Lao Government statement

Govt clarifies disappearance of Mr Sombath Somphone

ລັດຖະບານຊີ້ແຈງກ່ຽວກັບກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ສົມພອນ

 Vientiane Times, 04 January 2013

The Ambassador, Permanent Representative of the Lao PDR to the UN in Geneva, Yong Chanthalangsy, on Thursday sent a letter clarifying the issue of the disappearance of Mr Sombath Somphone in response to the queries raised by the UN Special Procedures.

The content of the letter is as follows:

As a Member of the United Nations, Laos has always cooperated with the international community, particularly in the promotion and protection of human rights, which is reflected in the country’s implementation of its international obligations and commitments on human rights with achievements being progressively made. Laos is State party to 7 core UN Human Rights Conventions and 2 Optional Protocols. In addition, Laos is also a signatory to the Convention on the Protection of All Persons from Enforced Disappearance. Being the fourth nation in Asia to sign this important Convention Laos is currently in the process of preparations for its ratification.

In the implementation of its human rights obligations and commitments the Lao PDR has the Constitution and laws which are in conformity with the treaties to which the Lao PDR is party. Furthermore, Laos has adopted the Legal Sector Master Plan on the Rule of Law by 2020 in order to create enabling conditions for the Lao people to fully enjoy their human rights and fundamental freedoms.

The Lao government is deeply concerned about the disappearance of Mr Sombath Somphone and attaches importance to the investigations underway in order to find out the truth of this  incident. According to the information from the authorities concerned which was based on the CCTV footage, on the day of the incident, the traffic police were conducting their routine random checks on vehicles at the police post on Thadeua Road in the vicinity of Vatnak village in Sisattanak district, Vientiane. At 6pm the traffic police stopped Mr Sombath’s jeep in order to check his driving licence and car documents as normal procedures.

Being stopped, Mr Sombath walked out from his car to present his documents to the police. Contrary to the information the UN Special Procedures received, Mr Sombath was not taken by the police to the police post. After the police checked the documents
they returned them to Mr Sombath and continued their duty of checking other
vehicles.

Then, a man came on a motorbike, parked it on the side road near Mr Sombath’s jeep and moved quickly in the police post direction. Later, the same person walked to Mr Sombath’s car and drove it away slowly.

About 10 minutes later, a pickup truck came with hazard lights flashing and stopped near the police post. One man entered the pickup truck and shortly after that another person got on, then got off and then entered the pickup truck again as the vehicle was driving away to an unknown destination.

From the CCTV footage it cannot be confirmed that it was Mr Sombath who entered the pickup truck. The two persons who got into the truck were not forced to do so. This fact is different from the information the UN Special Procedures received which alleged that Mr Sombath was forced to get into the pickup truck.

Following the preliminary assessment of the incident from the CCTV footage, the authorities concerned viewed that it may be possible Mr Sombath has been kidnapped perhaps because of a personal conflict or a conflict in business or some other reasons and at this stage the authorities are not in a position to say exactly what has actually happened, why Mr Sombath has gone missing and who might have been involved in the incident.

On this incident, the concerned authority as the law protection agency that protects and maintains social order has the legal duty to find out the truth in order to bring the perpetrators to  justice and ensure justice to Mr Sombath and his family according to the law. Based on their legal duty, the concerned authority is accelerating the investigations, collecting evidence in order to reach a conclusion of the incident.

==================================

ຖະແຫລງຂ່າວຈາກລັດຖະບານລາວ

ລັດຖະບານຊີ້ແຈງກ່ຽວກັບກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ສົມພອນ

ວຽງຈັນທາມ, 04 ມັງກອນ 2013

ທ່ານ ຢົ້ງ ຈັນທະລັງສີ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສ.ປ.ປ. ລາວ ປະຈຳ ສ.ປ.ຊ. ທີ່ເຈນີວາ ໄດ້ສົ່ງຈົດໝາຍເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ຄຳຖາມ ກ່ຽວກັບກໍລະນີການ ຫາຍຕົວໄປຂອງ ທ. ສົມບັດ ສົມພອນ ຊຶ່ງຍົກຂຶ້ນໂດຍກົນໄກພິເສດ ຂອງສະພາສິດທິມະນຸດ ສ.ປ.ຊ. ດັ່ງມີເນື້ອໃນຕໍ່ໄປນີ້:

