຼຽນແມັກໄຊໄຊໃນ ວັນພຸດວັນທີ 31 ສິງຫາ 2005 ຢູ່ມານີລາ ປະເທດຟີລິບປີນ. ຜູ້ທີ່ໄດ້ຮັບຫຼຽນຈາກຊ້າຍໄປ ມີ: ຜູ້ແທນສະພາສູງຂອງ ຣາຊອານາຈັກໄທ ທ່ານ Jon Ungphakorn ຍ້ອນວຽກງານໃນລັດຖະບານ, ທ່ານ Teten Masduki ຈາກ ອິນໂດເນເຊັຍ ຍ້ອນວຽກງານຂອງຊຸມຊົນ,  Dr V. Shantha ຈາກອິນເດັຍ ຍ້ອນວຽກງານ ຂອງຊຸມຊົນ, ທ່ານ Sombath Somphone ຈາກປະເທດລາວ ຍ້ອນ ການນຳພາຊຸມຊົນ, ທ່ານ Matiur Rahman ຈາກບັງກລາເທດ ຍ້ອນການໜັງສືພິມ, ວັນນະຄະດີແລະປະດິດ ແຕ່ງສິລະປະ ການສື່ສານແລະຍານາງ Yoon Hye-Ran ຈາກເກົາຫຼີໃຕ້ ຍ້ອນ ການນຳພາ ຍຸກໃໝ່ (ຮູບຈາກ Associated Press/ຂອງ Bullit Marquez).

ກ້ອງຖ່າຍຮູບປິດວົງຈອນ ໃນປັດຈຸບັນນີ້ ໜ້າກຽດຊັງ ບັນທຶກພາບເວລາສຸດ ທ້າຍເຫັນຢ່າງຈະແຈ້ງວ່າ ການຫາຍ ສາບສູນຂອງສົມບັດສົມພອນ ໄດ້ມີການ ວາງແຜນຢ່າງລະອຽດເອົາຕົວໄປ. ລົດຈິບຂອງສົມບັດ ຖືກເຈົ້າໜ້າທີ່ຕຳຫຼວດ ຢຸດໃນມື້ວັນທີ 15 ເດືອນ ທັນວາ ກ່ອນທີ່ສົມບັດ ຈະຖືກເອົາຂື້ນລົດ ຕ່າງຫາກ ແລະສົມບັດກໍຫາຍສາບສູນໄປເລີຍ.

ລັດຖະບານແລະຕຳຫຼວດລາວ ຍັງສືບຕໍ່ປະຕິເສດຢູ່ ໃນທຸກພະລະໜ້າທີ່ ຂອງ ຕົນກ່ຽວກັບການຫາຍສາບສູນຂອງ ສົມບັດ ແລະການສຶບສວນທີ່ຍັງດຳເນີນບໍ່ໄດ້ ບັນລຸຜົນ ບໍ່ໄດ້ຮັບຄຳຕອບວ່າ ສົມບັດຢູ່ແຫ່ງໃດ ຫຼືວ່າ ກ່ອນອື່ນໝົດ ເປັນຫຍັງ ສົມບັດ ຈຶ່ງຖືກຄຸມຕົວໄປ.

ພ້ອມກັນກັບ ອົງກອນລາວແລະອົງກອນສາກົນ ທີ່ບໍ່ຂື້ນກັບລັດຖະບານແລະ ຜູ້ທີ່ໃຫ້ຄວາມສະໜັບສະໜູນອື່ນໆ ນາງຊຸຍມິງ ພັນລະຍາຂອງສົມບັດ ໄດ້ກໍ່ຕັ້ງ ການເຜີຽແຜ່ລະດັບສາກົນທີ່ຕິດຕາມ ລັດຖະບານລາວທີ່ຖືກກົດດັນ.

ຄະນະຜູ້ແທນສາກົນແລະນັກການທູດ ກໍຍັງສະແດງຄວາມຫ່ວງໃຍວ່າ ສົມບັດ ຢູ່ແຫ່ງໃດ, ໃນບໍ່ດົນມໍ່ໆມານີ້ ກໍຍັງມີຄະນະຜູ້ແທນ ອີຢູ, ແຕ່ວ່າ ເຖິງປັດຈຸບັນ ເຈົ້ານີ້ໜ້າທີ່ລາວກໍຍັງໃຫ້ຄຳຕອບທີ່ຂື້ນກັບຜູ້ອື່ນແລະ ຊຸຍມິງເວົ້າວ່າ ລາວໄດ້ຍິນ ຄຳຕອບລັກສະນະດຽວກັນ ຫຼາຍຫຼົບຫຼາຍຕ່າວ.