ໃນຖານະທີ່ເປັນສະມາຊິກຂອງ ອົງການ ສ.ປ.ຊ., ສ.ປ.ປ.ລາວ ໄດ້ມີການຮ່ວມມືກັບວົງ ຄະນາຍາດສາກົນ ໂດຍສະເພາະໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ຊຶ່ງສະແດງອອກ ໃນການປະຕິບັດພັນທະສາກົນທີ່ກ່ຽວຂ້ອງ ໂດຍໄດ້ຮັບຜົນສຳເລັດເປັນກ້າວໆມາ. ສ.ປ.ປ. ລາວ ໄດ້ເປັນພາຄີສົນທິສັນຍາຫລັກ ດ້ານສິດທິມະນຸດຂອງ ສ.ປ.ຊ. 7 ສະບັບ ແລະ ອະນຸສັນຍາ ເພີ່ມເຕີມ 2 ສະບັບ ພ້ອມທັງໄດ້ລົງນາມໃນສົນທິສັນຍາ ວ່າດ້ວຍ ການຕ້ານການຫາຍສາບ ສູນແບບບັງຄັບ ຊຶ່ງເປັນປະເທດທີ 4 ໃນອາຊີ ທີ່ລົງນາມ ໃນສົນທິສັນຍາດັ່ງກ່າວ ແລະ ປະຈຸບັນ ສ.ປ.ປ. ລາວ ພວມກະກຽມຄວາມພ້ອມ ໃນການໃຫ້ສັດຕະຍາບັນ.

ໃນການຈັດຕັ້ງປະຕິບັດພັນທະສາກົນ ດ້ານສິດທິມະນຸດຂອງຕົນ ສ.ປ.ປ.ລາວ ມີລັດຖະທຳ ມະນູນ ແລະ ກົດໝາຍພາຍໃນທີ່ສອດຄ່ອງກັບສົນທິສັນຍາສາກົນທີ່ ສ.ປ.ປ. ລາວ ເປັນພາຄີ. ພ້ອມກັນນີ້ ສ.ປ.ປ. ລາວ ຍັງມີແຜນແມ່ບົດວ່າດ້ວຍການສ້າງລັດແຫ່ງກົດໝາຍ ຮອດປິ 2020 ເພື່ອສ້າງເງື່ອນໄຂໃຫ້ແກ່ປະຊາຊົນລາວ ໄດ້ຊົມໃຊ້ສິດ ແລະ ອິດສະລະພາບຂັ້ນພື້ນຖານຂອງ ເຂົາເຈົ້າ ຢ່າງເຕັມສ່ວນ.

ລັດຖະບານ ສ.ປ.ປ. ລາວ ມີຄວາມເປັນຫວ່ງຢ່າງຍິ່ງ ແລະ ໃຫ້ຄວາມສຳຄັນ ໃນການສືບສວນ ສອບສວນ ເພື່ອຊອກຫາຄວາມເປັນຈິງຂອງເຫດການດັ່ງກ່າວ. ອີງຕາມຂໍ້ມູນທີ່ໄດ້ຮັບຈາກເຈົ້າ ໜ້າທີ່ທີ່ກ່ຽວຂ້ອງ ໂດຍຜ່ານພາບບັນທຶກກ້ອງວົງຈອນປິດເຫັນວ່າ ໃນມື້ເກີດເຫດ ເຈົ້າໜ້າທີ່ ຈະລາຈອນໄດ້ມີການປະຕິບັດໜ້າທີ່ກວດລົດຕາມປົກກະຕິ ຢູ່ປ້ອມຕຳຫລວດ, ຖະໜົນທ່າເດື່ອ ໃນຂອບເຂດບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ. ໃນເວລາ 6 ໂມງແລງ ເຈົ້າໜ້າທີ່ໄດ້ຢຸດລົດຂອງ ທ. ສົມບັດ ເພື່ອກວດໃບຂັບຂີ່ ແລະ ເອກະສານລົດ ຄືກັນກັບລົດ ຄັນອື່ນໆ.

ເມື່ອຖືກຢຸດ ທ. ສົມບັດ ໄດ້ລົງລົດເພື່ອສະແດງເອກະສານຕໍ່ເຈົ້າໜ້າທີ່, ໂດຍເຈົ້າໜ້າທີ່ບໍ່ໄດ້ນຳ ຕົວຜູ້ກ່ຽວເຂົ້າໄປໃນປ້ອມຕຳຫລວດແຕ່ຢ່າງໃດ ເຊິ່ງຕ່າງກັບຂ່າວທີ່ບັນດາຜູ້ລາຍງານພິເສດ ສ.ປ.ຊ. ໄດ້ຮັບ. ພາຍຫລັງກວດກາເອກະສານລົດຂອງຜູ້ກ່ຽວແລ້ວ ເຈົ້າໜ້າທີ່ໄດ້ມອບ ເອກະ ສານຄືນໃຫ້ ທ. ສົມບັດ ແລະ ຫລັງຈາກນັ້ນກໍ່ໄດ້ສືບຕໍ່ປະຕິບັດໜ້າທີ່ກວດລົດຄັນອື່ນໆຕໍ່ໄປ.

ຈາກນັ້ນ, ມີຊາຍຄົນໜຶ່ງຂີ່ລົດຈັກມາຈອດຢູ່ໃກ້ໆກັບລົດຂອງ ທ. ສົມບັດ ແລະ ແລ່ນໄປທາງ ປ້ອມຕຳຫລວດ. ຕໍ່ມາບໍ່ດົນ, ຊາຍຄົນດັ່ງກ່າວໄດ້ຂັບລົດຂອງ ທ. ສົມບັດ ອອກໄປແບບທຳມະ ດາ ໂດຍບໍ່ມີຄວາມຟ້າວຟັ່ງຫຍັງ.

ປະມານ 10 ນາທີ ຕໍ່ມາ ໄດ້ມີລົດກະບະເປີດຕາຂໍທາງແລ່ນມາຈອດຢູ່ໃກ້ປ້ອມຕຳຫລວດ ແລ້ວ ມີຊາຍຄົນໜຶ່ງຂຶ້ນລົດກ່ອນ, ຈາກນັ້ນໄດ້ມີອີກຄົນໜຶ່ງຂຶ້ນລົດ, ລົງຄືນ ແລະ ກໍ່ໄດ້ກັບຂຶ້ນລົດດັ່ງ ກ່າວອີກ ແລ້ວລົດຄັນນັ້ນກໍ່ໄດ້ແລ່ນອອກໄປໂດຍບໍ່ຮູ້ຈຸດໝາຍ.

ພາບບັນທຶກກ້ອງວົງຈອນປິດນີ້ ບໍ່ໄດ້ຢັ້ງຢຶນວ່າແມ່ນ ທ. ສົມບັດ ເຂົ້າໄປໃນລົດກະບະຄັນດັ່ງ ກ່າວ. ສອງຄົນທີ່ເຂົ້າໄປໃນລົດແມ່ນບໍ່ໄດ້ຖືກບັງຄັບແຕ່ຢ່າງໃດ ຊຶ່ງຕ່າງກັບຂ່າວ ທີ່ຜູ້ລາຍງານ ພິເສດ ສ.ປ.ຊ. ໄດ້ຮັບວ່າມີການບັງຄັບ ທ. ສົມບັດ ຂຶ້ນລົດ.

ຜ່ານການຕີລາຄາໃນເບື້ອງຕົ້ນຂອງເຈົ້າໜ້າທີ່ກ່ຽວຂ້ອງ ໂດຍຜ່ານການກວດກາຈາກພາບ ບັນທຶກຂອງກ້ອງວົງຈອນປິດເຫັນວ່າ ການຫາຍຕົວຂອງ ທ. ສົມບັດ ມີຄວາມເປັນໄປໄດ້ ວ່າຜູ້ກ່ຽວອາດຖືກລັກພາໂຕ ຍ້ອນຄວາມຂັດແຍ່ງສ່ວນຕົວ ຫລື ຂໍ້ຂັດແຍ່ງທາງທຸລະກິດ ແລະ ອື່ນໆ ເຊິ່ງເຈົ້າໜ້າທີ່ຍັງບໍ່ທັນສາມາດລະບຸໄດ້ຢ່າງແນ່ວ່າ ເຫດການດັ່ງກ່າວແມ່ນແນວໃດແທ້ ຜູ້ກ່ຽວຫາຍຕົວໄປໄດ້ແນວໃດ ແລະ ໃຜເປັນຜູ້ກະທຳ.

ຕໍ່ກັບເຫດການທີ່ເກີດຂຶ້ນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນຖານະຜູ້ປົກປ້ອງກົດໝາຍ ແລະ ຮັກສາ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແມ່ນມີໜ້າທີ່ທາງກົດໝາຍໃນການຊອກຫາຄວາມ ເປັນຈິງ ເພື່ອນຳເອົາຜູ້ກະທຳຜິດມາລົງໂທດ ແລະ ໃຫ້ຄວາມເປັນທຳແກ່ຜູ້ກ່ຽວ ແລະ ຄອບຄົວຕາມກົດໝາຍ. ອີງຕາມໜ້າທີ່ຂອງຕົນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ພວມເລັ່ງລັດດຳເນີນການ ສືບສວນສອບສວນ ແລະ ເກັບກຳຂໍ້ມູນຫລັກຖານ ເພື່ອເຮັດເປັນຂໍ້ສະຫລຸບ ກ່ຽວກັບກໍລະນີ ດັ່ງກ່າວ.