ພວກນັກການທູດໄດ້ພົບກັບ ເຈົ້າໜ້າທີ່ຊັ້ນສູງຂອງລັດຖະບານ ແລະລັດຖະ ມົນຕີ ແຕ່ວ່າຄຳຕອບຍັງຄືເກົ່າຢູ່: ‘ພວກເຮົາກໍມີຄວາມຫ່ວງໃຍຫຼາຍ ແລະກໍເຮັດ ທຸກຢ່າງທີ່ພວກເຮົາເຮັດໄດ້, ເຈົ້າໜ້າທີ່ຕຳຫຼວດໄດ້ເຮັດການສືບສວນ, ແຕ່ວ່າ ພວກເຮົາກໍຍັງຫາສົມບັດບໍ່ເຫັນ – ພວກເຮົາກໍເສັຽໃຈໃນເຫດການ ໆລໆ” ‘ນາງ ຊຸຍມິງກ່າວໃນທີ່ສຸດ.

ອາທິດໜ້າຈະເປັນ 100 ວັນ ຕັ້ງແຕ່ ສົມບັດຫາຍສາບສູນໄປ ແລະ ອີຢູ ໄດ້ໃຫ້ຄຳໝັ້ນສັນຍາວ່າ ການກົດດັນຈະຜ່ານ ລະບົບໃໝ່ ຂອງກິຈະກັມສາກົນ ທີ່ຖືວ່າ ກໍລະນີຂອງສົມບັດເປັນບຸລິມະສິດຂອງສະພາ ອີຢູ ຢູ່ໃນກັມມາທິການ ຂອງອົງການສິດທິມະນຸດຂອງອົງການສະຫະປະຊາຊາດ.

ຜູ້ແທນສະພາສູງຂອງເນເທີແລນດ໌ ແລະຫົວໜ້າຄະນະຜູ້ແທນທ່ານ Tuur Elzinga ໄດ້ມີຄວາມຈົງໃຈທີ່ສະແດງ ອອກວ່າ ຢູອີ ຕົກລົງຈະບໍ່ອ່ອນຕໍ່ການ ຫາຍຕົວຂອງນັກເຄື່ອນໄຫວ. “ຖ້າຫາກວ່າ ເຈົ້າໜ້າທີ່ລາວຄຶດວ່າ ປະເດັນຂອງ ການຫາຍສາບສູນຂອງສົມບັດ ຈະຖືກຫຼົງລືມໄປນັ້ນ? ພວກເພິ່ນຄຶດຜິດ” ທ່ານ Elzinga ໄດ້ກ່າວ.

ແຕ່ວ່າ ຂີດໝາຍ 100 ວັນ ໃກ້ເຂົ້າມາແລ້ວ, ມັນເປັນຫຼາຍວັນທີ່ຍືດເຍື້ອ ຍາວນານຂອງການເຜີຽແຜ່ທີ່ພັນລະຍາຂອງ ສົມບັດ ກຳລັງມີການໃຊ້ຈ່າຍ.

ຂ້ອຍເມື່ອຍຫຼາຍແລະໝົດກຳລັງໃຈ ທີ່ວ່າ ອາທິດແລ້ວອາທິດເລົ່າ ບໍ່ມີຂ່າວ ຫຍັງ ແລະບໍ່ມີການແນະນຳທາງໃໝ່ ແຕ່ວ່າ ຂ້ອຍບໍ່ມີທາງເລືອກ ມີແຕ່ວ່າ ທົດລອງເລື້ອຍໄປແລະໃຊ້ຄວາມອົດທົນ ແລະທົດລອງການແນະນຳທຸກຢ່າງ ແລະຊ່ອງທາງທຸກອັນທີ່ຈະໄດ້ພົບເຫັນສົມບັດ” ນາງໄດ້ກ່າວ.

ຊີວິດຂອງຂ້ອຍຢຸດສະງັກ – ລໍຖ້າ, ລໍຖ້າ, ຫວັງ ແລະ ຫວັງ ແລະບາງຄັ້ງ ມີຄວາມຮູ້ສຶກວ່າໃຜຊ່ອຍຫຍັງບໍ່ໄດ້ ແລະ ກໍມີຄວາມໝົດຫວັງ. ຂ້ອຍຫາກໍ່ມີ ຄວາມເຊື່ອໃນໃຈວ່າ ສົມບັດຍັງມີຊີວິດຢູ່…ຍ້ອນວ່າ ທຸກສິ່ງທຸກຢ່າງບໍ່ຄາດຝັນ ຈະເປັນໄປໄດ້ໝົດ”.